ສືບຕໍ່ປ່ຽນແປງໃໝ່ແນວຄິດຈິນຕະນາການ ແລະວິທີການເຂົ້າເຖິງ, ປະຕິບັດວຽກງານການທູດປະຊາຊົນຢ່າງມີປະສິດທິຜົນ

00:00 | 15/01/2025

ຍສໝ - “ສ້າງ​ລະບົບ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ​ໃຫ້​ເຂັ້ມ​ແຂງ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ສະພາບ​ການ​ໃໝ່, ຄວາມ​ຕັ້ງຫວັງຂອງ​ການ​ນຳ​ພັກ ​ແລະ ລັດ, ຄວາມ​ຕ້ອງການ​ພັດທະນາ​ດ້ວຍຕົນ​ເອງ​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ຫວຽດນາມ ກໍ່​ຄື​ການ​ຜັນຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນແຜນ​ການ​ເຮັດ​ວຽກ​ປີ 2025”. ນີ້​ແມ່ນ​ທິດ​ທາງ​ການ​ເຮັດ​ວຽກ​ ປີ 2025 ຂອງ​ລະບົບ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ຫວຽດນາມ (VUFO) ທີ່​​ບັນດາ​ຜູ້​ແທນ​ທີ່​ກອງ​ປະຊຸມຄະນະ​ປະທານ​ຄັ້ງ​ທີ 13, ອາຍຸ​ການ VI ໄດ້​ຮັບ​ການ​ຮັບຮອງ​ເອົາ 100% ເຊິ່ງ​ຈັດ​ຂຶ້ນ​ໃນ​ຫວ່າງມໍ່ໆມານີ້ຢູ່ ​ຮ່າ​ໂນ້ຍ.

5 ໜ້າທີ່ຈຸດສຸມຂອງວຽກງານການທູດປະຊາຊົນໃນປີ 2025
ຝູເຖາະເພີ່ມທະວີວຽກງານການທູດປະຊາຊົນ, ເປີດກວ້າງການພົວພັນສາກົນໃນປີ 2025

ເຂົ້າຮ່ວມກອງປະຊຸມມີທ່ານ ໂດ໋ວັນຈ໋ຽນ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ; ຜູ້ຕາງໜ້າບາງກະຊວງ, ຄະນະ, ຂະແໜງການສູນກາງ; ຜູ້ນໍາ VUFO, ອະດີດຜູ້ນໍາ VUFO ແລະ ບັນດາກຳມະການຄະນະປະທານ.

ສືບຕໍ່ປ່ຽນແປງໃໝ່ແນວຄິດຈິນຕະນາການ ແລະວິທີການເຂົ້າເຖິງ, ປະຕິບັດວຽກງານການທູດປະຊາຊົນຢ່າງມີປະສິດທິຜົນ

ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ໂດ໋ວັນຈ໋ຽນ ກ່າວ​ຄຳ​ປາໄສ​ຊີ້​ນຳ​ກອງ​ປະຊຸມ.

ທ່ານ ຫງວຽນ​ຫງອກ​ຮຸ່ງ, ຮອງ​ປະທານ VUFO ​ໄດ້​ລາຍງານທີ່​ກອງ​ປະຊຸມ​ວ່າ: ປີ 2024 ​ມີ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ, ​ແຕ່​ລະບົບ VUFO ທັງ​ໝົດ​ໄດ້​ມານະ​ພະຍາຍາມ​ສຳ​ເລັດ​ບັນດາ​ແຜນການ​ທີ່​ໄດ້​ວາງ​ອອກ. ດ້ານປະລິມານ ແລະ ຄຸນນະພາບຂອງບັນດາການເຄື່ອນໄຫວໄດ້ຮັບການຍົກສູງ, ຢັ້ງຢືນບົດບາດ, ທີ່ຕັ້ງ ແລະ ຜັນສະທ້ອນຂອງການທູດຂອງປະຊາຊົນ ເວົ້າລວມ ແລະ ລະບົບ VUFO ເວົ້າສະເພາະ. ບັນດາກິດ​ຈະ​ກໍາ​ໄດ້​ຖືກ​ຜັນຂະຫຍາຍຢ່າງຄົບຊຸດ​, ນັບມື້ນັບເຂົ້າສູ່ລວງ​ເລິກ​, ມີ​ອິດ​ທິ​ພົນ ​ແລະ​ ມີ​ປັດໄຈໃໝ່ຫຼາຍ​ຢ່າງ. ການປະສານງານໃນທົ່ວລະບົບໄດ້ຮັບການປັບປຸງ; ບັນດາ​ອົງການ​ສະມາຊິກ​ຈາກ​ສູນ​ກາງລົງ​ຮອດ​ທ້ອງ​ຖິ່ນ​ສຸມ​ໃສ່​ການ​ປ່ຽນແປງໃໝ່, ຍົກສູງຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ການ​ດຳ​ເນີນ​ງານ. ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື ​ແລະ ສະ​ເໜີ​ບາງ​ວິທີ​ແກ້​ໄຂ ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ທູດ​ປະຊາຊົນ​ໃນ​ໄລຍະ​ຈະ​ມາ​ເຖິງ, ສຸມ​ໃສ່ວຽກງານ​ບຳລຸງ​ສ້າງ, ຍົກ​ສູງ​ທັກສະ, ວຽງານການ​ປະສານ​ງານ, ປ່ຽນແປງໃໝ່​ແນວ​ຄິດຈິນຕະນາການ, ວິທີ​ເຂົ້າເຖິງ...

