![]() | ພັນລະຍາປະທານປະເທດຕ້ອນຮັບຄະນະຜູ້ແທນສະຫະພັນແມ່ຍິງກະຊວງການຕ່າງປະເທດສສຫວຽດນາມ |
![]() | ເວທີປາໄສແມ່ຍິງ ຫວຽດນາມ ຢູ່ ເອີລົບ ລົງນາມໃນການຮ່ວມມືກັບສະມາຄົມນັກທຸລະກິດຍິງນະຄອນ ຮ່າໂນ້ຍ |
ການສອນວິຊາຊີບຂ້າມຊາຍແດນ
ກັບຄືນຈາກຫ້ອງຮຽນສອນແຕ່ງໜ້າ ແລະ ຕໍ່ຂົນຕາໃຫ້ແກ່ສະມາຊິກສະມາຄົມແມ່ຍິງແຂວງ ຈໍາປາສັກ (ລາວ), ອາຈານ ດວານທິງອກຮ່າ, ຄູສອນຢູ່ ຫໍວັດທະນະທຳແມ່ຍິງນະຄອນ ໂຮ່ຈີມິນ ຍັງຮູ້ສຶກເສຍດາຍ ເພາະຫຼັກສູດຜ່ານໄປໄວຫຼາຍ. ອາຈານໃຫ້ຮູ້ຕື່ມອີກວ່າ ຄວາມຮູ້ສຶກທີ່ໄປສອນຢູ່ໄກໃນຄັ້ງນີ້ ແຕກຕ່າງຈາກ 5 ປີກ່ອນ ເມື່ອລາວໄປສອນຢູ່ລາວ ເທື່ອທຳອິດ. ເວລານັ້ນ, ເຖິງວ່າ ຈໍາປາສັກ ເປັນແຂວງໃຫຍ່ອັນດັບ 2 ຂອງລາວ (ຖັດຈາກນະຄອນຫຼວງ ວຽງຈັນ), ແຕ່ການດຳລົງຊີວິດກໍ່ຍັງຜ່ອນຄາຍຫຼາຍ, ເວລາ 6 ໂມງແລງ ຖະໜົນຫົນທາງມິດງຽບ. ທຸກສິ່ງທຸກຢ່າງເປັນເລື່ອງແປກ ເຮັດໃຫ້ອາຈານກນັບມື້ກັບບ້ານໃນແຕ່ລະມື້.
ເດືອນກັນຍາ ປີ 2024, ໂດຍກັບໄປ ຈໍາປາສັກ, ໄລຍະທາງພູມສາດແມ່ນບໍ່ມີອີກຕໍ່ໄປແລ້ວ. ແທນທີ່ນັ້ນ, ອາຈານຮູ້ສຶກຄືກັບວ່າ ໄດ້ພົບກັບຄອບຄົວຂອງນາງອີກເທື່ອຫນຶ່ງ, ຖະຫນົນຫົນທາງ ແລະ ເສັ້ນທາງໄດ້ກາຍເປັນທີ່ຄຸ້ນເຄີຍ. ຫຼັງຈາກເວລາສອນແລ້ວ, ອາຈານໄດ້ໄປຍ່າງ, ຄົ້ນຫາທຸກບ່ອນໂດຍບໍ່ຕ້ອງການຄົນຊ່ວຍເຫຼືອ.
