ລາຍການສິລະປະສະເຫຼີມສະຫຼອງ 67 ປີແຫ່ງວັນປົດປ່ອຍນະຄອນຫຼວງຮ່າໂນ້ຍ ຢູ່ ສ.ເຊັກ

09:07 | 12/10/2021

ຫວ່າງແລ້ວນີ້, ທີ່ສູນການຄ້າ SAPA, ສ.ເຊັກ, ສະມາຄົມວັດທະນະທໍາສິລະປະຫວຽດນາມ ຢູ່ ສ.ເຊັກ ພາຍໃຕ້ການອຸປະຖໍາຂອງສະມາຄົມຊາວຫວຽດນາມ ປະຈໍາ ສ.ເຊັກ ໄດ້ຈັດຕັ້ງລາຍການສະແດງສິລະປະພິເສດເພື່ອສະເຫຼີມສະຫຼອງ 67 ປີແຫ່ງວັນປົດປ່ອຍນະຄອນຫຼວງຮ່າໂນ້ຍ (10-10-1954/10-10-2021).

ຮ່າ​ໂນ້ຍ​ຜັນ​ຂະ​ຫຍາຍ Camera Scan QR Code ຢູ່ ປ້ອມ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ ​67 ປ້ອມກວດການເຂົ້າ​ອອກ​ນະ​ຄອນ ຮ່າ​ໂນ້ຍ​ຜັນ​ຂະ​ຫຍາຍ Camera Scan QR Code ຢູ່ ປ້ອມ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ ​67 ປ້ອມກວດການເຂົ້າ​ອອກ​ນະ​ຄອນ
ກອງປະຊຸມໃຫຍ່ຄັ້ງທີ 8 ຂອງສະມາຄົມນັກສຶກສາຫວຽດນາມ ຢູ່ ສ.ເກົາຫຼີ ກອງປະຊຸມໃຫຍ່ຄັ້ງທີ 8 ຂອງສະມາຄົມນັກສຶກສາຫວຽດນາມ ຢູ່ ສ.ເກົາຫຼີ
ແຂກຮັບເຊີນ ແລະວົງຄະນາຍາດ, ຍາດຕິພີ່ນ້ອງພ້ອມກັບນັກສິລະປິນຖ່າຍຮູບເປັນທີ່ລະນຶກ. ພາບ: vov.vn.
ແຂກຮັບເຊີນ ແລະວົງຄະນາຍາດ, ຍາດຕິພີ່ນ້ອງພ້ອມກັບນັກສິລະປິນຖ່າຍຮູບເປັນທີ່ລະນຶກ. ພາບ: vov.vn.

ເຂົ້າຮ່ວມລາຍການມີຜູ້ຕາງໜ້າສະຖານທູດຫວຽດນາມ ແລະການນໍາສະມາຄົມຊາວຫວຽດນາມ ປະຈໍາ ສ.ເຊັກ ພ້ອມດ້ວຍນັກຮ້ອງຄົນຫວຽດນາມ ທີ່ມາຈາກ 5 ປະເທດໃນພາກພື້ນ ແລະຍາດຕິພີ່ນ້ອງຊາວຫວຽດນາມ ທີ່ພວມດໍາລົງຊີວິດ ແລະເຮັດວຽກຢູ່ ສ.ເຊັກ ເປັນຈຳນວນຫຼວງຫຼາຍ.

ໃນສະພາບພະຍາດໂຄວິດ-19 ຢູ່ ສ.ເຊັກ ມີຫຼາຍການຫັນປ່ຽນຢ່າງຕັ້ງໜ້າ, ລາຍການໄດ້ດຶງດູດເອົານັກສິລະປິນສະໝັກຫຼິ້ນຫຼາຍຄົນທີ່ມາຈາກປະຊາຄົມບັນດາປະເທດຝຣັ່ງ, ເຢຍລະມັນ, ຮຸງກາຣີ, ສະໂລວາກີ, ນອກແວ ພ້ອມກັບຍາດຕິພີ່ນ້ອງຊາວຫວຽດນາມ ທີ່ດຳລົງຊີວິດ ແລະເຮັດວຽກຢູ່ ສ.ເຊັກ.

ທ່ານ ຟ້າມຢາເຮົ້າ ຫົວໜ້າຄະນະຈັດຕັ້ງລາຍການ ໃຫ້ຮູ້ວ່າ ນີ້ແມ່ນກິດຈະກຳທີ່ໄດ້ຈັດຕັ້ງເປັນປະຈໍາປີຂອງສະມາຄົມວັດທະນະທໍາສິລະປະຫວຽດນາມ ຢູ່ ສ.ເຊັກ, ແມ່ນບ່ອນພົບປະແລກປ່ຽນວັດທະນະທໍາສິລະປະເພື່ອໃຫ້ຊາວຫວຽດນາມ ທີ່ຢູ່ຕ່າງປະເທດເຊື່ອມຕໍ່ກັບບ້ານເກີດເມືອງນອນປະເທດຊາດ. ໃນຂອບເຂດລາຍການ, ວົງຄະນາຍາດ, ຍາດຕິພີ່ນ້ອງກໍ່ໄດ້ຊີມເຍື່ອງອາຫານທີ່ເປັນມູນເຊື້ອຂອງຫວຽດນາມ ແລະເຈືອປົນເຂົ້າກັບບັນຍາກາດຮ່າໂນ້ຍ ໃນເມື່ອກ່ອນ.

la.qdnd.vn

ເຫດການ
302 Found

Found

The document has moved here.