ເລື່ອງເລົ່າກ່ຽວກັບງູ

00:00 | 01/02/2025

ຍສໝ - ​ຄົນຫວຽດ​ນາມ​ໃຊ້ງູ​ເພື່ອ​ບົ່ງບອກ​ເຖິງ 1 ໃນ 12 ລາສີຕາມ​ການຄິດໄລ່ໃນປະ​ຕິ​ທິນຂອງຕົນ. ງູເປັນສັດປ່າ, ຍາກທີ່ລ້ຽງໃຫ້ຮູ້ຄວາມ, ນອກນັ້ນຍັງມີພິດ ສະນັ້ນ ເປັນໜຶ່ງໃນທັດສະນະຄະຕິ, ງູເປັນສັນຍາລັກຂອງຄວາມບໍ່ດີ ແລະ ໂຫດຮ້າຍສາມານ. ເຖີງຢ່າງໃດກໍຕາມ, ໃນອີກແງ່ມູມໜຶ່ງຂອງທັດສະນະຄະຕິນີ້, ບາງຄັ້ງງູກໍ່ພັດເປັນສັນຍາລັກຂອງການດໍາລົງຊີວິດປະຖົມບູຮານ, ມີພິບໄຫວ, ຢາວິເສດ, ສຸຂະພາບ ...

ບິ່ງທ້ວນ ນຳເອົາໝາກມັງກອນ, ຜະລິດຕະພັນກະເສດ OCOP ເຂົ້າໄປລາວ ເພື່ອໂຄສະນາ, ແນະນຳໃຫ້ນັກທ່ອງທ່ຽວສາກົນ
ທ່ານນາຍົກລັດຖະມົນຕີ ນິວຊີແລນ: ຫວຽດນາມ ພວມພັດທະນາກະໂດດຂັ້ນຄືດັ່ງມັງກອນ

ງູໃນຄວາມເຊື່ອຂອງຫວຽດນາມ

ສຳ​ລັບຄົນ​ຫວຽດ​ນາມ, ງູ​ບໍ່​ໄດ້​ກ່ຽວ​ຂ້ອງ​ກັບ​ພິທີ​ກຳທາງ​ສາ​ສະ​ໜາ​ໃດໆ. ເຖິງຢ່າງໃດກໍ່ຕາມ, ຮູບປະພັນຂອງງູພັດຍັງຕິດພັນກັບຄວາມເຊື່ອຖື. ນັບ​ແຕ່​ສະ​ໄໝ​ບູ​ຮານ, ຄົນ​ຫວຽດ​ນາມ​ ມີ​ປະ​ເພ​ນີ​ບູຊາ​ງູ. ບາງ​ເຂດ​​ລຽບຕາມ​ແມ່​ນ້ຳ​ແດງ, ​ແມ່​ນ້ຳ​ເກົ່າ, ​ແມ່​ນ້ຳດ່ວງ ​ມີຫໍບູຊາ​ງູ. ຢູ່​ບາງຫໍມີຜູ້​ຄົນ​ບູຊາ​ງູ​ຄູ່​ທີ່​ເອີ້ນ​ວ່າ “ອົງ​ຍາວ, ອົງສັ້ນ”. ຕາມທັດສະນະຄະຕິ​ຄວາມ​ເຊື່ອ​ຖື​, ງູ​ສອງ​ໂຕ​, ໂຕໜຶ່ງຍາວ ​ໂຕ​ໜຶ່ງ​ສັ້ນ ແມ່ນ​ເປັນ​ລູກ​ຂອງ​ເທບພະ​ເຈົ້າ​ລົມ​ທີ່​ເຄີຍປະກົດ​ຕົວ​ຊ່ວຍ​ຊາວບ້ານ, ​ເຮັດ​ໃຫ້​ສະພາບອາກາດເອື້ອອໍານວຍ, ​ຈຶ່ງເຮັດ​ໃຫ້​ຊາວບ້ານ​ຈື່​ຈຳ ​ແລະ ຖື​ວ່າ​ເປັນ​ເທບພະເຈົ້າ​ນ້ຳ.

