ທີ່ເພິ່ງ, ຜູ້ສົ່ງແຮງບັນດານໃຈໃຫ້ແກ່ນັກຮຽນ, ນັກສຶກສາ ລາວ

20:58 | 23/02/2025

ຍສໝ - ​ນັກ​ສຶກສາ ​ລາວ ຍາມ​ໃດ​ກໍ່​ຖື ​ອາຈານ ເກີມທິຫງຽບ, ຄູ​ສອນ​ຢູ່​ວິທະຍາ​ໄລ ອຽນບາຍ ເປັນທີ່ເພິ່ງ, ຜູ້ສົ່ງແຮງ​ບັນດານ​ໃຈ​.

ນັກຮຽນ, ນັກສຶກສາ ດົງທ໋າບ ພົບປະແລກປ່ຽນກັບນັກສຶກສາລາວ ແລະ ກຳປູເຈຍ
ຍ້ອງຍໍໃຫ້ບັນດານັກສຶກສາ ຫວຽດນາມ ທີ່ໄດ້ຮັບນາມມະຍົດ “ນັກສຶກສາ 5 ດີ” ຢູ່ສະຫະພັນ ລັດເຊຍ ໃນປີ 2024.
ທີ່ເພິ່ງ, ຜູ້ສົ່ງແຮງບັນດານໃຈໃຫ້ແກ່ນັກຮຽນ, ນັກສຶກສາ ລາວ

ອາຈານ ເກີມທິຫງຽບ ແລະ ນັກ​ສຶກ​ສາ​ ລາວ ໃທີ່ການ​ພົບ​ປະ. (ພາບ: NVCC)

ເຂົ້າໃຈຢ່າງເລິກເຊິ່ງ ແລະ ແບ່ງປັນກັບນັກສຶກສາ

ໂດຍຮັບຜິດຊອບ​ທັງ​​ບົດບາດ​ເປັນ​ຜູ້​ຄຸ້ມ​ຄອງ, ຄູ​ສອນ ​ແລະ ດູ​ແລ​ສຸຂະພາບ​ໃຫ້​ນັກຮຽນ, ນັກສຶກສາ​ແລ້ວ, ທ່ານ ອາຈານ ເກີມທິຫງຽບ ຫາກຍັງ​ເປັນ​ຫົສໜ້າ​ຂອງ​ສະ​ໂມ​ສອນ​ເພື່ອນ​ໜຸ່ມ ຫວຽດນາມ - ລາວ, ບ່ອນ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ພົບປະ, ແລກປ່ຽນ​ວັດທະນະທຳ​ລະຫວ່າງ​ນັກ​ສຶກສາ 2 ປະ​ເທດ.

“ນັກຮຽນຫຼາຍຄົນທີ່ກັບຄືນໄປເຮັດວຽກ ຫຼື ສືບຕໍ່ຮຽນຕໍ່ຢູ່ບັນດາໂຮງຮຽນອື່ນຍັງຕິດຕໍ່ ແລະ ແບ່ງປັນ, ໃຫ້ຄຳປຶກສາກ່ຽວກັບການຮ່ຳຮຽນ. ຂ້າພະ​ເຈົ້າ​ເຕັມ​ໃຈ​ທີ່​ຈະ​ຮັບ​ຟັງ ​ແລະ ສະໜັບສະໜູນ​ພວກນ້ອງ,” ອາຈານ ຫງຽບ ​ແບ່ງປັນ.

ທີ່ເພິ່ງ, ຜູ້ສົ່ງແຮງບັນດານໃຈໃຫ້ແກ່ນັກຮຽນ, ນັກສຶກສາ ລາວ

ບັນດານັກສຶກສາ ລາວ ຖ່າຍຮູບທີ່ລະນຶກພ້ອມກັບອາຈານ ຫງຽບ. (ພາບ: NVCC)

ປີ 2021, ສະມາຄົມ​ສິລະປະ ​ເຈື່ອງ​ເຊີນ ​ແຂວງ ອຽນບາຍ ​ໄດ້​ສະ​ເໜີ​ໃຫ້ອຳນວຍການວິທະຍາ​ໄລສາທາລະນະສຸກ ອຽນບາຍ (ປະຈຸ​ບັນ​ແມ່ນ​ ວິທະຍາ​ໄລ ອຽນບາຍ) ຢາກຈັດ​ຕັ້ງ​ສະໜາມ​ຫຼິ້ນ​ໃຫ້​ແກ່ບັນດາ​ນັກ​ສຶກສາ ລາວ. ​ໃນ​ເດືອນ​ຕຸລາ 2021, ສະ​ໂມ​ສອນເພື໋ອນ​ໜຸ່ມ ຫວຽດນາມ - ລາວ ​ໄດ້​ຮັບ​ການ​ສ້າງ​ຕັ້ງ ​ແລະ ເປີດ​ຕົວໂດຍ​​​ອາຈານ ເກີມທິຫງຽບ ​ເປັນຫົວໜ້າ.

