ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດສືບຕໍ່ສະໜັບສະໜູນ ກອງທຶນວັກຊີນໂຄວິດ - 19 ດ້ວຍເງິນຫຼາຍກວ່າ 3 ຕື້ດົງ

06:25 | 11/10/2021

ຍສໝ - ວັນທີ 8 ຕຸລາ, ລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ໄດ້ຕາງໜ້າໃຫ້ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດມອບເງິນບໍລິຈາກກວ່າ 3 ຕື້ດົ່ງເພື່ອ ໜູນຊ່ວຍການປ້ອງກັນ, ຄວບຄຸມໂລກລະບາດ ແລະກອງທຶນວັກຊີນໂຄວິດ -19 ໂດຍຜ່ານຄະນະກຳ ມະການສູນກາງແນວໂຮມປະເທດຊາດຫວຽດນາມ.

ຢາວັກຊີນກັນ ໂຄວິດ - 19 AstraZeneca ຫຼາຍກວ່າ 1.3 ລ້ານໂດສ ໄດ້ມອບໃຫ້ກະຊວງສາທາລະນະສຸກ ຢາວັກຊີນກັນ ໂຄວິດ - 19 AstraZeneca ຫຼາຍກວ່າ 1.3 ລ້ານໂດສ ໄດ້ມອບໃຫ້ກະຊວງສາທາລະນະສຸກ
ນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອຫວຽດນາມດ້ວຍຢາວັກຊີນປ້ອງກັນພະຍາດໂຄວິດ -19 ຫຼາຍກວ່າ 3 ລ້ານໂດສ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອຫວຽດນາມດ້ວຍຢາວັກຊີນປ້ອງກັນພະຍາດໂຄວິດ -19 ຫຼາຍກວ່າ 3 ລ້ານໂດສ
 baoquocte.vn
ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດສືບຕໍ່ສະໜັບສະໜູນ ກອງທຶນວັກຊີນໂຄວິດ - 19. ພາບ: baoquocte.vn

ທ່ານລັດຖະມົນຕີ ບຸ່ຍແທງເຊີນ ໃຫ້ຮູ້ວ່າ ຈຳນວນເງິນກວ່າ 3 ຕື້ດົ່ງດັ່ງກ່າວ ແມ່ນການໜູນຊ່ວຍຂອງປະຊາຄົມຊາວຫວຽດນາມ ແລະວິສາຫະກິດຫວຽດນາມຢູ່ຈີນ, ລັດເຊຍ, ອັງກິດ, ອິດສະຣາແອນ, ຍີ່ປຸ່ນ, ສະວິດ, ໂມຊຳບິກ, ອີຢິບ, ນິວຊີແລນ, ຢູແກຼນ , ກໍາປູເຈຍ.

ນີ້ແມ່ນການສະໜັບສະໜູນອັນລ້ຳຄ່າ ແລະມີຄວາມໝາຍຫຼາຍຂອງປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ, ສະແດງໃຫ້ເຫັນມູນເຊື້ອສາມັກຄີ, ນໍ້າໃຈຮັກຊາດ, ມະນຸດສະທຳ, ຈິດໃຈຜ່ານຜ່າຄວາມຫຍຸ້ງຍາກ, ຄວາມຮັກແພງເຊິ່ງກັນແລະກັນ, ການແບ່ງປັນຂອງປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ ທີ່ມີຕໍ່ປະຊາຊົນພາຍໃນປະເທດ ໃນສະພາບການທີ່ພໍ່ແມ່ປະຊາຊົນ ພວມປະສົບກັບຄວາມຫຍຸ້ງຍາກເນື່ອງຈາກການລະບາດຂອງພະຍາດໂຄວິດ -19 .

ທ່ານລັດຖະມົນຕີ ບຸ່ຍແທງເຊີນ ໄດ້ສົ່ງຄຳ ຂອບໃຈຢ່າງຈິງໃຈມາຍັງປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ, ຢືນຢັນວ່າ ໃນໄລຍະຜ່ານມາ, ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງເນື່ອງຈາກການລະບາດຂອງພະຍາດໂຄວິດ-19, ເຊິ່ງໄດ້ສົ່ງຜົນກະທົບບໍ່ໜ້ອຍຕໍ່ຊີວິດຂອງປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ ແຕ່ປະຊາຊົນຍັງຄົງຮັກສາມູນເຊື້ອສາມັກຄີ, ມຸງໄປສູ່ບ້ານເກີດເມືອງນອນ.

ທ່ານລັດຖະມົນຕີໄດ້ສະແດງຄວາມຂອບອົກຂອບໃຈຕໍ່ຄະນະກຳມະການແນວໂຮມປະເທດຊາດຫວຽດນາມທີ່ໄດ້ໃຫ້ການໜູນຊ່ວຍຢ່າງທັນເວລາ ແລະ ແທດຈິງ ໃນວຽກງານຊາວຫວຽດນາມຢູ່ຕ່າງປະເທດຕະຫຼອດໄລຍະຜ່ານມາ ແລະສະເໜີໃຫ້ຄະນະກໍາ ມະການໂອນເງິນບໍລິຈາກໄປຍັງບັນດາທ້ອງຖິ່ນໂດຍໄວ, ລວມທັງນະຄອນ ຮ່າຕຽນ (ແຂວງ ກຽນຢາງ) ເຊິ່ງເປັນບ່ອນທີ່ມີຫຼາຍກໍລະນີ F0 ພວມຮັບການປິ່ນປົວໃນສະພາບການແຫຼ່ງກໍາລັງຍັງມີຄວາມຈໍາກັດຢູ່.

ໄຊພອນ

ເຫດການ
302 Found

Found

The document has moved here.