![]() |
ສະມາຄົມແມ່ຍິງແຂວງ ຊຽງໃໝ່ ໄດ້ໄປຢ້ຽມຢາມຫໍວັດທະນະທຳແມ່ຍິງນະຄອນ ໂຮ່ຈີມິນ ໃນໄລຍະຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ ໂຮ່ຈີມິນ ໃນເດືອນ ທັນວາ ປີ 2024. |
ການສອນວິຊາຊີບໃຫ້ແກ່ຫ້ອງຮຽນທີ່ຕ່າງພາສາແມ່ນບໍ່ຍາກຄືເທື່ອທໍາອິດ. ດ້ວຍອາຊີບການແຕ່ງໜ້າ ແລະ ຕໍ່ຂົນຕາ, ອາຈານ ຮ່າ ໄດ້ຈຳກັດການອະທິບາຍ ແລະ ເລືອກສອນດ້ວຍວິທີໃຫ້ເບິ່ງກັບຕາ, ຮຽກຮ້ອງໃຫ້ນັກຮຽນຕ້ອງສັງເກດ ແລະ ປະຕິບັດຕາມໃຫ້ຖືກຕ້ອງ. ອາຈານຍັງໄດ້ຮຽກຮ້ອງໃຫ້ສະຫະພັນແມ່ຍິງແຂວງ ຈຳປາສັກ ຊ່ວຍຊອກຫາຕົວແບບເພື່ອໃຫ້ນັກຮຽນໄດ້ແອບໃນຫ້ອງຮຽນທັນທີຫຼັງຈາກທີ່ຮຽນທິດສະດີ. ແຕ່ລະມື້, ລ້ວນແຕ່ມິພະນັກງານສະຫະພັນແມ່ຍິງ ແລະ ແມ່ຍິງຈາກບັນດາບ້ານໃກ້ຄຽງມາອາສາສະໝັກເປັນແບບໃຫ້, ຍ້ອນແນວນັ້ນ ຜູ້ຮຽນໄດ້ລົງຝຶກຕົວຈິງ.
ເໝືອນດັ່ງເພື່ອນຮ່ວມງານຂອງລາວ, ອາຈານ ຫວໍແທ່ງເຟືອງ - ອາຈານສອນວິຊາຕັດຫຍິບເສື້ອແວັດຢູ່ຫໍວັດທະນະທຳແມ່ຍິງນະຄອນ ໂຮ່ຈີມິນ - ກໍ່ແມ່ນໃບໜ້າທີ່ຄຸ້ນເຄີຍຂອງບັນດາຫ້ອງຮຽນວິຊາຊີບຂ້າມຊາຍແດນ. ເດືອນ ກັນຍາ ປີ 2024 ເປັນຄັ້ງທີ 5 (ໃນຮອບ 7 ປີຜ່ານມາ) ທີ່ອາຈານໄດ້ໄປສອນວິຊາຊີບໃຫ້ແກ່ສະມາຊິກ ແລະ ແມ່ຍິງປະເທດເພື່ອນ ລາວ , ສະນັ້ນ ປະສົບການຂອງລາວກໍ່ນັບມື້ນັບເພີ່ມຂຶ້ນ.
ສິ່ງທີ່ເຮັດໃຫ້ອາຈານ ເຟືອງ ມີຄວາມພໍໃຈທີ່ສຸດໃນການເດີນທາງ 5 ເທື່ອນັ້ນແມ່ນຝ່າຍປະເທດ ລາວ ຄັດເລືອກຜູ້ເຂົ້າຮ່ວມຢ່າງລະມັດລະວັງ. ບໍ່ແມ່ນວ່າ ບໍ່ເສຍຄ່າແລ້ວໃຜຈະມາຮຽນກໍ່ໄດ້. ເຂົາເຈົ້າມອບໂອກາດໃຫ້ຜູ້ທີ່ຕ້ອງການທີ່ແທ້ຈິງ, ຮູ້ປະກອບອາຊີບ ແລະ ປາຖະໜາຢາກປັບປຸງສີມືການຊ່າງ. ໃນຫ້ອງຮຽນທີ່ຜ່ານມາ, ອາຈານ ເຟືອງ ໄດ້ປະຫຼາດໃຈເມື່ອເຫັນວ່າມີຜູ້ຊາຍ 3 ຄົນຢູ່ໃນຫ້ອງ. ເຂົາເຈົ້າເປັນຊ່າງຕັດຫຍິບທັງໝົດ, ມີຮ້ານຕັດຫຍິບຂະໜາດນ້ອຍຢູ່ເຮືອນ. ເພື່ອໄດ້ຮຽນຮູ້ວິທີການຫຍິບເສື້ອແວັດ, ພວກເຂົາຕ້ອງຜ່ານພັນລະຍາຂອງເຂົາເຈົ້າ ຂໍເຂົ້າຮ່ວມຫ້ອງຮຽນ.