ທີ່ເພິ່ງ, ຜູ້ສົ່ງແຮງບັນດານໃຈໃຫ້ແກ່ນັກຮຽນ, ນັກສຶກສາ ລາວ

ອາຈານ ຫງຽບ ພ້ອມກັບນັກສຶກສາໄປລົງຕົວຈິງ. (ພາບ: NVCC)

ສ່ວນຫຼາຍການເຄື່ອນໄຫວຂອງນັກຮຽນ, ນັກສຶກສາ ລາວ ໂດຍອາຈານ ຫງຽບ ຮັບຜິດຊອບ. ​ໃນ​ສົກ​ຮຽນ 2023-2024, ​ເລີ່ມຕົ້ນຈາກ​ຄວາມ​ເຂົ້າ​ໃຈ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ນັກ​ສຶກສາ​ ລາວ, ອາຈານໄດ້ແນະ​ນຳ​ນັກ​ສຶກສາ ​ລາວ ​ຜູ້​ໜຶ່ງ​ພ້ອມກັບປະຕິບັດ​ຂໍ້​ລິ​ເລີ່​ມຄົ້ນຄວ້າ​ວິທະຍາສາດ “​ຮຽບຮຽງເອກະສານສາລະບານສັບວິຊາການພາສາ ​ຫວຽດນາມ - ລາວ ວິຊາກາຍະວິພາກ ​ແລະ ສະລີລະ ໃຫ້​ນັກ​ສຶກສາ ລາວ​ ຂະແໜງ​ພະຍາບານ​ຢູ່​ວິທະຍາ​ໄລ ອຽນ​ບາຍ”.

ສັບວິຊາການພາຍຫຼັງທີ່ເລືອກຮຽບຮຽງເປັນຄຳສັບພາສາ ລາວ, ມີຜັນສຽງພາສາ ລາວ. ບາງຄຳສັບພິເສດຂອງພາສາລາວ ຖ້າພັນລະນາໄດ້ບໍ່ລະອຽດຖືກຕ້ອງ, ແມ່ນນຳໃຊ້ຄຳສັບສາກົນ (ພາສາອັງກິດ). ອາຈານ ຫງຽບ ບໍ່ໄດ້ຮຽບຮຽງສັບຊ້ອນຕາມລໍາດັບຕົວອັກສອນ, ແຕ່ຈຸດສຸມຂອງການແກ້ໄຂແມ່ນຜ່ານຜ່າຄວາມຫຍຸ້ງຍາກ ແລະ ຍົກສູງຄຸນນະພາບຂອງວິຊາຮຽນໃຫ້ນັກສຶກສາຕ່າງປະເທດ.

ທີ່ເພິ່ງ, ຜູ້ສົ່ງແຮງບັນດານໃຈໃຫ້ແກ່ນັກຮຽນ, ນັກສຶກສາ ລາວ

ໃກ້ຊິດຕິດພັນກັບນັກສຶກສາ. (ພາບ: NVCC)

ດ້ວຍ​ຄຳ​ຂວັນ “ເອົາ​ຜູ້​ຮຽນ​ເປັນ​ສູນກາງ”, ສາລະບານສັບວິຊາການກາຍະວິພາກ ​ແລະ ສະລີລະ ​ໄດ້​ຮຽບຮຽງ​ຕາມແຕ່​ລະ​ບົດ​ຮຽນ, ລຳ​ດັບຂອງ​ຄຳ​ສັບ​ໃນ​ສາລະບານສັບຊ້ອນ​ຕາມ​ລຳ​ດັບປະກົດຂອງຄຳ​ສັບ​​ໃນ​ເນື້ອ​ໃນ​ຂອງ​ແຕ່​ລະ​ພາກ, ຫົວຂໍ້ຍ່ອຍ…

ອາຈານ ຫງຽບ ບໍ່ໄດ້ຖືວ່າມັນເປັນເປົ້າໝາຍຜົນງານ, ແຕ່ຫວັງວ່າຈະນຳໄປເຖິງຄວາມສະດວກສະບາຍຊ່ວຍໃຫ້ແກ່ນັກສຶກສາ ລາວ, ຊ່ວຍໃຫ້ພວກເຂົາຮັບເອົາຄວາມຮູ້ໄດ້ໄວ ແລະ ງ່າຍຂຶ້ນກວ່າ. ກໍ່ແຕ່ຂໍ້​ລິ​ເລີ່​ມນີ້, ອາຈານ ຫງຽບ ​ໄດ້​ຮັບ​ນາມມະຍົດນາຍຄູໜຸ່ມດີເດັ່ນ​ລະດັບ​ແຂວງ​ປີ 2024 ​ໂດຍ​ຄະນະ​ຊາວ​ໜຸ່ມ​ແຂວງ ອຽນ​ບາຍ ມອບໃຫ້.

