ຄູ​ບາ, ​ສຳ​ມ​ະ​ເນນ ແລະ ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ ຫວຽດ​ນາມ ​ອາ​ໄສ ຢູ່ ລາວ ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ປະ​ຊາ​ຊົນ​ ລາວ ​ຕ້ານ​ໂລກ​ລະ​ບາດ

06:25 | 04/10/2021

ຫວ່າງແລ້ວນີ້, ຢູ່ນະຄອນຫຼວງ ວຽງຈັນ, ລາວ, ພະອາຈານ ທິກມິງກວາງ, ຫົວໜ້າຄະນະປະສານງານພຸດທະສາສະໜາ ຫວຽດນາມ ໄດ້ມອບເຄື່ອງໃຊ້ທີ່ຈຳເປັນ ລວມມູນຄ່າ 25 ລ້ານກີບ ໃຫ້ແນວລາວສ້າງຊາດ ເພື່ອແບ່ງປັນຄວາມຫຍຸ້ງຍາກກັບປະຊາຊົນລາວບັນດາເຜົ່າ ທີ່ພວມໄດ້ຮັບຜົນສະທ້ອນຈາກໂລກລະບາດໂຄວິດ - 19.

ນ້ຳ​ໃຈ​ຂອງ​ປະ​ຊາ​ຊົນ​ແຄ໊ງ​ຮ່​ວາ ສະ​ຫງວນ​ໃຫ້​ຊາວ​ຕ່າງ​ປະ​ເທດ ນ້ຳ​ໃຈ​ຂອງ​ປະ​ຊາ​ຊົນ​ແຄ໊ງ​ຮ່​ວາ ສະ​ຫງວນ​ໃຫ້​ຊາວ​ຕ່າງ​ປະ​ເທດ
ກອງ​ປະ​ຊຸມ​ທາງ​ໄກລະ​ຫວ່າງ ລັດ​ຖະ​ບານ ກັບ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ແລະ ບັນ​ດາ​ທ້ອງ​ຖິ່ນ​ກ່ຽວ​ກັບ​ມາດ​ຕະ​ການ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ໃນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ກອງ​ປະ​ຊຸມ​ທາງ​ໄກລະ​ຫວ່າງ ລັດ​ຖະ​ບານ ກັບ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ແລະ ບັນ​ດາ​ທ້ອງ​ຖິ່ນ​ກ່ຽວ​ກັບ​ມາດ​ຕະ​ການ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ໃນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19
ຄູ​ບາ, ​ສຳ​ມ​ະ​ເນນ ແລະ ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ ຫວຽດ​ນາມ ​ອາ​ໄສ ຢູ່ ລາວ ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ປະ​ຊາ​ຊົນ​ ລາວ ​ຕ້ານ​ໂລກ​ລະ​ບາດ
ຄູບາ, ສຳມະເນນ ແລະ ພຸດທະສາສະນິກກະຊົນ ຫວຽດນາມ ອາໄສ ຢູ່ ລາວ ມາມອບເຄື່ອງໃຊ້ທີ່ຈຳເປັນ ໃຫ້ແນວລາວສ້າງຊາດ (ພາບ: TTXVN)

ກ່າວຄຳເຫັນທີ່ພິທີ, ພະອາຈານ ທິກມິງກວາງ, ເຈົ້າອາວາດວັດ ເຟິດຕິກ ວຽງຈັນ ເນັ້ນໜັກວ່າ ເຖິງວ່າເຄື່ອງຊ່ວຍເຫຼືອຈຳນວນໜ້ອຍກໍຕາມ ແຕ່ນັ້ນກໍແມ່ນນ້ຳຈິດນ້ຳໃຈຂອງຄູບາ, ສຳມະເນນ ແລະ ພຸດທະສາສະນິກກະຊົນ ຫວຽດນາມ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ນະຄອນຫຼວງ ວຽງຈັນ ທີ່ມີຕໍ່ປະຊາຊົນ ແລະ ພຸດທະສາສະນິກກະຊົນ ລາວ.

ໂດຍຕາງໜ້າໃຫ້ແນວລາວສ້າງຊາດ ແລະ ປະຊາຊົນ ລາວ, ທ່ານນາງ ຄຳຈັນ ພົມແສງສະຫວັນ - ຮອງປະທານຜູ້ປະຈຳການແນວລາວສ້າງຊາດ ໄດ້ຕີລາຄາສູງຕໍ່ການກະທຳອັນສູງສົ່ງ ແລະ ຈົບງາມນີ້ຂອງ ຄູບາສຳມະເນນ ແລະ ພຸດທະສາສະນິກກະຊົນ ຫວຽດນາມ ອາໄສ ຢູ່ ລາວ. ທ່ານນາງຢັ້ງຢືນວ່າ ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລາວ ເວົ້າລວມ ແລະ ຄູບາ, ສຳມະເນນ ຫວຽດນາມ ຢູ່ ລາວ ເວົ້າສະເພາະ ຍາມໃດກໍເອົາໃຈໃສ່, ເປັນຫ່ວງເປັນໃຍ ແລະ ຕິດຕາມສະພາບການຜັນແປຂອງພະຍາດຢູ່ລາວຢ່າງໃກ້ຊິດ, ຍາມໃດກໍພ້ອມທີ່ຈະຮ່ວມແຮງຮ່ວມໃຈໃຫ້ການຊ່ວຍເຫຼືອປະຊາຊົນ ລາວ ໃນຍາມປະສົບກັບຄວາມຫຍຸ້ງຍາກ.

vovworld.vn

ເຫດການ
302 Found

Found

The document has moved here.