ປະເທດຊາດຈະຫັນປ່ຽນຕົນໄປສູ່ສັງກາດໃໝ່

00:00 | 01/02/2025

ຍສໝ - ຮຽນທ່ານ, ​ປັດ​ຈຸ​ບັນທົ່ວປະເທດກໍາລັງ​ມີ​ຄວາມ​ສົນ​ໃຈ​ຫຼາຍ​ກ່ຽວ​ກັບ​ນິຍາມ "ສັງກາດ​ບືນຕົວກ້າວຂຶ້ນ​ຂອງ​ຊາດ", ຄວາມ​ຮູ້​ສຶກຂອງທ່ານກ່ຽວກັບ​ບັນ​ຫາ​ນີ້ແມ່ນຫຍັງ?

ຊົນຊັ້ນກຳມະກອນທີ່ທັນສະໄໝ, ເຕີບໃຫຍ່ເຂັ້ມແຂງເຂົ້າສູ່ຍຸກໃໝ່
V.I Lenin - ຜູ້ນຳທີ່ປີຊາສາມາດ, ນັກແນວຄິດທີ່ຍິ່ງໃຫຍ່ໄດ້ເປີດຍຸກໃໝ່ຂອງມະນຸດ
PGS .TS. Nguyễn Thế Kỷ, Chủ tịch Hội đồng Lý luận, phê bình văn học, nghệ thuật Trung ương đã bày tỏ niềm tin của mình về “kỷ nguyên mới” của dân tộc trong cuộc trả lời phỏng vấn tạp chí Thời Đại.  ທ່ານ ຮສ.ປອ. ຫງວຽນເຖກີ໋, ປະທານ​ສະພາທິດສະດີ ​ແລະ ວິຈານ​ວັນນະຄະດີ, ສິລະ​ປະສູນກາງ ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນຂອງຕົນ​ຕໍ່ “ຍຸກໃໝ່” ຂອງ​ປະ​ເທດ​ຊາດ ​ໃນ​ການ​ໃຫ້​ສຳພາດ​ຕໍ່​ວາລະສານ​ເຖີ່ຍດ້າຍ.

ທ່ານ ຮສຈ.ປອ. ຫງວຽນເຖກີ໋, ປະທານ​ສະພາທິດສະດີ ​ແລະ ວິຈານ​ວັນນະຄະດີ, ສິລະ​ປະສູນກາງ ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນຂອງຕົນ​ຕໍ່ “ສັງກາດໃໝ່” ຂອງ​ຊາດ ​ໃນ​ການ​ໃຫ້​ສຳພາດ​ຕໍ່​ວາລະສານ​ ເຖີ່ຍດ້າຍ (ຍຸກສະໄໝ).

- ຂ້າພະ​ເຈົ້າ​ເຫັນ​ດີ​ເປັນ​ເອກະພາບ​ກັບ​ວິ​ໄສ​ທັດ, ວິທີການ​ກຳນົດ ​ແລະ ອະທິບາຍບັນດານິຍາມ “ສັງກາດໃໝ່" “ສັງກາດບືນຕົວຂຶ້ນ​ຂອງຊາດ" ທີ່​ທ່ານເລຂາທິການ​ໃຫຍ່ຍົກອອກມາ. ປະເທດຊາດຂອງພວກເຮົາຂ້າມຜ່ານແຕ່ລະຍຸກສະໄໝລ້ວນແຕ່ໄດ້ກ້າວຂ້າມໄລຍະເສັ້ນທາງໃໝ່, ກ່ຽວກັບດ້ານພື້ນຖານທິດສະດີ ເວົ້າລວມແລ້ວ ພວກເຮົາບໍ່ອາດພໍໃຈກັບສິ່ງທີ່ພວກເຮົາໄດ້ມີ. ຖ້າພວກເຮົາມີຄວາມພໍໃຈໃນສິ່ງທີ່ເຮົາເປັນ, ພໍໃຈນໍາໂຊກຊາຕາ ພວກເຮົາກໍ່ຈະບໍ່ມີການປ່ຽນແປງໃໝ່ ແລະ ບໍ່ສາມາດສ້າງການບຸກທະລຸຕ່າງໆໃນທຸກດ້ານຂອງຊີວິດສັງຄົມໄດ້.