100% ກຳມະການຄະນະປະທານ​ໄດ້​ຮັບຮອງ​ເອົາ​ບົດ​ລາຍ​ງານ​ສະຫຼຸບ​ວຽກ​ງານ​ໃນ​ປີ 2024, ທິດ​ທາງ ​ແລະ ວຽກ​ງານ​ຈຸດ​ສຸມ​ໃນ​ປີ 2025; ​ລາຍ​ງານ​ກ່ຽວ​ກັບ​ການ​ຍົກ​ເລີກ​ ແລະ ​ການ​ແຕ່ງ​ຕັ້ງ​ສະ​ມາ​ຊິກຄະນະປະທານ VUFO; ບົດ​ລາຍ​ງານ​ສະ​ຫຼຸບ​ວຽກງານການແຂ່ງຂັນ ແລະ ​ຍ້ອງຍໍ​ໃນ​ປີ 2024​.

ສືບຕໍ່ປ່ຽນແປງໃໝ່ແນວຄິດຈິນຕະນາການ ແລະວິທີການເຂົ້າເຖິງ, ປະຕິບັດວຽກງານການທູດປະຊາຊົນຢ່າງມີປະສິດທິຜົນ

ທ່ານນາງ ຫງວຽນທິແທງ, ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ກ່າວຄໍາປາໄສທີ່ກອງປະຊຸມ.

ກ່າວ​ຄຳ​ປາໄສຊີ້ນຳ​ທີ່​ກອງ​ປະຊຸມ, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ໂດ໋ວັນຈ໋ຽນ ​ໃຫ້​ຮູ້​ວ່າ: ປີ 2024, ປະ​ເທດ​ຊາດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ ເພື່ອ​ບັນລຸ​ໄດ້​ໄຊຊະນະ, ຮອບດ້ານບັນດາເປົ້າໝາຍ​ເສດຖະກິດ - ສັງຄົມ​ຢ່າງ​ຈົບງາມ. ບັນລຸ​ໄດ້​ບັນດາ​ໝາກຜົນ​ດັ່ງກ່າວ​ແມ່ນ​ຄວາມ​ມານະ​ພະຍາຍາມ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ​ແລະ ກອງທັບ, ​ໃນ​ນັ້ນ​ ມີ​ບົດບາດ​ສຳຄັນ​ຂອງ​ວຽກ​ງານ​ການ​ຕ່າງປະ​ເທດ​ທັງ 3 ​ເສົາ​ຄ້ຳຄື: ການ​ພົວພັນຕ່າງປະເທດ​ຂອງ​ພັກ, ການ​ທູດ​ແຫ່ງ​ລັດ ​ແລະ ການ​ທູດ​ປະຊາຊົນ. ທ່ານ​ຍັງ​ໄດ້​ຮັບ​ຮູ້​ການ​ປະກອບສ່ວນ​ຂອງ VUFO ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໃນ​ປີ 2024.

