ຊາວຫວຽດນາມຢູ່ຕ່າງປະເທດສືບຕໍ່ສະໜັບສະໜູນ ຫຼາຍກວ່າ 1 ຕື້ດົ່ງເພື່ອປ້ອງກັນການລະບາດຂອງພະຍາດໂຄວິດ -19

20:00 | 18/09/2021

ຍສໝ - ມາຮອດປະຈຸບັນ, ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດໄດ້ສົ່ງເງິນກວ່າ 60 ຕື້ດົ່ງ ພ້ອມກັບອຸປະກອນການແພດ ແລະ ຜະລິດຕະພັນຫຼາຍຢ່າງ ເພື່ອໜູນຊ່ວຍວຽກງານປ້ອງກັນ, ຄວບຄຸມໂລກລະບາດພາຍໃນປະເທດ.

ນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອຫວຽດນາມດ້ວຍຢາວັກຊີນປ້ອງກັນພະຍາດໂຄວິດ -19 ຫຼາຍກວ່າ 3 ລ້ານໂດສ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອຫວຽດນາມດ້ວຍຢາວັກຊີນປ້ອງກັນພະຍາດໂຄວິດ -19 ຫຼາຍກວ່າ 3 ລ້ານໂດສ
ກະຊວງສາທາລະນະສຸກຫວຽດນາມ ຮຽກຮ້ອງໃຫ້ 5 ທ້ອງຖິ່ນປະຕິບັດສຳເລັດການສັກວັກຊິນກັນໂຄວິດ - 19 ເຂັມທີ 1 ກ່ອນວັນທີ 15 ກັນຍາ ກະຊວງສາທາລະນະສຸກຫວຽດນາມ ຮຽກຮ້ອງໃຫ້ 5 ທ້ອງຖິ່ນປະຕິບັດສຳເລັດການສັກວັກຊິນກັນໂຄວິດ - 19 ເຂັມທີ 1 ກ່ອນວັນທີ 15 ກັນຍາ
ພາບປະກອບ
ພາບປະກອບ

ທ່ານຮອງນາຍົກລັດຖະມົນຕີ ຟ້າມກວາງຫ້ຽວ ຕາງໜ້າໃຫ້ປະຊາຄົມຊາວຫວຽດນາມ ຢູ່ ອາເມລິກາ, ອັງກິດ, ຍີ່ປຸ່ນ ແລະ ຢູແກຼນ ມອບຈຳນວນເງິນກ່ວາ 1 ຕື້ດົ່ງໃຫ້ແກ່ແນວໂຮມປະເທດຊາດຫວຽດນາມເພື່ອໜູນຊ່ວຍວຽກງານປ້ອງກັນ, ຄວບຄຸມໂລກລະບາດພາຍໃນປະເທດ.

ວັນທີ 16 ກັນຍາ, ຢູ່ຮ່າໂນ້ຍ, ພິທີເປີດຕົວເວັບໄຊ ຂໍ້ມູນເອເລັກໂຕນິກ ຂອງອະນຸກໍາມະການຂົນຂວາຍ ແລະ ລະດົມສັງຄົມ ຂຶ້ນກັບຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ -19. ທີ່ພິທີ, ທ່ານຮອງລັດຖະມົນຕີການຕ່າງປະເທດ - ຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ (ຄະນະກຳມະການ) ຟ້າມກວາງຫ້ຽວ ໄດ້ມອບຈຳນວນເງິນກ່ວາ 1 ຕື້ດົ່ງໃຫ້ແກ່ແນວໂຮມປະເທດຊາດຫວຽດນາມເພື່ອໜູນ ຊ່ວຍວຽກງານປ້ອງກັນ, ຄວບຄຸມໂລກລະບາດພາຍໃນປະເທດ.

ເນື່ອງໃນໂອກາດນີ້, ທ່ານຮອງລັດຖະມົນຕີໄດ້ສົ່ງຈົດໝາຍສະແດງຄວາມຂອບອົກຂອບໃຈຕໍ່ການປະກອບສ່ວນຂອງປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດໃນຕະຫຼອດໄລຍະຜ່ານມາ.

ມາຮອດປະຈຸບັນ, ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດໄດ້ສົ່ງເງິນກວ່າ 60 ຕື້ດົ່ງ ພ້ອມກັບອຸປະກອນການແພດ ແລະ ຜະລິດຕະພັນຫຼາຍຢ່າງ ເພື່ອໜູນຊ່ວຍວຽກງານປ້ອງກັນ, ຄວບຄຸມໂລກລະບາດພາຍໃນປະເທດ. ນັກທຸລະກິດ, ນັກປັນຍາຊົນຫວຽດນາມຢູ່ຕ່າງປະເທດຫຼາຍຄົນໄດ້ເຂົ້າຮ່ວມໃນການສະເໜີ ຂໍ້ລິເລີ່ມ ແລະ ວິທີແກ້ໄຂເພື່ອຄວບຄຸມການລະບາດຂອງພະຍາດ ແລະ ພັດທະນາເສດຖະກິດ - ສັງຄົມໃນສະຖານະການໃໝ່.

ໂດຍຕາງໜ້າໃຫ້ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ, ທ່ານຮອງລັດຖະມົນຕີ ຟ້າມກວາງຫ້ຽວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດທີ່ໄດ້ແບ່ງປັນໃຫ້ກັບພໍ່ແມ່ປະຊາຊົນພາຍໃນປະເທດ, ພ້ອມກັນນັ້ນ ກໍໄດ້ສະແດງຄວາມປາດຖະໜາວ່າ ຊາວຫວຽດນາມຢູ່ຕ່າງປະເທດ ແລະ ເພື່ອນມິດໃນທົ່ວໂລກ ຈະສືບຕໍ່ຮ່ວມມືກັນ, ມີສ່ວນຮ່ວມໃນໂຄງການ “ລ້ານດວງໃຈທີ່ມີຄວາມເມດຕາຕໍ່ປະເທດຊາດ” ໂດຍຄະນະກຳມະການ ເປັນຜູ້ລິເລີ່ມ.

ເພື່ອໃຫ້ຜູ້ໃຈບຸນເຂົ້າເຖິງ ແລະ ໜູນຊ່ວຍ ການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໄດ້ງ່າຍຂຶ້ນ, ຄະນະອະນຸກຳມະການຂົນຂວາຍ ແລະ ລະດົມສັງຄົມ ເພື່ອໄດ້ເປີດຕົວລະບົບປະກອບສ່ວນທາງອອນໄລ ຢ່າງເປັນທາງການ ຜ່ານທີ່ຢູ່ຕໍ່ໄປນີ້: http://vandongxahoi.mattran.org.vn./

ໄຊພອນ

ເຫດການ
302 Found

Found

The document has moved here.