ສິ່ງນີ້​ແມ່ນ​ຖືກທີ່​ສຸດ ​ຫາກ​ພວກ​ເຮົາ​ເບິ່ງ​ຄືນກັບໄປ​ປະຫວັດສາດ​ຂອງ​ຊາດ, ຈາກ​ລາຊະວົງ ຫຼີ, ເຈີ່ນ, ເລ, ຫງຽວນ ລ້ວນ​ແຕ່ຈາລືກ​ໄລຍະເວລາຕ່າງໆຂອງການ​ພັດທະນາ​ໃໝ່, ຕິດ​ພັນ​ກັບ​ການ​ນຳພາ​ຂອງເຈົ້າຊີວິດຜູ້ສະຫຼາດສະຫຼຽວ. ແລ້ວເມື່ອຮອດຍາມທີ່ພວກລ່າເມືອງຂຶ້ນຝຣັ່ງ ບຸກຮຸກຮານຫວຽດນາມ, ຊາດຂອງພວກເຮົາກໍ່ກ້າວເຂົ້າສູ່ໄລຍະໃໝ່. ການປະຕິວັດເດືອນສິງຫາ ປີ 1945 ສາມາດເວົ້າໄດ້ວ່າ ເປັນເຫດການ “ສະໜັ່ນຟ້າສະເທືອນດິນ”, ນັ້ນເປັນບາດລ້ຽວທີ່ນຳປະເທດຊາດຂອງພວກເຮົາກ້າວເຂົ້າສູ່ສັງກາດໃໝ່, ຍິ່ງໄປກວ່ານັ້ນແມ່ນໜຶ່ງຍຸກສະໄໝ - ຍຸກສະໄໝ ໂຮ່ຈີມິນ.

ພາຍຫຼັງ​ປີ 1975, ຫວຽດນາມ ​ກໍ່​ກ້າວ​ເຂົ້າ​ສູ່​ໄລຍະ​ໄໝ່​ ເມື່ອປະ​ເທດ​ຊາດທ້ອນໂຮມເປັນເອກະພາບ ​ແລະ ກ້າວຂຶ້ນສັງຄົມ​ນິຍົມ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຍ້ອນ​ເງື່ອນ​ໄຂທາງດ້ານ​ປະຫວັດສາດ, ພວກ​ເຮົາ​ຍັງ​ບໍ່​ສາມາດ​ຫຼຸດພົ້ນອອກ​ຈາກແນວຄິດ ແລະ ກົດບັນຍັດ​ເສດຖະກິດແບບລວມ​ສູນ, ອາດຍາສິດເກື້ອກູນ. ຮອດ​ປີ 1986, ພາຍໃຕ້ການນໍາພາຂອງພັກໂດຍ ​ສະຫາຍ ເຈື່ອງ ຈິງ, ໃນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VI ຂອງ​ພັກ, ​ປະ​ເທດຊາດ​ໄດ້​ປະຕິບັດພາລະກິດແຫ່ງການປ່ຽນແປງໃໝ່. ເຖິງແມ່ນວ່າຍັງບໍ່ໄດ້ຮັບການແກ້ໄຂບັນຫາທັງໝົດ, ແຕ່ທັດສະນະໃໝ່ໄດ້ເປັນຮູບເປັນຮ່າງຄື: ບໍ່ອາດເພິ່ງພໍໃຈກັບສິ່ງເກົ່າ, ມີສິ່ງທີ່ຖືກຕ້ອງໃນເວລາໃດໜຶ່ງ ແຕ່ຕອນນີ້ແມ່ນບໍ່ມີຄວາມເໝາະສົມອີກ.