ຄູສອນສ່ວນໃຫຍ່ທີ່ເຂົ້າມາສອນຢູ່ ລາວ ແມ່ນມີຄວາມປະທັບໃຈໃນຄວາມເຄົາລົບນັບຖືຢ່າງສູງຈາກສະມາຊິກ ແລະ ນັກຮຽນ. ຄູສອນຮູ້ສຶກວ່າບໍ່ມີບ່ອນໃດທີ່ເຂົາເຈົ້າໄດ້ຮັບຄວາມເຄົາລົບນັບຖື ແລະ ຄວາມຮັກແພງຈິງໃຈຈາກນັກຮຽນຄືໃນປະເທດ ລາວ. ອາຈານ ເຟືອງ ເລົ່າວ່າ: “ນັກຮຽນມັກເອົາເຂົ້າມາເຮັດອາຫານທ່ຽງ ແລະ ເຊີນຄູມາກິນເຂົ້ານຳກັນ. ຢູ່ປະເທດ ລາວ, ທຸກໆຕອນທ່ຽງຂ້າພະເຈົ້າໄດ້ຮັບປະທານອາຫານທ່ຽງໂດຍນັກຮຽນເຊີນເປັນປະຈຳ. ຜ່ານບັນດາຄາບເຂົ້າ, ຂ້າພະເຈົ້າຮູ້ສຶກເລິກເຊິ່ງກວ່າກ່ຽວກັບການພົວພັນມິດຕະພາບລະຫວ່າງສອງປະເທດ”.
![]() |
ສະຫະພັນແມ່ຍິງແຂວງ ຊຽງໃໝ່ ຢ້ຽມຢາມຫ້ອງມູນເຊື້ອຂອງສະຫະພັນແມ່ຍິງນະຄອນ ໂຮ່ຈີມິນ |
ເພີ່ມທະວີການພົວພັນຕ່າງປະເທດເພື່ອຊຸກຍູ້ການເຄື່ອນໄຫວ
ການຕັດຫຍິບ, ແຕ່ງໜ້າ - ຕໍ່ຂົນຕາ, ເຮັດເລັບ, ຕັດຜົມ,... ແມ່ນຫ້ອງຮຽນວິຊາຊີບທີ່ສະຫະພັນແມ່ຍິງນະຄອນ ໂຮ່ຈີມິນ ຈັດຕັ້ງເປັນແຕ່ລະປີ ນັບແຕ່ປີ 2017 ເປັນຕົ້ນມາ ເພື່ອໜູນຊ່ວຍບັນດາສະມາຊິກ, ແມ່ຍິງແຂວງ ຈໍາປາສັກ ແລະ ນະຄອນຫຼວງ ວຽງຈັນ ຕາມໂຄງການຮ່ວມມືລະຫວ່າງ ສອງຝ່າຍ. ຈາກບັນດາຊຸດອົບຮົມອາຊີບດັ່ງກ່າວ, ສະຫະພັນແມ່ຍິງນະຄອນ ໂຮ່ຈີມິນ ໄດ້ຊ່ວຍໝູ່ເພື່ອນບຳລຸງສ້າງຄູສອນ ເພື່ອຈາກນັ້ນຈະໄດ້ຈັດຕັ້ງບັນດາຫ້ອງຮຽນວິຊາຊີບໃຫ້ນັບມື້ນັບຫຼາຍຂຶ້ນ, ຊ່ວຍໃຫ້ແມ່ຍິງລາວ ແລະ ສະມາຊິກຫຼາຍຄົນມີວຽກເຮັດງານທຳທີ່ໝັ້ນຄົງ ແລະ ພັດທະນາເສດຖະກິດຄອບຄົວຕື່ມອີກ.
ສາມາດເຫັນໄດ້ວ່າ, ໃນໄລຍະທີ່ຜ່ານມາ, ວຽກງານການທູດປະຊາຊົນແມ່ນສະຫະພັນແມ່ຍິງນະຄອນ ໂຮ່ຈີມິນ ໄດ້ປະຕິບັດຢ່າງມີຫົວຄິດປະດິດສ້າງ ແລະ ມີນ້ຳໃຈ, ບົນຈິດໃຈມິດຕະພາບ, ແນໃສ່ມຸ່ງໄປເຖິງການເພີ່ມທະວີການໜູນຊ່ວຍແມ່ຍິງຢ່າງມີປະສິດທິຜົນ, ຊຸກຍູ້ຂະບວນການແມ່ຍິງຮ່ວມກັນກ້າວໜ້າ.
