ສານຂໍ້ຄວາມພາສາຫວຽດນາມ ຂອງ ທ່ານນາຍົກລັດຖະມົນຕີອົດສະຕາລີ Scott Morrison ກ່ຽວກັບງານບຸນໄຫວ້ພະຈັນ

15:36 | 27/09/2021

ຍສໝ - ທ່ານນາຍົກລັດຖະມົນຕີອົດສະຕາລີ Scott Morrison ຫາກໍ່ມີສານຂໍ້ຄວາມ ກ່ຽວກັບງານບຸນໄຫວ້ພະຈັນປີ 2021 ດ້ວຍຫຼາຍພາສາ, ໃນນັ້ນມີສະບັບພາສາຫວຽດນາມ.

ການແລກປ່ຽນວັດທະນະທຳມິດຕະພາບ ເຊັກ-ຫວຽດນາມ ເນື່ອງໃນໂອກາດບຸນໄຫວ້ພະຈັນຢູ່ Ostrava ການແລກປ່ຽນວັດທະນະທຳມິດຕະພາບ ເຊັກ-ຫວຽດນາມ ເນື່ອງໃນໂອກາດບຸນໄຫວ້ພະຈັນຢູ່ Ostrava
ຕົ້ນກຳເນີດ ແລະ ຄວາມໝາຍ ວັນບຸນໄຫວ້ພະຈັນ ຢູ່ ຫວຽດນາມ ຕົ້ນກຳເນີດ ແລະ ຄວາມໝາຍ ວັນບຸນໄຫວ້ພະຈັນ ຢູ່ ຫວຽດນາມ

ໃນຂໍ້ຄວາມ, ທ່ານນາຍົກລັດຖະມົນຕີອົດສະຕາລີ Scott Morrison ໄດ້ສະແດງຄວາມດີໃຈ ທີ່ໄດ້ສົ່ງຄຳອວຍພອນອັນອົບອຸ່ນຂອງຕົນ ໄປຍັງທຸກຄົນທີ່ສະເຫຼີມສະຫຼອງເທດສະການງານບຸນໄຫວ້ພະຈັນຢູ່ອົດສະຕຣາລີ ແລະ ຢູ່ທົ່ວໂລກ.

ເທດສະການງານບຸນໄຫວ້ພະຈັນ ເປັນງານບຸນຂອງຫຼາຍພື້ນຖານວັດທະນະທໍາ, ປະເທດ ແລະ ປະເພນີມູນເຊື້ອ. ນີ້ແມ່ນໂອກາດ ເພື່ອສະເຫຼີມສະຫຼອງຢ່າງເບີກບານມ່ວນຊື່ນ ແລະ ສະແດງຄວາມຂອບໃຈ, ເຕົ້າໂຮມກັນກັບຄອບຄົວ ແລະ ໝູ່ເພື່ອນ.

ສານຂໍ້ຄວາມພາສາຫວຽດນາມ ຂອງ ທ່ານນາຍົກລັດຖະມົນຕີອົດສະຕາລີ Scott Morrison ກ່ຽວກັບງານບຸນໄຫວ້ພະຈັນ
ສານຂໍ້ຄວາມພາສາຫວຽດນາມ ຂອງ ທ່ານນາຍົກລັດຖະມົນຕີອົດສະຕາລີ Scott Morrison ກ່ຽວກັບງານບຸນໄຫວ້ພະຈັນ. (ພາບ: VGP)

"ຢູ່ປະເທດອົດສະຕາລີ - ປະເທດທີ່ມີຄວາມຫຼາກຫຼາຍທາງດ້ານວັດທະນະທຳທີ່ປະສົບຜົນສຳ ເລັດທີ່ສຸດໃນໂລກ - ເທດສະການງານບຸນໄຫວ້ພະຈັນ ເປັນສ່ວນໜຶ່ງຂອງຮູບພາບທີ່ອຸດົມສົມບູນຂອງປະເທດຊາດຂອງພວກເຮົາ. ງານບຸນໄຫວ້ພະຈັນ ສະແດງເຖິງສັນຍະລັກການແບ່ງປັນຢ່າງກວ້າງຂວາງກ່ຽວກັບປະຫວັດສາດ ແລະ ມໍລະດົກທີ່ເປັນພື້ນຖານຂອງຄວາມສາມັກຄີຂອງພວກເຮົາ.” ທ່ານນາຍົກລັດຖະມົນຕີອົດສະຕາລີ Scott Morrison ຂຽນ.

ຕາມທ່ານນາຍົກລັດຖະມົນຕີອົດສະຕາລີ Scott Morrison ແລ້ວ, ໃນປີນີ້, ສໍາລັບຫຼາຍໆຄົນ, ທັດສະນີຍະພາບ ແລະ ສຽງຂອງເທດສະການງານບຸນໄຫວ້ພະຈັນ ຈະຖືກຜ່ອນລົງອີກຄັ້ງໜຶ່ງ. ຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ -19 ຍັງສືບຕໍ່ຈຳກັດເທສະການ ທີ່ພວກເຮົາມ່ວນຊື່ນ.

"ແຜນການແຫ່ງຊາດຂອງພວກເຮົາ ແມ່ນແຜນຂັ້ນຕອນຂອງພວກເຮົາກ່ຽວກັບການຫຼຸດພົ້ນຈາກໂລກລະບາດນີ້ - ເຊິ່ງພື້ນຖານແມ່ນໂຄງການສັກຢາກັນພະຍາດຂອງພວກເຮົາ. ຂ້າພະເຈົ້າ ຮຽກຮ້ອງໃຫ້ຊາວອົດສະຕາລີທຸກຄົນ ໄດ້ຮັບການສັກຢາວັກຊີນໂດຍດ່ວນ - ຮັບເອົາໂອກາດທີ່ໄດ້ນຳມາດ້ວຍບັນດາຢຸກຢາແຫ່ງຄວາມຫວັງຂອງພວກເຮົາ”.

ດ້ວຍຄວາມຫວັງໃນມືນີ້, ຂ້າພະເຈົ້າ ມີຄວາມໝັ້ນໃຈຢ່າງເຕັມທີ່ວ່າ ບັນດາທ່ານ ຈະໄດ້ເຕົ້າໂຮມກັບຄອບຄົວ ແລະ ໝູ່ເພື່ອນ ເພື່ອຊົມທ້ອງຟ້າໃນຕອນກາງຄືນ ແລະ ກະກຽມໃຫ້ແກ່ແສງອາລຸນຮຸ່ງເຊົ້ົ້າຂອງມື້ໃໝ່ທີ່ສົດໃສ. ນີ້ແມ່ນອະນາຄົດທີ່ພວກເຮົາທຸກຄົນ ອາດຂະມຸ່ງຫັວງດ້ວຍຄວາມໝັ້ນໃຈ ແລະ ຄວາມສຸກ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.