ຢູ່ຮ່າໂນ້ຍ, ການໄຫວ້ງູປະກົດຂຶ້ນຢູ່ບາງບ່ອນ. ຕົວຢ່າງ​ຄືໝູ່​ບ້ານ​ ເຍີດ​ເຕີນ ໄຫວ້​ບູຊາ​ເຈົ້າ​ຊີວິດ​ ອຸຍລິງ, ເຊີ່ງ​ແມ່ນ​ອ້າຍ​ກົກ​ຂອງເຈັດອ້າຍນ້ອງ​ເທບພະເຈົ້າງູ. ເທບພະເຈົ້າງູຕົວນີ້ໄດ້ກັບຊາດມາເກີດອີກຄັ້ງໃນເວລາຕໍ່ມາເປັນເຈົ້າຊາຍ ອຸຍໂດລິງລາງ. ຫຼັງຈາກເຈົ້າຊາຍໄດ້ສ້າງມີຄຸນງາມຄວາມດີໃນການກູ້ຊ່ວຍປະເທດ ແລະ ໄດ້ເສຍສະຫຼະຊີວິດຕົນເອງແລ້ວກໍ່ໄດ້ກາຍມາເປັນມັງກອນລອຍລົງໄປໜອງ ໄຕ່. ພະອົງ​ໄດ້​ຮັບ​ການ​ໄຫວ້​ເປັນເຈົ້າຊີວິດ ​ລິງ​ລາງ​ ຢູ່​ເມືອງທູ້ເລ໋. ນອກ​ຈາກນີ້, ຍັງ​ສາມາດກ່າວເຖິງ​ບາງງານບຸນອື່ນໆອີກເຊັ່ນ: ​ບຸນ​​ບ້ານ ​ອຽນໂ​ນ້ຍ​ ຢູ່ ຕື່ລຽມ, ຮ່າ​ໂນ້ຍ ໄຫວ້ບູຊາ ໂຖ້ເລັ້ງແບັກຫາກຕາມຢາງ.

ຢູ່​ບາງ​ທ້ອງ​ຖິ່ນອື່ນ ​ແລະ ກັບພີ່ນ້ອງ​ຮ່ວມ​ຊາດອື່ນໃນປະຊາຄົມ​ບັນດາ​ເຜົ່າ​ຫວຽດນາມ, ງູ​ກໍ່​ໄດ້​ກາຍ​ເປັນ​ໜຶ່ງສັນຍາລັກ​ທີ່​ໄດ້​ຮັບ​ການ​ບູຊາ. ຄົນຈໍາ ຢູ່​ເຂດ ນິງຖ້ວນ ​ແລະ ບິ່ງຖ້ວນ ໄດ້​ບູຊາ​ງູ​ດ້ວຍ​ຮູບປັ້ນທີ່ມີ​ການປະສົມປະສານກັບ​ສາສະໜາໜ້ອຍໜຶ່ງທີ່​ຮູບປັ້ນ​ເທບພະເຈົ້າ​ງູ Naga. ຮູບ​ປັ້ນ​ຂອງ​ເທບ​ພະເຈົ້າງູ Naga ສຳລັບຄົນຈຳ​ ມີໝາຍ​ຄວາມ​ວ່າ​ພຣະ​ອົງ​ເປັນເຈົ້າຂອງ​ແຫຼ່ງ​ນ້ຳ, ​​ຈະ​ສ້າງ​ສະພາບອາ​ກາດ​ເອື້ອ​ອຳ​ນວຍ​ໃຫ້​ຊາວ​ນາປູກເຂົ້າ. Naga ກໍ່ຍັງຫມາຍຄວາມວ່າ ເທບພະເຈົ້າຝົນ, ສ້າງຝົນໃຫ້ແກ່ສັບພະສິ່ງຂະຫຍາຍຕົວ.

ເລື່ອງເລົ່າກ່ຽວກັບງູ
ຮູບ​ພາບ​ຂອງ​ເທບພະເຈົ້າງູ Naga ຢູ່​ທີ່​ປະ​ຕູ​​ວັດ ຈ່າຕິມ ເກົ່າ (ຍັງ​ເອີ້ນອີກຊື່​ວ່າ ​ວັດ ChruitimChás), ແຂວງ ຊັອກຈັງ.

