ທ່ານນາຍົກລັດຖະມົນຕີ ລາວ ຕ້ອນຮັບລັດຖະມົນຕີກະຊວງຍຸຕິທຳຫວຽດນາມ

05:10 | 20/01/2025

ຍສໝ - ໃນຕອນເຊົ້າ ວັນທີ 19 ທັນວານີ້ 2024 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສິພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ຫງວຽນ ຫ໋າຍ ນິງ,ລັດຖະມົນຕີກະຊວງຍຸຕິທໍາ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 18-20 ທັນວາ 2024.

ມຸ່ງ​ໄປ​ເຖິງ​ການ​ສ້າງ​ຕັ້ງ​ເຂດ​ອຸດ​ສາ​ຫະ​ກຳ​ລາວ-ຫວຽດ​ນາມ
ວັດທະນະທຳ​ປະກອບສ່ວນ​ປັບປຸງການ​ພົວພັນ​ຫວຽດນາມ - ຊິມ​ບັບ​ເວ
ທ່ານນາຍົກລັດຖະມົນຕີ ລາວ ຕ້ອນຮັບລັດຖະມົນຕີກະຊວງຍຸຕິທຳຫວຽດນາມ

ທ່ານນາຍົກລັດຖະມົນຕີ ລາວ ຕ້ອນຮັບລັດຖະມົນຕີກະຊວງຍຸຕິທຳຫວຽດນາມ

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ກໍ່ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ທ່ານ ລັດຖະມົນຕີກະຊວງຍຸຕິທໍາ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດແລະການຮ່ວມມືຮອບດ້ານລາວ-ຫວຽດນາມໃຫ້ນັບມື້ນັບແໜ້ນແຟ້ນ, ເລິກເຊິ່ງແລະເກີດດອກອອກຜົນຍິ່ງໆຂຶ້ນ;ຖືໂອກາດດັ່ງກ່າວໄດ້ຝາກຄວາມຢ້ຽມຢາມຖາມຂ່າວ ໄປຍັງທ່ານ ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງສສ ຫວຽດນາມ ພ້ອມດ້ວຍບັນດາທ່ານການນຳຂັ້ນສູງຂອງພັກ ແລະ ລັດຖະບານຫວຽດນາມ; ໄດ້ຕີລາຄາສູງ ຕໍ່ຜົນສຳເລັດ ໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສສ ຫວຽດນາມ ເວົ້າລວມ, ເວົ້າສະເພາະ ຜົນສຳເລັດທົ່ວຂະ

ແໜງການຍຸຕິທຳ ຫວຽດນາມ ສາມາດປະຕິບັດໄດ້ ໃນໄລຍະຜ່ານມາ, ລວມທັງ ຜົນສຳເລັດໃນການຮ່ວມມືຂອງສອງກະຊວງຍຸຕິທຳ ລາວ ແລະ ຫວຽດນາມ ຊຶ່ງເຊິ່ງຜົນການຮ່ວມມືດັ່ງກ່າວ ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງສອງປະເທດ ຢ່າງຫຼວງຫຼາຍ ໂດຍສະເພາະດ້ານຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມໃນສັງຄົມຍຸຕິທຳ; ໄດ້ສະແດງຄວາມຊົມເຊີຍ ທີ່ທ່ານ ຫງວຽນ ຫ໋າຍ ນິງ ໄດ້ຮັບຄວາມເຊື່ອໝັ້ນໄວ້ວາງໃຈ ຈາກສູນກາງພັກ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ໃຫ້ດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງຍຸຕິທຳ ໃນເດືອນສິງຫາ ທີ່ຜ່ານມາ, ພ້ອມທັງ ຕີລາຄາສູງ ຕໍ່ຜົນງານ, ບົດຮຽນ ແລະ ປະສົບການ ຂອງທ່ານ ຫງວຽນ ຫ໋າຍ ນິງ ຊຶ່ງເຊື່ອໝັ້ນວ່າທ່ານ ຈະເຮັດໃຫ້ຂົງເຂດວຽກງານຍຸຕິທໍາຂອງຫວຽດນາມ ຍາດໄດ້ຜົນງານອັນໃໝ່ໃຫຍ່ຫຼວງກວ່າເກົ່າ, ປະກອບສ່ວນອັນສຳຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຫວຽດນາມ ເພື່ອບັນລຸເປົ້າໝາຍການເປັນປະເທດອຸດສາຫະກໍາທີ່ທັນສະໄໝ, ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ; ສະເໜີສອງກະຊວງຍຸຕິທຳ ລາວ ແລະ ຫວຽດນາມ ສືບຕໍ່ຮ່ວມມືກັນແກ້ໄຂບັນຫາຄົງຄ້າງຕ່າງໆ. ນອກນັ້ນ ຍັງໄດ້ສະເໜີກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ ສືບຕໍ່ໃຫ້ການຮ່ວມມື, ສະໜັບສະໜູນຊ່ວຍເຫຼືອ ທາງດ້ານເຕັກນິກວິຊາການ, ການພັດທະນາຊັບພະຍາກອນມະນຸດ, ລວມທັງການແລກປ່ຽນບົດຮຽນ ແລະ ປະສົບການເປັນຕົ້ນການສ້າງນິຕິກຳ, ການເຜີຍແຜ່ກົດໝາຍ, ກົນໄກການປະຕິບັດຄຳຕັດສິນຂອງສານ... ໃຫ້ແກ່ຂະແໜງຍຸຕິທຳ ຂອງ ສປປ ລາວ ຕື່ມອີກ.

