ເຈື່ອງ​ຊາ ເຊື່ອມ​ຕໍ່​ບັນ​ດາ​ຫົວ​ໃຈ​ຢູ່​ໄກ​ບ້ານ​ເກີດ​ເມືອງນອນ

08:00 | 21/09/2021

ຍ​ສ​ໝ - ບັນ​ດາ​ການ​ລົງ​ພຶດ​ຕິ​ກຳ​ຕົວ​ຈິງ ຢູ່​ເຂດ​ໝູ່​ເກາະ​ແມ່ນ​ກຳ​ລັງ​ໃຈ​ເພື່ອ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ໄກ​ບ້ານ​ເກີດ​ເມືອງນອນ ກໍ່​ມີ​ບັນ​ດາ​ການ​ກະ​ທຳ​ຢ່າງ​ລະ​ອຽດ ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັກ​ສາ​ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ.

ເກາະ​ເຈື່ອງ​ຊາ ຮ່ວມ​ແຮງ​ຮ່ວມ​ໃຈ​ກັບ​ທົ່ວ​ປະ​ເທດ ໃນ​ການ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ເກາະ​ເຈື່ອງ​ຊາ ຮ່ວມ​ແຮງ​ຮ່ວມ​ໃຈ​ກັບ​ທົ່ວ​ປະ​ເທດ ໃນ​ການ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ການ​ບໍ​ລິ​ການ​ພະ​ລາ​ທິ​ການ​ໃຫ້​ແກ່​ອາ​ຊີບ​ຫາ​ປາ​ຢູ່​ໝຸ່​ເກາະ​ເຈື່ອງ​ຊາ ການ​ບໍ​ລິ​ການ​ພະ​ລາ​ທິ​ການ​ໃຫ້​ແກ່​ອາ​ຊີບ​ຫາ​ປາ​ຢູ່​ໝຸ່​ເກາະ​ເຈື່ອງ​ຊາ
ເຈື່ອງ​ຊາ ເຊື່ອມ​ຕໍ່​ບັນ​ດາ​ຫົວ​ໃຈ​ຢູ່​ໄກ​ບ້ານ​ເກີດ​ເມືອງນອນ
ພາບ​ປະ​ກອບ: baoquocte.vn

ໂດຍແມ່ນ​ສະ​ມາ​ຊິກ​ຂອງ ຄະ​ນະ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ທີ່ໄດ້​ໄປ​ຢ້ຽມ​ຢາມ​ເໝາະ​ເກາະ​ເຈື່ອງ​ຊາ ໃນ​ປີ 2018, ນາງ ຫ້ຽວ Constant, ແມ່ນ​ນັກ​ປະ​ພັນ​ຊາວ​ຫວຽດ​ນາມ ທີ່ພວມ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່ ຝ​ລັ່ງ​ ໄດ້​ຂຽນ​ໃນ​ເລື່ອງ​ລາວ​ທີ່​ມີ​ຊື່​ວ່າ “ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ກັບ​ຮ່​ວາງ​ຊາ” ໂດຍສຳ​ນັກ​ພິມ​ຈຳ​ຍໜ່າຍ ເຢິນ​ຈີ ຫາ​ກໍ່​ໄດ້ພິມອອກ​ໃນ​ເດືອນ​ພຶດ​ສະ​ພາ ປີ 2021: ເຈື່ອງ​ຊາ, ສອງຄຳ​ທີ່​ຮັກ​ແພງ, ຍາມ​ໃດ​ກໍ່ດັງກ້ອງ​ຢູ່​ໃນ​ໃຈ​ຂອງ​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ແຕ່​ລະ​ຄົນ, ເປັນ​ຕົ້ນ​ແມ່ນ​ຜູ້​ຢູ່​ໄກ​ກັບ​ບ້ານ​ເກີດ​ເມືອງນອນ. ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ທຸກຄົນທີ່ ພວກ​ຂ້າ​ພະ​ເຈົ້າມີ​ຄວາມ​ໂຊກ​ດີ​ເມື່ອ​ໄດ້​ສຳ​ພາດ, ຜູ້​ໃດ​ກໍ່​ອາ​ສາ​ສະ​ໝັກຜັນຕົນເອງເປັນຜູ້ໂຄ​ສະ​ນາ​ເຜີຍ​ແຜ່​ຂ່າວ, ເພື່ອ​ແຜ່​ກະ​ຈາຍ​ບັນ​ດາ​ສິ່ງ​ທີ່​ຕົນ​ເອງ​ໄດ້​ເຫັນ​ໄດ້​ຟັງກ່ຽວ​ກັບ​ອະ​ທິ​ປະ​ໄຕ​ອັນ​ສັກ​ກະ​ລະ​ບູ​ຊາຂອງເຂດ​ທະ​ເລ​ໝູ່ະ​ເກາະ... ພ້ອມ​ກັບ​ພໍ່​ແມ່​ປ​ະ​ຊາ​ຊົນ ແລະ ນັກ​ຮົບ​ພາຍ​ໃນ​ປະ​ເທດ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດໄດ້​ຕັດ​ສິນ​ໃຈ​ຮ່ວມ​ແຮງ​ຮ່ວມ​ໃຈກັນ​ປະ​ກອບ​ສ່ວນ​ເພື່ອ​ປົກ​ປ້ອງ​ອະ​ທິ​ປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ​ ແລະ ຜືນ​ແຜ່ນ​ດິນ​ຂອງ​ປະ​ເທດ​ຊາດຢ່າງ​ໝັ້ນ​ແກ່ນ.