ໃນ​ຊຸມ​ປີ​ໝໍ່ໆ​ມາ​ນີ້, ຫວຽດນາມ ​ໄດ້​ບືນຕົວກ້າວຂຶ້ນກາຍເປັນພື້ນຖານເສດຖະກິດຢູ່ໃນກຸ່ມ 40 ປະເທດ​ແຖວໜ້າຂອງ​ໂລກ. ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປັບປຸງ, ຖານະບົດບາດ​ຂອງ​ຫວຽດນາມ​ໃນ​ເວທີ​ສາກົນ​ນັບ​ມື້​ນັບ​ດີ​ຂຶ້ນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນ​ສະພາບ​ທີ່​ໂລກ​ກ້າວ​ເຂົ້າ​ສູ່​ຍຸກ​ອຸດສາຫະກຳ 4.0, ບັນດາ​ປະ​ເທດອື່ນໆ​ໄດ້​ຫັນປ່ຽນ​ຢ່າງ​ເຂັ້ມແຂງ ແລະ ແຮງ​ກ່ຽວ​ກັບກົດບັນຍັດ ​ແລະ ​ເຕັກ​ໂນ​ໂລ​ຢີ, ຖ້າ​ຫວຽດນາມ ​ບໍ່​ປ່ຽນ​ແປງ, ຄວາມ​ສ່ຽງໃນການຕົກຕໍ່າຫຼ້າຫຼັງ​ແມ່ນ​ສູງ​ຫຼາຍ ​ແລະ ອາດ​ຈະ​ຕົກ​ເຂົ້າ​ສູ່ “ກັບດັກ​ລາຍ​ຮັບ​ປານ​ກາງ".

ດັ່ງ​ທີ່ ​ທ່ານ​ເລຂາທິການ​ໃຫຍ່​ ໂຕເລີມ ເຄີຍ​ຊີ້​ແຈ້ງ​ວ່າ ຈຸດອຸດຕັນທີ່​ໃຫຍ່​ທີ່​ສຸດ​ຂອງ​ປະ​ເທດ​ໃນ​ປະຈຸ​ບັນ​ແມ່ນກົດບັນຍັດ, ນະ​ໂຍບາຍ​ກົດໝາຍ ​ແລະ ກົງຈັກ​ຄຸ້ມ​ຄອງ. ທ່ານ​ໄດ້​ເນັ້ນໜັກ​ວ່າ, ປະ​ເທດ​​ຕ້ອງໄດ້​ມີ​ການ​ປ່ຽນ​ແປງ​ໃໝ່, ຍິ່ງໄປກວ່ານັ້ນ ບາງ​ທີ​ອາດ​ຈະແມ່ນ​ການ​ປະ​ຕິ​ວັດກ່ຽວກັບກົດບັນຍັດໜຶ່ງ.

ດັ່ງ​ທີ່​ຂ້າ​ພະ​ເຈົ້າຮູ້​, ຫວ່າງມໍ່ໆມານີ້​ມີ​ບາງ​ຄວາມຄິດ​ເຫັນ​ວ່າ ​ຫວຽດ​ນາມ ​ຕ້ອງ​ການ​ການປ່ຽນແປງໃໝ່​ຄັ້ງ​ທີ​ສອງ. ​ເຖິງ​ວ່າ​ທັດສະນະ​ຄະຕິນີ້​ຍັງ​ຕ້ອງ​ໄດ້ແລກປ່ຽນທາງດ້ານເນື້ອໃນ​, ແຕ່​ຍັງ​ມີ​ຕົວຈິງບາງຢ່າງ​ທີ່​ບໍ່​ອາດ​ປະຕິ​ເສດ​ໄດ້​ວ່າ ຖ້າ​ຫາກ​ພວກ​ເຮົາ​ບໍ່ບືນຕົວກ້າວ​ຂຶ້ນ, ປະ​ເທດຊາດຈະ​ຫຼ້າ​ຫຼັງ ​ແລະ ບໍ່​ສາມາດ​ຢືນ​ຮຽງກັບ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ທົ່ວໂລກ​ໄດ້​ຕາມ​ທີ່​ປະທານ ​ໂຮ່ຈີ​ມິນ​ ປາດ​ຖະໜາ. ສະນັ້ນ, ຂ້າພະ​ເຈົ້າ​ຄິດ​ວ່າ ນີ້​ແມ່ນ​ເວລາອັນຄວນ​ທີ່​ຈະ​ເບິ່ງ​ຄືນ​ອະດີດ​ຢ່າງ​ຈິງ​ຈັງ​ເພື່ອ​ສ້າງສາ​ປະ​ເທດຊາດ​ໃຫ້ຮຸ່ງເຮືອງສີວິໄລ, ດ້ວຍ​ຄວາມ​ຕັ້ງຫວັງອັນແຮງກ້າຂອງຊາດ. ຄວາມຕັ້ງຫວັງອັນແຮງກ້າ​ນີ້​ ຕ້ອງ​ໄດ້ຫັນເປັນຮູບປະທໍາດ້ວຍການ​ກະ​ທຳ, ເປັນ​ບາດ​ກ້າວ, ວິ​ໄສ​ທັດ​ຂອງຊາດ. ໂດຍແມ່ນນັກວິທະຍາສາດ ​ແລະ ສິນລະ​ປິນ, ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ​ພາລະກິດແຫ່ງການປ່ຽນແປງໃໝ່​ຈະ​ປະສົບ​ຜົນສຳ​ເລັດ ​ຖ້າ​ເສີມຂະຫຍາຍ​​ນໍ້າ​ໃຈສາມັກຄີ​ອັນ​ຍິ່ງໃຫຍ່ທົ່ວປວງຊົນທັງຊາດຢ່າງສູງສຸດ, ບົນ​ພື້ນຖານ​ປະຊາທິປະ​ໄຕ ​ແລະ ວິທະຍາສາດ.