ຮູບປັ້ນຂອງເທບພະເຈົ້າງູ Naga ກັບຄົນ Khmer ຢູ່ພາກໃຕ້ມີອີກໜຶ່ງການປ່ຽນແປງທີ່ແຕກຕ່າງ, ຕິດພັນກັບຄວາມເຊື່ອຖືທາງຈິດວິນຍານປະສົມກັບສາສະຫນາພຸດໜ້ອຍໜຶ່ງ. ສຳລັບຄົນ Khmer ແລ້ວ, ເທບພະເຈົ້າງູ Naga ມີທີ່ຕັ້ງໜຶ່ງທີ່ສໍາຄັນຫຼາຍໃນການດໍາລົງຊີວິດທາງຈິດວິນຍານ. ໃນປະຈຸ​ບັນ, ​ໃນ​ສະຖາປັດຕະຍະກຳ​​ວັດຫຼາຍແຫ່ງຂອງຄົນ Khmer ​ທໍາມະດາມີ​ຮູບ​ຮຸ້ງກິນນໍ້າ ​ແລະ ງູ​ Naga ​ເປັນ​ສັນຍາ​ລັກ​ໃຫ້​ແກ່​ຂົວຕໍ່ ​ລະຫວ່າງ​ໂລກມະນຸດ​ ​ແລະ ການໄປສູ່ປະລິນິພານ. ບັນດາພາບຄວັດສະຫຼັກນູນ Naga ທີ່ບ່ອນຫຼັງຄາມ້ວນຂອງວັດຄົນ Khmer ມີຄວາມໝາຍໃນການຂັບໄລ່ຜີສາງ, ຫຼີກລ້ຽງໄຟ ແລະ ​ປົກ​ປ້ອງ​ພະ​ພຸດ​ທະ​ເຈົ້າ ດຶກເຟິດ. ປົກະຕິຈະເຫັນຢູ່ຕີນເສົາທຸງມີ 4 ຮູບປັ້ນງູ Naga ໃນວັດຂອງ Khmer.

ຢູ່​ພາກ​ກາງ, ຄວາມເຊື່ອຖືໃນການ​ໄຫວ້ບູຊາ​ງູກໍ່​ໄດ້​ຮັບ​ການ​ນັບຖືຈາກຫຼາຍຊົນເຜົ່າ ແລະ ​ເບິ່ງແລ້ວຖື​ວ່າເປັນ​ໜຶ່ງໃນສິ່ງ​ສັກສິດ​ທີ່​ສາມາດເອີ້ນ​ລົມເອີ້ນຝົນ. ຄົນເໝື່ອງ ຢູ່ແຂວງແທັງຮວາ ມີຫໍ​ບູຊາ​ເທບພະເຈົ້າ​ງູ​ທີ່ໄດ້​ຮູ້​ຈັກມາຮອດ​ໃນ​ປະຈຸ​ບັນ​ຢູ່​ໝູ່​ບ້ານ​ ເລືອງ​ງອັກ, ຕາ​ແສງ ເກີ້ມເລືອງ, ​ເມືອງ ເກີ້ມຖຸ້ຍ. ຕາມ​ການ​ເລົ່າ​ຂານ​ກັນ​ມາ​ແລ້ວ, ຢູ່ຫ້ວຍ​ນ້ຳ​ປາ​ສັກ​ສິດ​ມີ​ເທບພະເຈົ້າ​ງູ​​ປົກ​ປັກຮັກສາ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ຮູບປັ້ນງູສ່ວນໃຫ່ຍ​ໃນ​ວັດທະນະທຳ​ຫວຽດນາມ ມີຄວາມ​ໝາຍ​ບໍ່​ດີ, ຫຍໍ້ທໍ້​. ຕົວຢ່າງເຊັ່ນ ບັນດາສຸພາສິດ: "ປາກພະ ໃຈງູພິດ"; “ປາກເສືອ ພິດງູ”; “ຕີງູຕ້ອງຕີຫົວ”; "ແຕ້ມງູຕື່ມຂາ"; “ຄືກັບງູທີ່ບໍ່ມີຫົວ”; ຫຼື ກອນພະຫຍາ “ເມື່ອໄປພົບເຫັນງູຈະໂຊກດີ. ເມື່ອກັບ​ເມືອພົບເຫັນ​​ງູຈະຖືກຕີ ຖືກໂທດ”…

ໃນ​ນິທານ​​ຂອງ​ຫວຽດນາມ ປະມານ 200 ​ເລື່ອງ, ເຊິ່ງມີ 11 ເລື່ອງໄດ້​ກ່າວ​ເຖິງ​ຮູບປັ້ນ​ງູ ຫຼື​ ການແປງກາຍຂອງ​ງູ​ເຊັ່ນ: ພະຍານາກ, ເງືອກ, ຜີສາງນາງຮ້າຍ ງູກາຍເປັນປີສາດ... ​ໃນ​ນັ້ນ​ມີ​ເລື່ອງຍ້ອງຍໍສັນລະເສີນການຊ່ວຍເຫຼືອ​ຕ່າງໆຂອງງູຕໍ່ມະນຸດ. ບາງເລື່ອງອື່ນໆພັດຍັງເວົ້າເຖິງງູທໍາຮ້າຍຄົນ. ແບບຢ່າງພົ້ນເດັ່ນແມ່ນເລື່ອງເລົ່າຂອງ ແທັກແຊງ, ຫຼີທົງ.