ທ້າວ ສີແສງເພັດ ໂອລາພັນ ເວົ້າວ່າ: “ອາຈານ ເກີມທິຫງຽບ ບໍ່ພຽງແຕ່ເປັນຄູສອນເທົ່ານັ້ນ, ຫາກຍັງເປັນແມ່, ເປັນເພື່ອນ ແລະ ເປັນແຫຼ່ງກຳລັງຜັກດັນໃຫ້ນັກສຶກສາຫຼາຍລຸ້ນຫຼັງຄືພວກນ້ອງ”.

ຍາມໃດກໍ່ເອົາໃຈໃສ່ເຖິງຊີວິດການເປັນຢູ່ຂອງລູກສິດ

ດ້ວຍບົດບາດ​ເປັນຫົວໜ້າ​ສະ​ໂມ​ສອນ​ເພື່ອນໜຸ່ມ​ ຫວຽດ​ນາມ - ລາວ, ​ອາຈານ ເກີມທິຫງຽບ ໄດ້​ເສນາທິການ​ເປັນ​ປະຈຳ​ກັບ​ການ​ນຳ​ຂອງໂຮງ​ຮຽນ ສົມທົບກັບ​ສະ​ມາ​ຄົມ​ສິ​ລະ​ປະ​ ເຈືອງ​ເຊີນ ແຂວງ ອຽນ​ບາຍ ເພື່ອ​ຈັດ​ຕັ້ງ​ຫຼາຍການ​ເຄື່ອນ​ໄຫວການ​ສຶກ​ສາ, ບຳລຸງສ້າງອຸ​ດົມ​ການ​ປະ​ຕິ​ວັດ​ໃຫ້​ພວກນ້ອງ.

ທີ່ເພິ່ງ, ຜູ້ສົ່ງແຮງບັນດານໃຈໃຫ້ແກ່ນັກຮຽນ, ນັກສຶກສາ ລາວ

ອາຈານ ຫງຽບ - ເປັນຜູ້ສົ່ງແຮງບັນດານໃຈໃຫ້ແກ່ນັກສຶກສາລາວ ຫຼາຍລຸ້ນ. (ພາບ: NVCC)

ອາຈານ ຫງຽບ ແບ່ງປັນວ່າ: “ເມື່ອໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ສະມາຄົມສິລະປະ ເຈືອງເຊີນ ຫວຽດນາມ, ຂ້າພະເຈົ້າມີການແບ່ງປັນກັບບັນດາສະມາຊິກກ່ຽວກັບສະໂມສອນຂອງຕົນ, ບັນດາທ່ານໄດ້ມອບປຶ້ມໃຫ້ຫຼາຍຫົວ. ກ່ຽວກັບ​ໂຮງຮຽນ, ​ແຕ່ລະ​ອາທິດ​ໃນການດຳເນີນຊີວິດ​ຂອງ​ສະ​ໂມ​ສອນ, ຂ້າພະ​ເຈົ້າ​ໃຫ້ພວກນ້ອງ​ອ່ານ​ໃຫ້ກັນຟັງ, ທັງ​ຝຶກ​ຝົນ​ພາສາ ​ຫວຽດນາມ ​ແລະ ​ທັງເຂົ້າ​ໃຈ​ກ່ຽວ​ກັບ​ບັນດາເລື່ອງວັດທະນະທຳ, ປະຫວັດສາດ​ຂອງ​ ຫວຽດນາມ ຕື່ມອີກ”.

ທີ່ເພິ່ງ, ຜູ້ສົ່ງແຮງບັນດານໃຈໃຫ້ແກ່ນັກຮຽນ, ນັກສຶກສາ ລາວ

ບັນດານັກສຶກສາ ລາວ ຍາມໃດກໍ່ມີຄວາມໃກ້ຊິດ, ຖື ອາຈານ ຫງຽບ ເປັນເອື້ອຍ ແລະ ແມ່ຂອງເຂົາເຈົ້າ. (ພາບ: NVCC)

ອາຈານ ​ຫງຽບ ​ເລີ່ມຕົ້ນຈາກ​ສະພາບການທີ່ຕົນເອງເປັນ​ຊາວຊົນ​ເຜົ່າ​ສ່ວນ​ໜ້ອຍ, ມີ​ສະພາບການ​ຄອບ​ຄົວ​ທີ່​ຫຍຸ້ງ​ຍາກ, ຕົນເອງຕ້ອງ​ບືນຕົວຂຶ້ນ​ຜ່ານຜ່າຄວາມ​ຫຍຸ້ງ​ຍາກ ແລະ ກໍ່ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກບັນດາ​ຄູ​ອາ​ຈານ.

