ເລີ່ມ​ສົ່ງ​ເສີມ​ການ​ເປີດ​ປະ​ຕູ​ຮັບ​ແຂກ​ທ່ອງ​ທ່ຽວ ຢູ່​ຝູກວັກ

17:12 | 08/10/2021

ເປົ້າໝາຍແຂກທ່ອງທ່ຽວໃນເປີດປະຕູຄັ້ງນີ້ ຢູ່ເກາຝູກວັກ ແມ່ນແຂກທ່ອງທ່ຽວສາກົນທີ່ມາຈາກຕະຫຼາດທີ່ມີຄວາມສາມາດບົ່ມຊ້ອມ, ມີຄວາມປອດໄພສູງກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ບາງປະເທດເອີລົບ, ຕາເວັນອອກກາງ ຄື: ອາເມລິກາ, ສ.ເກົາຫຼີ, ອິນເດຍ, ຈີນ, ໄຕ້ຫວັນ (ຈີນ), ຮົ່ງກົງ (ຈີນ), ລັດເຊຍ, ອີຕາລີ, ອົດສະຕາລີ.

ຫວຽດ​ນາມ ຈະ​ປະ​ກາດ​ໃຊ້​ຊຸດມາດ​ຖານ​ກ່ຽວ​ກັບ​ ປ​າດ​ສະ​ປໍ​ວັກ​ຊິນ ເພື່ອ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ ຫວຽດ​ນາມ ຈະ​ປະ​ກາດ​ໃຊ້​ຊຸດມາດ​ຖານ​ກ່ຽວ​ກັບ​ ປ​າດ​ສະ​ປໍ​ວັກ​ຊິນ ເພື່ອ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ
ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຟ້າມ​ມິງ​ຈິງ ສົ່ງ​ຈົດ​ໝາຍ​ຂອບ​ໃຈ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລີ ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ວັກ​ຊິນ ແລະ ອຸ​ປະ​ກອນ​ການ​ແພ​ດ​ໃຫ້​ແກ່ ຫວຽດ​ນາມ ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຟ້າມ​ມິງ​ຈິງ ສົ່ງ​ຈົດ​ໝາຍ​ຂອບ​ໃຈ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລີ ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ວັກ​ຊິນ ແລະ ອຸ​ປະ​ກອນ​ການ​ແພ​ດ​ໃຫ້​ແກ່ ຫວຽດ​ນາມ
ພາບປະກອບ
ພາບປະກອບ

ຕອນບ່າຍວັນທີ 7 ຕຸລາ, ຄະນະກຳມະການປະຊາຊົນ ແຂວງກຽນຢາງ ໄດ້ສົມທົບກັບກົມໃຫຍ່ການທ່ອງທ່ຽວ ຈັດກອງປະຊຸມທາງໄກ ກ່ຽວກັບວຽກງານໂຄສະນາ, ສົ່ງເສີມການເປີດປະຕູຮັບແຂກທ່ອງທ່ຽວສາກົນ ຢູ່ຝູກວັກ. ວຽກງານສົ່ງເສີມ, ໂຄສະນາພາບພົດເຄື່ອງໝາຍການຄ້າການທ່ອງທ່ຽວ ຝູກວັກ - ກຽນຢາງ ໄດ້ຊ່ວຍສ້າງຄວາມໄວ້ເນື້ອເຊື່ອໃຈ ໃນປະຊາຄົມ ກ່ຽວກັບການສ້າງການເຄື່ອນໄຫວລກປ່ຽນການຄ້າທັງຢູ່ພາຍໃນ ແລະ ຕ່າງປະເທດຄືນໃໝ່ໂດຍໄວ, ກົມກືນໄປກັບເປົ້າໝາຍພັດທະນາເສດຖະກິດນັ້ນແມ່ນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ຕາມທ່ານນາງ ກ໋ວາງຊວັນລົ້ວ ຮອງຫົວໜ້າພະແນກທ່ອງທ່ຽວ ແຂວງ ກຽນຢາງ ແລ້ວ, ເພື່ອກະກຽມການຜັນຂະຫຍາຍແຜນການທົດລອງຕ້ອນຮັບແຂກທ່ອງທ່ຽວສາກົນມາທ່ຽວຢູ່ຝູກວັກ, ຍຸດທະສາດວັກຊິນກັນໂຄວິດ - 19 ໃຫ້ສຳເລັດກໍ່ພວມໄດ້ຮັບການຜັນຂະຫຍາຍ ຢູ່ທ້ອງຖິ່ນໂດຍໄວ. ທ່ານນາງ ກ່າວວ່າ:

ທາງແຂວງໄດ້ປະຕິບັດສຳເລັດການສັກວັກຊິນເຂັມທີ 1 ໃຫ້ແກ່ປະຊາຊົນໝົດທຸກຄົນ ທີ່ມີອາຍຸແຕ່ 18 ປີຂຶ້ນໄປ ຢູ່ ເກາະຝູກວັກແລ້ວ. ມາຮອດທ້າຍເດືອນຕຸລາ, ຕົ້ນເດືອນພະຈິກ ຈະປະຕິບັດໃຫ້ສຳເລັດການສັກເຂັມທີ 2. ທາງແຂວງກໍ່ພວມຍູ້ໄວວຽກງານກະກຽມກ່ຽວກັບກຳລັງທາງການແພດ, ກຽມພ້ອມດ້ານບຸກຄະລາກອນ, ວັດຖຸອຸປະກອນ, ຄວາມສາມາດໃນການວິໄຈຫາເຊື້ອ ແລະ ບັນດາວິທີການຮັກສາຄວາມປອດໄພໃນການປ້ອງກັນ, ຕ້ານໂລກລະບາດ, ແກ້ໄຂເຫດທີ່ເກີດຂຶ້ນຢູ່ທ້ອງຖິ່ນ. ຄາດວ່າຮອດວັນທີ 20 ພະຈິກ ປີ 2021 ຈະເລີ່ມເຄື່ອນໄຫວຂັ້ນຕອນຮັບແຂກທ່ອງທ່ຽວ ເພື່ອຮັບປະກັນຕາມແຜນການທີ່ໄດ້ວາງອອກ.

ເປົ້າໝາຍແຂກທ່ອງທ່ຽວໃນເປີດປະຕູຄັ້ງນີ້ ຢູ່ເກາຝູກວັກ ແມ່ນແຂກທ່ອງທ່ຽວສາກົນທີ່ມາຈາກຕະຫຼາດທີ່ມີຄວາມສາມາດບົ່ມຊ້ອມ, ມີຄວາມປອດໄພສູງກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ບາງປະເທດເອີລົບ, ຕາເວັນອອກກາງ ຄື: ອາເມລິກາ, ສ.ເກົາຫຼີ, ອິນເດຍ, ຈີນ, ໄຕ້ຫວັນ (ຈີນ), ຮົ່ງກົງ (ຈີນ), ລັດເຊຍ, ອີຕາລີ, ອົດສະຕາລີ.

vovworld.vn

ເຫດການ
302 Found

Found

The document has moved here.