ເດືອນ​ພຶດ​ສະ​ພາ 2014, ເມື່ອ​ຈີນ ສ້າງຮ້ານ​ເຈາະ​ນ້ຳມັນ ໄຮຢາງ 981 ແບບ​ຜິດ​ກົດ​ໝາຍ​ຢູ່​ເຂດ​ເສດ​ຖະ​ກິດ​ພິ​ເສດ, ຜືນ​ແຜ່ນ​ດິນ​ຂອງ ຫວຽດ​ນາມ, ມີ​ຊາວ​ຫວຽດ​ນາມ ນັບ​ພັນ​ຄົນ ໄດ້​ພ້ອມ​ກັນ​ລົງ​ຖະ​ໜົນ​ເດີນ​ຂະ​ບວນ​ປະ​ທ້ວງ ຜ່ານ​ບັນ​ດາ​ເສັ້ນ​ທາງ​ຢູ່ ໂຕ​ກຽວ (ຍີ່​ປຸ່ນ), ແບກ​ລິນ (ເຢຍ​ລະ​ມັນ), ປ​ຣາ​ຮາ (ສ.ເຊັກ​ໂກ) ແລະ ຫຼາຍ​ແຫ່ງ​ໃນ​ໂລກ ເພື່ອ​ຄັດ​ຄ້ານ​ການ​ກະ​ທຳ​ຂອງ ຈີນ, ຮ້ອງໂຮຄຳ​ຂວັນ “ເຈື່ອງ​ຊາ, ຮ່​ວາງ​ຊາ ​ແມ່ນ​ຂອງ ຫວຽດ​ນາມ” ດັງກ້ອງໄປທົ່ວ.

ນັບ​ແຕ່​ເມື່ອ​ກ່ອນ, ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ ​ຍາມ​ໃດ​ກໍ່​ຮ່ວມ​ເດີນ​ທາງ​ກັບ​ປະ​ຊາ​ຊົນທົ່ວ​ປະ​ເທດ, ປະ​ກອບ​ສ່ວນ​ບໍ່​ແມ່ນ​ໜ້ອຍ​ໃຫ້​ແກ່​ພາລະກິດແຫ່ງການ​ຕໍ່​ສູ້​ປົກ​ປ້ອງ​ອະ​ທິ​ປະ​ໄຕ​ທະ​ເລ​ໝູ່​ເກາະ​ຂອງປະ​ເທດ​ຊາດ, ພິ​ເສດ​ແມ່ນ​ເມື່ອ​ບັນ​ດາ​ການ​ຂັດ​ແຍ້ງ​ກັນ​ກ່ຽວ​ກັບ​ເຂດ​ທະ​ເລ​ຕາ​ເວັນ​ອອກ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ນັບ​ມື້​ນັບມີຫຼາຍ​ງານ​ວາງ​ສະ​ແດງ, ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບທະ​ເລ​ຕາ​ເວັນ​ອອກ ເຊິ່ງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ໄດ້ຈັດ​ຕັ້ງ​ຢູ່ ຝ​ລັ່ງ, ສ.ເກົາຫຼີ, ໂປ​ໂລຍ ແລະ ຫຼາຍ​ປະ​ເທດ​ອື່ນໆອີກ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ມີ​ສ່ວນ​ບຸກ​ຄົນ, ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ໄດ້​ປະ​ຕິ​ບັດ​ການ​ປະ​ກອບສ່ວນ​ເງິນ​ຄຳ ແລະ ສິນ​ຄ້າ​ທີ່​ມີ​ຄ່າ ນັບ​ຕື້​ດົ່ງ ເພື່ອ​ສະ​ໜັບ​ສະ​ໜູນ​ໃຫ້​ແກ່​ກຳ​ລັງ​ທະ​ຫານ​ເຮືອທີ່ປະ​ຕິ​ບັດ​ວຽກ​ງານຢູ່​ໝູ່​ເກາະ​ເຈື່ອງ​ຊາ ແລະ ເຮື​ອນ​ຮ້ານຂຸດເຈາະຢູ່ທະເລ.

