ໄຂ​ສົກ​ຮຽນ​ສອນ​ພາ​ສາຫວຽດ ປີ 2021 ໃຫ້​ແກ່​ລູກຫຼານ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ໂຮນ​ລັງ ແລະ ບັນ​ດາເຂີຍຊາວ​ໂຮນ​ລັງ

08:00 | 18/09/2021

ຍ​ສ​ໝ - ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ ໂຮນ​ລັງ​ຫາ​ກໍ່​ຈັດ​ຕັ້ງ​ພິ​ທີ​ໄຂ​ສົກ​ຮຽນ​ສອນ​ພາ​ສາຫວຽດ​ ປີ 2021 ໃຫ້​ແກ່​ລູກຫຼານຊາວ​ຫຽດ​ນາມ ອາ​ໄສ​ຢູ່​ໂຮນ​ລັງ ແລະ ບັນ​ດາ​​ເຂີຍ​ຊາວໂຮນລັງ​ຢູ່​ສະ​ຖານ​ທູດ

ໂຮງ​ຮຽນ​ສອງ​ພາ​ສາ ລາວ - ຫວຽດ​ນາມ ຫງວຽນ​ຢູ ໄຂ​ສົກ​ຮຽນ​ໃໝ່ 2021 – 2022 ໂຮງ​ຮຽນ​ສອງ​ພາ​ສາ ລາວ - ຫວຽດ​ນາມ ຫງວຽນ​ຢູ ໄຂ​ສົກ​ຮຽນ​ໃໝ່ 2021 – 2022
ບັນ​ດາ​ປະ​ເທດ​ເອີ​ລົບ​ສະ​ໜັ​ບ​ສະ​ໜູນ​ການ​ສະ​ໜອງ, ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ວັກ​ຊິນ​ໃຫ້​ແກ່ ຫວຽດ​ນາມ ບັນ​ດາ​ປະ​ເທດ​ເອີ​ລົບ​ສະ​ໜັ​ບ​ສະ​ໜູນ​ການ​ສະ​ໜອງ, ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ວັກ​ຊິນ​ໃຫ້​ແກ່ ຫວຽດ​ນາມ
ໄຂ​ສົກ​ຮຽນ​ສອນ​ພາ​ສາຫວຽດ ປີ 2021 ໃຫ້​ແກ່​ລູກຫຼານ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ໂຮນ​ລັງ ແລະ ບັນ​ດາເຂີຍຊາວ​ໂຮນ​ລັງ
ພິ​ທີ​ໄຂ​ສົກ​ຮຽນ​ໃໝ່

ພິ​ທີ​ໄຂ​ສົກ​ຮຽນ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ໂຮນ​ລັງ ຟ້າມ​ວຽດ​ແອັງ ແລະ ພັນ​ລະ​ຍາ, ບັນ​ດາຜູ້ປົກຄອງ, ​ນັກ​ຮຽນ ໄດ້​ເຂົ້າ​ຮ່ວມ​ພິ​ທີ ພ້ອມ​ກັບ​ບັນ​ດາ​ຄູ​ສອນ​ອາ​ສາ​ສະ​ໝັກ.

ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມ​ວຽດ​ແອັງ​ ໄດ້​ໂອ້​ລົມ​ຢ່າງ​ສະ​ໜິດ​ສະ​ໜົມ​ກັບ​ບັນ​ດາ​ນ້ອງ​ນ້ອຍ​ດ້ວຍ​ພາ​ສາ​ຫວຽດ, ກັບ​ບັນ​ດາ​ຄອບ​ຄົວ​ຊາວ​ຫວຽດ ຢູ່​ເຂດ La Haye ກ່ຽວ​ກັບ​ບົດ​ຮຽ​ນ​ຂອງ​ປະ​ທານ​ໂຮ່​ຈີ​ມິນ ໃນ​ການ​ລົບ​ລ້າງ​ການ​ກຶກ​ໜັງ​ສື​ຢູ່ ຫວຽດ​ນາມ ພາຍຫຼັງ​ປະ​ຕິ​ບັດ​ສຳ​ເລັດ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ.

ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມ​ວຽດ​ແອັງ​ ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ບັນ​ດາ​ຄູ​ສ​ອນ​ອາ​ສາ​ສະ​ໝັກ ຈາກ​ສະ​ຖາ​ນ​ທູດ ແລະ ໃນ​ຊຸມ​ຊົນ ທີ່​ພວມ​ຮ່ວມ​ແຮງ​ຮ່ວມ​ໃຈ​ປະ​ກອບ​ສ່ວນ​ຮັກ​ສາ​ພາ​ສາ​ຫວຽດ ໃຫ້​ແກ່​ບັນ​ດາ​ນ້ອງ​ນ້ອຍ. ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ພໍ່​ແມ່​ປະ​ຊາ​ຊົນ​ເຊື່ອມ​ຕໍ່​ປະ​ຊາ​ຄົມ​ໃນ​ວົງ​ກ້​ວາງ​ກ່​ວາ​ອີກ, ແບ່ງ​ປັນ ແລະ ຮ່ຳ​ຮຽນ​ປະ​ສົບ​ການຈາກ​ບັນ​ດາ​ໂຮງ​ຮຽນ​ສອນ​ພາ​ສາ​ຫວຽດ ທີ່​ມີ​ການ​ເຄື່ອນ​ໄຫວ​ແຕ່​ດົນ​ນານ​ຢູ່ ໂຮນ​ລັງ ເພື່ອ​ທະ​ວີ​ຄູນ​ຮູບ​ແບບ​ສອນ​ພາ​ສາ​ຫວຽດ, ສົມ​ທົບ​ກັບ​ບັນ​ດາຫຼັກ​ສູດ​ການ​ສອນ​ພາ​ສາ​ຫວຽດ​ໃນ​ອິນ​ເຕີ​ເນັດ ເພື່ອ​ຮັກ​ສາ​ພາ​ສາ​ຫວຽດ ໃຫ້​ແກ່​ລຸ້ນ​ຄົນ​ໃນ​ອະ​ນາ​ຄົດ ກໍ່​ຄື​ພໍ່​ແມ່​ພີ່​ນ້ອງ​​ຊາວ​ໂຮນ​ລັງ.

ໃນ​ປີ 2020, ເຖິງວ່າ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ແຕ່​ຫ້ອງ​ຮຽນ​ສອນ​ພາ​ສາ​ຫວຽດ ຍັງ​ເຄື່ອນ​ໄຫວ​ເປັນ​ປົກ​ກະ​ຕິ, ປ່ຽນ​ແປງ​ຈາ​ກການ​ສອນ​ໂດຍ​ກົງ​ເປັນ​ການ​ສອນ​ທາງ​ໄກ, ຈຳ​ນວນ​ນັກ​ຮຽນ​ຍັງ​ເພີ່ມ​ຂຶ້ນອີກ. ຫ້ອງ​ຮຽນ​ໄດ້​ກ້າວ​ເຂົ້າ​ສູ່​ປີ​ທີ 5 ແລະ ຈະ​ກາຍ​ເປັນ​ຄອບ​ຄົວ​ທີ່​ອົບ​ອຸ່ນ. ຜູ້​ຕາງ​ໜ້າ​ຂອງ​ບັນ​ດາ​ຄອບ​ຄົວ​ທີ່​ມີ​ລູກຫຼານເຂົ້າ​ຮ່ວມ​ການ​ຮຽນ​ໄດ້​ສະ​ແດງ​ຄວາມຂອບ​ອົກ​ຂອບ​ໃຈ​ຢ່າງສຸດຊື້ງ ເມື່ອສະ​ຖານ​ທ​ູດ​ໄດ້​ມີ​ຄວາມ​ສົນ​ໃຈ​ເຖິງ​ລູກຫຼານ​ຂອງ​ພ​ໍ່​ແມ່​ຊາວ​ຫວຽດາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ເຂົາ​ເຈົ້າ​ກໍ່​ຢັ້ງ​ຢືນ​ວ່າ ຈະ​ສົມ​ທົບ​ກັບ​ຫ້ອງ​ຮຽນ​ເພື່ອ​ໜູນ​ຊ່ວຍ​ໃຫ້​ແກ່​ລູກຫຼານ​​ໃນ​ການ​ຮ່ຳ​ຮຽນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.