ກອງ​ທຶນ​ແຫ່ງ​ຄວາມ​ເມດ​ຕາ ຊຸດເສື້ອ​ຍາວພັນ​ລະ​ຍາ ​ເອີ​ລົບ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ Sacarmento, ອາ​ເມ​ລິ​ກາ​ ສະ​ໜັບ​ສະ​ໜູນ​​ນະ​ຄອນ​ໂຮ່​ຈີ​ມິນ ເພື່ອ​ຕ້ານ​ໂລກ​ລະ​ບາດ

11:00 | 18/09/2021

ຍ​ສ​ໝ - ​ກອງ​ທຶນ​ແຫ່ງ​ຄວາມ​ເມດ​ຕ​າ ຊຸດເສື້ອ​ຍາວ​ພັນ​ລະ​ຍາ ເອີ​ລົບ ໄດ້​ຕັ້ງ​ໜ້າ​ຮຽກ​ຮ້ອງ​ການ​ປະ​ກອບ​ສ່ວນ​ຂອງ​ບັນ​ດາ​ຊາວ​ຫວຽດ​ນາມ​ພວມ​ອາ​ໄສ ແລະ ເຮັດ​ວຽກ​ຢູ່ ເອີ​ລົບ ສະ​ໜັບ​ສະ​ໜູນ​ບັນ​ດາ​ແພດ​ໝໍ ທີ່​ພວມ​ຕໍ່​ສູ້​ເພື່ອ​ກູ້​ເອົາ​ຊີ​ວິດ​​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ທັງ​ເວັນ ແລະ ຄືນ ຢູ່ ຫວຽດ​ນາມ ເວົ້າ​ລວມ ແລະ ນະ​ຄອນ​ໂຮ່​ຈີ​ມິນ​ ເວົ້າ​ສະ​ເພາະ.

ໄວໜຸ່ມ​ນະ​ຄອນ​ປະ​ຕິ​ບັດ​ອາ​ທິດຈຸດ​ສຸມ​ໃນ​ການ​ປ້ອງ​ກັນ​, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໄວໜຸ່ມ​ນະ​ຄອນ​ປະ​ຕິ​ບັດ​ອາ​ທິດຈຸດ​ສຸມ​ໃນ​ການ​ປ້ອງ​ກັນ​, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ສະ​ເຫຼີ​ມ​ສະຫຼອງ 76 ປີ​ແຫ່ງວັນ​ຊາດ ​ທີ 2 ກັນ​ຍາ: ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ກາ​ນາ​ດາ ແລະ ມາ​ເລ​ເຊຍ ມຸ່ງ​ໄປ​ເຖິງ​ປະ​ເທດ​ຊາດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການຕ້ານ​ໂຄວິດ - 19. ສະ​ເຫຼີ​ມ​ສະຫຼອງ 76 ປີ​ແຫ່ງວັນ​ຊາດ ​ທີ 2 ກັນ​ຍາ: ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ກາ​ນາ​ດາ ແລະ ມາ​ເລ​ເຊຍ ມຸ່ງ​ໄປ​ເຖິງ​ປະ​ເທດ​ຊາດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການຕ້ານ​ໂຄວິດ - 19.
ກອງ​ທຶນ​ແຫ່ງ​ຄວາມ​ເມດ​ຕາ ຊຸດເສື້ອ​ຍາວພັນ​ລະ​ຍາ ​ເອີ​ລົບ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ Sacarmento, ອາ​ເມ​ລິ​ກາ​ ສະ​ໜັບ​ສະ​ໜູນ​​ນະ​ຄອນ​ໂຮ່​ຈີ​ມິນ ເພື່ອ​ຕ້ານ​ໂລກ​ລະ​ບາດ
ກອງ​ທຶນ​ແຫ່ງ​ຄວາມ​ເມດ​ຕາ ຊຸດເສື້ອ​ຍາວພັນ​ລະ​ຍາ ​ເອີ​ລົບ​ ສະ​ໜັບ​ສະ​ໜູນ​​ນະ​ຄອນ​ໂຮ່​ຈີ​ມິນ ເພື່ອ​ຕ້ານ​ໂລກ​ລະ​ບາດ (ພາບ: ຄະ​ນະ​ພັກ​ນະ​ຄອນ​ໂຮ່​ຈີມ​ິນ)

