ກອງປະຊຸມໃຫຍ່ຜູ້ແທນຊາວຫວຽດນາມຢູ່ Fukuoka

09:00 | 29/09/2021

ຍສໝ - ໃນອາຍຸການທີສອງ (2021-2023), AVF ໄດ້ ສຸມໃສ່ເຂົ້າໃນບັນດາກິດຈະກໍາເພື່ອສ້າງຊຸມຊົນທີ່ເຂັ້ມແຂງ ແລະ ມີຄວາມສາມັກຄີ.

ຊາວຫວຽດນາມຢູ່ຮົງກາລີ ໄດ້ສົ່ງອຸປະກອນການແພດ 12,5 ໂຕນ ເພື່ອຕໍ່ສູ້ກັບການລະບາດຂອງພະຍາດ ຊາວຫວຽດນາມຢູ່ຮົງກາລີ ໄດ້ສົ່ງອຸປະກອນການແພດ 12,5 ໂຕນ ເພື່ອຕໍ່ສູ້ກັບການລະບາດຂອງພະຍາດ
ຫວຽດນາມ ຄ່ອຍໆດຳລົງຊີວິດກັບການແຜ່ລະບາດຂອງພະຍາດ COVID-19 ເທື່ອລະກ້າວ ຫວຽດນາມ ຄ່ອຍໆດຳລົງຊີວິດກັບການແຜ່ລະບາດຂອງພະຍາດ COVID-19 ເທື່ອລະກ້າວ
ກອງປະຊຸມໃຫຍ່ຜູ້ແທນຊາວຫວຽດນາມຢູ່ Fukuoka
ກອງປະຊຸມໃຫຍ່ຜູ້ແທນຊາວຫວຽດນາມຢູ່ Fukuoka. ພາບ:TTXVN

ສະມາຄົມຊາວຫວຽດນາມຢູ່ນະຄອນ Fukuoka, ປະເທດຍີ່ປຸ່ນ (AVF) ໄດ້ຈັດກອງປະຊຸມໃຫຍ່ຜູ້ແທນຄັ້ງທີ 2 ແລະ ໄດ້ເລືອກຕັ້ງຄະນະບໍລິຫານງານຊຸດໃໝ່, ອາຍຸການ 2021-2023, ໂດຍ ທ່ານ ຫງວຽນຢຸຍແອງ, ຜູ້ອຳນວຍການສະຖາບັນພາສາຍີ່ປຸ່ນ GAG ເປັນປະທານ.

ໂດຍໄດ້ສ້າງຕັ້ງຂຶ້ນໃນເດືອນກັນຍາ 2019, AVF ໄດ້ຕອບສະໜອງຄວາມປາຖະໜາຂອງຄົນຫວຽດນາມຫຼາຍລຸ້ນຄົນທີ່ຢາກມີອົງການຕົວແທນເປັນທາງການຂອງຊຸມຊົນຊາວຫວຽດນາມຢູ່ໃນແຂວງ Fukuoka ແລະ ພາກພື້ນ.

ໃນອາຍຸການທໍາອິດ, AVF ໄດ້ຈັດກິດຈະກໍາທີ່ມີຄວາມໝາຍຫຼາຍຢ່າງເພື່ອມຸ່ງໄປສູ່ຊຸມຊົນ ແລະ ເຮັດໃຫ້ມີສຽງດັງກ້ອງຢູ່ໃນເຂດ Kyushu ເຊັ່ນ: ບຸນປີໃໝ່ຫວຽດນາມຢູ່ Fukuoka 2020; ການແຂ່ງຂັນເວົ້າພາສາຍີ່ປຸ່ນ ສຳລັບນັກສຶກສາຝຶກງານ; ງານຕະຫຼາດນັດການກຸສົນແຫ່ງຮອຍຍິ້ມ; ການແຂ່ງຂັນກິລາບານເຕະ ແລະ ການເຄື່ອນໄຫວກິລາທີ່ມີຊື່ວ່າ Stronger ຫວຽດນາມ; ເປີດຂະບວນການສະໜັບສະໜູນກອງທຶນວັກຊີນ COVID-19...

ໃນອາຍຸການທີສອງ, AVF ໄດ້ສຸມໃສ່ເຂົ້າໃນບັນດາກິດຈະກໍາເພື່ອສ້າງປະຊາຄົມທີ່ເຂັ້ມແຂງ ແລະ ມີຄວາມສາມັກຄີ, ມຸ່ງໄປສູ່ບ້ານເກີດເມືອງນອນ ແລະ ປະກອບສ່ວນເຂົ້າໃນການພັດທະນາສາຍພົວພັນຫວຽດນາມ-ຍີ່ປຸ່ນ ເຊັ່ນ: ສ້າງເວັບໄຊຂອງ AVF ເພື່ອເປີດກວ້າງຊ່ອງທາງການເຊື່ອມຕໍ່ ແລະ ການໜູນຊ່ວຍຊຸມຊົນ.

ໄຊພອນ

ເຫດການ
302 Found

Found

The document has moved here.