Campaign for Tobacco-Free Kids (ອາເມລິກາ) ຊ່ວຍໃຫ້ເດັກນ້ອຍ 2.400 ຄົນ ໄດ້ຮຽນລອຍນໍ້າຢ່າງປອດໄພ

20:53 | 23/02/2025

ຍສໝ - ໂຄງການ “ໜູນຊ່ວຍການ​ຜັນ​ຂະຫຍາຍ​ບັນດາການຍື່ນມືຊ່ວຍຢ່າງມີປະສິດທິຜົນ ແລະ ຍືນຍົງ ເພື່ອປ້ອງກັນ, ຕ້ານເດັກນ້ອຍຈົມນ້ຳ” ໂດຍອົງການ Campaign for Tobacco-Free Kids, ອາເມລິກາ ໄດ້ອຸປະຖຳ ຈະຊ່ວຍໃຫ້ເດັກນ້ອຍ 2.400 ຄົນຢູ່ ຮ່າໂນ້ຍ ໄດ້ຮຽນລອຍນ້ຳຢ່າງປອດໄພ.

ເຫດການລົດ​ຖີບ, ຕິດພັນ​ມິດ​ຕະ​ພາບ ​ຫວຽດ​ນາມ - ໂຮນລັງ ມີການ​ເຂົ້າ​ຮ່ວມ 400 ກວ່າ​ຄົນ
ມີຫຼາຍ​ອົງ​ການ, ສ່ວນ​ບຸກ​ຄົນ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ບໍ​ລິ​ຈາກ​ເງິນ​ກ່​ວາ 400 ລ້ານ USD ເພື່ອ​ແກ້​ໄຂ​ຜົນ​ຕາມ​ມາ​ຂອງ​ພາ​ຍຸ Yagi
Campaign for Tobacco-Free Kids (ອາເມລິກາ) ຊ່ວຍໃຫ້ເດັກນ້ອຍ 2.400 ຄົນ ໄດ້ຮຽນລອຍນໍ້າຢ່າງປອດໄພ

ອົງການ Campaign for Tobacco-Free Kids ຊ່ວຍເຫຼືອການຈັດຕັ້ງບັນດາຫ້ອງຮຽນສອນລອຍ​ນ້ຳ​ຢ່າງ​ປອດ​ໄພ​ໃຫ້​ເດັກ​ນ້ອຍ 2.400 ຄົນ​ທີ່​ມີ​ອາຍຸ​ແຕ່ 6-15 ປີ​ ຢູ່​ຮ່າ​ໂນ້ຍ (ພາບ​ປະກອບ).

ຫວ່າງ​ມໍ່ໆ​ມາ​ນີ້, ຄະນະ​ກຳມະການ​ປະຊາຊົນ​ ນະຄອນ​ ຮ່າ​ໂນ້ຍ ​ໄດ້​ອອກ​ມະຕິ​ເລກທີ 736/QD-UBND ​ອະນຸມັດຜ່ານ​​ເນື້ອ​ໃນ​ເອກະສານ ​ແລະ ຮັບຮອງ​ເອົາ​ໂຄງການ “ໜູນ​ຊ່ວຍ​ການ​ຜັນ​ຂະຫຍາຍບັນດາການຍື່ນມືຊ່ວຍຢ່າງມີປະສິດທິຜົນ ແລະ ຍືນຍົງ ເພື່ອປ້ອງກັນ, ຕ້ານເດັກນ້ອຍຈົມນ້ຳ” ​ໂດຍ ອົງການ ​ Campaign for Tobacco-Free Kids (ອາ​ເມ​ລິ​ກາ) ອຸປະຖຳໃຫ້ພະແນກແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ນະຄອນ.

​ໂຄງການມີເປົ້າໝາຍ​ໜູນ​ຊ່ວຍ​ການ​ປ້ອງ​ກັນ, ຕ້ານ​ເດັກ​ຈົມ​ນ້ຳຢູ່​ ຮ່າ​ໂນ້ຍ, ​ໂດຍ​ຜ່ານ​ການຜັນຂະຫຍາຍ​ບັນດາ​ລາຍການ​ຍື່ນມືເຂົ້າຊ່ວຍ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ຍືນ​ຍົງ, ປະກອບສ່ວນ​ຫຼຸດຜ່ອນ​ການ​ເສຍ​ຊີວິດ​ຍ້ອນເດັກນ້ອຍຈົມນ້ຳ.

ຈຸດປະສົງ​ລະອຽດຂອງ​ໂຄງການ​ແມ່ນ​​ຍົກ​ສູງ​ຄວາມ​ຮັບ​ຮູ້ ​ແລະ ບັນດາລາຍການ​ຍື່ນມືຊ່ວຍ​ຢ່າງ​ມີ​ປະສິດທິ​ຜົນ​ໃຫ້​ແກ່​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ກໍ່​ຄື​ປະຊາຊົນ; ຜັນຂະຫຍາຍ​ການຍື່ນມືຊ່ວຍເລື່ອງລອຍ​ນ້ຳ​ທີ່​ປອດ​ໄພ​ໃຫ້ສຳລັບ​ເດັກທີ່ມີ​ອາຍຸ​ແຕ່ 6-15 ປີ ຕາມ​ຂໍ້ກຳນົດ​ ​ແລະ ຂໍ້​ແນະນຳປະຈຸບັນ​ຂອງ​ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ.

