ປະຊາຊົນຫວຽດນາມຢູ່ Morava ເໜືອ ເພີ່ມພູນຄູນສ້າງ ແລະ ພັດທະນາການພົວພັນມິດຕະພາບເຊັກ-ຫວຽດນາມ

15:40 | 23/09/2021

ຍສໝ - ຕະຫຼອດໄລຍະທີ່ຜ່ານມາ, ການແຜ່ລະບາດຂອງພະຍາດ COVID-19 ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ຊີວິດ ແລະ ການດໍາເນີນທຸລະກິດຂອງປະຊາຊົນຫວຽດນາມ ຢູ່ໃນສາທາລະນະລັດເຊັກ, ແຕ່ປະຊາຄົມຊາວຫວຽດນາມໄດ້ສາມັກຄີ ແລະ ຮ່ວມແຮງຮ່ວມໃຈກັບລັດຖະບານ ແລະ ປະຊາຊົນເຊັກ ເພື່ອເອົາຊະນະໂລກລະບາດນີ້, ມານະພະຍາຍາມເຊື່ອມໂຍງເຂົ້າກັບສັງຄົມປະຈຳຖິ່ນຢ່າງເລິກເຊິ່ງກວ້າງຂວາງ ກໍ່ຄືຕິດພັນກັນກັບບ້ານເກີດເມືອງນອນ, ປະກອບສ່ວນເຂົ້າໃນການພັດທະນາລວມຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງຫວຽດນາມ ແລະ ສາທາລະນະລັດເຊັກ.

ລັດ​ຖະ​ບານ​ເຊັກ​ໂກ​ຕີ​ລາ​ຄາ​ສູງ​ການ​ປະ​ກອບ​ສ່ວນ​ ແລະ ຄວາມ​ສາ​ມັກ​ຄີ​ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ເຊັກ​ໂກ ລັດ​ຖະ​ບານ​ເຊັກ​ໂກ​ຕີ​ລາ​ຄາ​ສູງ​ການ​ປະ​ກອບ​ສ່ວນ​ ແລະ ຄວາມ​ສາ​ມັກ​ຄີ​ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ເຊັກ​ໂກ
ຫວຽດນາມ ດຳລົງຕຳແໜ່ງເປັນປະ​ທານ​ຄະ​ນະ​ກຳ​ມະ​ການ ອ​າ​ຊຽນ ປະ​ຈຳ ເຊັກ​ໂກ ຫວຽດນາມ ດຳລົງຕຳແໜ່ງເປັນປະ​ທານ​ຄະ​ນະ​ກຳ​ມະ​ການ ອ​າ​ຊຽນ ປະ​ຈຳ ເຊັກ​ໂກ

ຕັ້ງແຕ່ເລີ່ມຕົ້ນການແຜ່ລະບາດໃນເດືອນມີນາ 2020, ຊຸມຊົນຂອງຊາວຫວຽດນາມ ຫຼາຍກວ່າ 7,000 ຄົນຢູ່ໃນແຂວງ Morava ເໜືອ ແລະ ເມືອງ Ostrava, ເຂດຊາຍແດນລະຫວ່າງສາທາລະນະລັດເຊັກ ແລະ ໂປແລນ ໄດ້ຕັ້ງໜ້າ, ເປັນເຈົ້າການໃນການຮ່ວມແຮງຮ່ວມໃຈກັບອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນ ເພື່ອຮັບມືກັບການລະບາດ COVID-19 ຄື່: ຫຍິບຜ້າອັດປາກ, ນຳນ້້ຳຢາຂ້າເຊື້ອໂລກເພື່ອໄປມອບ, ແລະ ບໍລິຈາກເງິນໜູນຊ່ວຍໃຫ້ແກ່ຮາກຖານສາທາລະນະສຸກ, ອົງການອຳນາດການປົກຄອງ, ກຳລັງຕ້ານພະຍາດລະບາດ ແລະ ປະຊາຊົນທ້ອງຖິ່ນ.

