ພົບປະກັບປະຊາຄົມຊາວຫວຽດນາມຢູ່ Ústecký

12:03 | 16/09/2021

ຍສໝ - ທ່ານ ເອກອັກຄະລັດຖະທູດຫວຽດນາມ ປະຈຳສາທາລະນະລັດເຊັກໂກ, ໄທຊວນຢຸງ ແລະພະນັກງານສະຖານທູດຫາກໍ່ເຂົ້າຮ່ວມງານບຸນ ຈັກກະວານແຫ່ງສີ 2021 ແລະພົບປະກັບປະຊາຄົມຊາວຫວຽດນາມຢູ່ແຂວງ Ústecký (ສາທາລະນະລັດເຊັກໂກ).

ການນໍາເຂົ້າ ແລະສົ່ງອອກ ຂອງຫວຽດນາມກັບຈີນ ບັນລຸ 100 ຕື້ USD ການນໍາເຂົ້າ ແລະສົ່ງອອກ ຂອງຫວຽດນາມກັບຈີນ ບັນລຸ 100 ຕື້ USD
ອີຕາລີພ້ອມແລ້ວທີ່ຈະໜູນຊ່ວຍ, ຮ່ວມມືກັບຫວຽດນາມ ໃນການປິ່ນປົວພະຍາດໂຄວິດ-19 ອີຕາລີພ້ອມແລ້ວທີ່ຈະໜູນຊ່ວຍ, ຮ່ວມມືກັບຫວຽດນາມ ໃນການປິ່ນປົວພະຍາດໂຄວິດ-19

ຕາມທ່ານເອກອັກຄະລັດຖະທູດ ໄທຊວນຢຸງ ແລ້ວ, ງານບຸນ ຈັກກະວານແຫ່ງສີ 2021 ແມ່ນເຫດການປະຈໍາປີ ທີ່ໄດ້ຈັດໂດຍສະພາແຂວງ Ústecký ແລະຫ້ອງການເຊື່ອມໂຍງນະຄອນ isti nad Labem ເພື່ອແນໃສ່ເພີ່ມທະວີການແລກປ່ຽນວັດທະນະທໍາ, ປັບປຸງມິດຕະພາບ ແລະຄວາມສະໜິດຕິດພັນລະຫວ່າງປະຊາຄົມບັນດາຊົນເຜົ່າສ່ວນໜ້ອຍ ຢູ່ ເຊັກໂກ, ໃນນັ້ນມີປະຊາຄົມຊາວຫວຽດນາມ. ໃນປີ 2020, ເຫດການນີ້ຕ້ອງໄດ້ເລື່ອນອອກໄປເນື່ອງຈາກຜົນກະທົບຂອງການລະບາດຂອງພະຍາດໂຄວິດ -19.

ທ່ານ ເອກອັກຄະລັດຖະທູດຫວຽດນາມ ປະຈຳສາທາລະນະລັດເຊັກໂກ, ໄທຊວນຢຸງ ແລະພະນັກງານສະຖານທູດຫາກໍ່ເຂົ້າຮ່ວມງານບຸນ ຈັກກະວານແຫ່ງສີ 2021 ແລະພົບປະກັບປະຊາຄົມຊາວຫວຽດນາມຢູ່ແຂວງ Ústecký  (ສາທາລະນະລັດເຊັກໂກ).
ທ່ານ ເອກອັກຄະລັດຖະທູດຫວຽດນາມ ປະຈຳສາທາລະນະລັດເຊັກໂກ, ໄທຊວນຢຸງ ແລະພະນັກງານສະຖານທູດຫາກໍ່ເຂົ້າຮ່ວມງານບຸນ ຈັກກະວານແຫ່ງສີ 2021 ແລະພົບປະກັບປະຊາຄົມຊາວຫວຽດນາມຢູ່ແຂວງ Ústecký (ສາທາລະນະລັດເຊັກໂກ). ພາບ: vietbao.vn

ເມື່ອແລກປ່ຽນກັບເຈົ້າແຂວງແຂວງ ýstecký, ທ່ານເອກອັກຄະລັດຖະທູດ ໄທຊວນຢຸງ ໄດ້ສະແດງຄວາມດີໃຈທີ່ໄດ້ເຂົ້າຮ່ວມງານບຸນຄັ້ງນີ້, ຖືນີ້ເປັນກິດຈະກໍາທີ່ມີຄວາມໝາຍຫຼາຍເພື່ອຊ່ວຍເພີ່ມທະວີຄວາມສະໜິດຕິດພັນລະຫວ່າງບັນດາປະຊາຄົມທີ່ພວມດໍາລົງຊີວິດຢູ່ທ້ອງຖິ່ນ ກໍ່ຄືໃນທົ່ວສາທາລະນະລັດເຊັກໂກ.

ທ່ານເອກອັກຄະລັດຖະທູດຍັງສະແດງຄວາມຂອບອົກຂອບໃຈຕໍ່ອໍານາດການປົກຄອງເຊັກໂກ ເວົ້າລວມ ແລະອໍານາດການປົກຄອງ ແຂວງ Ústecký ເວົ້າສະເພາະ ກ່ຽວກັບການສ້າງເງື່ອນໄຂໃຫ້ປະຊາຄົມຊາວຫວຽດນາມ ທີ່ດໍາລົງຊີວິດ, ດໍາເນີນທຸລະກິດ ແລະເຊື່ອມໂຍງເຂົ້າກັບສັງຄົມ ປະເທດປະຈໍາຖິ່ນ ໃຫ້ນັບມື້ນັບດີຂຶ້ນ.

