ບັນດານັກຮົບເກົ່າ ຊ່ວຍເຊື່ອມຕໍ່ປະຊາຄົມຊາວຫວຽດນາມ ຢູ່ ເຢຍລະມັນ

16:46 | 24/09/2021

ຍສໝ - ໃນວັນທີ 19 ກັນຍາ, ຢູ່ນະຄອນຫຼວງເບີລິນ, ສະມາຄົມນັກຮົບເກົ່າຫວຽດນາມ (CCB) ຢູ່ເຢຍລະມັນ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວອາຍຸການ 2018-2020 ພ້ອມທັງປຶກສາຫາລືທິດທາງການເຄື່ອນໄຫວໃນໄລຍະຈະມາເຖິງ ເພື່ອແນໃສ່ຊຸກຍູ້ການເຄື່ອນໄຫວຂອງສະມາຄົມຕື່ມອີກ, ປະກອບສ່ວນເພີ່ມທະວີການເຊື່ອມຕໍ່ ແລະ ຄວາມສາມັກຄີໃນປະຊາຄົມຊາວຫວຽດນາມຢູ່ເຢຍລະມັນ.

ອຸປະຖຳສະ​ໜັບ​ສະ​ໜູນ​ໃຫ້​ແກ່​ປະ​ຊາ​ຊົນທີ່ຖືກ​ໄພ​ນ້ຳ​ຖ້ວມ ຢູ່​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້ ປະ​ເທດ ເຢຍ​ລະ​ມັນ ອຸປະຖຳສະ​ໜັບ​ສະ​ໜູນ​ໃຫ້​ແກ່​ປະ​ຊາ​ຊົນທີ່ຖືກ​ໄພ​ນ້ຳ​ຖ້ວມ ຢູ່​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້ ປະ​ເທດ ເຢຍ​ລະ​ມັນ
ມອບຮັບເຄື່ອງ 10 ໂຕນຈາກເຢຍລະມັນເພື່ອຊ່ວຍຫວຽດນາມຕ້ານກັບພະຍາດ COVID-19 ມອບຮັບເຄື່ອງ 10 ໂຕນຈາກເຢຍລະມັນເພື່ອຊ່ວຍຫວຽດນາມຕ້ານກັບພະຍາດ COVID-19

ການນໍາຂອງສະຖານທູດ, ທີ່ປຶກສາຝ່າຍປ້ອງກັນປະເທດຂອງຫວຽດນາມ ຢູ່ໃນເຢຍລະມັນ ແລະ ຜູ້ຕາງໜ້າ ຂອງ 5 ສະມາຄົມນັກຮົບເກົ່ມຢູ່ບັນດາທ້ອງຖິ່ນ ໃນປະເທດເຢຍລະມັນ ໄດ້ເຂົ້າຮ່ວມເຫດການດັ່ງກ່າວ.

ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະມາຄົມນັກຮົບເກົ່າຫວຽດນາມ ຫງວຽນກວາງແອງ ໄດ້ທົບທວນຄືນການເຄື່ອນໄຫວຂອງສະມາຄົມໃນໄລຍະຜ່ານມາ. ທ່ານ ຫງວຽນກວາງແອງ ກ່າວວ່າ ນັບຕັ້ງແຕ່ໄດ້ສ້າງຕັ້ງຂຶ້ນໃນວັນທີ 29 ກໍລະກົດ 2018, ສະມາຄົມໄດ້ປະຕິບັດຕາມຂໍ້ກຳນົດລະບຽບການດໍາເນີນງານຢ່າງເຂັ້ມງວດ ແລະ ໄດ້ຈັດກິດຈະກໍາທີ່ມີຄວາມໝາຍຫຼາຍຢ່າງ, ລວມທັງພິທີສູດສັກອະນິດຈາຄັ້ງໃຫຍ່ຄັ້ງທໍາອິດ ໃຫ້ແກ່ດວງວິນຍານຂອງບັນດາວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ໃນສົງຄາມເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ປ້ອງກັນຊາຍແດນ ແລະ ໝູ່ເກາະຂອງປະເທດຊາດ.

