ສະໜັບສະໜູນຊາວຈຳຫວຽດນາມ ຢູ່ມາເລເຊຍ ຜ່ານຜ່າຄວາມຫຍຸ້ງຍາກຍ້ອນໂລກລະບາດ Covid-19

18:38 | 23/09/2021

ຍສໝ - ສະຖານທູດຫວຽດນາມ ປະຈຳ ມາເລເຊຍ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນກວ່າ 100 ພູດ ໃຫ້ແກ່ບັນດາຄອບຄົວຊາວຈຳຫວຽດນາມຢູ່ Teluk Intan ໃນລັດ Perak.

ທ່ານປະທານປະເທດ ຫງວຽນຊວນຟຸກ ຢ້ຽມຢາມສະຖານທູດ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ກູບາ ທ່ານປະທານປະເທດ ຫງວຽນຊວນຟຸກ ຢ້ຽມຢາມສະຖານທູດ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ກູບາ
ພົບປະກັບປະຊາຄົມຊາວຫວຽດນາມຢູ່ Ústecký ພົບປະກັບປະຊາຄົມຊາວຫວຽດນາມຢູ່ Ústecký

ເຫດການດັ່ງກ່າວ ແມ່ນສ່ວນໜຶ່ງຂອງກິດຈະກຳແຫ່ງຄວາມເມດຕາຈິດ ທີ່ດຳເນີນໂດຍສະຖານທູດຫວຽດນາມ ສົມທົບກັບບັນດາອົງການຈັດຕັ້ງຊຸມຊົນ.

ທ່ານ ຫວູດຶກມິນ, ເລຂາທີ 2 ຮັບຜິດຊອບວຽກງານປະຊາຄົມ ຢູ່ສະຖານທູດຫວຽດນາມ ປະຈໍາ ມາເລເຊຍ ໃຫ້ຮູ້ວ່າ: ການແຜ່ລະບາດຂອງພະຍາດCOVID-19 ໄດ້ສ້າງຄວາມຫຍຸ້ງຍາກຫຼາຍຢ່າງໃຫ້ແກ່ຊາວຫວຽດນາມທີ່ກໍາລັງເຮັດວຽກ, ດໍາລົງຊີວິດ ແລະ ຮໍ່າຮຽນຢູ່ໃນບໍລິເວນ.

ມາຮອດປັດຈຸບັນ, ການເອົາຊະນະໂລກລະບາດ Covid-19 ບໍ່ແມ່ນພຽງແຕ່ການຕໍ່ສູ້ພຽງຢ່າງດຽວ ແຕ່ໄດ້ກາຍເປັນການເດີນທາງພ້ອມກັນຈຸດປະກາຍໄຟແຫ່ງຄວາມເມດຕາ.

ສະໜັບສະໜູນຊາວຈຳຫວຽດນາມ ຢູ່ມາເລເຊຍ ຜ່ານຜ່າຄວາມຫຍຸ້ງຍາກຍ້ອນໂລກລະບາດ Covid-19
ສະໜັບສະໜູນຊາວຈຳຫວຽດນາມ ຢູ່ມາເລເຊຍ ຜ່ານຜ່າຄວາມຫຍຸ້ງຍາກຍ້ອນໂລກລະບາດ Covid-19. (ພາບ: baoquocte)

ທ່ານ ຫວູດຶກມິນ ໄດ້ແບ່ງປັນວ່າ: “ຂ້າພະເຈົ້າຮູ້ສຶກປະທັບໃຈຫຼາຍ ເພາະວ່ານອກຈາກການສະໜັບສະໜູນຂອງລັດຖະບານ ໂດຍຜ່ານແນວໂຮມແຫ່ງຊາດຫວຽດນາມແລ້ວ, ໃນລະຫວ່າງການແຜ່ລະບາດຂອງພະຍາດ, ຈິດໃຈຊ່ວຍເຫຼືອກັນເໝືອນໃບຕອງດີຕຸ້ມຫໍ່ເອົາໃບຕອງຂາດ, ການເຊື່ອມຕໍ່ຄວາມຮັກແພງ, ຄວາມຮັກແພງພີ່ນ້ອງຮ່ວມຊາດ ອີກເທືຶ່ອໜຶ່ງໄດ້ຟື້ນຕົວລຸກຂຶ້ນ ເພື່ອຈາກການກະທຳນ້ອຍໆ ຂອງແຕ່ລະບຸກຄົນ ໄດ້ເຮັດໃຫ້ກາຍເປັນຍຸດທະສາດຕໍ່ລົມຫາຍໃຈທີ່ຍາວກວ່າ”.

