ຊາວຫວຽດນາມຢູ່ຮົງກາລີ ໄດ້ສົ່ງອຸປະກອນການແພດ 12,5 ໂຕນ ເພື່ອຕໍ່ສູ້ກັບການລະບາດຂອງພະຍາດ

14:40 | 28/09/2021

ຍສໝ - ສະມາຄົມຊາວຫວຽດນາມຢູ່ ຮົງກາລີ ໄດ້ມອບອຸປະກອນການແພດເກືອບ 12,5 ໂຕນ ທີ່ມີມູນຄ່າ 380.000 ໂດລາສະຫະລັດ ໃຫ້ສະຖານທູດຫວຽດນາມ ເພື່ອສະໜັບສະໜູນບ້ານເກີດເມືອງນອນ ໃນການຕ້ານກັບການລະບາດຂອງພະຍາດໂຄວິດ -19.

ອຸດໜູນກວ່າ 7 ຕື້ດົ່ງໃຫ້ແມ່ຍິງປະສົບຄວາມຫຍຸ້ງຍາກ, ເດັກນ້ອຍຕິດພະຍາດອັນຕະລາຍ ອຸດໜູນກວ່າ 7 ຕື້ດົ່ງໃຫ້ແມ່ຍິງປະສົບຄວາມຫຍຸ້ງຍາກ, ເດັກນ້ອຍຕິດພະຍາດອັນຕະລາຍ
ບັນດາອົງການຈັດຕັ້ງບໍ່ຂື້ນກັບລັດຖະບານຕ່າງປະເທດ ຮ່ວມແຮງຮ່ວມໃຈກັບສະຫະພັນມິດຕະພາບດົ່ງນາຍເພື່ອປ້ອງກັນ ແລະຄວບຄຸມພະຍາດໂຄວິດ -19 ບັນດາອົງການຈັດຕັ້ງບໍ່ຂື້ນກັບລັດຖະບານຕ່າງປະເທດ ຮ່ວມແຮງຮ່ວມໃຈກັບສະຫະພັນມິດຕະພາບດົ່ງນາຍເພື່ອປ້ອງກັນ ແລະຄວບຄຸມພະຍາດໂຄວິດ -19

ໂດຍຕອບສະໜອງກັບໂຄງການ “ຮ່ວມແຮງຮ່ວມໃຈເພື່ອສະໜັບສະໜູນ ແລະ ຊ່ວຍເຫຼືອບ້ານເກີດເມືອງນອນຫວຽດນາມ ໃນການຕ້ານກັບການລະບາດຂອງພະຍາດໂຄວິດ -19” ທີ່ລິເລີ່ມໂດຍສະມາຄົມຊາວຫວຽດນາມຢູ່ຮົງກາລີ ໃນເດືອນສິງຫາປີ 2021, ທ່ານ ວູກຸຍເຢຶ່ອງ - ນັກທຸລະກິດຫວຽດນາມຄົນໜຶ່ງ, ໄດ້ປະກອບສ່ວນອຸປະກອນການແພດ ເກືອບ 12,5 ໂຕນ ໃຫ້ສຳລັບການຊ່ວຍເຫຼືອດ້ານການປິ່ນປົວ, ລວມທັງໝົດປະມານ 380,000 ໂດລາສະຫະລັດ.

ຊາວຫວຽດນາມຢູ່ຮົງກາລີ ໄດ້ສົ່ງອຸປະກອນການແພດ 12,5 ໂຕນ ເພື່ອຕໍ່ສູ້ກັບການລະບາດຂອງພະຍາດ
ຊາວຫວຽດນາມຢູ່ຮົງກາລີ ໄດ້ສົ່ງອຸປະກອນການແພດ 12,5 ໂຕນ ເພື່ອຕໍ່ສູ້ກັບການລະບາດຂອງພະຍາດ. (ພາບ: baoquocte)

ໃນຖານະເປັນຜູ້ອຳນວຍການຂອງ VIMPEX, ວິສາຫະກິດຮົງກາລີຂະໜາດໃຫຍ່, ທ່ານ ວູກຸຍເຢຶ່ອງ ຍັງດຳລົງຕຳແໜ່ງເປັນປະທານສະມາຄົມຊາວຫວຽດນາມຢູ່ປະເທດຮົງກາລີ ແລະ ເປັນແບບຢ່າງຜູ້ໜຶ່ງທີ່ມີຄວາມຫ້າວຫັນໃນທຸກກິດຈະກຳຂອງຊຸມຊົນ.

ການສະໜັບສະໜູນຂອງ ທ່ານ ວູກຸຍເຢຶ່ອງ ປະກອບມີ ເຂັມສັກຢາ, ໜ້າກາກ KN95 ແລະ ຊຸດທົດສອບທາດປະຕິຊານ- ນີ້ລ້ວນແຕ່ເປັນອຸປະກອນການແພດທີ່ຈຳເປັນສຳລັບການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ -19 ຂອງປະເທດຊາດ.

ຈຳນວນເຄື່ອງເຫຼົ່ານີ້ ໂດຍສະມາຄົມໄດ້ມອບໃຫ້ສະຖານທູດຫວຽດນາມ ປະຈຳຮົງກາລີ ເພື່ອສົ່ງກັບຄືນປະເທດ.

ກ່າວຄຳເຫັນທີ່ພິທີ, ທ່ານ ວູກຸຍເຢຶ່ອງ ໄດ້ແບ່ງປັນວ່າ ລາວຖືວ່າການປະກອບສ່ວນຂອງຕົນໃຫ້ກັບບ້ານເກີດເມືອງນອນ ແມ່ນນ້ຳໃຈຂອງລູກຫຼານຊາວຫວຽດນາມ ເມື່ອເຫັນປະເທດ ແລະ ປະຊາຊົນປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.