ຍສໝ - ຄົນຫວຽດນາມໃຊ້ງູເພື່ອບົ່ງບອກເຖິງ 1 ໃນ 12 ລາສີຕາມການຄິດໄລ່ໃນປະຕິທິນຂອງຕົນ. ງູເປັນສັດປ່າ, ຍາກທີ່ລ້ຽງໃຫ້ຮູ້ຄວາມ, ນອກນັ້ນຍັງມີພິດ ສະນັ້ນ ເປັນໜຶ່ງໃນທັດສະນະຄະຕິ, ງູເປັນສັນຍາລັກຂອງຄວາມບໍ່ດີ ແລະ ໂຫດຮ້າຍສາມານ. ເຖີງຢ່າງໃດກໍຕາມ, ໃນອີກແງ່ມູມໜຶ່ງຂອງທັດສະນະຄະຕິນີ້, ບາງຄັ້ງງູກໍ່ພັດເປັນສັນຍາລັກຂອງການດໍາລົງຊີວິດປະຖົມບູຮານ, ມີພິບໄຫວ, ຢາວິເສດ, ສຸຂະພາບ ...
ຍສໝ - ຮຽນທ່ານ, ປັດຈຸບັນທົ່ວປະເທດກໍາລັງມີຄວາມສົນໃຈຫຼາຍກ່ຽວກັບນິຍາມ "ສັງກາດບືນຕົວກ້າວຂຶ້ນຂອງຊາດ", ຄວາມຮູ້ສຶກຂອງທ່ານກ່ຽວກັບບັນຫານີ້ແມ່ນຫຍັງ?
ຍສໝ - ສິ້ນສຸດປີທີ່ມີການເຄື່ອນໄຫວນັບພັນວຽກງານການຕ່າງປະເທດຢູ່ພາຍໃນ ແລະ ຕ່າງປະເທດ, ບັນດາຄູ່ຮ່ວມມື, ເພື່ອນມິດສາກົນ ໄດ້ຕີລາຄາສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ຄືແນວໃດ ແລະ ເຂົາປາດຖະໜາ ແລະ ມີຂໍ້ສະເໜີໃດແດ່ຕໍ່ VUFO ໃນອະນາຄົດ?
ຍສໝ - ນີ້ແມ່ນບັນດາເຮືອນທີ່ອົງການ Habitat ຫວຽດນາມ ອຸປະຖຳຮ່ວມໃຫ້ຄອບຄົວທຸກຍາກຊາວຫວຽດນາມ ທີ່ປະສົບກັບຄວາມຫຍຸ້ງຍາກ 19.000 ຄອບຄົວໃນໄລຍະ 20 ປີຜ່ານມາ.
ຍສໝ - ຕອນເຊົ້າວັນທີ 18 ມັງກອນນີ້, ຢູ່ສວນສາທາລະນະມິດຕະພາບ ສວາຍງ່ວນ (ຫວ້ຍງ່ວນ - ທາງແຍກ ຮ່ວາງຊາ - ເລວັນເລືອງ - ເລືອງຫຶວແຂງ, ຕາແສງ ເຖາະກວາງ, ເມືອງ ເຊີນຈ່າ, ນະຄອນ ດ່າໜັງ)ໄດ້ດຳເນີນພິທີປູກຕົ້ນໄມ້ມິດຕະພາບ. ເຫດການດັ່ງກ່າວແມ່ນຢູ່ໃນຂອບເຂດຂອງລາຍການເວທີປາໄສ ບັນດານະຄອນ ມິດຕະພາບຮ່ວມມື ຈັດຂຶ້ນໂດຍ ຄະນະກຳມະການ ປະຊາຊົນ ນະຄອນດ່າໜັງ.