ຮູບປັ້ນງູໃນສາສະຫນາ

ຮູບ​ປັ້ນ​ງູ​ບໍ່​ມີ​ຢູ່​ໃນ​ສາ​ສະ​ໜາ​ຫວຽດ​ນາມ, ເຖິງ​ຢ່າງ​ໃດ​ກໍ​ຕາມ, ຮູບປັ້ນ​ງູ​ຍັງ​ມີຄວາມອຸ​ດົມ​ສົມ​ບູນ​ຢູ່​ຫຼາຍ​ປະ​ເທດ​ໃນ​ໂລກ ນັບ​ແຕ່​ທິດຕາ​ເວັນ​ຕົກ​ໄປ​ເຖິງທິດຕາ​ເວັນ​ອອກ.

ຮູບປັ້ນງູເປັນສັນຍາລັກຂອງນ້ຳ, ໄຟ, ຈິດວິນຍານ, ກາມະຕັນຫາ, ການຕັດສິນຢ່າງເດັດຂາດ ແລະ ຄວາມສົງໄສ. ງູເປັນສັນຍາລັກທັງເພດຊາຍ ແລະ ຍິງ, ເປັນເທບແຫ່ງການສ້າງໂລກ, ເປັນສັນຍາລັກຂອງຈັກກະວານໃນສະໄໝປະຖົມບູຮານ. ສັນ​ຍາ​ລັກ​ເຫຼົ່າ​ນີ້​ອີງ​ໃສ່​ຄວາມອ່ອນຊ້ອຍໃນວິທີເຄື່ອນຍ້າຍ​ຂອງ​ງູ​ ແລະ ​ວິ​ທີ​ການ​ທີ່​ມັນ​ລອກຄາບເກີດໃໝ່​.

ເລື່ອງເລົ່າກ່ຽວກັບງູ
ມົງກຸດຂອງກະສັດອົງທີ 18 ຂອງລາຊະວົງ Tutankhamun (ອີຢິບ) ເກັບຮັກສາໄວ້ທີ່ Golden Gate Park (ສະຫະລັດອາເມລິກາ) ມີການແກະສະຫຼັກຮູບນູນຂອງເທບພະເຈົ້າແຫ່ງງູ.

ໃນ​ບັນ​ດາຊົນເຜົ່າ​​ໃນໂລກ, ຄວາມ​ເຊື່ອຖື​ໃນ​ການ​ໄຫວ້​ງູ ​ແລະ ນໍາ​ເອົາ​ງູເຂົ້າ​ໃນ​ສາ​ສະ​ຫນາໄວກ່ອນໝູ່ໝົດ ​ແມ່ນ​ອາດ​ຈະແມ່ນ​ຢູ່​ປະ​ເທດ​ອີ​ຢິບ. ຕັ້ງແຕ່ສະໄໝບູຮານ, ຄົນອີຢິບ ເຫັນງູເປັນສັນຍາລັກຂອງເທວະດາ, ເຮັດໃຫ້ງົມງວາຍຫຼົງເຊື່ອ, ບາງຄັ້ງກໍ່ເຊື່ອກັນວ່າ ມັນເປັນຄໍາພະຍາກອນ,​ ຄໍາທໍານາຍ, ຍິ່ງໄປກວ່ານັ້ນແມ່ນພະສູງສຸດ. ໃນສະໄໝກ່ອນ, ຊາວອີຍິບ ເວົ້າວ່າ ງູແມ່ນພະເຈົ້າຜູ້ປົກປ້ອງຮັກສາຊີວິດຂອງກະສັດ. ເທິງມົງກຸດຂອງກະສັດຟາໂຣ ອີຍິບ ສ່ວນຫຼາຍມີຮູບງູ Uraeus ແກະສະຫຼັກດ້ວຍຄໍາ ຫຼື ແກ້ວປະເສີດ. ຮ່ອງຮອຍຂອງຄວາມເຊື່ອຖືນີ້ຍັງພົບເຫັນຢູ່ຮູບວົງມົນ ແລະ ຮູບໜ່ວຍກົມທີ່ໄດ້ແກະສະຫຼັກຢູ່ໄວ້ເທິງບັນດາປະຕູພະວິຫານເປັນສ່ວນໃຫຍ່ໃນປະເທດອີຢິບ (ຄົນອີຍິບ ມີທັດສະນະຄະຕິວ່າ ໂລກເປັນຮູບວົງມົນໜຶ່ງ, ງູເຄື່ອນຕົວໄປຕາມລວງຂວາງຜ່ານຈຸດສູນກາງເປັນສັນຍາລັກຈຸດຕັດກັນຂອງຈັກກະວານ ແລະ ໜ້າດິນ).