ບັນດານັກຮົບເກົ່າ ຊ່ວຍເຊື່ອມຕໍ່ປະຊາຄົມຊາວຫວຽດນາມ ຢູ່ ເຢຍລະມັນ
ບັນດານັກຮົບເກົ່າ ຊ່ວຍເຊື່ອມຕໍ່ປະຊາຄົມຊາວຫວຽດນາມ ຢູ່ ເຢຍລະມັນ. (ພາບ: TTXVN)

ຕາມທ່ານ ຫງວຽນກວາງແອຢຶ ແລ້ວ, ໃນອາຍຸການທຳອິດ, ສະມາຄົມປະສົບຜົນສຳເລັດ ໃນການເຊື່ອມຕໍ່ 5 ສະມາຄົມນັກຮົບເກົ່າຫວຽດນາມ ຢູ່ບັນດາທ້ອງຖິ່ນຂອງເຢຍລະມັນ, ສ້າງສະໜາມທີ່ມີຄວາມໝາຍຢູ່ບ້ານເກີດເມືອງນອນແຫ່ງທີສອງໃຫ້ແກ່ທະຫານປ້ອງກັນຊາດ. ເນື່ອງຈາກການແຜ່ລະບາດຂອງພະຍາດ COVID-19, ຫຼາຍກິດຈະກໍາບໍ່ສາມາດດໍາເນີນໄປໄດ້ຕາມແຜນການ, ແຕ່ຄະນະບໍລິຫານງານຍັງຄົງຕິດຕໍ່ສື່ສານ ແລະ ແລກປ່ຽນຜ່ານຮູບການອອນໄລ ເພື່ອເກັບກໍາສະພາບການຂອງສະມາຊິກ ພ້ອມທັງ ແລກປ່ຽນຂໍ້ມູນກ່ຽວກັບສະພາບການເຄື່ອນໄຫວທົ່ວໄປຂອງສະມາຄົມ. ໂດຍສະເພາະ ແມ່ນບັນດາກິດຈະກໍາອວ່າຍໜ້າເມືອຫາບ້ານເກີດເມືອງນອນ, ຊ່ວຍເຫຼືອຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ ເນື່ອງຈາກໄພພິບັດທໍາມະຊາດ ແລະ ພະຍາດລະບາດ.

ຕາງໜ້າສະຖານທູດ, ທ່ານເອກອັກຄະລັດຖະທູດ ຫງວຽນມິນວູ ໄດ້ຕີລາຄາສູງການເຄື່ອນໄຫວ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງສະມາຄົມ, ໂດຍສະເພາະ ແມ່ນບັນດາການເຄື່ອນໄຫວອວ່າຍໜ້າເມືອຫາບ້ານເກີດເມືອງນອນ. ສະມາຄົມຍັງຮ່ວມເດີນທາງກັບກິດຈະກໍາທົ່ວໄປຂອງອົງການຜູ້ຕາງໜ້າ ກໍ່ຄືບັນດາສະມາຄົມ ແລະ ຄະນະໃນການພັດທະນາຊຸມຊົນ; ໂດຍສະເພາະ ແມ່ນກິດຈະກໍາຈາລຶກບຸນຄຸນສໍາລັບນັກຮົບວິລະຊົນ, ທະຫານເສຍອົງຄະ ແລະ ທະຫານທີ່ໄດ້ຮັບບາດເຈັບຈາກການຕໍ່ສູ້ ແລະ ເສຍສະຫຼະຊີວິດເພື່ອເອກະລາດ ແລະ ເສລີພາບຂອງປະເທດຊາດ. ທ່ານເອກອັກຄະລັດຖະທູດ ປາດຖະໜາວ່າ ບັນດານັກຮົບເກົ່າຫວຽດນາມຢູ່ເຢຍລະມັນ ຈະສືບຕໍ່ອະນຸລັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອໃນການດຳລົງຊີວິດ; ປາດຖະໜາວ່າ ສະມາຄົມເອົາໃຈໃສ່ຕື່ມ ຕໍ່ກັບນັກຮົບເກົ່າທີ່ດຳລົງຊີວິດ ແລະ ເຮັດວຽກໃນທົ່ວປະເທດ; ແລະ ກວດພົບສະພາບການ ຫຼື ບັນຫາຫຍຸ້ງຍາກເພື່ອອາດຈະມີຮູບການໃຫ້ກໍາລັງໃຈ ແລະ ຊ່ວຍເຫຼືອໄດ້ຢ່າງທັນການ. ທ່ານເອກອັກຄະລັດຖະທູດ ກໍ່ອວຍພອນໃຫ້ສະມາຄົມໄດ້ຮັບເອົາສະມາຊິກຫຼາຍຂຶ້ນ ແລະ ມີບັນດາສະມາຄົມສະມາຊິກຫຼາຍຂຶ້ນຢູ່ໃນບັນດາຕົວເມືອງ ແລະ ບໍລິເວນໃນທົ່ວປະເທດເຢຍລະມັນ ໃນເວລາທີ່ຈະມາເຖິງ. ທີ່ເຫດການດັ່ງກ່າວ, ສະມາຄົມຍັງໄດ້ມອບຫຼຽນກາທີ່ລະນືກໃຫ້ແກ່ສະມາຊິກຈຳນວນໜຶ່ງ ທີ່ໄດ້ປະກອບສ່ວນອັນດີ ເຂົ້າໃນກິດຈະກຳຂອງສະມາຄົມໃນໄລຍະທີ່ຜ່ານມາ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.