ຍສໝ - ຕອນເຊົ້າວັນທີ 19 ມັງກອນ 2025, ພີ່ນ້ອງຊາວຫວຽດນາມ ຢູ່ຕ່າງປະເທດ 8 ກົມກອງລວມໝູ່ ແລະ 18 ບຸກຄົນ ໄດ້ຮັບການຍ້ອງຍໍຈາກ ຄະນະບໍລິຫານງານສູນກາງແນວໂຮມປະເທດຊາດ ຫວຽດນາມ ຍ້ອນໄດ້ມີປະກອບສ່ວນຢ່າງແທດຈິງເຂົ້າໃນວຽກງານສ້າງສາ , ເຕົ້າໂຮມ ແລະ ສາມັກຄີວົງຄະນະຍາດ.
ຍສໝ - ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ແຂວງກຽນຢາງ ແລະ ອົງການຈັດຕັ້ງ Habitat ຫວຽດນາມ ຫາກໍ່ສົມທົບກັບສະມາຄົມຊາວກະສິກອນແຂວງ ແລະ ຄະນະກຳມະການປະຊາຊົນ ເມືອງກຽນເລືອງ (ກຽນຢາງ) ໄດ້ຈັດພິທີມອບ - ຮັບເຮືອນ 15 ຫຼັງ ພາຍໃຕ້ໂຄງການ “ເຮືອນຢູ່ສວຍງາມ, ຊີວິດສະຫງົບສຸກ”. ໂຄງການແນໃສ່ໜູນຊ່ວຍບັນດາຄອບຄົວທີ່ທຸກຍາກກ່ຽວກັບເຮືອນຢູ່ໃນຕາແສງ ບິ່ງອານ, ເມືອງ ກຽນເລືອງ.
ຍສໝ - ວັນທີ 20 ມັງກອນນີ້, ສະມາຄົມມິດຕະພາບ ຫວຽດນາມ - ສ.ເກົາຫຼີ ແລະ ສະມາຄົມຊາວ ສ.ເກົາຫຼີ ຢູ່ນະຄອນ ຫ່າຍຟ່ອງ ໄດ້ຈັດງານພົບປະແລກປ່ຽນມິດຕະພາບ ຫວຽດນາມ - ສ.ເກົາຫຼີ ແລະ ເປີດຕົວສະໂມສອນວິສາຫະກິດ ຫວຽດນາມ - ສ.ເກົາຫຼີ ນະຄອນ ຫ່າຍຟ່ອງ.
ຍສໝ - ວັນທີ 13 ມັງກອນ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ຈັດຕັ້ງກອງປະຊຸມຄະນະບໍລິຫານງານ ຄັ້ງທີ 2, ຊຸດທີ 5 ເພື່ອສະຫຼຸບ, ຕີລາຄາວຽກງານໃນປີ 2024 ແລະ ວາງອອກທິດທາງ, ໜ້າທີ່ໃນປີ 2025.
ຍສໝ - ໃນຕອນເຊົ້າ ວັນທີ 19 ທັນວານີ້ 2024 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສິພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ຫງວຽນ ຫ໋າຍ ນິງ,ລັດຖະມົນຕີກະຊວງຍຸຕິທໍາ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 18-20 ທັນວາ 2024.
ຍສໝ - ຕອນຄ່ຳວັນທີ 13 ມັງກອນ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໋ງ ພ້ອມດ້ວຍພັນລະຍາໄດ້ເປັນປະທານງານລ້ຽງຂອງລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເພື່ອລ້ຽງຕ້ອນຮັບຄະນະການທູດເນື່ອງໃນໂອກາດປີໃໝ່ສາກົນ 2025 ແລະ ກະກຽມຕ້ອນຮັບບຸນປີໃໝ່ປະຈຳຊາດ ປີມະເສັງ 2025.
