ເດັກ​ນ້ອຍ​ເຊື້ອ​ຊາດ ຫວຽດ​ ຢູ່​ກຳ​ປູ​ເຈຍ ຕ້ອນ​ຮັບວັນ​ບຸນ​ໄຫວ້​ພະ​ຈັນ

19:45 | 25/09/2021

ຍ​ສໝ - ເຂົ້າ​ຮ່ວມ​ລາຍ​ການວັນ​ບຸນ​ໄຫວ້​ພະ​ຈັນ​ປີນີ້ ນອກ​ຈາກ​ພະ​ນັກ​ງານ, ພາ​ລະ​ກອນ​ສະ​ຖານ​ກົງ​ສູນ​ໃຫຍ່ແລ້ວ ກໍ່ຍັງ​ມີ​ຜູ້​ຕາງ​ໜ້າ​ສະ​ມາ​ຄົມຂະ​ແມ - ຫວຽດ​ນາມຂັ້ນ​ແຂວງ, ບໍ​ລິ​ສັດ Metfone (Viettel Cambodia) ແລະ ຜູ້​ໃຈ​ບຸນ​ໃຈ​ກຸສົນ​ຢູ່​ແຂວງ Preah Sihanouk.

ມອບເຂົ້າ​ໜົມວັນ​ບຸນ​ໄຫວ້​ພະ​ຈັນ​ໃຫ້​ແກ່​ບັນ​ດາ​ນ້ອງ​ນ້ອຍຢູ່​ໂຮງ​ໝໍ​ປິ່ນ​ປົວພະ​ຍາດ​ໂຄວິດ - 19 ​ກ່​ວາ 2.500 ກ້ອນ ມອບເຂົ້າ​ໜົມວັນ​ບຸນ​ໄຫວ້​ພະ​ຈັນ​ໃຫ້​ແກ່​ບັນ​ດາ​ນ້ອງ​ນ້ອຍຢູ່​ໂຮງ​ໝໍ​ປິ່ນ​ປົວພະ​ຍາດ​ໂຄວິດ - 19 ​ກ່​ວາ 2.500 ກ້ອນ
ງານ​ວາງ​ສະ​ແດງ​ທາງ​ໄກ “ວັນ​ບຸນ​ໄຫວ້​ພະ​ຈັນ​ເຕົ້​າ​ໂຮມ” ຢູ່​ພະລາຊະວັງ ​ທັງ​ລອງ ງານ​ວາງ​ສະ​ແດງ​ທາງ​ໄກ “ວັນ​ບຸນ​ໄຫວ້​ພະ​ຈັນ​ເຕົ້​າ​ໂຮມ” ຢູ່​ພະລາຊະວັງ ​ທັງ​ລອງ
ເດັກ​ນ້ອຍ​ເຊື້ອ​ຊາດ ຫວຽດ​ ຢູ່​ກຳ​ປູ​ເຈຍ ຕ້ອນ​ຮັບວັນ​ບຸນ​ໄຫວ້​ພະ​ຈັນ
ເດັກ​ນ້ອຍ​ເຊື້ອ​ຊາດ ຫວຽດ​ ຢູ່​ກຳ​ປູ​ເຈຍ ຕ້ອນ​ຮັບວັນ​ບຸນ​ໄຫວ້​ພະ​ຈັນ

ບັນ​ດາ​ລູກຫຼານ ແລະ ຜູ້​ແທນ​ເຂົ້າ​ຮ່ວມ​ໄດ້​ຮັບ​ຟັງ​ຈົດ​ໝາຍ​ສົ່ງເຖິງເຍົາ​ວະ​ຊົນ, ອະ​ນຸ​ຊົນ ທັງຢູ່ພາຍ​ໃນ ແລະ ຕ່​າງ​ປະ​ເທດ ຂອງ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ເນື່ອງ​ໃນ​ໂອ​ກາດວັນ​ບຸນ​ໄຫວ້​ພະ​ຈັນ, ບັນ​ດາ​ເລື່ອງ​ລາວ​ນິ​ຍາຍ, ຊົມບັນ​ດາ​ການ​ລາຍ​ການ​ສະ​ແດງ​ສິ​ລ​ະ​ປະ.

