ຄົ້ນຄວ້າສະເໜີຊື້ໄຟຟ້າຈາກ ຈີນ ແລະ ລາວ ຕື່ມອີກ

20:59 | 23/02/2025

ຍສໝ - ​ໃນ​ຮ່າງ​ປັບປຸງ​ແຜນ​ງານ​ໄຟຟ້າ​ VIII, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ແຈ້ງ​ວ່າ: ກຸ່ມ​ບໍລິສັດ​ໄຟຟ້າ ​ຫວຽດນາມ (EVN) ພວມຄົ້ນຄວ້າ​ສະ​ເໜີ​ຊື້​ໄຟຟ້າ​ເພີ່ມ​ຈາກ​ຈີນ ຜ່ານ​ສະຖານີ B2B ທີ່​ຕັ້ງ​ຢູ່​ຊາຍ​ແດນ ຫວຽດນາມ - ຈີນ.

ຫວຽດນາມ - ລາວ ຊຸກຍູ້ການຮ່ວມມືຄວາມໝັ້ນຄົງດ້ານພະລັງງານ
ການຮ່ວມມືດ້ານໄຟຟ້າ: ຈຸດປະກາຍແຈ້ງນ້ຳໃຈມິດຕະພາບ ຫວຽດນາມ - ລາວ
ຄົ້ນຄວ້າສະເໜີຊື້ໄຟຟ້າຈາກ ຈີນ ແລະ ລາວ ຕື່ມອີກ

ກຳລັງຕິດຕັ້ງໄຟຟ້າພາຍໃນປະເທດຕ້ອງເພີ່ມຂຶ້ນຂອບຂະໜາດ 2,5 - 3 ເທົ່າໃນປີ 2030 ແລະ 5 - 7 ເທົ່າໃນປີ 2050. ພາບປະກອບ - EVNHANOI.

ຕາມ​ທ່ານ​ ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ຫງວຽນ​ຮົ່ງ​ຢຽນ ​ແລ້ວ, ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານ ​ໄດ້ກຳນົດເປົ້າໝາຍນຳເອົາ​​ການ​ເຕີບ​ໂຕ​ເສດຖະກິດບັນລຸລະດັບ​ຢ່າງ​ໜ້ອຍ 8% ໃນ​ປີ 2025, ສູ້​ຊົນ​ໃຫ້​ການ​ເຕີບ​ໂຕ​ເປັນ​ສອງ​ຕົວ​ເລກ​ໃນ​ຊຸມ​ປີ​ຕໍ່​ໄປ. ຮອດ​ປີ 2030, ຫວຽດ​ນາມ ຕ້ອງ​ສຳ​ເລັດ​ເປົ້າ​ໝາຍ​ພັດ​ທະ​ນາ​​ກຳ​ລັງຕິດຕັ້ງ​ໄຟ​ຟ້າ​ຂອບຂະ​ໜາດ​ໃຫຍ່​ກວ່າໃນ​ປະ​ຈຸ​ບັນ 2,5 – 3 ເທົ່າ, ກ້າວ​ໄປ​ສູ່​ຂອບຂະ​ໜາດ​ໃຫຍ່ກວ່າ 5 – 7 ເທົ່າ​ໃນ​ປີ 2050.

ເພື່ອບັນລຸບັນດາເປົ້າໝາຍນີ້, ການເຕີບໂຕຂອງພະລັງງານຕ້ອງຄົບຊຸດກັບຂອບຂະໜາດເສດຖະກິດ, ພ້ອມກັນນັ້ນ ກໍ່ຕອບສະໜອງຄຳໝັ້ນສັນຍາສາກົນກ່ຽວກັບຄວາມເປັນກາງຂອງ carbon ໃນປີ 2050. ສິ່ງນີ້ຮຽກຮ້ອງ ຕ້ອງມີການປັບຕົວຂອງແຜນງານພັດທະນາໄຟຟ້າ VIII ຢ່າງວ່ອງໄວ, ເຖິງວ່າຫາກໍ່ໄດ້ຮັບການອະນຸມັດຜ່ານໃນປີ 2023 ເພື່ອສອດຄ່ອງກັບຄວາມຕ້ອງການໃນເຕີບໂຕທີ່ເຂັ້ມແຂງ ແລະ ທ່າອ່ຽງການຫັນປ່ຽນພະລັງງານສະອາດ.

3 ເປົ້າໝາຍຫຼັກຂອງແຜນການໄຟຟ້າ VIII ໄດ້ກຳນົດໄວ້ຢ່າງຈະແຈ້ງຄື: ຕອບສະໜອງຄວາມຕ້ອງການໂຫຼດໄຟຟ້າພາຍໃນປະເທດແຕ່ລະພາກພື້ນ, ຊຸກຍູ້ການຊື້ຂາຍໄຟຟ້າໂດຍກົງ ແລະ ສົ່ງອອກໄຟຟ້າສະອາດໄປບັນດາປະເທດໃກ້ຄຽງ. ປະຈຸບັນ ຫວຽດນາມ ​ໄດ້​ລົງ​ນາມ​ໃນ​ສັນຍາ​ສົ່ງ​ອອກ​ໄຟຟ້າ​ຫຼາຍ​ສະບັບ​ກັບ​ສິງກະ​ໂປ ​ແລະ ມາ​ເລ​ເຊຍ, ສ້າງ​ປັດໄຈໃຫ້ການ​ເປີດ​ກວ້າງ​ຕະຫຼາດ​ພະລັງງານ​ສະອາດ​ໃນ​ພາກ​ພື້ນ.