​ວັນ​ທີ 15 ກັນ​ຍາ, ຜູ້​ຕາງ​ໜ້າ​ຄະ​ນະ​ກຳ​ມະ​ການ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ນະ​ຄອນ​ໂຮ່​ຈີ​ມິນ, ທ່ານ ຫງວຽນ​ຈິ໊ເຕິມ ຫົວ​ໜ້າ​ຫ້ອງ​ການ, ປະ​ທານ​ກຳ​ມະ​ບານ ແລະ ທ່ານ​ເຈິ່ນກວາງ​ທູ, ຫົວ​ໜ້າ​ຫ້ອງ​ການ​ເສດ​ຖະ​ກິດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ ໄດ້​ເປັນ​ຕາງ​ໜ້າ​ກອງ​ທຶນ​ແຫ່ງ​ຄວາມ​ເມດ​ຕ​າ ຊຸດເສື້ອ​ຍາວ​ພັນ​ລະ​ຍາ ເອີ​ລົບ ໂອນ​ເງິນ​ສະ​ໜັບ​ສະ​ໜູນ​ຖັນ​ແຖວ​ແພດ​ໝໍ ຂອງໂຮງ​ໝໍ​ເຈີ້​ໄຮ, ນະ​ຄອນໂຮ່​ຈີ​ມິນ ເປັນ​ຈຳ​ນວນ 125.024.000 ດົ່ງ.

ຄະ​ນະ​ກຳ​ມະ​ການ​ຊາວ​ຫວຽດາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ນະ​ຄອນ​ໂຮ່​ຈີ​ມິນ ໄດ້​ຮັບ​ການມອບ​ສິດ​ຈາກ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ ກ່ຽວ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ - ກະ​ຊວງ​ການ​ຕ່າງ​ປະ​ເທດ ຮັບ​ຈຳ​ນວນ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ (ລວມ​ມີ: ຜ້າ​ອັດ​ປາກ​ດັງ N95 3840 ອັນ, ຜ້າ​ອັດ​ປາກ​ດັງ 3M 480 ອັນ, ຊຸດ​ປ້ອງ​ກັນ​ເຊື້ອທາງ​ການ​ແພດ 80 ຊຸດ, ໜ້າກາກແຜ່ນ​ຢາງ 500 ອັນ) ຂອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ Sacarmento (California, ອາ​ເມ​ລິ​ກາ) ໄດ້​ສົ່ງ​ມາ​ໃຫ້​ບັນ​ດາ​ທ່ານ​ໝໍ, ໂຮງ​ໝໍ​ເຈີ້​ໄຮ ທີ່ພວມ​ຢູ່​ແນວ​ໜ້າ​ໃນ​ການ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ນະ​ຄອນ​ໂຮ່​ຈີ​ມິນ.

ທ່ານ ປ.ອ ເລ​ມິງ​ຮ່ຽນ - ຫົວ​ໜ້າ​ຫ້ອງ​ການ​ປະ​ຕິ​ບັດ​ວຽກ​ງານ​ສັງ​ຄົມ, ຮອງ​ຫົວ​ໜ້າ​ປະ​ສານການຜ່າ​ຕັດ​ອະໄວຍະວະພາຍ​ໃນ ໂຮງ​ໝໍ ເຈິ້​ໄຮ ໄດ​້​ຮັບ​ຈຳ​ນວນ​ເງິນ​ສະ​ໜັບ​ສະ​ໜູນ​ຈາກ​ກອງ​ທຶນ​ແຫ່ງ​ຄວາມ​ເມດ​ຕ​າ ຊຸດເສື້ອ​ຍາວ​ພັນ​ລະ​ຍາ ເອີ​ລົບ ແລະ ບັນ​ດາ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ຂອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ Sacarmento (California, ອາ​ເມ​ລິ​ກາ).