ໂດຍສະເພາະ, ປະຊາຄົມຊາວຫວຽດນາມຢູ່ທີ່ນີ້ ໄດ້ເຂົ້າຮ່ວມກິດຈະກໍາວັດທະນະທໍາຫຼາຍຊົນເຜົ່າ ທີ່ຈັດໂດຍອໍານາດການປົກຄອງທ້ອງຖິ່ນ, ປະກອບສ່ວນເຂົ້າໃນການເສີມສ້າງມິດຕະພາບ ລະຫວ່າງປະຊາຊົນສອງຊາດຫວຽດນາມ - ເຊັກ ພ້ອມທັງອະນຸລັກຮັກສາ ແລະ ສົ່ງເສີມວັດທະນະທໍາຫວຽດນາມ, ປະກອບສ່ວນເສີມຂະຫຍາຍວັດທະນະທໍາຂອງເຊັກນຳອີກ.

ປະຊາຊົນຫວຽດນາມຢູ່ Morava ເໜືອ ເພີ່ມພູນຄູນສ້າງ ແລະ ພັດທະນາການພົວພັນມິດຕະພາບເຊັກ-ຫວຽດນາມ
ປະຊາຊົນຫວຽດນາມຢູ່ Morava ເໜືອ ເພີ່ມພູນຄູນສ້າງ ແລະ ພັດທະນາການພົວພັນມິດຕະພາບເຊັກ-ຫວຽດນາມ. (ພາບ: TTXVN)

ປະຊາຄົມຊາວຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການຮັກສາການຈັດຕັ້ງຫ້ອງຮຽນພາສາຫວຽດນາມ ເພື່ອເສີມສ້າງຄວາມຮັກແພງ ແລະ ເພີ່ມທະວີຄວາມຕິດພັນສະໜິດຕິດພັນ ລະຫວ່າງຄົນລຸ້ນທີ 2 ແລະ ລຸ້ນທີ 3 ດ້ວຍກົກເຄົ້າເຫງົ້າຕໍຊົນເຜົ່າຂອງເຂົາເຈົ້າ, ພ້ອມກັນນັ້ນ ກໍ່ມີຫຼາຍກິດຈະກໍາມຸ່ງສູ່ບ້ານເກີດເມືອງນອນ ເຊັ່ນ: ການບໍລິຈາກເພື່ອສະໜັບສະໜູນການກໍ່ສ້າງຫໍວັດທະນະທຳ ຢູ່ແຂວງອຽນບາຍ ພ້ອມທັງ ສະໜັບສະໜູນປະຊາຊົນໃນທົ່ວປະເທດ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດ. ບາງວິສາຫະກິດທ້ອງຖິ່ນຂອງຫວຽດນາມ ເຊັ່ນ: ບໍລິສັດ Elmich ໄດ້ລົງທຶນຢ່າງຕັ້ງໜ້າ ຢູ່ໃນປະເທດ ໃນດ້ານການຢາ, ເຄື່ອງໃຊ້ໃນຄົວເຮືອນ ແລະ ການຂົນສົ່ງ.

ຕາງໜ້າຄະນະບໍລິຫານງານສະມາຄົມຊາວຫວຽດນາມຢູ່ແຂວງ Morava ເໜືອ ແລະ ນະຄອນ Ostrava, ທ່ານ ຈິງເຕິນ - ກຳມະການສະພາຊົນເຜົ່າສ່ວນໜ້ອຍ ແຂວງ Morava ເໜືອ ໃຫ້ຮູ້ວ່າ: ປະຊາຄົມຊາວຫວຽດນາມ ແມ່ນຊຸມຊົນຊົນເຜົ່າໃຫຍ່ອັນດັບ 3 ຢູ່ທ້ອງຖິ່ນຖັດຈາກຊຸມຊົນສະໂລວາກີ ແລະ ໂປແລນ.

ປະຊາຄົມຊາວຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເຖິງການອະນຸລັກຮັກສາ ແລະ ໂຄສະນາບັນດາຄຸນຄ່າວັດທະນະທຳຂອງຊາດ ຄື: ຈັດຕັ້ງບັນດາຊຸດຮຽນພາສາຫວຽດນາມ, ງານບຸນໄຫວ້ພະຈັນ, ບຸນປີໃໝ່ (ບຸນເຕັດ) .. ບັນດາກິດຈະກຳນີ້ ລ້ວນແຕ່ໄດ້ຮັບການສະໜັບສະໜູນ ຈາກອຳນາດການປົກຄອງທ້ອງຖິ່ນໃນດ້ານລາຍຈ່າຍ ແລະ ສະຖານທີ່. ຕາມທ່ານ ຈິງເຕິນ ແລ້ວ, ໜ້າທີ່ຕົ້ນຕໍຂອງສະມາຄົມແມ່ນປະກອບສ່ວນກໍ່ສ້າງປະຊາຄົມຊາວຫວຽດນາມ ໃຫ້ນັບມື້ນັບເຊື່ອມໂຍງເຂົ້າກັບສັງຄົມປະຈຳຖິ່ນໄດ້ຢ່າງເລິກເຊິ່ງກວ້າງຂວາງກວ່າ ເພື່ອປະກອບສ່ວນສ້າງບ້ານເກີດເມືອງນອນແຫ່ງທີສອງຢູ່ສາທາລະນະລັດເຊັກ ກໍ່ຄື ບ້ານເກີດເມືອງນອນຫວຽດນາມ. ໃນຂະນະດຽວກັນ ກໍ່ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອມິດຕະພາບ ລະຫວ່າງສອງປະເທດ.

ເນື່ອງໃນໂອກາດເຂົ້າຮ່ວມງານບຸນໄຫວ້ພະຈັນ ທີ່ຈັດໂດຍສະມາຄົມຊາວຫວຽດນາມຢູ່ແຂວງ Morava ເໜືອ ແລະ ເມືອງ Ostrava ໃນວັນທີ 19 ກັນຍາ, ທ່ານປະທານສະພາຊົນເຜົ່າຂອງແຂວງ Morava ເໜືອ Vit Slovacek ຕີລາຄາວ່າ: “ປະຊາຄົມຊາວຫວຽດນາມ ມີຕົວແທນຢູ່ໃນສະພາຊົນເຜົ່າສ່ວນໜ້ອຍຂອງແຂວງ ແລະ ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຫຼາຍຢ່າງໃນກິດຈະກໍາຂອງພວກຂ້າພະເຈົ້າ. ພວກເພື່ອນເປັນໜຶ່ງໃນບັນດາຊົນເຜົ່າສ່ວນໜ້ອຍ ທີ່ມີຄວາມຫ້າວຫັນທີ່ສຸດ ໃນການເຂົ້າຮ່ວມກິດຈະກຳວັດທະນະທຳຫຼາຍຊົນເຜົ່າ ທີ່ຈັດໂດຍອຳນາດການປົກຄອງທ້ອງຖິ່ນ ພ້ອມທັງໂຄສະນາວັດທະນະທຳ ຫວຽດນາມຢ່າງເລິກເຊິ່ງກວ້າງຂວາງ, ປະກອບສ່ວນເຂົ້າໃນການເຮັດໃຫ້ວັດທະນະທຳຂອງເຊັກອຸດົມສົມບູນຂຶ້ນກວ່າອີກ. ພິເສດ, ພວກເພື່ອນໄດ້ຕັ້ງໜ້າໃນການໜູນຊ່ວຍອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນ ເພື່ອຮັບມຶກັບການແຜ່ລະບາດຂອງພະຍາດ COVID-19 ໂດຍຜ່ານກິດຈະກໍາມອບຜ້າອັດປາກ, ອຸປະກອນການແພດ ແລະ ການສະໜັບສະໜູນດ້ານການເງິນໃຫ້ແກ່ບັນດາໂຮງໝໍ ແລະ ບ້ານພັກຄົນຊະລາ ແລະ ກຳລັງຕ້ານການລະບາດພະຍາດຂອງແຂວງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.