ເອື້ອຍ​ຄູ ຫງວຽນ​ທິ​ເຊືອງ, ຜູ້​ທີ່​ໄດ້​ອາ​ສາ​ສະ​ໝັກ​ສອນ​ພາ​ສາ​ຫວຽດ ໃຫ້​ແກ່​ບັນ​ດາ​ນ້ອງ​ນ້ອຍ​ອະ​ນຸ​ຊົນ​ເຊື້ອ​ຊາດ​ຫວຽດ​ ມາ​ເປັນ​ເວ​ລາຫຼາຍ​ປີຢູ່​ນະ​ຄອນ Preah Sihanouk ແບ່ງ​ປັນ​ວ່າ ໄປຄຽງ​ຄູ່​ກັບ​ບັນ​ດາ​ປຶ້ມຕຳລາ, ເລື່ອງ​ລາວ ເຊິ່ງ​ສຳ​ນັກ​ພິມ​ຈຳ​ໜ່າຍ ເຢິນ​ຈີ ມອ​ບ​ໃຫ້ໂດຍຜ່ານສະ​ຖານ​ກົງ​ສູນ​ໃຫຍ່, ເລື່ອງ​ບັນ​ດາ​ນ້ອງ​ນ້ອຍ​ເຍົາ​ວະ​ຊົນ, ອະ​ນຸ​ຊົນ​ເຂົ້າ​ຮ່ວມ​ບັນ​ດາ​ເຫດ​ການວັດ​ທະ​ນະ​ທຳ ໂດຍ​ສະ​ຖານ​ກົງ​ສູນ​ໃຫຍ່​ຈັດ​ຕັ້ງ​ກໍ່​ແມ່ນ​ກຳ​ລັງ​ໜູນ​ຊ່ວຍ​ໃຫ້​ບັນ​ດາ​ນ້ອງ​ນ້ອຍ​ຮັກ​ສາ​ສີ​ສັນ​ວັດ​ທະ​ນະ​ທຳ, ພາ​ສາ ຫວຽດ​ນາມ ໄວ້ໄດ້ ແລະ ຍາມ​ໃດ​ກໍ່​ອ່​ວາຍ​ໜ້າ​ເມືອ​ຫາ​ບ້ານ​ເກີດ​ເມືອງນອນ.

ທ່ານ ຫວູ​ງອກ​ລີ ຫົວ​ໜ້າ​ສະ​ຖານ​ກົງ​ສູນ​ໃຫຍ່ ໄດ້​ສະ​ເໜີ​ໃຫ້​ສະ​ມາ​ຄົມ​ຂະ​ແມ - ຫວຽດ​ນາມ ແລະ ບັນ​ດາ​ພໍ່​ແມ່​ຜູ້ປົກຄອງ​ ສ້າງ​ເງື່ອນ​ໄຂ​ທີ່​ດີ​ທີ່​ສຸດ ແລະ ມີ​ຮູບ​ແບບ​ລະ​ດົມ​ກຳ​ລັງ​ໃຈ ເພື່ອ​ໃຫ້​ບັນ​ດາ​ນ້ອງ​ນ້ອຍ​ຍາມ​ໃດ​ກໍ່​ຮັກ​ສາ​ໄດ້​ສີ​ສັນ, ພາ​ສາຫວຽດ ແລະ ຍາ​ມ​ໃດ​ກໍ່​ສະ​ຫງວນ​ນ້ຳ​ໃຈ​ມຸ່ງ​ໄປ​ເຖິ​ງ​ບ້ານ​ເກີດ​ເມືອງນອນ, ປະ​ເທດ​ຊາດ.

ທ່ານຫົວໜ້າສະ​ຖານ​ກົງ​ສູນ​ໃຫຍ່​ ໃຫ້​ຮູ້​ວ່າ ເຖິງວ່າ​ບໍ່ໄດ້​ຈັດ​ຕັ້ງ​ວັນ​ບຸນ​ຄື​ທຸກໆ​ປີ ເພື່ອ​ແນ​ໃສ່​ສະ​ກັດ​ກັ້ນ​ຄວາມ​ສ່ຽງ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 ນັ້ນ ແຕ່​ສະ​ຖານ​ກົງ​ສູນ​ໃຫຍ່ ກໍ່ໄດ້​ສົມ​ທົບ​ກັບ​ບັນ​ດາ​ຜູ້​ໃຈ​ບຸນ​ໃຈ​ກຸ​ສົນ​ມອບ​ຂອງ​ຂວັນ 80 ພູດ (ແຕ່​ລະ​ພູດ​ລວມ​ມີ ໂຄມ​ໄຟ, ປຶ້ມເລື່ອງ, ປຶ້ມຂຽນ, ບິກ, ນົມ​ສົດ ແລະ ເຂົ້າ​ໜົມ) ໃຫ້​ແກ່​ບັນ​ດາ​ນ້ອ​ງ​ນ້ອຍ​ໃນ​ໂອ​ກາດ​ວັນ​ບຸນ​ໄຫວ້​ພະ​ຈັນ​ປີນີ້.

ພາຍຫຼັງ​ປະ​ຕິ​ບັດ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ສຳ​ເລັດໃຫ້​ແກ່​ປະ​ຊາ​ຊົນ​ກ່​ວາ 75% ແລ້ວ (ກ່​ວາ 16 ລ້າ​ນ​ຄົນ), ຫວ່າງ​ແລ້ວນີ້ ລັດ​ຖະ​ບານ​ກຳ​ປູ​ເຈຍ ກໍ່ໄດ້​ເລີ່ມ​ຜັນ​ຂະ​ຫຍາຍ​ການ​ສັກ​ວັກ​ຊິນນີ້​ໃຫ້​ແກ່​ອະ​ນຸ​ຊົນ​ທີ່​ມີ​ອາ​ຍຸ​ແຕ່ 6 – 12 ປີ​ໃນ​ທົ່ວ​ປະ​ເທດ ​ລວມ​ທັງອະ​ນຸ​ຊົນ​ເຊື້ອ​ຊາດ​ຫວຽດ​ນາມ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.