ກອງ​ທຶນ​ແຫ່ງ​ຄວາມ​ເມດ​ຕ​າ ຊຸດເສື້ອ​ຍາວ​ພັນ​ລະ​ຍາ ເອີ​ລົບ ໄດ້​ຕັ້ງ​ໜ້າ​ຮຽກ​ຮ້ອງ​ການ​ປະ​ກອບ​ສ່ວນ​ຂອງ​ບັນ​ດາ​ຊາວ​ຫວຽດ​ນາມ​ພວມ​ອາ​ໄສ ແລະ ເຮັດ​ວຽກ​ຢູ່ ເອີ​ລົບ ສະ​ໜັບ​ສະ​ໜູນ​ບັນ​ດາ​ແພດ​ໝໍ ທີ່​ພວມ​ຕໍ່​ສູ້​ເພື່ອ​ກູ້​ເອົາ​ຊີ​ວິດ​​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ທັງ​ເວັນ ແລະ ຄືນ ຢູ່ ຫວຽດ​ນາມ ເວົ້າ​ລວມ ແລະ ນະ​ຄອນ​ໂຮ່​ຈີ​ມິນ​ ເວົ້າ​ສະ​ເພາະ.

ທ່ານ​ນາ​ງ ຫງວຽນ​ວຽດ​ຈ່ຽວ, ປະ​ທານ​ສະ​ພາ​ພັນ​ລະ​ຍາ - ຊຸດເສື້ອ​ຍາວ ພັນ​ລະ​ຍາ​ທົ່ວ​ເອີ​ລົບ, ປະ​ທານ​ສະ​ມາ​ຄົມ​ແມ່​ຍິງ ຫວຽດ​ນາມ ປະ​ຈຳ ໂປ​ໂລຍ ​ແບ່ງ​ປັນ​ວ່າ: “ພວກ​ຂ​້າ​ພະ​ເຈົ້າ​ໄດ້​ຜ່ານ​ຜ່າ​ໄລ​ຍະ​ຈຸດ​ສຸມ​ຂອງ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ເອີ​ລົບ ແລ້ວ ດັ່ງ​ນັ້ນ ກໍ່​ຍິ່ງມີຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ບັນ​ດາ​ຄວາມ​ທຸກ​ຍາກ​ລຳ​ບາກ​ຂອງ​ຖັນ​ແຖວ​ແພດ​ໝໍ​ - ບັນ​ດາ​ນັກ​ຮົບ​ເສື້ອ​ຂາວ ຢູ່​ແຖວ​ໜ້າ​ຂອງ​ບັ້ນ​ຕໍ່​ສູ້​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ​ກ່​ວາ​ອີກ. ໂດຍຕາງ​ໜ້າ ກອງ​ທຶນ​ແຫ່ງ​ຄວາມ​ເມດ​ຕ​າ ຊຸດເສື້ອ​ຍາວ​ພັນ​ລະ​ຍາ ເອີ​ລົບ ທີ່ພວມ​ຢູ່​ຫວຽດ​ນາມ ຈະ​ມອບ​ບັນ​ດາ​ຂອງ​ຂັວນ​ແຫ່ງ​ຄວາມ​ຮັກ​ແພງ​ໃຫ້​ແກ່​ບັນ​ດາ​ແພດ​ໝໍໃນ​ໂຮງ​ໝໍ​ໂດຍ​ກົງ ເພື່ອ​ລະ​ດົມ​ກຳ​ລັງ​ໃຈ​ຈິດ​ໃຈຢ່າງ​ທັນ​ການ ກໍ່​ຄື​ໜູນ​ຊ່ວຍ​ໃຫ້​ແກ່​ໂຮງ​ໝໍ​ໃນ​ການ​ຊື້​ບັນ​ດາ​ວັດ​ຖຸ​ອຸ​ປະ​ກອນ​ທີ່​ຈຳ​ເປັນ.”

ບຸນ​ຄົງ

ເຫດການ
302 Found

Found

The document has moved here.