ສະຫະພັນສະມາຄົມຊາວໜຸ່ມນັກສຶກສາຫວຽດນາມຢູ່ເອີຣົບ ອາຍຸການ 2021-2023 ໄດ້ຮັບການສ້າງຕັ້ງຢ່າງເປັນທາງການ

16:50 | 17/09/2021

ຍສໝ - ຫວ່າງແລ້ວນີ້, ກອງປະຊຸມສ້າງຕັ້ງສະຫະພັນສະມາຄົມຊາວໜຸ່ມນັກສຶກສາຫວຽດນາມຢູ່ເອີຣົບ ໄດ້ຈັດຂຶ້ນໃນຮູບແບບທາງອອນໄລ ແລະ ໂດຍກົງ ດ້ວຍການສະໜັບສະໜູນຂອງຄະນະກຳມະການແຫ່ງລັດ ສຳລັບຊາວຫວຽດນາມຢູ່ຕ່າງປະເທດ ແລະ ຫ້ອງການຜູ້ຕາງໜ້າ ຊາວຫວຽດນາມຢູ່ເອີຣົບ, ທີ່ສະຖານທູດຫວຽດນາມ ປະຈຳບຣຸກແຊນ (ແບນຊິກ).

ການແຂ່ງຂັນກິລາເຕະບານນັກສຶກສາຫວຽດນາມ ເພື່ອສະໜັບສະໜູນກອງທຶນວັກຊີນກັນພະຍາດໂຄວິດ -19 ການແຂ່ງຂັນກິລາເຕະບານນັກສຶກສາຫວຽດນາມ ເພື່ອສະໜັບສະໜູນກອງທຶນວັກຊີນກັນພະຍາດໂຄວິດ -19
"Choose France 2021": ເຊີດຊູນັກສຶກສາຫວຽດນາມ ທີ່ປະເທດຝຣັ່ງ

ກອງປະຊຸມມີການເຂົ້າຮ່ວມຂອງຜູ້ຕາງໜ້າຊາວໜຸ່ມນັກສຶກສາຈາກ 11 ປະເທດ: ແບນຊິກ, ຝຣັ່ງ, ເຢຍລະມັນ, ເຊັກໂກ, ໂອຕຣິດ, ໂປໂລຍ, ຮົງກາລີ, ຣູມານີ, ສະເປນ, ອີຕາລີ, ໂຮນລັງ; ແລະ ມີການເປັນສັກຂີພະຍານໂດຍກະຊວງການຕ່າງປະເທດ, ຄະນະກຳມະການແຫ່ງລັດ ສຳລັບຊາວຫວຽດນາມຢູ່ຕ່າງປະເທດ, ສະຫະພັນຊາວໜຸ່ມຫວຽດນາມ ແລະ ສະຫະພັນສະມາຄົມຊາວຫວຽດນາມຢູ່ເອີຣົບ.

ສະຫະພັນສະມາຄົມຊາວໜຸ່ມນັກສຶກສາຫວຽດນາມຢູ່ເອີຣົບ ອາຍຸການ 2021-2023 ໄດ້ຮັບການສ້າງຕັ້ງຢ່າງເປັນທາງການ
ສະຫະພັນສະມາຄົມຊາວໜຸ່ມນັກສຶກສາຫວຽດນາມຢູ່ເອີຣົບ ອາຍຸການ 2021-2023 ໄດ້ຮັບການສ້າງຕັ້ງຢ່າງເປັນທາງການ.

ທີ່ກອງປະຊຸມ, ສະມາຄົມຊາວໜຸ່ມນັກສຶກສາຫວຽດນາມ ຢູ່ບັນດາປະເທດເອີຣົບ ທີ່ກ່າວມາຂ້າງເທິງ ໄດ້ຕົກລົງສ້າງຕັ້ງສະຫະພັນສະມາຄົມຊາວໜຸ່ມນັກສຶກສາຫວຽດນາມຢູ່ເອີຣົບຢ່າງເປັນທາງການ ແລະ ປຶກສາຫາລືເລືອກຕັ້ງຄະນະບໍລິຫານງານຊົ່ວຄາວຂອງສະຫະພັນ ໂດຍມີສະມາຊິກຈຳນວນ 24 ຄົນເປັນປະທານ ແລະ ບັນດາຮອງປະທານສະມາຄົມຊາວໜຸ່ມນັກສຶກສາຫວຽດນາມຢູ່ເອີລົບ. ທ່ານນາງ ຫງວຽນຖິຢ້ຽວລີງ (ປະທານສະມາຄົມຊາວໜຸ່ມນັກສຶກສາຫວຽດນາມຢູ່ສາທາລະນະລັດເຊັກ) ໄດ້ຮັບເລືອກຕັ້ງເປັນປະທານຊົ່ວຄາວ.

ລຸ້ນໜຸ່ມຫວຽດນາມຢູ່ຕ່າງປະເທດ ນັບມື້ນັບມີບົດບາດສຳຄັນໃນພາລະກິດສ້າງສາ, ພັດທະນາ ແລະ ປົກປັກຮັກສາປະເທດຊາດ. ບົດສະຫຼຸບເລກທີ 12-KL/TW ກ່ຽວກັບວຽກງານຊາວຫວຽດນາມຢູ່ຕ່າງປະເທດໃນສະພາບການໃໝ່ ໂດຍກົມການເມືອງ ປະກາດໃຊ້ໃນວັນທີ 12 ສິງຫາ 2021 ໄດ້ເນັ້ນ ໜັກວ່າ: ສືບຕໍ່ຍົກສູງສະຕິ ແລະ ຄວາມຮັບຜິດຊອບໃນການປະຕິບັດແຜນນະໂຍບາຍມະຫາສາມັກຄີທົ່ວປວງຊົນ ຂອງພັກ ແລະ ລັດສຳລັບຊາວຫວຽດນາມຢູ່ຕ່າງປະເທດຢ່າງມີປະສິດທິຜົນ. ປ່ຽນແປງໃໝ່, ຫັນເປັນຫຼາກຫຼາຍຮູບແບບ, ມີໄຫວພິບໃນການຜັນຂະຫຍາຍການລະດົມຊາວຫວຽດນາມຢູ່ຕ່າງປະເທດ, ໂດຍສະເພາະແມ່ນລຸ້ນໜຸ່ມ, ຕິດພັນກັບບ້ານເກີດເມືອງນອນ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາຂອງປະເທດປະຈຳຖິ່ນ, ກາຍເປັນຂົວຕໍ່, ປະກອບສ່ວນຊຸກຍູ້ການພົວພັນອັນດີງາມ ລະຫວ່າງຫວຽດນາມກັບບັນດາປະເທດອື່ນ”.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.