ອາຈານ ຫງຽບ ຈື່ຖືເປັນຄະຕິເຕືອນໃຈວ່າ ກຳລັງແຮງຂອງລາວຍັງນ້ອຍ ສະນັ້ນຍັງຊ່ວຍພວກນ້ອງບໍ່ໄດ້ຫຼາຍ, ແຕ່ລາວຢາກສົ່ງກຳລັງຜັກດັນໃຫ້ພວກນ້ອງ ເພື່ອພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກຈາກເລື່ອງໃນການຜ່ານຜ່າຄວາມຫຍຸ້ງຍາກຂອງຕົນເອງ.

ທີ່ເພິ່ງ, ຜູ້ສົ່ງແຮງບັນດານໃຈໃຫ້ແກ່ນັກຮຽນ, ນັກສຶກສາ ລາວ

ບໍ່​ພຽງ​ແຕ່​ໃກ້ຊິດແບ່ງປັນຄວາມ​ຮູ້​ເທົ່າ​ນັ້ນ, ​ອາຈານ ຫງຽບ ຍັງງ​ເອົາ​ໃຈ​ໃສ່​ເຖິງ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ພວກນ້ອງ. (ພາບ: NVCC)

ນັກສຶກສາ ດານັງ ຝຶກງານ ແລະ ພົບປະແລກປ່ຽນຢູ່ ມະຫາວິທະຍາໄລພະບໍລົມວົງສານຸວົງ ອຸດອນທານີ (ປະເທດໄທ) ນັກສຶກສາ ດານັງ ຝຶກງານ ແລະ ພົບປະແລກປ່ຽນຢູ່ ມະຫາວິທະຍາໄລພະບໍລົມວົງສານຸວົງ ອຸດອນທານີ (ປະເທດໄທ)

ຍສໝ - ນັບແຕ່ວັນທີ 25 ມີນາ ຫາ ວັນທີ 22 ເມສາ 2024, ຄະນະນັກສຶກສາຈາກມະຫາວິທະຍາໄລພາສາຕ່າງປະເທດ ດານັງ ໄດ້ເຂົ້າຮ່ວມການຝຶກງານ ແລະ ພົບປະແລກປ່ຽນຢູ່ສູນຫວຽດນາມວິທະຍາ ຢູ່ມະຫາວິທະຍາໄລພະບໍລົມວົງສານຸວົງ ອຸດອນທານີ (ມະຫາວິທະຍາໄລ ຣາດຊະພັດ ອຸດອນທານີ) ໃນຂອບເຂດໂຄງການຮ່ວມມືລະຫວ່າງ ມະຫາວິທະຍາໄລພາສາຕ່າງປະເທດ ດານັງ ແລະ ມະຫາວິທະຍາໄລພະບໍລົມວົງສານຸວົງ ...

ດານັງ: ນັກສຶກສາ ລາວ ຫຼາຍຄົນໄປວັດເພື່ອອະທິຖານກ່ອນລະດູສອບເສັງ ດານັງ: ນັກສຶກສາ ລາວ ຫຼາຍຄົນໄປວັດເພື່ອອະທິຖານກ່ອນລະດູສອບເສັງ

ຍສໝ ​- ຕາມ​ນັ້ນ​ແລ້ວ, ກ່ອນ​ການ​ສອບ​ເສັງທ້າຍສົກຮຽນ​ ປີ 2024, ນັກ​ສຶກສາ​ ລາວ​ ຈາກບັນດາ​ມະຫາວິທະຍາ​ໄລ​ໃນນະຄອນ ດາ​ນັງ ​ຫຼາຍ​ຄົນ​ໄດ້​ໄປ​ວັດ​ ຕາມບາວ ​ເພື່ອ​ຖະຫວາຍ​ທູບ​ທຽນ, ໄຫວ້ພະພຸດທະເຈົ້າ, ຈູດ​ທູບ​ທຽນ ​ແລະ​ ໂຄມ​ໄຟ​ເພື່ອອະທິຖານ​ ແລະ ປະຕິບັດນັ່ງຕັ້ງສະມາທິ​ເພື່ອ​ໃຫ້​ຮູ້ສຶກ​ທຸ່ນທ່ຽງ, ເຊື່ອໝັ້ນຕົນເອງ​ກ່ອນ​ເຂົ້າຫ້ອງ​ສອບ​ເສັງ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