ໃນເດືອນ ສິງຫາ ປີ 2024, ຕາມຄຳເຊີນຂອງສະມາຄົມນັກຂ່າວ ແລະ ສະຫະພັນແມ່ຍິງແຂວງ ຊຽງໃໝ່ (ໄທ), ສະຫະພັນແມ່ຍິງນະຄອນ ໂຮ່ຈີມິນ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ຊຽງໃໝ່. 2 ຝ່າຍໄດ້ພົບປະ, ແລກປ່ຽນ ແລະ ບົດຮຽນປະສົບການກ່ຽວກັບວຽກງານສະມາຄົມ ແລະ ຂະບວນການແມ່ຍິງ. ການຢ້ຽມຢາມໄດ້ເປັນປະຖົມປັດໄຈໃຫ້ຄະນະຜູ້ແທນສະຫະພັນແມ່ຍິງແຂວງ ຊຽງໃໝ່ ໄປຢ້ຽມຢາມ ແລະ ເຮັດວຽກກັບສະຫະພັນແມ່ຍິງນະຄອນ ໂຮ່ຈີມິນ ໃນເດືອນ ທັນວາ ປີ 2024.
ທ່ານນາງຮອງປະທານປະຈຳການສະຫະພັນແມ່ຍິງນະຄອນ ໂຮ່ຈີມິນ ຈີ້ງທິແທງ ຢືນຢັນວ່າ ສະຫະພັນແມ່ຍິງນະຄອນ ໂຮ່ຈີມິນ ປາດຖະໜາຢາກເປີດກວ້າງການຮ່ວມມືກັບບັນດາປະເທດ, ໃນນັ້ນມີ ໄທ. ທ່ານນາງ ຈີ້ງທິແທງ ຢືນຢັນວ່າ ໃນໄລຍະຈະມາເຖິງ, ສະມາຄົມແມ່ຍິງຂອງ 2 ນະຄອນ ອາດຈະຄົ້ນຄວ້າການຮ່ວມມືໃນບາງຂົງເຂດກ່ຽວກັບການພັດທະນາເສດຖະກິດ, ບຳລຸງສ້າງວິຊາຊີບ ແລະ ປະສົບການໃນວຽກງານບຳລຸງສ້າງວິຊາຊີບໃຫ້ແກ່ແມ່ຍິງ, ແລກປ່ຽນບົດຮຽນປະສົບການດ້ານທັກສະການຄ້າຂາຍ, ຮ່ວມກັນຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ ກໍຄືການເຄື່ອນໄຫວໃນຂົງເຂດສະເໝີພາບທາງເພດ.
![]() | ແມ່ຍິງ 250,000 ຄົນ ທີ່ເຮັດວຽກຢູ່ຕ່າງປະເທດ ສ້າງລາຍຮັບໄດ້ 2,5 ຕື້ USD ຍສໝ - ຕາມການຄົ້ນຄ້ວາຂອງ Economica ຫວຽດນາມ, ແຕ່ລະປີ, ແຮງງານຍິງ 250.000 ຄົນນີ້ສ້າງແຫຼ່ງເງິນຝາກປະມານ 2,5 ຕື້ USD, ກວມ 15% ຍອດຈຳນວນເງິນເຂົ້າ ຫວຽດນາມ. |
![]() | ເຮືອນລວມຂອງແມ່ຍິງ ຫວຽດນາມ ຢູ່ ຮົງກາລີ ຍສໝ - ພາຍຫຼັງ 20 ປີແຫ່ງການພັດທະນາ, ສະມາຄົມແມ່ຍິງ ຫວຽດນາມ ຢູ່ ຮຸງກາຣີ (ສະມາຄົມ) ໄດ້ກາຍເປັນເຮືອນລວມ ເພື່ອຕິດພັນແມ່ຍິງ ຫວຽດນາມ ຢູ່ ຮຸງກາຣີ. |
ມິງດຶກ