ໄທຈະສືບຕໍ່ສັກວັກຊິນໃນວົງກ້ວາງໃຫ້ແກ່ຊາວຕ່າງປະເທດ, ໃນນັ້ນມີຊາວຫວຽດນາມ

06:30 | 30/09/2021

ຍສໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສາທາລະນະສຸກ ໄທ ຢັ້ງຢືນວ່າ ລັດຖະບານ ໄທ ຈະສືບຕໍ່ສັກວັກຊິນໃນວົງກ້ວາງໃຫ້ແກ່ຊາວຕ່າງປະເທດ, ໃນນັ້ນ ມີຊາວຫວຽດນາມນທີ່ພວມດຳລົງຊີວິດ, ເຮັດວຽກ, ຮ່ຳຮຽນຢູ່ໄທ.

ການແຂ່ງຂັນຮອບຄັດເລືອກເຕະບານຊິງແຊ້ມອາຊີ 2022: ທີມບານເຕະຍິງຫວຽດນາມ ເອົາຊະນະ ທີມເຕະບານຍິງ ມານດີວ 16-0 ການແຂ່ງຂັນຮອບຄັດເລືອກເຕະບານຊິງແຊ້ມອາຊີ 2022: ທີມບານເຕະຍິງຫວຽດນາມ ເອົາຊະນະ ທີມເຕະບານຍິງ ມານດີວ 16-0
ບັນດາວິສາຫະກິດໄທ ສືບຕໍ່ລົງທຶນເຂົ້າຫວຽດນາມ ບັນດາວິສາຫະກິດໄທ ສືບຕໍ່ລົງທຶນເຂົ້າຫວຽດນາມ
ໄທຈະສືບຕໍ່ສັກວັກຊິນໃນວົງກ້ວາງໃຫ້ແກ່ຊາວຕ່າງປະເທດ, ໃນນັ້ນມີຊາວຫວຽດນາມ
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສາທາລະນະສຸກ ໄທ ອະນຸທິນ ຈານວິຣະກຸນ ແລະ ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ຟານຈີແທັງ. ພາບ: TTXVN

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສາທາລະນະສຸກໄທ ອະນຸທິນ ຈານວິຣະກຸນ ຢັ້ງຢືນວ່າ ລັດຖະບານ ໄທຍາມໃດກໍ່ສ້າງເງື່ອນໄຂຢ່າງສະດວກເພື່ອໃຫ້ AstraZenaca ໂດຍແມ່ນບໍລິສັດຕັ້ງໂຮງງານຢູ່ ໄທ, ທຳການຜະລິດທີ່ມີສະມັດຕະພາບສູງສຸດ ແລະ ມອບ ວັກຊິນໃຫ້ແກ່ບັນດາປະເທດ, ໃນນັ້ນມີ ຫວຽດນາມ

ກ່າວຄຳເຫັນທີ່ການຕ້ອນຮັບ ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ຟານຈີແທັງ ໃນຕອນບ່າຍວັນທີ 27 ກັນຍາ, ທ່ານ ອະນຸທິນ ຈານວິຣະກຸນ ໄດ້ສະເໜີໃຫ້ເພີ່ມທະວີການສົມທົບກັນລະຫວ່າງສອງປະເທດໃນການແບ່ງປັນບົດຮຽນປະສົບການການຕ້ານໂລກລະບາດໂຄວິດ - 19 ກ່ວາອີກ, ຢັ້ງຢືນວ່າ ລັດຖະບານ ໄທ ຈະສືບຕໍ່ສັກວັກຊິນໃນວົງກ້ວາງໃຫ້ແກ່ຊາວຕ່າງປະເທດ, ໃນນັ້ນ ມີຊາວຫວຽດນາມນັບພັນຄົນທີ່ພວມດຳລົງຊີວິດ, ເຮັດວຽກ, ຮ່ຳຮຽນຢູ່ໄທ.

ທ່ານເອກອັກຄະລັດຖະທູດ ຟານຈິແທັງ ໄດ້ສະເໜີໃຫ້ກະຊວງສາທາລະນະສຸກ ສອງປະເທດ ສືບຕໍ່ຊຸກຍູ້ການຮ່ວມມືໃນສະພາບການເກີດໂລກລະບາດໂຄວິດ - 19, ພ້ອມທັງສອງຝ່າຍກໍ່ແລກປ່ຽນກ່ຽວກັບການຮັບຮອງເອົາ “ປັດສະປໍວັກຊິນ” ໂດຍໄວ, ໂດຍເຫັນດີເປັນເອກະພາບກ່ຽວກັບຂໍ້ກຳນົດວ່າດ້ວຍການເຂົ້າອອກເມືອງ, ໄລຍະແຍກຕົວສຳລັບພົນລະເມືອງສອງປະເທດທີ່ໄດ້ຮັບການສັກວັກຊິນກັນໂຄວິດ - 19 ຄົບ 2 ເຂັມແລ້ວ ແລະ ໄດ້ຮັບອະນຸດຍາດ, ມຸ່ງໄປເຖິງການພິຈາລະນາການສ້າງແລວທາງໄປມາຢ່າງປອດໄພ ລະຫວ່າງບັນດານະຄອນໃຫຍ່ ແລະ ສະຖານທີ່ທ່ອງທ່ຽວຂອງສອງປະເທດ ເພື່ອແນໃສ່ຊຸກຍູ້ເສດຖະກິດ.

ໄຊພອນ

ເຫດການ
302 Found

Found

The document has moved here.