ໂຮງ​ຮຽນ​ສອງ​ພາ​ສາ ລາວ - ຫວຽດ​ນາມ ຫງວຽນ​ຢູ ໄຂ​ສົກ​ຮຽນ​ໃໝ່ 2021 – 2022

06:25 | 16/09/2021

ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ຈັດຕັ້ງພິທີໄຂສົກຮຽນໃໝ່ 2021 – 2022 ແບບທາງໄກ ໃນຕອນເຊົ້າວັນທີ 15 ກັນຍາ.

ຈີນ​ນຳ​ເຂົ້າໝາກ​ມັງ​ກອນ ແລະ ໝາກ​ກ້ວຍ​ຫວຽດ​ນາມ ຄືນ​ໃໝ່ ຈີນ​ນຳ​ເຂົ້າໝາກ​ມັງ​ກອນ ແລະ ໝາກ​ກ້ວຍ​ຫວຽດ​ນາມ ຄືນ​ໃໝ່
ຫວຽດ​ນາມ ແລະ ຈີນ​ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຫວຽດ​ນາມ ແລະ ຈີນ​ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ໂຮງ​ຮຽນ​ສອງ​ພາ​ສາ ລາວ - ຫວຽດ​ນາມ ຫງວຽນ​ຢູ ໄຂ​ສົກ​ຮຽນ​ໃໝ່ 2021 – 2022
ພິທີໄຂສົກຮຽນໃໝ່ 2021 - 2022 ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ (ພາບ: TTXVN)

ຕອນເຊົ້າວັນທີ 15 ກັນຍາ, ຢູ່ນະຄອນຫຼວງ ວຽງຈັນ, ປະເທດ ລາວ, ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ໄດ້ຈັດຕັ້ງພິທີໄຂສົກຮຽນໃໝ່ 2021 – 2022 ແບບທາງໄກ. ກ່າວຄຳເຫັນທີ່ພິທີ, ທ່ານນາງຜູ້ອຳນວຍການໂຮງຮຽນ ສີວັນເຮືອງ ເພັງຄຳໄມ ໃຫ້ຮູ້ວ່າ ໃນສົກຮຽນ 2020 – 2021, ເຖິງວ່າປະເຊີນໜ້າກັບໂລກລະບາດໂຄວິດ - 19 ກໍຕາມ ແຕ່ທາງໂຮງຮຽນ ຍາມໃດກໍມານະພະຍາຍາມຮັບປະກັນການສຶກສາຮ່ຳຮຽນຂອງນັກຮຽນບໍ່ຖືກຕັດຕອນ; ພ້ອມດຽວກັນນັ້ນ, ທາງໂຮງຮຽນ ກໍໄດ້ຂຶ້ນແຜນການ, ສູ້ຊົນບັນລຸຫຼາຍມາດຕະຖານການຮຽນ, ການສອນໃນສົກຮຽນ.

ໂດຍເຂົ້າຮ່ວມພີທີໄຂສົກຮຽນໃໝ່, ທ່ານ ເຈິ່ນດ້າຍຖັ໊ງ, ເລຂາຜູ້ທີໜຶ່ງ ສະຖານທູດ ຫວຽດນາມ ປະຈຳ ລາວ ຢັ້ງຢືນວ່າ ສະຖານທູດ ຫວຽດນາມ ປະຈຳ ລາວ ຍາມໃດກໍຮ່ວມເດີນທາງ, ສະໜັບສະໜູນໃຫ້ ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ບັນລຸຜົນງານທີ່ສູງກວ່າໃນໄລຍະຈະມາເຖິງ, ປະກອບສ່ວນເຂົ້າໃນການກໍ່ສ້າງໂຮງຮຽນໃຫ້ກາຍເປັນໂຮງຮຽນທີ່ດີຂອງຊາວ ຫວຽດນາມ ອາໄສ ຢູ່ ລາວ.

​vovworld.vn

ເຫດການ
302 Found

Found

The document has moved here.