ໃນ​ຈຳ​ນວນ​ບັ​ນດ​າ​ສ່ວນ​ບຸກ​ຄົນ ແລະ ໝູ່​ຄະ​ນະທີ່​ພວມ​ມາ​ນະ​ພະ​ຍ​າ​ຍາມ​ຕໍ່​ສູ້​ເພື່ອ​ອະ​ທິ​ປະ​ໄຕ​ທະ​ເລ​ໝູ່​ເກາະນັ້ນ, ມີຫຼາຍ​ຄົນ​ໄດ້​ໄປ​ເຖິງ​ເຈື່ອງ​ຊາ, ເຂົ້າ​ຮ່ວມ​ຂະ​ບວນ​ການ ເຊິ່ງ​ພວກ​ຂ້າ​ພະ​ເຈົ້າ​ຍັງ​ໄດ້​ເອີ້ນ​ວ່າ “ຂະ​ບວນ​ການ​ຂອງ​ຫົວ​ໃຈ”. ເປັນ​ຕົ້ນ​ແມ່ນ​ບັນ​ດາ​ການ​ລົງ​ພຶດ​ຕິ​ກຳ​ຕົວ​ຈິງຢູ່​ເຂດ​ໝູ່​ເກາະ ທີ່​ເຕັມ​ໄປ​ດ້ວຍກະແສຟອງໃຫຍ່ລົມແຮງ ໄດ້​ກາຍ​ເປັນ​ແຫຼ່ງ​ບັນ​ດານ​ໃຈ, ແມ່ນ​ກຳ​ລັງ​ໜູນ​ເພື່ອ​ໃຫ້ປະ​ຊາ​ຄົມ​ຊາວ​ຫວຽດ​ນາມທີ່ຢູ່​ໄກ​ກັບ​ປະ​ເທດ​ຊາດ ພ້ອມ​ແລ້ວ​ທີ່​ຈະ​ອອກ​ສຽງ ແລະ ມີ​ບັນ​ດາ​ການ​ກະ​ທຳ​ລະ​ອຽດ​ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນຂອງປະ​ເທດ​ຊາດ.

ຄະ​ນະ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ມາ​ຢາມ ເຈື່ອງ​ຊາ ແລະ ເຮືອນຮ້ານຂຸດເຈາະ DK1 ແມ່ນ​ການ​ເຄື່ອນ​ໄຫວ​ປະ​ຈຳ​ປີໂດຍ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ ກ່ຽວ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແລະ ກອງ​ບັນ​ຊາ​ການ​ທະ​ຫານ​ເຮືອ​ສົມ​ທົບ​ກັນ​ຈັດ​ຕັ້ງ ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ໃຫ້ພໍ່​ແມ່​ປະ​ຊາ​ຊົນ​ໄດ້​ເຫັນ​ປະ​ຈັກ​ຕ​າຊີ​ວິດ​ການ​ເປັນ​ຢູ່ ຂອງ ທະ​ຫານ ແລະ ປະ​ຊາ​ຊົນ​ບົນ​ໝູ່​ເກາະ ເຈື່ອງ​ຊາ. ການ​ເດີນ​ທາງໄປ​ຄັ້ງ​ທຳ​ອິດ ໄດ້​ປະ​ຕິ​ບັດ​ໃນ​ປີ 2012, ມາ​ຮອດ​ປັດ​ຈຸ​ບັນ ໄດ້​ມີ​ 8 ຄະ​ນະ​ປະ​ຕິ​ບັດ​ງານໄດ້​ຈັດ​ຕັ້ງ​ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ກ່​ວາ 500 ຄົນ ຈາກຫຼາຍ​ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ. ບັນ​ດາ​ການ​ຢ້ຽມ​ຢາມ​ເຈື່ອງ​ຊາ ແລະ ເຮືອນຮ້ານຂຸດເຈາະ DK1 ໄດ້​ສ້າງເປັນ​ເສັ້ນ​ທາງ​ເຊື່ອມ​ຕໍ່​ຢ່າງ​ໝັ້ນ​ແກ່ນກັບ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມດ້ວຍ​ກັນ ແລະ ກັບ​ປະ​ເທດ​ຊາດ, ກາຍ​ເປັນ​ເຫດ​ການ​ປະ​ຈຳ​ປີ ທີ່​ໄດ້​ຮັບ​ຄວາມ​ລໍ​ຄອຍ​ສຳ​ລັບ​ຊາວ​ຫວຽດ​ນາມ ທີ່ຢູ່​ໄກ​ບ້ານ​ເກີດ​ເມືອງນອນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.