ການແຂ່ງຂັນກອັຟ ຢູ່ແບນຊິກ ໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຢູ່ຫວຽດນາມ

16:56 | 30/09/2021

ຍສໝ - ການແຂ່ງຂັນກອັຟຊິງ “ຂັນເອກອັກຄະລັດຖະທູດ ຫວຽດນາມ 2021” ໄດ້ຈັດຂຶ້ນໃນວັນທີ 27 ກັນຍາ, ທີ່ສະໜາມ ກອຟ Hulencourt, ປະເທດແບນຊິກ. ຈຸດປະສົງຂອງການແຂ່ງຂັນ ກອັຟ ຄັ້ງນີ້ ແມ່ນເພື່ອລະດົມເງິນຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ນະຄອນໂຮ້ຍອານ.

ນັກປະພັນຫວຽດນາມ ສອງທ່ານ ຍາດໄດ້ລາງວັນວັນນະຄະດີອາຊຽນ ນັກປະພັນຫວຽດນາມ ສອງທ່ານ ຍາດໄດ້ລາງວັນວັນນະຄະດີອາຊຽນ
ສິງກະໂປ ເປັນເຈົ້າພາບຈັດຕັ້ງການແຂ່ງຂັນ AFF Cup 2020 ສິງກະໂປ ເປັນເຈົ້າພາບຈັດຕັ້ງການແຂ່ງຂັນ AFF Cup 2020
ການແຂ່ງຂັນກອັຟ ຢູ່ແບນຊິກ ໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຢູ່ຫວຽດນາມ
ການແຂ່ງຂັນກອັຟ ຢູ່ແບນຊິກ ໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຢູ່ຫວຽດນາມ. ພາບ:TTXVN

ນີ້ແມ່ນການແຂ່ງຂັນປະຈຳປີ ຈັດໂດຍສະຖານທູດຫວຽດນາມປະຈຳ ແບນຊິກ ແລະ Luxembourg - ຄະນະຜູ້ແທນຫວຽດນາມ ປະຈຳ ສະຫະພາບເອີລົບ (ອີຢູ) ສົມທົບກັບ ທ່ານນາງ Chris Geyskens, ນັກທຸລະກິດ, ປະທານສາຂາສະມາຄົມ ຂອງສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ໂຮ້ຍອານ -ຫວຽດນາມ ການຈັດຕັ້ງ.

ເຂົ້າຮ່ວມການແຂ່ງຂັນປີນີ້, ມີນັກກອັຟ ສະໝັກຫຼິ້ນ ປະມານ 50 ຄົນ ທີ່ເປັນຊາວຫວຽດນາມຢູ່ຕ່າງປະເທດ, ນັກທຸລະກິດ, ລັດຖະກອນ, ນັກການທູດ ... ຂອງປະເທດປະຈໍາຖິ່ນ ແລະບາງປະເທດໃກ້ຄຽງ.

ທ່ານນາງ Chris Geyskens ໃຫ້ຮູ້ວ່າ ໃນປີ 2015 ສະມາຄົມຜູ້ເຄາະຮ້າຍຈາກທາດພິດສີສົ້ມໂຮ້ຍອານ ໄດ້ຕົກລົງເປັນເອກະພາບໃນການສ້າງຕັ້ງສາຂາສະມາຄົມຢູ່ແບນຊິກ ແລະ ທ່ານນາງໄດ້ຖືກເຊື້ອເຊີນໃຫ້ເປັນປະທານ ໂດຍມີຈຸດປະສົງເພື່ອປະກອບສ່ວນໃນການລະດົມບັນດາອົງການຈັດຕັ້ງ, ສ່ວນບຸກຄົນ, ຜູ້ມີໃຈບຸນ ຢູ່ແບນຊິກ ແລະ ບັນດາປະເທດອື່ນໆເພື່ອຊ່ວຍເຫຼືອບັນດາຜູ້ປະສົບເຄາະຮ້າຍຢູ່ໂຮ້ຍອານ. ຈາກນັ້ນ, ທ່ານນາງ ກໍມີຄວາມຄິດລິເລີ່ມໃນການຈັດການແຂ່ງຂັນກອັຟ ປະຈໍາປີ ຊິງຂັນເອກອັກຄະລັດຖະທູດ ຫວຽດນາມ 2021, ຢູ່ປະເທດແບນຊິກ ເພື່ອລະດົມກອງທຶນໃຫ້ສະມາຄົມຜູ້ເຄາະຮ້າຍຈາກທາດພິດສີສົ້ມຢູ່ໂຮ້ຍອານ.

ນອກຈາກການແຂ່ງຂັນກອັຟ, ທ່ານນາງ Chris Geyskens ຍັງຈັດບັນດາໂຄງການຂາຍເຄື່ອງການກຸສົນເພີ່ມລາຍຮັບເພື່ອຊ່ວຍເຫຼືອຜູ້ເຄາະຮ້າຍຈາກການເປັນພິດຂອງທາດ ດີໂອຊີນ.

ທ່ານ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາຊະອານາຈັກແບນຊິກ ແລະ Luxembourg - ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອີຢູ ຫງວຽນວັນຖາວ ໄດ້ເນັ້ນໜັກວ່າ ການແຂ່ງຂັນແຂ່ງຂັນກອັຟຊິງຂັນເອກອັກຄະລັດຖະທູດ ແມ່ນກິດຈະກຳທີ່ມີຄວາມໝາຍດ້ານມະນຸດສະທໍາ, ສົ່ງເສີມໃຫ້ຊາວຫວຽດນາມຢູ່ຕ່າງປະເທດ ມຸ່ງໜ້າໄປສູ່ບ້ານເກີດເມືອງນອນ, ປະເທດຊາດ, ດຶງດູດບັນດາໝູ່ເພື່ອນຊາວແບນຊິກທີ່ຮັກແພງປະເທດຫວຽດນາມ ໃຫ້ມີການສ່ວນຮ່ວມໃນການຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກສົງຄາມຢູ່ຫວຽດນາມ, ຊ່ວຍເຂົາເຈົ້າຜ່ານຜ່າຄວາມຫຍຸ້ງຍາກໃນການດຳລົງຊີວິດ.

ປີນີ້, ນອກຈາກການລະດົມທຶນສະໜັບສະໜູນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ, ການແຂ່ງຂັນກອັຟຊິງ “ຂັນເອກອັກຄະລັດຖະທູດ ຫວຽດນາມ 2021” ຍັງເປັນການໂຄສະນາພາບພົດ ແລະ ຊາວ ຫວຽດນາມ; ພ້ອມກັນນັ້ນ ກໍ່ປະກອບສ່ວນໃນການເພີ່ມທະວີການແລກປ່ຽນການຄ້າ, ການສົ່ງເສີມການລົງທຶນຂອງວິສາຫະກິດແບນຊິກ ແລະເອີຣົບ ຢູ່ຫວຽດນາມ.

ໄຊພອນ

ເຫດການ
302 Found

Found

The document has moved here.