ພະຍາບານ ແລະ ຜູ້ຊ່ວຍຄົນເຈັບຂອງຫວຽດນາມເກືອບ 1.900 ຄົນເຄີຍໄດ້ເຮັດວຽກຢູ່ຍີ່ປຸ່ນ

11:30 | 23/09/2021

ຍສໝ - ໂດຍປະຕິບັດສັນຍາຄູ່ຮ່ວມມືເສດຖະກິດຫວຽດນາມ - ຍີ່ປຸ່ນ (VJEPA), ແຕ່ປີ 2012 ມາຮອດປະຈຸບັນ, ພະຍາບານ ແລະ ຜູ້ຊ່ວຍຄົນເຈັບຂອງຫວຽດນາມ 1.900 ຄົນໄດ້ຮັບການຄັດເລືອກ, ບຳລຸງສ້າງ ແລະ ສົ່ງໄປເຮັດວຽກຢູ່ຍີ່ປຸ່ນ...

ນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອຫວຽດນາມດ້ວຍຢາວັກຊີນປ້ອງກັນພະຍາດໂຄວິດ -19 ຫຼາຍກວ່າ 3 ລ້ານໂດສ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອຫວຽດນາມດ້ວຍຢາວັກຊີນປ້ອງກັນພະຍາດໂຄວິດ -19 ຫຼາຍກວ່າ 3 ລ້ານໂດສ
ຍູ້ແຮງການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ຍີ່ປຸ່ນ ໃນໄລຍະໃໝ່ ຍູ້ແຮງການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ຍີ່ປຸ່ນ ໃນໄລຍະໃໝ່

ຜູ້ສະໝັກ ຈຳນວນ 200 ກວ່າຄົນ ແມ່ນພະຍາບານ ແລະ ຜູ້ຊ່ວຍຄົນເຈັບ ຊຸດຮຽນທີ 8 ຂອງຫວຽດນາມ ຫາກໍ່ໄດ້ຮັບການປະສານສົມທົບຈາກກົມແຮງງານຕ່າງປະເທດ (ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ) ກັບສະຖານທູດຍີ່ປຸ່ນ ປະຈຳຫວຽດນາມ ແລະ ໂຮງຮຽນບຳລຸງສ້າງ Arc Academy (ຍີ່ປຸ່ນ) ຈັດຕັ້ງການອອກເມືອງ ໄປເຮັດວຽກຢູ່ຍີ່ປຸ່ນ ຕາມສັນຍາຄູ່ຮ່ວມມືເສດຖະກິດຫວຽດນາມ - ຍີ່ປຸ່ນ (VJEPA).

ພະຍາບານ ແລະ ຜູ້ຊ່ວຍຄົນເຈັບຂອງຫວຽດນາມເກືອບ 1.900 ຄົນເຄີຍໄດ້ເຮັດວຽກຢູ່ຍີ່ປຸ່ນ
ພະຍາບານ ແລະ ຜູ້ຊ່ວຍຄົນເຈັບຂອງຫວຽດນາມເກືອບ 1.900 ຄົນເຄີຍໄດ້ເຮັດວຽກຢູ່ຍີ່ປຸ່ນ. (ພາບ: laodong)

ສະນັ້ນ, ນັບແຕ່ປີ 2012 ມາຮອດປະຈຸບັນ, ໂຄງການໄດ້ຄັດເລືອກ, ບຳລຸງສ້າງ ແລະ ນຳເອົາພະຍາບານ ແລະ ຜູ້ຊ່ວຍຄົນເຈັບຂອງຫວຽດນາມ ເກືອບ 1.900 ຄົນໄປເຮັດວຽກຢູ່ຍີ່ປຸ່ນ.

ທ່ານນາງ ເຈີນຖິເວີນຮ່າ, ຫົວໜ້າຫ້ອງການຂໍ້ມູນຂ່າວສານ ແລະ ສື່ສານ, ກົມຄຸ້ມຄອງແຮງງານຢູ່ຕ່າງປະເທດ ໄດ້ກ່າວວ່າ ບັນດາຜູ້ສະໝັກທີ່ຫາກໍ່ໄປປະເທດຍີ່ປຸ່ນ ແມ່ນພະຍາບານ ແລະ ຜູ້ຊ່ວຍຄົນເຈັບທີ່ໄດ້ຈົບຫຼັກສູດພາສາຍີ່ປຸ່ນຢູ່ພາຍໃນປະເທດ ແລະ ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂອງໂຄງການ.

ເມື່ອຮອດປະເທດຍີ່ປຸ່ນ, ເຂົາເຈົ້າມີເວລາ 2 ເດືອນ ເພື່ອປັບເຂົ້າກັບສະພາບແວດລ້ອມການດໍາລົງຊີວິດ ແລະ ການເຮັດວຽກ ກ່ອນທີ່ເຂົາເຈົ້າຈະສາມາດໄປຫາສະຖານທີ່ຮັບເອົາເຮັດວຽກ ແລະ ຈະໄດ້ຮັບເງິນເດືອນທີ່ເໝາະສົມ ໃນຂະນະທີ່ກໍາລັງທັງສຶກສາ ແລະ ທັງເຮັດວຽກ, ຕັ້ງແຕ່ 35 ເຖິງ 39 ລ້ານດົ່ງ/ເດືອນ. ເມື່ອເຂົາເຈົ້າເສັງໄດ້ໃບຢັ້ງຢືນແຫ່ງຊາດຂອງຍີ່ປຸ່ນ, ເງິນເດືອນຂອງເຈົ້າຈະສູງກວ່າ. ຜູ້ສະໝັກ ໄດ້ຮັບການສະໜັບສະໜູນຈາກລັດຖະບານ 2 ປະເທດ ດ້ວຍຄ່າໃຊ້ຈ່າຍທັງໝົດຈາກການບຳລຸງສ້າງພາສາຍີ່ປຸ່ນ 1 ປີ ໄປຈົນເຖິງຄ່າທີ່ພັກອາໄສ ແລະ ຄ່າໃຊ້ຈ່າຍໃນລະຫວ່າງວິວັດການບຳລຸງສ້າງ, ໂດຍມີເປົ້າໝາຍສູງສຸດ ແມ່ນໃນລະຫວ່າງໄລຍະເວລາເຮັດວຽກ, ຜູ້ສະໝັກຈະເຂົ້າສອບເສັງ ແລະ ໄດ້ໃບຢັ້ງຢືນ ພະຍາບານ ແລະ ຜູ້ຊ່ວຍຄົນເຈັບ ແຫ່ງຊາດຍີ່ປຸ່ນ ເພື່ອໃຫ້ສາມາດເຮັດວຽກຢູ່ໃນປະເທດນີ້ເປັນເວລາດົນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.