- ໃນຄວາມຄິດເຫັນຂອງທ່ານ, ປັດໄຈ "ໃຫມ່" ໃນ "ສັງກາດໃຫມ່" ມີເນື້ອໃນຫຼັກແມ່ນຫຍັງ, ທຽບກັບໄລຍະ ປີ 1986 ແລ້ວ ຕ່າງກັນຄືແນວໃດ?

- ສິ່ງ “ໃໝ່” ຢູ່​ນີ້, ຕາມ​ຄວາມ​ຄິດ​ຂອງ​ຂ້າພະ​ເຈົ້າ​ ແມ່ນ​ດ້ານ​ໜຶ່ງທີ່​ຕ້ອງ​ສືບ​ທອດ​ຜົນງານຕ່າງໆ ແລະ ບົດຮຽນ​ເກືອບ 40 ປີໃນການປ່ຽນແປງໃໝ່, ​ແຕ່​ອີກ​ດ້ານ​ໜຶ່ງ​ກໍ່​ຕ້ອງ​ພ້ອມພຽງ​ກັນ ​ສ້າງ​ການ​ເຄື່ອນ​ໄຫວ​ທີ່ເຂັ້ມແຂງ​ກວ່າເກົ່າ​ເພື່ອຕາມ​ທັນໂລກ.

ພວກເຮົາບໍ່ອາດພໍໃຈກັບບັນດາສິ່ງທີ່ມີ. ໃນປັດຈຸບັນ, ບໍ່ພຽງແຕ່ບັນດາປະເທດຕາເວັນຕົກເຊັ່ນ: ອາເມລິກາ, ເອີຣົບ ເທົ່ານັ້ນທີ່ກໍາລັງກ້າວໄປໄກ, ແຕ່ຍັງມີບັນດາປະເທດຕາເວັນອອກກາງທີ່ມີຊັບພະຍາກອນອຸດົມສົມບູນເຊັ່ນ ນ້ຳມັນບໍ່ ແຕ່ເຂົາເຈົ້າກໍ່ບໍ່ໄດ້ເອື່ອຍອີງສິ່ງນັ້ນ, ພວກເຂົາໄດ້ກ້າວເຂົ້າສູ່ອຸດສາຫະກໍາ 4.0. ຕົວຈິງແລ້ວ ເຂົາເຈົ້າກໍ່ສ້າງທົ່ງນາໃນທະເລຊາຍ; ຫຼືຄືກັບປະເທດອິດສະຣາແອນ, ຈາກປະເທດທີ່ແຫ້ງແລ້ງ, ຂາດແຄນນ້ໍາ ແຕ່ປະຈຸບັນໄດ້ພັດທະນາເຕັກໂນໂລຢີການກັ່ນຕອງນ້ຳທະເລເປັນນ້ຳໃຊ້... ມີຫຼາຍຕົວຢ່າງທີ່ຂ້າພະເຈົ້າສາມາດຍົກໃຫ້ເຫັນວ່າ ຖ້າພວກເຮົາບໍ່ກໍານົດຢ່າງຖືກຕ້ອງກ່ຽວກັບຈຸດເວລາ ແລະ ບູລິມະສິດຕ່າງໆ ກໍ່ຍາກທີ່ຈະຕາມທັນ​ກັບບັນດາ​ປະ​ເທດ​ອື່ນໆ​, ນີ້ກໍ່​ແມ່ນ​ແນວ​ຄວາມ​ຄິດ​ຂອງ ​ທ່ານ ​ໂຕເລິມ ເລ​ຂາ​ທິ​ການ​ໃຫຍ່ ໄດ້​ແບ່ງ​ປັນ​.

