ທ່ານປະທານປະເທດ ຫງວຽນຊວນຟຸກ ຢ້ຽມຢາມສະຖານທູດ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ກູບາ

07:02 | 20/09/2021

ຕອນບ່າຍວັນທີ 18 ກັນຍາ ຕາມເວລາທ້ອງຖິ່ນ, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມ ແລະໂອ້ລົມກັບພະນັກງານ, ພາລະກອນສະຖານທູດ ແລະຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ທີ່ອາໄສ ແລະເຮັດວຽກຢູ່ກູບາ.

ທ່ານປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບບັນດາອົງການມິດຕະພາບກູບາ-ຫວຽດນາມ ທ່ານປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບບັນດາອົງການມິດຕະພາບກູບາ-ຫວຽດນາມ
ທ່ານປະທານປະເທດ ຫງວຽນຊວນຟຸກ ຈະຢ້ຽມຢາມ ສປປ.ລາວ ຢ່າງເປັນທາງການ ແຕ່ວັນທີ 9 ຫາ 10 ສິງຫາ 2021 ທ່ານປະທານປະເທດ ຫງວຽນຊວນຟຸກ ຈະຢ້ຽມຢາມ ສປປ.ລາວ ຢ່າງເປັນທາງການ ແຕ່ວັນທີ 9 ຫາ 10 ສິງຫາ 2021
ທ່ານປະທານປະເທດ ຫງວຽນຊວນຟຸກ ຢ້ຽມຢາມສະຖານທູດ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ກູບາ
ທ່ານປະທານປະເທດ ຫງວຽນຊວນຟຸກ ກັບຜູ້ຕາງໜ້າ ແລະຊາວຫວຽດນາມ ອາໄສຢູ່ ກູບາ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມທ່ານ ເລແທັງຕູ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ກູບາ ແລ້ວ, ປະຊາຄົມຊາວຫວຽດນາມ ທີ່ດຳລົງຊີວິດ ແລະເຮັດວຽກຢູ່ກູບາ, ເຖິງວ່າ ບໍ່ຫຼາຍກໍ່ຕາມ, ແຕ່ກໍ່ບັນລຸໄດ້ໝາກຜົນໃດໜຶ່ງ ແລະໄດ້ຮັບການຮັບຮູ້ຈາກພັກ ແລະລັດກູບາ.

ທີ່ການພົບປະ, ພໍ່ແມ່ປະຊາຊົນຫວຽດນາມ ອາໄສຢູ່ກູບາ ມີຄວາມປິຕິຊົມຊື່ນຕໍ່ການພັດທະນາປະເທດທີ່ນັບມື້ນັບເຂັ້ມແຂງ, ຮອບດ້ານ ແລະກ້າວກະໂດດຂັ້ນຂອງປະເທດຊາດ. ຫວຽດນາມ ນັບມື້ນັບມີຖານະບົດບາດ, ທີ່ຕັ້ງ ແລະມີອິດທິພົນຊື່ສຽງແຮງຢູ່ເວທີສາກົນ. ພໍ່ແມ່ປະຊາຊົນກໍ່ສະແດງຄວາມປາດຖະໜາວ່າ ພັກ, ລັດຈະເອົາໃຈໃສ່ເຖິງຊີວິດ ແລະການເຄື່ອນໄຫວຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດກວ່າອີກ, ໃນນັ້ນມີ ກູບາ.

ທ່ານປະທານປະເທດ ເນັ້ນໜັກວ່າ ການຢ້ຽມຢາມສັນຖະວະໄມຕີຢູ່ກູບາ ຢ່າງເປັນທາງການຂອງຄະນະຜູ້ແທນໃນຄັ້ງນີ້ແມ່ນເພື່ອແນໃສ່ສືບທອດມູນເຊື້ອຂອງສາຍພົວພັນລະຫວ່າງສອງພັກ ແລະສອງລັດຫວຽດນາມ-ກູບາ; ພ້ອມທັງສະແດງໃຫ້ເຫັນກ່ຽວກັບສານສະເໝີຕົ້ນສະເໝີປາຍຂອງຫວຽດນາມ ທີ່ສະໜັບສະໜູນປະຊາຊົນກູບາອ້າຍນ້ອງໃນທຸກເວລາ, ພ້ອມກັນແບ່ງປັນຄວາມທຸກຄວາມສຸກກັບປະຊາຊົນກູບາ.

ທ່ານປະທານປະເທດ ກໍ່ໄດ້ແຈ້ງໃຫ້ປະຊາຊົນຮູ້ກ່ຽວກັບສະພາບການຢູ່ໃນປະເທດ; ທ່ານເນັ້ນໜັກວ່າ ທົ່ວພັກ, ທົ່ວປວງຊົນ ແລະທົ່ວກອງທັບພວມມານະພະຍາຍາມຢ່າງບໍ່ຢຸດຢັ້ງ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກການລະບາດຂອງພະຍາດໂຄວິດ-19, ພ້ອມກັນນັ້ນ ກໍ່ແມ່ນການຮັບປະກັນຊີວິດສັງຄົມ.

ທ່ານປະທານປະເທດ ກໍ່ຊີ້ແຈ້ງວ່າ ພັກ, ລັດຍາມໃດກໍ່ເອົາໃຈໃສ່ເຖິງພໍ່ແມ່ປະຊາຊົນຊາວຫວຽດນາມ ຢູ່ຕ່າງປະເທດ; ໃນນັ້ນມີພໍ່ແມ່ປະຊາຊົນທີ່ຢູ່ກູບາ. ທ່ານປະທານປະເທດ ໄດ້ຕັກເຕືອນພະນັກງານ, ພາລະກອນສະຖານທູດຄວນສູ້ຊົນສ້າງແບບຢ່າງສະຖານທູດ; ສາມັກຄີ; ມີການປະກອບສ່ວນຢ່າງແທດຈິງເຂົ້າໃນການປົກປັກຮັກສາ, ເພີ່ມພູນຄູນສ້າງ ແລະນຳສາຍພົວພັນມິດຕະພາບແບບພິເສດ ແລະຍິ່ງໃຫຍ່ລະຫວ່າງປະຊາຊົນສອງປະເທດ ຫວຽດນາມ-ກູບາ ໃຫ້ພັດທະນາເຂັ້ມແຂງກວ່າອີກໃນອະນາຄົດ, ສົມກັບຄວາມລໍຄອຍຂອງພັກ, ລັດ ແລະປະຊາຊົນສອງປະເທດ.

la.qdnd.vn

ເຫດການ
302 Found

Found

The document has moved here.