ຍສໝ - “ສ້າງລະບົບສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໃຫ້ເຂັ້ມແຂງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສະພາບການໃໝ່, ຄວາມຕັ້ງຫວັງຂອງການນຳພັກ ແລະ ລັດ, ຄວາມຕ້ອງການພັດທະນາດ້ວຍຕົນເອງຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ກໍ່ຄືການຜັນຂະຫຍາຍຢ່າງມີປະສິດທິຜົນແຜນການເຮັດວຽກປີ 2025”. ນີ້ແມ່ນທິດທາງການເຮັດວຽກ ປີ 2025 ຂອງລະບົບສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ທີ່ບັນດາຜູ້ແທນທີ່ກອງປະຊຸມຄະນະປະທານຄັ້ງທີ 13, ອາຍຸການ VI ໄດ້ຮັບການຮັບຮອງເອົາ 100% ເຊິ່ງຈັດຂຶ້ນໃນຫວ່າງມໍ່ໆມານີ້ຢູ່ ຮ່າໂນ້ຍ.
ຍສໝ - ວັນທີ 12 ມັງກອນນີ້, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໂຕເລີມ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ໂດຍ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ ນຳໜ້າຄະນະ ມີການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.
ຍສໝ - ວັນທີ 13 ມັງກອນນີ້, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ຈັດຕັ້ງການພົບປະສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ (15 ມັງກອນ 1975 - 15 ມັງກອນ 2025). ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ເລືອງເກື່ອງ ໄດ້ສົ່ງຈົດໝາຍ ແລະ ທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ໄດ້ສົ່ງດອກໄມ້ອວຍພອນສະມາຄົມ.
ຍສໝ - ຕອນເຊົ້າວັນທີ 14 ມັງກອນນີ້, ທ່ານນາຍົກລັດຖະມົນຕີສະຫະພັນລັດເຊຍ Mikhail Vladimirovich Mishustin ໄດ້ເດີນທາງມາຮອດນະຄອນຫຼວງຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 14-15 ມັງກອນ 2025, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ.
ຍສໝ - ສະຫະພັນແມ່ຍິງນະຄອນ ໂຮ່ຈີມິນ ໄດ້ເພີ່ມທະວີ ແລະ ເປີດກວ້າງການເຄື່ອນໄຫວທາງການທູດປະຊາຊົນ; ພົບປະແລກປ່ຽນ ແລະ ລົງນາມໃນຫຼາຍໂຄງການຮ່ວມມືກັບບັນດາອົງການຈັດຕັ້ງສາກົນ.
ຍສໝ - ຫຼັກໝາຍສາມແຍກແຫຼມອິນດູຈີນ, ບ່ອນທີ່ 3 ປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ ພົບກັນ, ບໍ່ພຽງແຕ່ເປັນສັນຍາລັກແຫ່ງສັນຕິພາບ ແລະ ມິດຕະພາບເທົ່ານັ້ນ, ແຕ່ຍັງເປັນຈຸດໝາຍປາຍທາງທີ່ດຶງດູດນັກທ່ອງທ່ຽວທີ່ມັກຮັກທຳມະຊາດ ແລະ ປະຫວັດສາດອີກດ້ວຍ.
ຍສໝ - ຕອນເຊົ້າວັນທີ 8 ມັງກອນ ປີ 2025, ກຸ່ມແມ່ຍິງປະຊາຄົມ ອາຊຽນ ປະຈຳ ຮ່າໂນ້ຍ (AWCH) ໄດ້ຈັດຕັ້ງການພົບປະອັນສະຫນິດສະຫນົມເນື່ອງໃນໂອກາດປີໃໝ່ 2025.
ຍສໝ - ຕາມແຈ້ງການຂອງກະຊວງການຕ່າງປະເທດຫວຽດນາມ, ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ສອນໄຊ ສີພັນດອນ, ທ່ານນາຍົກລັດຖະມົນຕີ ສສ ຫວຽດນາມ ຟ້າມມິງຈິງ ພ້ອມກັບຄະນະຜູ້ແທນຂັ້ນສູງລັດຖະບານຫວຽດນາມ ຈະໄປຢ້ຽມຢາມ ລາວ ແລະ ເປັນປະທານຮ່ວມກອງປະຊຸມກອງປະຊຸມຄັ້ງທີ 47 ຂອງຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ລາວ ແຕ່ວັນທີ 09-10 ມັງກອນ 2025.