ໃນໂອກາດດຽວກັນ, ທ່ານລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານນາຍົກລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ, ພ້ອມທັງ ແຈ້ງໃຫ້ຊາບກ່ຽວກັບຈຸດປະສົງ, ແຜນການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້, ລວມທັງ ຜົນການພົວພັນຮ່ວມມື ຂອງສອງກະຊວງຍຸຕິທຳ ຫວຽດນາມ ແລະ ລາວ ໃນໄລຍະຜ່ານມາ ແລະ ທິດທາງແຜນການຮ່ວມມືກັນໃນຕໍ່ໜ້າ; ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ສປປ ລາວຕໍ່ຜົນສຳເລັດໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ໃນເດືອນຕຸລາທີ່ຜ່ານມາ; ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ໄດ້ເອົາໃຈໃສ່ຕິດຕາມຊຸກຍູ້ ແລະ ຊີ້ນຳ ການພົວພັນຮ່ວມມື ວຽກງານຂົງເຂດຍຸຕິທຳ ຫວຽດນາມ-ລາວ, ລາວ-ຫວຽດນາມ ຢ່າງໃກ້ຊິດ ຕະຫຼອດມາ.

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ກົງສຸນໃຫຍ່ ຫວຽດນາມ ປະຈໍາ ພາກໃຕ້ຂອງລາວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ກົງສຸນໃຫຍ່ ຫວຽດນາມ ປະຈໍາ ພາກໃຕ້ຂອງລາວ

ຍສໝ - ວັນທີ 27 ທັນວາ 2024 ຜ່ານມາ, ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນໜັງສືແຕ່ງຕັ້ງຂອງ ທ່ານ ນາງ ຕະເຟືອງຢຸ້ງ ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ...

ຊີວິດໃໝ່ຂອງປະຊາຊົນ ລາວ ທີ່ໄດ້ຖືສັນຊາດ ຫວຽດນາມ ຊີວິດໃໝ່ຂອງປະຊາຊົນ ລາວ ທີ່ໄດ້ຖືສັນຊາດ ຫວຽດນາມ

ຍສໝ - ແຂວງ​ ກອນ​ຕູມ ​ເປັນ​ແຂວງ​ທີ່​ມີເສັ້ນຊາຍ​ແດນ​​ຕິດ​ກັບ​ປະເທດ ລາວ ແລະ ກຳ​ປູ​ເຈຍ ຍາວ​ກວ່າ 292 ກິ​ໂລ​ແມັດ. ໂດຍປະຕິບັດ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ, ຊາວ​ ລາວ ​ຫຼາຍ​ຄົນ​ທີ່​ດຳລົງ​ຊີວິດ​ຢູ່​ເຂດ​ຊາຍ​ແດນ​ຂອງແຂວງ ກອນ​ຕູມ ​ໄດ້ຖື​ສັນຊາດ​ ຫວຽດນາມ.

ມີງດຶກ

ເຫດການ