​ໃນ​ປີ 2025, ທ່ານ ​ໂດ໋​ວັນ​ຈ໋ຽນ ​ໄດ້​ສະ​ເໜີ​ໃຫ້ VUFO ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຕົນ​ໃນ​ການ​ປະກອບ​ຄຳ​ເຫັນ​ຢ່າງ​ຄົບ​ຖ້ວນ​ກ່ຽວ​ກັບ​ຮ່າງ​ເອກະສານ​ຂອງ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ທຸກ​ຂັ້ນ, ສຸມ​ໃສ່​ວຽກ​ງານ​ການ​ຕ່າງປະ​ເທດ ​ແລະ ການ​ທູດ​ປະຊາຊົນ. ດ້ວຍ​ຄຳ​ຂວັນ “​ເບິ່ງ​ກວ້າງເຫັນ​ໄກ, ຄິດ​ເລິກ​ເຮັດວຽກ​ໃຫຍ່”, VUFO ຕ້ອງ​ກຳນົດ​ຢ່າງ​ຈະ​ແຈ້ງ​ຄື: ຈະ​ເຮັດ​ຫຍັງ, ​ເຮັດ​ແນວ​ໃດ ​ແລະ ຜູ້​ໃດ​ຈະ​ເຮັດ ​ເພື່ອ​ພ້ອມກັບ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ​ແລະ ກອງທັບກ້າວເຂົ້າ​ສູ່​ສັງກາດບືນຕົວຂຶ້ນ ແລະ ​ສ້າງສາ​ປະ​ເທດຊາດໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ​, ປະ​ຊາ​ຊົນ​ມີ​ຄວາມຜາ​ສຸກ​.

​ໂດຍ​ໄດ້​ຮັບ​ການ​ຊີ້​ນຳ ​ແລະ ບັນດາການປຶກສາ​ຫາລື​ຂອງ​ທ່ານ ​ໂດ໋​ວັນ​ຈ໋ຽນ, ປະທານ VUFO ທ່ານ ຟານແອ່ງເຊີນ ​ໃຫ້​ຮູ້​ວ່າ: VUFO ​ແລະ ບັນດາ​ອົງການ​ສະມາຊິກ​ຈະ​ເສີມຂະຫຍາຍ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ທົ່ວ​ລະບົບ ​ແລະ ປະຕິບັດບັນດາ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ​ໃຫ້​ເປັນຢ່າງດີ.

ທີ່ກອງປະຊຸມ, ທ່ານ ໂດ໋ວັນຈ໋ຽນ ໄດ້ປະດັບຫຼຽນໄຊເອກະລາດຊັ້ນ 3 ຂອງປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃຫ້ທ່ານນາງ ຫງວຽນເຟືອງງາ, ອະດີດປະທານ VUFO, ເພາະທ່ານມີຜົນງານອັນດີເດັ່ນພິເສດໃນຂະບວນວິວັດການປະຕິບັດງານ, ປະກອບສ່ວນເຂົ້າໃນພາລະກິດກໍ່ສ້າງສັງຄົມນິຍົມ ແລະ ປົກປ້ອງປະເທດຊາດ.

ສືບຕໍ່ປ່ຽນແປງໃໝ່ແນວຄິດຈິນຕະນາການ ແລະວິທີການເຂົ້າເຖິງ, ປະຕິບັດວຽກງານການທູດປະຊາຊົນຢ່າງມີປະສິດທິຜົນ

ທ່ານປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ໂດ໋​ວັນ​ຈ໋ຽນ ​ໄດ້​ມອບ​ຫຼຽນ​ໄຊ​ເອກະລາດ​ຊັ້ນ 3 ​ໃຫ້​ທ່ານ​ນາງ ຫງວຽນ​ເຟືອງ​ງາ, ອະດີດ​ປະທານ VUFO.