ໃນພະຄໍາພີຂອງສາສະໜາກາໂຕລິກ ກໍ່ກ່າວເຖິງງູ. ປື້ມ ສາງເຖ ມີໄດ້ກ່າວເຖິງງູວ່າແມ່ນສັດທີ່ອໍາມະຫິດຫຼາຍກວ່າທຸກໆສັດໃນທົ່ງນາ. ງູ​ໄດ້​ຍຸຍົງສົ່ງເສີມ​ Eva ​ໃຫ້​ກິນ​ຕົ້ນ​ໄມ້​ແຫ່ງ​ຄວາມ​ຮັບຮູ້, ຕໍ່ຈາກນັ້ນແມ່ນ Adam. ຍ້ອນ​ການ​ກິນ​ໝາກ​ໄມ້​ທີ່​ຕ້ອງ​ຫ້າມ ສະນັ້ນ Adam ​ແລະ​ Eva ​ຈິ່ງຮູ້​​ເພດ​ຂອງ​ຕົນ. ນັ້ນເປັນຈຸດເລີ່ມຕົ້ນຂອງຄວາມຕັນຫາທາງເພດ ລະຫວ່າງ ເພດຊາຍ ແລະ ເພດຍິງ.

ອິນເດຍ ກໍ່ເປັນປະເທດທີ່ນໍາເອົາສັນຍາລັກງູເຂົ້າໃນວັດທະນະທໍາທາງສາສະຫນາຂອງຕົນຢ່າງເລິກເຊີ່ງ. ງູຈົງອາງມີຢູ່ເທິງຄໍຂອງເທບພະເຈົ້າ Shiva. ສ່ວນເທບພະເຈົ້າ Vishnu ປົກກະຕິຈະຖືກແຕ້ມໃນທ່ານອນຢູ່ເທິງງູເຈັດຫົວ ຫຼື ງູມ້ວນຕົວຢູ່. ຫໍພະວິຫານໃນປະເທດ ອິນເດຍ ຖືວ່າ ງູເປັນສັນຍາລັກຂອງຄວາມມັ່ງຄັ່ງສົມບູນ. ຍິ່ງໄປກວ່ານັ້ນງານບຸນ Hindu ທີ່ເອີ້ນວ່າ Nag Panchami ທຸກໆປີລ້ວນແຕ່ຈັດຂຶ້ນໃນວັນ "ບຸນປີໃຫມ່" ງູ (ຈັດຂຶ້ນໃນວັນທີ 5 ຫຼັງຈາກ Amavasya ຂອງເດືອນ Shravana). ໃນມື້ນັ້ນ, ບັນດາງູໄດ້ຮັບການເຄົາລົບບູຊາ ແລະ ກາບໄຫວ້. ພະເຈົ້າແຫ່ງງູໃນສາສະຫນາຮິນດູ ມີຊື່ເອີ້ນວ່າ Naga ໄດ້ຖືວ່າ ເປັນສັນຍາລັກຂອງຄວາມເປັນອະມະຕະ ແລະ ໄດ້ຮັບການເຄົາລົບນັບຖືເປັນສັດທີ່ສັກສິດ.