ຍສໝ - ວັນທີ 6 ມັງກອນນີ້, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບຫວຽດນາມ - ສິງກະໂປ ໄດ້ສົມທົບກັບສະຖານທູດສິງກະໂປ ປະຈຳຫວຽດນາມ ໄດ້ຈັດຕັ້ງພິທີປະກາດ logo “ຄູ່ຮ່ວມມືຂອງສັງກາດໃໝ່” ລະຫວ່າງ ຫວຽດນາມ ແລະ ສິງກະໂປ. logo ເປັນທາງການໄດ້ຮັບການປະກາດ ເພື່ອແນໃສ່ເປັນຂີດໝາຍບາດກ້າວບຸກທະລຸໃໝ່ໃນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ ແລະ ສິງກະໂປ ໃນປີ 2025 - ເພື່ອສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ ແລະ ວັນຊາດ ສິງກະໂປ ຄົບຮອບ 60 ປີ.
ຍສໝ - ຕອນເຊົ້າວັນທີ 9 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ອອກຈາກຮ່າໂນ້ຍ ແລະ ມາຮອດປະເທດລາວ. ນີ້ແມ່ນປະເທດທຳອິດທີ່ການນຳທີ່ສຳຄັນຂອງຫວຽດນາມ ຈະໄປຢ້ຽມຢາມໃນປີ 2025.
ຍສໝ - ທ່ານ ບຸ່ຍແທງເຊີນ, ກຳມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ມີບົດຂຽນ “ວຽກງານການຕ່າງປະເທດ ຫວຽດນາມ ໃນປີ 2024: ຕັ້ງໜ້າ, ເປັນເຈົ້າການປະກອບສ່ວນເຂົ້າໃນທ່ວງທ່າການນຳປະເທດຊາດກ້າວເຂົ້າສູ່ສັງກາດໃໝ່”, ໄດ້ເນັ້ນໜັກເຖິງບັນດາຜົນງານ “ຄວາມສຳຄັນ, ຄວາມໝາຍທາງປະຫວັດສາດ” ຂອງວຽກງານການຕ່າງປະເທດຕັ້ງແຕ່ຕົ້ນອາຍຸການຈົນເຖິງປະຈຸບັນ. ບົດຂຽນມີເນື້ອໃນດັ່ງຕໍ່ໄປນີ້:
ຍສໝ - ຕອນບ່າຍວັນທີ 7 ມັງກອນ, ຢູ່ຮ່າໂນ້ຍ, ທ່ານປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຟ່ານແອງເຊີນ ໄດ້ມີການຕ້ອນຮັບເອກອັກຄະລັດຖະທູດ ຕວກກີ ປະຈຳ ຫວຽດນາມ, ທ່ານ Korhan Kemik.
ຍສໝ - ຕອນເຊົ້າວັນທີ 7 ມັງກອນ, ຢູ່ນະຄອນ ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ແຂວງ ກວາງນິງ ໄດ້ຈັດຕັ້ງການພົບປະສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ; 46 ປີແຫ່ງວັນໄຊຊະນະສົງຄາມປົກປັກຮັກສາເຂດຊາຍແດນຕາເວັນຕົກສຽງໃຕ້ຂອງປະເທດຊາດ ວັນທີ 7 ມັງກອນ (1979-2025) ແລະ ສະຫຼຸບວຽກງານຂອງສະມາຄົມໃນປີ 2024, ຜັນຂະຫຍາຍໜ້າທີ່ໃນປີ 2025.