ທ່ານກໍ່ໄດ້​ມອບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ 1 ​ໃຫ້​ທ່ານ ຫງວຽນ​ວັນແ​ຢວງ, ອະດີດ​ຮອງ​ປະທານ VUFO, ສຳລັບ​ບັນດາ​ຜົນງານ​ດີ​ເດັ່ນ​ໃນ​ການ​ເຮັດ​ວຽກ, ປະກອບສ່ວນ​ສ້າງສາ​ສັງຄົມ​ນິຍົມ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ປະທານ VUFO ​ໄດ້​ມອບ​ທຸງແຂ່ງຂັນ​ໃຫ້ 9 ຫົວໜ່ວຍ​ນຳ​ໜ້າ​ໃນ​ການ​ທູດ​ປະຊາຊົນ; 2 ຫົວໜ່ວຍ​ນຳ​ໜ້າ​ໃນ​ຂົງ​ເຂດ​ສັນຕິພາບ, ຄວາມ​ສາມັກຄີ, ມິດຕະພາບ ​ແລະ 1 ຫົວໜ່ວຍ​ໃນ​ຂົງ​ເຂດ​ຄົ້ນຄວ້າ, ​ໃຫ້​ຄຳ​ປຶກສາ ​ແລະ ຂໍ້​ມູນ​ຂ່າວ​ສານ​ຕ່າງປະ​ເທດໃນ ​ປີ 2024. 19 ໝູ່ຄະນະ ​ແລະ 56 ບຸກຄົນ​ຈາກ​ບັນດາ​ອົງການ​ສະມາຊິກ​ຍັງ​ໄດ້​ຮັບ​ໃບ​ຍ້ອງຍໍ​ຈາກ​ຄະນະປະທານ VUFO ​ເພາະໄດ້ປະຕິບັດ​ສຳ​ເລັດໜ້າທີ່ວຽກງານ​ຢ່າງ​ຈົບງາມ​ໃນ​ປີ 2024.

ບາງຮູບພາບໃນເຫດການ:

ກາລະໂອກາດເພື່ອໃຫ້ບັນດາປະເທດ ແມ່ນ້ຳຂອງ - ລ້ານຊ້າງ ເພີ່ມທະວີການຮ່ວມມື, ພ້ອມກັນພັດທະນາ

ກາລະໂອກາດເພື່ອໃຫ້ບັນດາປະເທດ ແມ່ນ້ຳຂອງ - ລ້ານຊ້າງ ເພີ່ມທະວີການຮ່ວມມື, ພ້ອມກັນພັດທະນາ

ຍສໝ - ວັນ​ທີ 29 ຕຸລາ​, ​ເວທີ​​ການ​ຮ່ວມ​ມື​ອຳນາດການປົກຄອງທ້ອງ​ຖິ່ນ ແມ່ນ້ຳຂອງ - ລ້ານຊ້າງ ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ ຫາງ​ໂຈ່​, ​ແຂວງ ​ເຈີ້​ຈ່າງ ຂອງ​ຈີນ. ​ເວທີ​​ບໍ່​ພຽງ​ແຕ່​ແມ່ນ​ໂອກາດ ​ເພື່ອ​ໃຫ້​ບັນດາ​ຜູ້​ແທນມາຈາກ​ບັນດາ​ປະ​ເທດ​ແນະນຳ​ສະພາບການ​ພາກ​ພື້ນ, ​ແບ່ງປັນ​ປະສົບ​ການ, ສະ​ເໜີ​ຄວາມ​ຄິດ​ຄວາມ​ເຫັນ... ຫາກ​ຍັງ​ແມ່ນ​ໂອກາດ​ສຳຄັນ​ເພື່ອ​ຊຸກຍູ້​ການ​ແລກປ່ຽນ, ຮັດ​ແໜ້ນ​ມິດຕະພາບ, ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ການ​ຮ່ວມ​ມື​ລະຫວ່າງ 6 ປະ​ເທດ ...

ຮ່າຕິ້ງ ແລະ ເຊີນລາ ຝຶກອົບຮົມວຽກງານການຕ່າງປະເທດໃຫ້ແກ່ພະນັກງານທ້ອງຖິ່ນ

ຮ່າຕິ້ງ ແລະ ເຊີນລາ ຝຶກອົບຮົມວຽກງານການຕ່າງປະເທດໃຫ້ແກ່ພະນັກງານທ້ອງຖິ່ນ

ຍສໝ - ຮ່າຕິ້ງ ແລະ ເຊີນລາ ໄດ້ຈັດບັນດາກອງປະຊຸມຝຶກອົບຮົມ ເພື່ອຍົກລະດັບວິຊາການ ແລະ ທັກສະໃຫ້ແກ່ບັນດາພະນັກງານທີ່ຮັບຜິດຊອບວຽກງານຂໍ້ມູນຂ່າວສານການຕ່າງປະເທດໃນທ້ອງຖິ່ນ.

ມິງດຶກ