Newhaven ຈັດ​ຕັ້ງ​ເຫດ​ກາ​ນ​ວັດ​ທະ​ນະ​ທຳຫວຽດ​ນາມ

18:00 | 01/10/2021

ຍ​ສ​ໝ - ວັນ​ທີ 28 ກັນ​ຍາ, ສະ​ຖານ​ທູດຫວຽດ​ນາມປະ​ຈຳລາ​ຊະ​ອາ​ນາ​ຈັກອັງ​ກິດໄດ້​ສົມ​ທົບ​ກັບ​ອຳ​ນາດ​ການ​ປົກ​ຄອງເທດ​ສະ​ບານ Newhaven (ເມືອງ Lewes, ເຂດ Sussex, ທາງ​ພາກ​ໃຕ້ ປະ​ເທດອັງ​ກິດ ) ໄດ້​ຈັດ​ຕັ້ງ​ເຫດ​ການ “ພົບ​ປະ​ກັບຫວຽດ​ນາມຢູ່ Newhaven”

ສ້າງ​ຕັ້ງສະ​ພາ​​​ລະ​ດັບ​ຊາດ​ພິ​ຈາ​ລະ​ນາການມອບນາມ​ມະ​ຍົດ​ນັກສິ​ລະ​ປິນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ ສ້າງ​ຕັ້ງສະ​ພາ​​​ລະ​ດັບ​ຊາດ​ພິ​ຈາ​ລະ​ນາການມອບນາມ​ມະ​ຍົດ​ນັກສິ​ລະ​ປິນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ
ບັນ​ດາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່ ເຊີນ​ລາ ອະ​ນຸ​ລັກ​ຮັກ​ສາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຕົນ​ໄວ້ ບັນ​ດາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່ ເຊີນ​ລາ ອະ​ນຸ​ລັກ​ຮັກ​ສາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຕົນ​ໄວ້
Newhaven ຈັດ​ຕັ້ງ​ເຫດ​ກາ​ນ​ວັດ​ທະ​ນະ​ທຳຫວຽດ​ນາມ
ເຫດ​ການ “ພົບ​ປະ​ກັບຫວຽດ​ນາມຢູ່ Newhaven” (ພາບ: quangngaitv.vn)

ທີ່​ເຫດ​ການ, ປະ​ຊາ​ຊົນ​ທ້ອງ​ຖິ່ນ​ໄດ້ມີ​ກາ​ລະ​ໂອ​ກາດ​ຊອກ​ຮູ້​ກ່ຽວ​ກັບ​ປະ​ເທດ​ຊາດ, ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳແລະຊາວ​ຫວຽດ​ນາມ ຜ່ານ​ບັນ​ດາ​ຊຸດ​ພາບ​ຖ່າຍ​ບັນ​ດາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ເປັນ​ວັດ​ຖຸ ແລະບໍ່​ເປັນ​ວັດ​ຖຸ​ຂອງຫວຽດ​ນາມເຊິ່ງ​ UNESCO ໄດ້ຮັບ​ຮອງ​ເອົາ, ພ້ອມ​ທັງ​ຊິມ​ບັນ​ດາ​ເຍື່ອງ​ອາ​ຫານ​ທີ່​ເປັນ​ມູນ​ເຊື້ອ​ຂອງຫວຽດ​ນາມ.

ກ່າວ​ຄຳ​ເຫັນ​ທີ່​ເຫດ​ການ, ທ່ານ​ເອ​ກອ​ັກ​ຄະ​ລັດ​ຖະ​ທູດຫວຽດ​ນາມປະ​ຈຳລາ​ຊະ​ອາ​ນາ​ຈັກ​ອັງ​ກິດຫງວຽນ​ຮ່​ວາງ​ລອງໄດ້​ຫວນ​ຄືນ​ໄລ​ຍະ​ເວ​ລາທ່ານ​ປະ​ທານ​ໂຮ່​ຈີ​ມິນດຳ​ລົງ​ຊີ​ວິດແລະເຮັດ​ວຽກ​ຢູ່ ລອນດອນ ​ນັບ​ແຕ່​ປີ 1913 ຫາປີ 1917 ແລະໄລ​ຍະ​ເພີ່ນ​ເຮັດ​ວຽກ​ຢູ່​ ເຮືອDeppie-Newhaven, ເຊິ່ງໄດ້​ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ການ​ພົວ​ພັນ​ມິດ​ຕະ​ພາບຫວຽດ​ນາມແລະ Newhaven ເວົ້າ​ສະ​ເພາະ​ກໍ່​ຄື​ການ​ພົວ​ພັນ​ລະ​ຫວ່າງຫວຽດ​ນາມ - ອັງ​ກິດ​ເວົ້າ​ລວມ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດເຊື່ອ​ໝັ້ນ​ວ່າການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງຫວຽດ​ນາມແລະ Newhaven ແລະການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດ​ນາມ - ອັງ​ກິດ​ຈະ​ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ, ພິ​ເສດ​ແມ່ນ​ເມື່ອ​ສອງ​ປະ​ເທດ​ພວມ​ມຸ່ງ​ໄປ​ເຖິງ​ການ​ສະ​ເຫຼີ​ມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດໃນ​ປີ 2023 ດ້ວຍ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍຫຼາຍ​ຢ່າງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.