ບົດກາວີທີ່ມີຊື່ສຽງກ່ຽວກັບງູ

ໃນ​ເລື່ອງເລົ່າ​ວັນນະຄະດີ​ຫວຽດນາມ, ນັກປາດ ເລກຸ໋ຍໂດນ (1726-1784) ຕອນຄາວຍັງນ້ອຍ ເພື່ອ​ຫຼີກລ້ຽງ​ການ​ຖືກ​ຕີດ້ວຍໄມ້ແສ້​ຂອງພໍ່ເມື່ອເຮັດຜິດຈິ່ງ​ໄດ້​ຂຽນບົດກະວີ “ງູ​ຄ້ານຮຽນ”. ​ພິ​ເສດ​ຄືກະວີແຕ່ລະປະໂຫຍກຍັງໄດ້ກ່າວເຖິງ​ຊື່ຂອງ​ງູ​ຊະນິດ​ໜຶ່ງ. ບົດກະວີມີດັ່ງນີ້:

ບໍ່ແມ່ນງູນ້ອຍແຕ່ກໍ່ແມ່ນແນວພັນ

ງູຂີ້ຄ້ານຮຽນອາດບໍ່ໃຫ້ອະໄພ

ລະອາຍໃຈ ງູສາ ເຮັດໃຫ້ແມ່ເສຍໃຈ

ມື້ນີ້ແຜດສຽງຮ້ອງງູທັບທາງ ແສບຄໍພໍ່

ປາກແຫ້ງພຽງແຕ່ລຶ້ງເຄີຍທ່າທີອໍ້ແອ້ເທົ່ານັ້ນ

ສັນຫຼັງງູຂີ້ກ້ຽມປ່າທົນເຈັບມີຮອຍສາມສີ່ຫ້າຄອງ.

ຈາກນີ້ໄປງູສິງຫາງລາຍ​​, ຮູຮັງຈະຕັ້ງໃຈ​ດຸໝັ່ນຮໍ່າຮຽນ​.

ງູຈົງອາງອາດຈະນໍາເອົາຊື່ສຽງອຳນາດມາສູ່ຄອບຄົວ.

ບົດກະວີ "ງູຄ້ານຮຽນ" ຖືກຂຽນໃນແບບກະວີໂຮມຊື່: ແຕ່ລະປະໂຫຍກມີຊື່ງູຊະນິດໜຶ່ງ ຫຼື ມີຄໍາວ່າ "ງູ". ປະໂຫຍກທໍາອິດຄໍາວ່າມີ "liu diu" (ງູ liu diu ແມ່ນ Plesiosauroidea ຊະນິດໜຶ່ງທີ່ປົກກະຕິພົບເຫັນໃນທະວີບອາຊີ). ປະໂຫຍກທີສອງມີຄໍາວ່າ "ງູ". ປະໂຫຍກທີສາມແມ່ນ "ງູສາ" (ງູສາ ຫຼື ມັກເອີ້ນກັນວ່າ ງູເຈັດສີມີສ່ວນຄໍທີ່ໂດດເດັ່ນດ້ວຍການສະຫຼັບສີຕັ້ງແຕ່ເຫຼືອງອ່ອນຈົນເຖິງສີນ້ໍາຕານແດງ). ປະໂຫຍກທີສີ່ແມ່ນ "mai gầm" (ງູທັບທາງ, Bungarus ຫຼື ງູສາມລ່ຽມ ແມ່ນຫນຶ່ງໃນຊະນິດງູທີ່ພິດອັນຕະລາຍທີ່ສຸດແຕ່ບໍ່ຄ່ອຍຈະທໍາຮ້າຍມະນຸດ). ປະໂຫຍກທີຫ້າແມ່ນ “ງູສິງ” (ງູສິງແມ່ນງູຊະນິດໜຶ່ງທີ່ມັກອາໄສຢູ່ເທິງກົກໄມ້, ບໍ່ມີພິດ ແລະ ບໍ່ເປັນອັນຕະລາຍຕໍ່ຊີວິດມະນຸດ). ປະໂຫຍກທີ 6 ແມ່ນ “ງູຂີ້ກ້ຽມປ່າ” (ງູຂີ້ໂກະປ່າ) ບໍ່ມີພິດ, ຂ້ອນຂ້າງຂີ້ອາຍ ແລະ ມັກຈະຢູ່ຫ່າງຈາກຄົນ). ປະໂຫຍກທີ 7 ແມ່ນ “ງູສິງຫາງລາຍ” (ເປັນງູທີ່ກິນຊີ້ນ, ເຖິງວ່າມັນບໍ່ມີພິດ, ແຕ່ມີນິໄສຮຸນແຮງໃນສະພາບແວດລ້ອມທຳມະຊາດ ແລະ ສາມາດໂຈມຕີຄົນ). ປະໂຫຍກທີ່ແປດແມ່ນ "ງູຈົງອາງ" (ແມ່ນງູທີ່ມີພິດ, ໄດ້ຕີລາຄາວ່າເປັນງູທີ່ອັນຕະລາຍ ແລະ ເປັນຕາຢ້ານຢູ່ໃນຂອບເຂດຊີວິດການເປັນຢູ່ຂອງພວກມັນ).