- ຕາມທ່ານແລ້ວ, ການເລີ່ມຕົ້ນໃຫ້ "ສັງກາດບືນຕົວຂຶ້ນ", ພວກເຮົາຄວນໃຫ້ບູລິມະສິດເຂົ້າໃນຂົງເຂດໃດກ່ອນ?

- ​ໃນ​ຫຼາຍ​ຄຳ​ປາ​ໄສ, ພິ​ເສດ​ແມ່ນ​ໃນ​ບົດ​ສະຫລຸບ​ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 10, ຊຸດ​ທີ XIII ​ແລະ ບັນດາການ​ໂອ້​ລົມ​​ກັບ​ບັນດາ​ນັກສຳມະນາກອນຊຸດຮຽນ​ຍຸດ​ທະ​ສາດ, ທ່ານ ໂຕເລິມ​ ເລຂາທິການ​ໃຫຍ່ ​ໄດ້​ຊີ້​ແຈ້ງ​ບັນດາ​ເນື້ອ​ໃນ​ຂອງ​ສັງກາດແຫ່ງ​ການບືນຕົວຂອງຊາດ ແລະ ສັງກາດ​ໃໝ່. ພ້ອມ​ກັນ​ນັ້ນ, ທ່ານ ໂຕເລິມ ກໍ່ຍັງ​ໄດ້ເນັ້ນ​ໜັກ​ເຖິງ​ລະບົບ​ທິດ​ສະ​ດີ​ແຕ່​ຕິດ​ພັນ​ກັບ​ສະພາບ​ຕົວ​ຈິງ, ​ໃນ​ນັ້ນ​ມີ​ທິດ​ທາງ ​ແລະ ວິທີ​ປະຕິບັດຕ່າງໆ. ແນ່ນອນວ່ານັ້ນແມ່ນຈຸດລວມທັງໝົດ, ຕໍ່ໄປຍັງຕ້ອງເຂົ້າສູ່ລາຍລະອຽດ ແລະ ຫັນເປັນລະອຽດໃນການດໍາລົງຊີວິດ.

ໃນ​ຄວາມ​ຄິດ​ເຫັນ​ຂອງ​ຂ້າ​ພະ​ເຈົ້າ, ເພື່ອ​ເຂົ້າ​ສູ່​ອຸດ​ສາ​ຫະ​ກໍາ 4.0, ປະ​ເທດ​ຊາດ​​ຕ້ອງ​ປ່ຽນແປງໃໝ່​ຈິນຕະນາການ​, ປົດປ່ອຍບັນດາສິ່ງກີດຂວາງກ່ຽວກັບດ້ານ​ນະ​ໂຍ​ບາຍ​ ແລະ ​ກົດ​ຫມາຍ. ພວກເຮົາຕ້ອງພັດທະນາສັງຄົມດິຈິຕອນ, ເສດຖະກິດດິຈິຕອນ, ເສດຖະກິດສີຂຽວ ແລະ ເສດຖະກິດໝູນວຽນ ແມ່ນເປົ້າໝາຍຕ່າງໆທີ່ຕ້ອງໄດ້ຫັນເປັນຮູບປະທໍາ. ສະ​ນັ້ນ, ຂ້າພະ​ເຈົ້າ​ຄິດ​ວ່າ ບັນດານະໂຍບາຍຊີ້ຂາດອັນໃຫ່ຍຫຼວງເພື່ອ​ພັດທະນາ​ ເສດຖະກິດ - ສັງຄົມ​ແມ່ນ​ຕ້ອງ​ໄດ້​ຮັບ​ການ​ພິຈາລະນາ​ຢ່າງ​ລະອຽດ.