ປີນີ້, ຜູ້ຕາງໜ້າ ຫວຽດນາມໄດ້ເຂົ້າຮ່ວມງານບຸນດ້ວຍລາຍການສິລະປະ “ບັນດາເສນາອາໝາດເຊີນຄ້ຽວໝາກຄ້ຽວພູ” ພ້ອມກັບຮ້ານອາຫານພື້ນເມືອງທີ່ມີອາຫານພິເສດເຊັ່ນ: ຢໍ່ຈືນ,ເຂົ້າໜຽວໜຶ້ງກັບໝາກເຂົ້າ, ເຂົ້າໜຽວໜຶ້ງກັບຖົ່ວຂຽວຕຳແຫຼກ, ເຂົ້ົ້າໜົມຈືນ, ເຂົ້າໜົມໄຫວ້ພະຈັນ, ກາເຟ ...

ໃນວັນດຽວກັນ, ທ່ານເອກອັກຄະລັດຖະທູດ ໄທຊວນຢຸງ ໄດ້ເຮັດວຽກກັບການນຳ ຂອງປະຊາຄົມຊາວຫວຽດນາມຢູ່ແຂວງ Ústecký. ທີ່ການເຮັດວຽກ, ທ່ານເອກອັກຄະລັດຖະທູດໄດ້ຢື້ຢາມຖາມຂ່າວກ່ຽວກັບສະພາບການທຳມາຄ້າຂາຍ ກໍ່ຄືການປ້ອງກັນການລະບາດຂອງພະຍາດໂຄວິດ -19 ຂອງຊາວຫວຽດນນາມ ຢຸ່ ບໍລິເວນແຂວງ.

ທ່ານເອກອັກຄະລັດຖະທູດໄດ້ຕີລາຄາສູງຈິດໃຈເມດຕາຂອງປະຊາຄົມຊາວຫວຽດນາມຢູ່ແຂວງ ýstecký ທີ່ມີຕໍ່ ອຳນາດການປົກຄອງ, ປະຊາຊົນ ແລະກໍາລັງທີ່ມີສ່ວນຮ່ວມໂດຍກົງເຂົ້າໃນການປ້ອງກັນໂລກລະບາດ Covid ຢູ່ທ້ອງຖິ່ນໃນຊຸມວັນທຳອິດຂອງການລະບາດຂອງໂລກລະບາດ Covid-19 ຢູ່ສາທາລະນະລັດເຊັກໂກ, ກໍ່ຄືມີບັນດາກິດຈະກໍາອາສາສະໝັກເພື່ອໜູນຊ່ວຍ ປະຊາຊົນພາຍໃນປະເທດຮັບມືກັບໄພພິບັດທາງທໍາມະຊາດ ແລະພະຍາດລະບາດ.

ທ່ານເອກອັກຄະລັດຖະທູດ ໄທຊວນຢຸງ ໄດ້ໄປຢ້ຽມຢາມສູນວັດທະນະທຳພຸດທະສາສະໜາ ແຂວງ Ústecký. ສູນດັ່ງກ່າວໄດ້ສ້າງຕັ້ງຂຶ້ນໃນປີ 2011 ແລະໃນປີ 2015 ໄດ້ຮັບການຢັ້ງຢືນເປັນສູນວັດທະນະທຳແຫ່ງຄວາມສັກສິດຂອງ ເຂດທິດເໜືອຂອງເຊັກໂກຢ່າງເປັນທາງການ ຈາກອໍານາດການປົກຄອງແຂວງ Ústecký.

ສູນດັ່ງກ່າວເປັນສະຖານທີ່ຈັດກິດຈະກໍາທາງວັດທະນະທຳແຫ່ງຈິດວິນຍານທີ່ສັກສິດຂອງພໍ່ແມ່ປະຊາຊົນ, ປະກອບສ່ວນສ້າງ ແລະປັບປຸງຄວາມສາມັກຄີ, ຄວາມຮັກແພງ ແລະການຊ່ວຍເຫຼືອເຊິ່ງກັນແລະກັນໃນຊຸມຊົນຊາວຫວຽດນາມໃນທ້ອງຖິ່ນ, ເປີດກວ້າງອ້ອມແຂນແຫ່ງຄວາມຮັກແພງສະໜິດສະໜົມ ຕໍ່ກັບພໍ່ແມ່ປະຊາຊົນປະຊາຄົມຊາວຫວຽດນາມຢູ່ໃນສາທາລະນະລັດເຊັກໂກ, ປະກອບສ່ວນປົກປັກຮັກສາ ແລະເສີມຂະຫຍາຍວັດທະນະທຳອັນເປັນມູນເຊື້ອຂອງຫວຽດນາມ, ປະກອບສ່ວນເຂົ້າໃນຄວາມຫຼາກຫຼາຍດ້ານວັດທະນະທຳຂອງສາທາລະນະລັດເຊັກໂກ.

ໄຊພອນ

ເຫດການ
302 Found

Found

The document has moved here.