ໃນ​ບົດ​ກະວີ “ງູ​​ຄ້ານຮຽນ”, ການ​ປະກົດ​ຕົວ​ຂອງ​ງູ “ຈົງອາງ - ແມ່” ​ແລະ ງູ “ທັບທາງ - ​ພໍ່” ທີ່​ມີບຸກຄະລິກ​ສະ​ເພາະ​ຄື: ຜູ້​ເປັນ​ແມ່ “ລະອາຍ… ​ເສຍໃຈ”, ພໍ່ “​ແຜດສຽງ… ແສບຄໍ” ເຫມາະກັບທັດສະນະຄະຕິທາງຈິດໃຈທີ່ຢາກຮ້າຍ, ເປັນຫ່ວງຂອງຄົນຜູ້ເປັນພໍ່ແມ່ຕໍ່ການຮຽນຂອງລູກຕົນ. ການສຳຜັດຄໍາທີ່ມ່ວນໃນບົດກະວີແມ່ນໃສ່ຄຳວ່າ “ໄຟ” ສຳລັບ “ໂຄມໄຟ”, “ຮ້ອງ” ສໍາລັບ “ແຜດສຽງຮ້ອງ” ຢູ່ທາງໜ້າ ແລະ ທາງຫຼັງຄໍາວ່າ “ງູຈົງອາງ” ແລະ “ງູທັບທາງ” ມີຄວາມໝາຍເລິກເຊີ່ງ ແລະ ມີອາລົມຄວາມຮັກແພງ.

ບັນຍາກາດຄຶກຄື້ນເພື່ອສະເຫຼີມສະຫຼອງປີມັງກອນທົ່ວໂລກ ບັນຍາກາດຄຶກຄື້ນເພື່ອສະເຫຼີມສະຫຼອງປີມັງກອນທົ່ວໂລກ

ຍສໝ - ຫວຽດ​ນາມ, ຈີນ, ມາ​ເລ​ເຊຍ ແລະ ຫຼາຍ​ປະ​ຊາ​ຄົມ​ໃນ​ທະ​ວີບ​ໃນ​ທົ່ວ​ໂລກ​ພວມ​ດຳ​ເນີນ​ບັນ​ຍາ​ກາດ​ເບີກ​ບານ​ມ່ວນ​ຊື່ນ​ເພື່ອ​ຕ້ອນ​ຮັບ​ປີ​ໃໝ່​ມັງກອນ.

ສະແຕັມ ບຸນເຕັດປີມະໂລງ ພ້ອມກັບຮູບສັນຍະລັກ ຫວຽດນາມ ທີ່ປາໄນກາຍເປັນມັງກອນ ສະແຕັມ ບຸນເຕັດປີມະໂລງ ພ້ອມກັບຮູບສັນຍະລັກ ຫວຽດນາມ ທີ່ປາໄນກາຍເປັນມັງກອນ

ຍສໝ - ຫວ່າງ​ມໍ່ໆ​ນີ້, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ການສື່ສານ ຫວຽດນາມ ​ໄດ້​ເປີດຈຳໜ່າຍ​ຊຸດ​ສະ​ແຕມ “​​ເຕັດປີມະໂລງ” ​ເຊິ່ງລວມມີ​ສະ​ແຕມ 2 ​ແບບ ​ແລະ ​ກັບສະ​ແຕມ​ທີ່ມີ​ຮູບ​ມັງກອນ - ສັດປະຈຳ​ປີ 2024 ​ຕິດພັນກັບແນວຄວາມ​ຄິດ ​ປາໄນກາຍເປັນມັງກອນ ແລະ ຫວຽດ​ນາມ​ຈະ​ເລີນ​ຮຸ່ງ​ເຮືອງ.

ທອງມີ ສີຫາວົງ

ເບິ່ງເພີ່ມເຕີມໃນ: ພູມລໍາເນົາ ແລະ ຜູ້ຄົນ

ເບິ່ງເພີ່ມເຕີມ
ເຫດການ