ຕາມ​ນັ້ນ​ແລ້ວ, ​ໃນ​ຮ່າງ​ແຜນ​ງານ​ໄຟຟ້າ​​ VIII ສະບັບ​ປັບປຸງທີ່​ພວມ​ປຶກສາ​ຫາລື, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ ແຈ້ງ​ວ່າ: ຫວຽດນາມ ມີ​ຄວາມ​ສາມາດ​ນຳ​ເຂົ້າ​ໄຟຟ້າ​ຈາກ ​ຈີນ ​ແລະ ລາວ ​ເພາະວ່າ​ນີ້ແມ່ນບັນດາ​ປະ​ເທດ​​ທີ່​ມີ​ແຫຼ່ງພະລັງງານ​ໄຟຟ້າ​ເຫຼືອເຟືອ (​ພິເສດ​ແມ່ນ​ແຫຼ່ງໄຟຟ້າ​ນ້ຳຕົກ) ​ແລະ ມີ​ແຜນການ​ສົ່ງ​ອອກ​ໄຟຟ້າ​ໄປ​ຍັງ​ປະ​ເທດບ້ານໃກ້ເຮືອນຄຽງ.

ກຸ່ມ​ບໍລິສັດ​ໄຟຟ້າ​ ຫວຽດນາມ (EVN) ພວມ​ຄົ້ນຄວ້າ​​ຂໍ້​ສະ​ເໜີ​ຊື້​ໄຟຟ້າເພີ່ມ 3.000 MW ຈາກ​ຈີນ ຜ່ານ​ສະຖານີ B2B ທີ່​ຕັ້ງ​ຢູ່​ຊາຍ​ແດນ ​ຫວຽດນາມ - ຈີນ, ດ້ວຍ​ປະລິມານການຜະລິດ​ປະມານ 15 ຕື້ kWh/ປີ.

ກ່ຽວ​ກັບ​ການ​ນຳ​ເຂົ້າ​ຂອງ ​ລາວ, ປະຈຸ​ບັນ, ຫວຽດນາມ ພວມ​ນຳ​ເຂົ້າ​ໄຟຟ້າ​ຈາກ ​ລາວ ​ປະມານ 1000 MW ຜ່ານບັນດາສາຍ​ສົ່ງ​ໄຟຟ້າ 220 kV. ຕາມຂໍ້ຕົກລົງລະຫວ່າງສອງລັດຖະບານ, ຄາດວ່າກຳລັງຕິດຕັ້ງໄຟຟ້ານໍາເຂົ້າທັງໝົດຈາກ ລາວ ຈະເພີ່ມຂຶ້ນເປັນ 5.000 - 8.000 MW ໃນປີ 2030.

ກ່ຽວ​ກັບ​ຄວາມສາມາດ​ໃນ​ການ​ສົ່ງ​ອອກ​ໄຟຟ້າ, ແຜນຮ່າງ​ກໍ່ເຕື້ອງເຖິງ​ວ່າ ປະຈຸ​ບັນ ຫວຽດນາມ ພວມ​ສົ່ງ​ອອກ​ໄຟຟ້າ​ປະມານ 250 MW ​ໄປ​ຍັງ​ ກຳປູ​ເຈຍ ຜ່ານ​ສາຍ​ສົ່ງກະແສໄຟຟ້າ 220 kV ​ເຈົາ​ໂດກ - ຕາ່​ແກ້ວ ​ຍາວ 77 ກິ​ໂລ​ແມັດ.

​ໃນ​ໄລຍະ​​ແຜນງານ, ຫວຽດນາມ ອາດສາມາດ​ພິຈາລະນາ​ຄົ້ນຄວ້າ​ການ​ຊື້ - ຂາຍ ​ແລະ ສົ່ງ​ອອກ​ໄຟຟ້າ​ໄປ​ຍັງ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ​ເພື່ອ​ເພີ່ມ​ການ​ຂຸດ​ຄົ້ນ​ກຳລັງຕິດຕັ້ງ/ປະລິມານຢ່າງມີປະສິດທິຜົນ, ພ້ອມກັນນັ້ນ ກໍ່​ເພີ່ມທະວີຄວາມ​ສາມາດ​ສ້າງ​ຕັ້ງຂ່າຍ​ໄຟຟ້າເຊື່ອມຕໍ່​ພາກ​ພື້ນ​ໃນ​ອະນາຄົດ.