ບັນດາການເຄື່ອນໄຫວເຜີຍແຜ່ກ່ຽວກັບການປ້ອງກັນ, ຕ້ານເດັກນ້ອຍຈົມນ້ຳ ໄດ້ຈັດຕັ້ງຢູ່ທ້ອງຖິ່ນ ເພື່ອຍົກສູງຄວາມຮັບຮູ້ຂອງປະຊາຊົນ, ເດັກນ້ອຍກ່ຽວກັບບັນຫາການຈົມນ້ຳ ແລະ ວິທີການຜັນຂະຫຍາຍການຍື່ນມືເຂົ້າຊ່ວຍເພື່ອປ້ອງກັນ, ຕ້ານຈົມນ້ຳຢ່າງມີປະສິດທິຜົນ.

ບັນດາພະນັກງານຄຸ້ມຄອງ, ພະນັກງານປະສານງານ, ຄູອາຈານແຫຼ່ງສອນລອຍນໍ້າທີ່ປອດໄພຂອງບັນດາຫົວໜ່ວຍປະຕິບັດໂຄງການ ໄດ້ຮັບການຍົກສູງຄວາມສາມາດກ່ຽວກັບການຄຸ້ມຄອງ, ຜັນຂະຫຍາຍລາຍການ, ຕີລາຄາ ແລະ ເຜີຍແຜ່ກ່ຽວກັບການປ້ອງກັນ, ຕ້ານເດັກຈົມນໍ້າ.

ຍອດມູນຄ່າທັງໝົດຂອງໂຄງການແມ່ນ 96.485 USD (ກວ່າ 2,3 ຕື້ດົ່ງ), ໂດຍອົງການ Campaign for Tobacco-Free Kids ຊ່ວຍ​ເຫຼືອລ້າ.

ສຳລັບຄະນະກຳມະການປະຊາຊົນ 4 ເມືອງຄື: ກວັກອວາຍ, ດົ່ງແອັງ, ໝີ້ດຶກ, ບາວີ່ ມີຄວາມຮັບຜິດຊອບສົມທົບ ແລະ ຜັນຂະຫຍາຍບັນດາການເຄື່ອນໄຫວໂຄງການໃຫ້ມີປະສິດທິຜົນ, ຖືກຕ້ອງຕາມຂໍ້ກຳນົດກົດໝາຍ, ບໍ່ກະທົບເຖິງຄວາມໝັ້ນຄົງທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມໃນບໍລິເວນ ໃນຂະບວນການປະຕິບັດ ເພື່ອຜັນຂະຫຍາຍວຽກງານໂຄສະນາເຜີຍແຜ່ການລອຍນໍ້າ, ການປ້ອງກັນ ຕ້ານອຸບັດຕິເຫດເດັກຈົມນ້ຳໃຫ້ດີຂຶ້ນ.

CTFK (ອາ​ເມ​ລິ​ກາ) ​ຊ່ວຍ​ເຫຼືອການ​ປ້ອງ​ກັນ​ການ​ຈົມ​ນ້ຳ​ໃຫ້​ເດັກ​ນ້ອຍ 1.800 ຄົນ​ຢູ່ 2 ເມືອງ​ຂອງ​ແຂວງ ກວາງ​ຫງ້າຍ

CTFK (ອາ​ເມ​ລິ​ກາ) ​ຊ່ວຍ​ເຫຼືອການ​ປ້ອງ​ກັນ​ການ​ຈົມ​ນ້ຳ​ໃຫ້​ເດັກ​ນ້ອຍ 1.800 ຄົນ​ຢູ່ 2 ເມືອງ​ຂອງ​ແຂວງ ກວາງ​ຫງ້າຍ

ຍສໝ - ຫວ່າງແລ້ວນີ້, ຄະນະກໍາມະການປະຊາຊົນແຂວງ ກວາງຫງ້າຍ ໄດ້ອອກຂໍ້ຕົກລົງເລກທີ 926 ອະນຸມັດການຮັບເງິນກວ່າ 1,7 ຕື້ດົ່ງ, ເທົ່າກັບ 72.653 USD ຈາກໂຄງການ: ຊ່ວຍເຫຼືອການປະຕິບັດບັນດາມາດຕະການສະກັດກັ້ນ ແລະ ຕ້ານການຈົມນໍ້າຢ່າງມີປະສິດທິຜົນ ແລະ ຍືນຍົງ ໃຫ້ເດັກນ້ອຍ 1.800 ຄົນຢູ່ 02 ເມືອງຂອງເມືອງ ເງ້ຍແຮງ ...

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເຂົ້າຮ່ວມບັນດາເຫດການ 2 ຝ່າຍຢູ່ ອາເມລິກາ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເຂົ້າຮ່ວມບັນດາເຫດການ 2 ຝ່າຍຢູ່ ອາເມລິກາ

ຍສໝ - ທ່ານນາຍົກລັດຖະມົນຕີ ຊົມເຊີຍຄວາມສົນໃຈຂອງບັນດາວິສາຫະກິດຕໍ່ກັບຕະຫຼາດ ຫວຽດນາມ; ສະເໜີວິສາຫະກິດ ອາເມລິກາ ຫັນການສະໜັບສະໜູນຂອງ ອາເມລິກາ ກ່ຽວກັບປະເທດ ຫວຽດນາມ ເຂັ້ມແຂງ, ເອກະລາດ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ສິດຂອງມະນຸດ

ເບິ່ງເພີ່ມເຕີມ
ເຫດການ