ຮັບເຄື່ອງກວດວິເຄາະໄວໂຄວິດ -19 ຈຳນວນ 26,000 ຊຸດ ທີ່ບໍລິຈາກໂດຍຊາວຫວຽດນາມຢູ່ປະເທດເຢຍລະມັນ

15:03 | 14/09/2021

ຍສໝ - ຫວ່າງແລ້ວນີີ້, ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ ແລະ ກະຊວງການຕ່າງປະເທດ ໄດ້ຈັດພິທີຮັບເຄື່ອງກວດວິເຄາະໄວ ໂຄວິດ -19 ຈຳນວນ 26.000 ຊຸດທີ່ບໍລິຈາກໂດຍຄອບຄົວຂອງທ່ານ ເຈີນດັ່ງຄ່ວາ (ຊາວຫວຽດນາມຢູ່ປະເທດເຢຍລະມັນ) ມອບໃຫ້ພະນັກງານກະຊວງການຕ່າງປະເທດ.

ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແລະ ຄະນະກຳມະການກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດນະຄອນໂຮ່ຈີມິນ ຈະສຸມໃສ່ປະສານສົມທົບຈັດຕັ້ງປະຕິບັດ 5 ເນື້ອໃນ ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແລະ ຄະນະກຳມະການກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດນະຄອນໂຮ່ຈີມິນ ຈະສຸມໃສ່ປະສານສົມທົບຈັດຕັ້ງປະຕິບັດ 5 ເນື້ອໃນ
ຊາວຫວຽດນາມຢູ່ຕ່າງປະເທດ ສະແດງຄວາມຮັກແພງກັນດີ ໃນໄລຍະເກີດການລະບາດຂອງ COVID ຊາວຫວຽດນາມຢູ່ຕ່າງປະເທດ ສະແດງຄວາມຮັກແພງກັນດີ ໃນໄລຍະເກີດການລະບາດຂອງ COVID

ທ່ານ ໂຫງ່ຈີງຮ່າ, ຮອງປະທານຄະນະກໍາມະການແຫ່ງລັດ ສໍາລັບຊາວຫວຽດນາມຢູ່ຕ່າງປະເທດ ແລະ ທ່ານ ຫງວຽນເຈຶ່ອງເຊີນ, ຮອງຫົວໜ້າຫ້ອງການກະຊວງການຕ່າງປະເທດ ໄດ້ຮັບເຄື່ອງກວດວິເຄາະໄວ ໂຄວິດ -19 ຈຳນວນ 26.000 ຊຸດຈາກຜູ້ທີ່ເປັນຕົວແທນຂອງຄອບຄົວ ທ່ານ ເຈີນດັ່ງຄ່ວາ ຢູ່ຮ່າໂນ້ຍ, ຫວຽດນາມ.

ໃນນາມຕາງໜ້າໃຫ້ພະນັກງານຂອງກະຊວງການຕ່າງປະເທດ ແລະ ການນໍາຄະນະກໍາມະການແຫ່ງລັດ ກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ, ທ່ານ ໂຫງ່ຈີງຮ່າ ໄດ້ສະແດງຄວາມຂອບໃຈຄອບຄົວຂອງ ທ່ານ ເຈີນດັ່ງຄ່ວາ ສໍາລັບຄວາມຮັກ ແລະ ການແບ່ງປັນໃຫ້ກັບພະນັກງານຂອງກະຊວງການຕ່າງປະເທດ ໃນການປ້ອງກັນການລະບາດຂອງພະຍາດໂຄວິດ -19.

ຮັບເຄື່ອງກວດວິເຄາະໄວໂຄວິດ -19 ຈຳນວນ 26,000 ຊຸດ ທີ່ບໍລິຈາກໂດຍຊາວຫວຽດນາມຢູ່ປະເທດເຢຍລະມັນ
ຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ ແລະ ກະຊວງການຕ່າງປະເທດ ໄດ້ຈັດພິທີຮັບເຄື່ອງກວດວິເຄາະໄວ ໂຄວິດ -19 ຈຳນວນ 26.000 ຊຸດ

ທ່ານ ໂຫງ່ຈີງຮ່າ ກ່າວວ່າ ນີ້ເປັນຂອງຂວັນທີ່ມີຄວາມໝາຍ ແລະ ແທດຈິງທີ່ສຸດ ແລະ ທ່ານ ໂຫງ່ຈີງຮ່າ ປາດຖະໜາວ່າ ຈະສືບຕໍ່ໄດ້ຮັບການສະໜັບສະໜູນຈາກຄອບຄົວຂອງທ່ານ ເຈີນດັ່ງຄ່ວາ ໃນການປ້ອງກັນການລະບາດຂອງພະຍາດໂຄວິດ -19 ຂອງກະຊວງການຕ່າງປະເທດເວົ້າສະເພາະ ແລະ ທົ່ວປະເທດເວົ້ົ້າລວມ.

ທ່ານນາງ ຝ່ານຖຸຍແທັງ, ຜູ້ຕາງໜ້າຄອບຄົວຂອງ ທ່ານ ເຈີນດັ່ງຄ່ວາ ກ່າວວ່າ ນີ້ແມ່ນຂອງຂວັນທີ່ສະແດງໃຫ້ເຫັນນໍ້າໃຈຂອງຄອບຄົວ ທ່ານ ເຈີນດັ່ງຄ່ວາ ຕໍ່ກັບ “ນັກຮົບຢູ່ສະໜາມຮົບການຕ່າງປະເທດ” ແລະ ແມ່ນການແບ່ງປັນ, ຄວາມຮູ້ບຸນຄຸນຂອງຄອບຄົວ ຕໍ່ບ້ານເກີດເມືອງນອນ ແລະ ປະເທດຊາດ.

ໃນພິທີ, ທ່ານ ໂຫງ່ຈີງຮ່າ ໄດ້ມອບຈົດໝາຍໃຫ້ຜູ້ຕາງໜ້າຄອບຄົວ ທ່ານ ເຈີນດັ່ງຄ່ວາ ຈາກທ່ານຮອງລັດຖະມົນຕີການຕ່າງປະເທດ, ປະທານຄະນະກໍາມະການແຫ່ງລັດສໍາລັບຊາວຫວຽດນາມຢູ່ຕ່າງປະເທດ ຝ້າມກ່ວາງຮ້ຽວ ສະແດງຄວາມຂອບໃຈ, ຮັບຮູ້ ແລະ ຕີລາຄາສູງຕໍ່ກັບການກະທຳທີ່ມີຄວາມໝາຍອັນສູງສົ່ງ ແລະ ດີງາມຂອງຄອບຄົວ ທ່ານ ເຈີນດັ່ງຄ່ວາ.

ຄຳຮຸ່ງ

ທ່ານອາດຈະມັກ

ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ເຫດການ