ກ່ຽວກັບການສົ່ງອອກໄຟຟ້າບໍ່ຕໍ່ຂ່າຍ, ປະຈຸບັນ, ການຄົ້ນຄວ້າຈໍານວນຫນຶ່ງໄດ້ສະເຫນີເພື່ອພິຈາລະນາຄວາມສາມາດສົ່ງອອກໄຟຟ້າຈາກບັນດາແຫຼ່ງພະລັງງານສ້າງໃໝ່. ໂດຍອີງຕາມເງື່ອນໄຂເສດຖະກິດ ແລະ ເຕັກນິກໃນອະນາຄົດ, ການໝູນໃຊ້ກັບບາງພາກພື້ນທີ່ມີທ່າແຮງທີ່ດີ ເພື່ອພັດທະນາໂຮງງານໄຟຟ້າພະລັງງານທົດແທນ ຮັບໃຊ້ການສົ່ງອອກໄປຍັງບັນດາປະເທດບ້ານໃກ້ເຮືອນຄຽງ.

ຂອບຂະໜາດຂອງການສົ່ງອອກໄຟຟ້າ ຈະຂຶ້ນກັບຄວາມຕ້ອງການຂອງຜູ້ນໍາເຂົ້າ. ຕາມ​ມະຕິ​ຕົກລົງເລກທີ 500/QD-TTg ທີ່​ໄດ້​ອະນຸມັດແຜນງານໄຟຟ້າ VIII, ຄາດ​ວ່າ​ກຳລັງ​ການ​ສົ່ງ​ອອກ​ໄຟຟ້າ​ຈະ​ຜັນ​ແປ​ປະມານ 5.000 - 10.000 MW, ບົນ​ພື້ນຖານ​ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ພະລັງງານ​ພາຍ​ໃນ​ປະ​ເທດ ​ແລະ ຄວາມ​ໝັ້ນຄົງ​ດ້ານ​ປ້ອງ​ກັນ​ຊາດ.

ນັກຮົບທະຫານຊາຍແດນ ນຳເອົານ້ຳປະປາ ແລະແສງໄຟຟ້າມາໃຫ້ປະຊາຊົນ ຢູ່ເຂດຊາຍແດນຫວຽດນາມ -ລາວ

ນັກຮົບທະຫານຊາຍແດນ ນຳເອົານ້ຳປະປາ ແລະແສງໄຟຟ້າມາໃຫ້ປະຊາຊົນ ຢູ່ເຂດຊາຍແດນຫວຽດນາມ -ລາວ

ຍສໝ - ທ່ານພັນຕີ ຫງວຽນວັນບັ່ງ, ຮອງຫົວໜ້າການເມືອງ ຄ້າຍທະຫານຊາຍແດນເຮື໊ອງຟຸ່ງ ໃຫ້ຮູ້ວ່າ: ຍ້ອນສະພາບພູມສັນຖານມີຄວາມຫຍຸ້ງຍາກ, ແຫຼ່ງນ້ຳທຳມະຊາດຂາດແຄນຫຼາຍ, ສະນັ້ນ ບໍ່ຕອບສະໜອງໄດ້ຄວາມຕ້ອງການດໍາເນີນຊີວິດໃຫ້ຊາວບ້ານມາລາຍປູນ. ສະນັ້ນ, ທາງກົມກອງໄດ້ເປັນເຈົ້າການສົມທົບກັບຄະນະຊາວໜຸ່ມທະນາຄານ Agribank ແຂວງທ໊໊າຍບິ່ງ ມອບເງິນໜູນ ເພື່ອໜູນຊ່ວຍປະຊາຊົນປັບປຸງຄຸນນະພາບຊີວິດການເປັນຢູ່.

ຫວຽດນາມ​ ໄດ້​ຮັບ​ການ​ເລືອກ​ເປັນ 'ຖານທັບແນວໜ້າ' ​ໃຫ້​ບັນດາ​ບໍລິສັດ​ເຄິ່ງຊັກນຳໄຟຟ້າໃນ​ທົ່ວ​ໂລກ.

ຫວຽດນາມ​ ໄດ້​ຮັບ​ການ​ເລືອກ​ເປັນ 'ຖານທັບແນວໜ້າ' ​ໃຫ້​ບັນດາ​ບໍລິສັດ​ເຄິ່ງຊັກນຳໄຟຟ້າໃນ​ທົ່ວ​ໂລກ.

ຍສໝ - ໜ້າເວບໄຊ Meil Kyungjae (ສ.​ເກົາຫຼີ) ​ໃຫ້​ຄຳ​ເຫັນ​ວ່າ ເມື່ອ​ ຫວຽດນາມ​ ກາຍ​ເປັນ “ພະວິຫານ” ຂອງ​ຂະ​ບວນການຫຼັງການ​ຜະລິດທາດເຄິ່ງຊັກນຳໄຟຟ້າ​ທົ່ວ​ໂລກ, ທ້ອງຕະຫຼາດຫຼັກຊັບ​ກໍ່​ຮ້ອນ​ຂຶ້ນພ້ອມ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