ທ່ານນາງ ເລຮ່ວາຍເທືອງ, ຫົວໜ້າກຸ່ມເມດຕາຈິດ ເທື່ອງເລ ໄດ້ກ່າວວ່າ: “ຂ້າພະເຈົ້າຮູ້ສຶກຂອບໃຈຫຼາຍໆ ສໍາລັບການຮ່ວມມືຂອງພະນັກງານ ແລະ ລັດຖະກອນຂອງສະຖານທູດຫວຽດນາມ ດ້ວຍນ້ຳໃຈແຫ່ງຄວາມເມດຕາ.

ການລະບາດໄດ້ແກ່ຍາວເປັນເວລາດົນນານ ແລະ ການເດີນທາງໄປມາຖືກຈຳກັດ, ແຕ່ສະຖານທູດຫວຽດນາມ ປະຈໍາມາເລເຊຍ ຍັງຄົງໃຫ້ການໜູນຊ່ວຍຢ່າງຈິງຈັງ ແລະ ເຂົ້າຮ່ວມໂດຍກົງ ເພື່ອສາມາດເຂົ້າເຖິງສະພາບການທີ່ຫຍຸ້ງຍາກໄດ້ໄວເທົ່າທີ່ຈະໄວໄດ້. ຍ້ອນແນວນັ້ນ, ໃນເວລາທີ່ຜ່ານມາ, ກຸ່ມຂອງພວກຂ້າພະເຈົ້າຈິ່ງສາມາດມອບຂອງຂວັນຫຼາຍພັນພູດ ໃຫ້ກັບປະຊາຊົນທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ COVID-19."

ທ່ານ Ismail, ຊາວຈຳຫວຽດນາມ ທີ່ກໍາລັງດໍາລົງຊີວິດຢູ່ໃນມາເລເຊຍຫຼາຍກວ່າ 30 ປີ ກ່າວວ່າ: “ພວກຂ້າພະເຈົ້າຢູ່ເຂດຫ່າງໄກສອກຫຼີກ, ນີ້ແມ່ນຄັ້ງທໍາອິດໃນລະຫວ່າງການລະບາດ ທີ່ພວກຂ້າພະເຈົ້າໄດ້ຮັບຂອງຂວັນການກຸສົນ. ບັນດາເຄື່ອງໃຊ້ທີ່ຈຳເປັນ ແລະ ອຸປະກອນການຕ້ານການລະບາດຂອງພະຍາດເຫຼົ່ານີ້ ຈະຊ່ວຍໃຫ້ພວກຂ້າພະເຈົ້າຜ່ານຜ່າຄວາມຫຍຸ້ງຍາກໄດ້ໃນເບື້ອງຕົ້ນ. ຂ້າພະເຈົ້າຂໍຂອບໃຈຫຼາຍໆ ຕໍ່ສະຖານທູດຫວຽດນາມ ປະຈໍາມາເລເຊຍ ແລະ ບັນດານໍ້າໃຈຄວາມເມດຕາ, ຂ້າພະເຈົ້າຫວັງວ່າ ຈະບໍ່ມີພຽງແຕ່ພວກຂ້າພະເຈົ້າເທົ່ານັ້ນ, ແຕ່ຄົນອື່ນໆອີກຫຼາຍຄົນ ກໍ່ຈະໄດ້ຮັບຄວາມເອົາໃຈໃສ່ອັນລໍ້າຄ່ານີ້ເຊັ່ນດຽວກັນ”.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.