ຍສໝ - ໂດຍຕ້ອນຮັບທ່ານລັດຖະມົນຕີກະຊວງການຕ່າງປະເທດ, ເຊື່ອມໂຍງກັບພາກພື້ນ ແລະ ປະຊາຊົນອາໄສຢູ່ຕ່າງປະເທດ ສ.ໂຕໂກ, ຕອນບ່າຍວັນທີ 8 ມັງກອນນີ້, ທີ່ສຳນັກງານປະທານປະເທດ, ທ່ານ ປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ສະເໜີໃຫ້ສອງຝ່າຍສົມທົບກັນເພື່ອຜັນຂະຫຍາຍບັນດາມາດຕະການເຮັດໃຫ້ການພົວພັນສອງຝ່າຍເລິກເຊິ່ງກ່ວາອີກ, ພິເສດແມ່ນເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ພົບປະຂັ້ນສູງ ແລະ ທຸກຂັ້ນ ເພື່ອຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ສ້າງພື້ນຖານອັນໜັກແໜ້ນຊຸກຍູ້ການຮ່ວມມືໃນທຸກຂົງເຂດ; ເພີ່ມທະວີການປະສານງານ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ບັນດາອົງການຈັດຕັ້ງພາກພື້ນ ແລະ ສາກົນ ເຊັ່ນ ສະຫະປະຊາຊາດ, ຂະບວນການບໍ່ເຊື່ອມຕໍ່, ອົງການພາສາຝຣັ່ງ, ສະຫະພາບອາຟຼິກາ...
ຍສໝ - ໃນບັນດາການເຄື່ອນໄຫວຕ້ອນຮັບບຸນປີໃໝ່ປະຈຳຊາດ ຫວຽດນາມ ປີມະເສັງ 2025 ແລະ ເຜີຍແຜ່ຈິດໃຈມຸ່ງໄປເຖິງບ້ານເກີດເມືອງນອນ, ວັນທີ 3 ມັງກອນ ຢູ່ນະຄອນຫຼວງວຽງຈັນ, ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ໄດ້ຈັດງານຕະຫຼາດນັດອາຫານການກິນລະດູບານໃໝ່ 2025.
ຍສໝ - ຫຼາຍການເຄື່ອນໄຫວເພີ່ມພູນຄູນສ້າງນ້ຳໃຈມິດຕະພາບຫວຽດນາມ - ລາວ - ກຳປູເຈຍ ໄດ້ຈັດຕັ້ງໂດຍບັນດາສະມາຄົມມິດຕະພາບ ໃນອາທິດຜ່ານມາ .
ຍສໝ - ຕອນຄ່ຳວັນທີ 6 ມັງກອນ ປີ 2025, ຢູ່ທີ່ເຮືອນ ອີຕາລີ (Casa Italia), ຮ່າໂນ້ຍ, ສະຖານທູດ ອີຕາລີ ໄດ້ຈັດພິທີປະດັບຫຼຽນໄຊກຽດຕິຄຸນອັນສະຫງ່າລາສີຂອງສາທາລະນະລັດ ອີຕາລີ - ຊັ້ນອັດສະວິນ ໃຫ້ທ່ານ ປອ ນາງ ຫງວຽນເຟືອງຮວ່າ, ຫົວໜ້າກົມຮ່ວມມືສາກົນ - ກະຊວງວັດທະນະທໍາ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ.
ຍສໝ - ວັນທີ 27 ທັນວາ 2024 ຜ່ານມາ, ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນໜັງສືແຕ່ງຕັ້ງຂອງ ທ່ານ ນາງ ຕະເຟືອງຢຸ້ງ ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ຄົນໃໝ່ ປະຈຳ ນະຄອນປາກເຊ, ແຂວງຈໍາປາສັກ.
ຍສໝ - ນີ້ແມ່ນເນື້ອໃນສະເໜີໂດຍທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫງວຽນແມ້ງຮຸ່ງ, ປະທານສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ທີ່ການຕ້ອນຮັບຄະນະຜູ້ແທນປະຊາຊົນ ອິນເດຍ ມາເຂົ້າຮ່ວມງານສະເຫຼີມສະຫຼອງມິດຕະພາບປະຊາຊົນ ຫວຽດນາມ - ອິນເດຍ ຄັ້ງທີ 12, ວັນທີ 17 ທັນວາ ຢູ່ ຮ່າໂນ້ຍ.