ຄຽງຂ້າງນັ້ນ, ພວກເຮົາກໍ່ຕ້ອງໄດ້ຮຽນຮູ້ປະສົບການຈາກປະເທດອື່ນໆ. ໂລກໃນປັດຈຸບັນເປັນໂລກທີ່ເປີດກວ້າງ, ເຖິງແມ່ນກົດບັນຍັທາງດການເມືອງຈະແຕກຕ່າງກັນແຕ່ພວກເຮົາສາມາດຮຽນຮູ້ບັນດາວິທີການທີ່ມີປະສິດທິຜົນເພື່ອນໍາພາປະເທດຊາດພັດທະນາຢ່າງມີປະສິດທິຜົນ. ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ເມື່ອກ່ອນກໍ່ເຄີຍໄດ້​ຮຽນ​ຮູ້​ໂດຍ​ຜ່ານ​ບັນດາການຂະບວນການ ດົ່ງຢູ, ຢຸຍ​ເຕີນ, ຫຼື ​ບັນດາໂຮງ​ຮຽນ​ຄື ດົງກິ່ງ​ເຫງຍທຸກ. ຍຸກ​ນີ້​ກໍ່​ເຊັ່ນກັນ, ຕ້ອງ​ໝູນໃຊ້ພູມປັນຍາອັນຍອດຢ້ຽມ​ຂອງມວນ​ມະນຸດ. ແຕ່ວ່າ, ສິ່ງ​ທີ່ສຳຄັນ​ທີ່​ສຸດ​ແມ່ນເຮັດໃຫ້ທຸກ​ການ​ເຄື່ອນໄຫວ​ຢູ່​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ, ການຄຸ້ມ​ຄອງ​ລັດ ​ແລະ ຄວາມ​ເຫັນ​ດີເປັນເອກະພາບກັນ, ການເຂົ້າຮ່ວມຂອງ​ປະຊາຊົນທຸກຊັ້ນວັນນະ.

- ຮຽນທ່ານ, ພວກເຮົາຕ້ອງຖືສໍາຄັນບັນຫາໃຫ່ຍອັນໃດ?

ກ່ຽວ​ກັບ​ວິ​ທີ​ການ, ສໍາລັບຂ້າພະເຈົ້າ, ເພື່ອ​ຫັນການກໍານົດທິດຂອງ​​ເລ​ຂາ​ທິ​ການ​ໃຫຍ່ເປັນອັນລະອຽດ​, ນອກຈາກ​ການເສີມຂະຫຍາຍນໍ້າ​ໃຈ​ສາ​ມັກ​ຄີ​​ອັນ​ຍິ່ງ​ໃຫຍ່ຂອງຊາດແລ້ວ, ພວກ​ເຮົາ​ຕ້ອງ​ປຸກ​ລະ​ດົມສະຕິປັນຍາອັນສູງສົ່ງຂອງ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ ແລະ ປັນ​ຍາ​ຊົນ​. ພວກເຂົາຕ້ອງ​ໄດ້ເຂົ້າ​ຮ່ວມ​ບັນດາ​ບັນຫາ​ສຳຄັນ, ອີງ​ຕາມ​ແນວທາງ​ຂອງ​ພັກ, ແລະ ນະ​ໂຍບາຍ, ກົດໝາຍ​ຂອງ​ລັດ. ​ໃນ​ສັງຄົມໜຶ່ງ​ທີ່​ທັນ​ສະ​ໄໝ, ມີປະຊາທິປະໄຕນັ້ນ ສຽງເວົ້າວິເຄາະທີ່ມີຄວາມ​ຮັບຜິດຊອບ, ມີວິຈາລະນະຍານ ​ແລະ ມີເນື້ອຫາວິທະຍາສາດ​ສູງແມ່ນສີ່ງທີ່​ຈຳ​ເປັນຫຼາຍທີ່ສຸດ.

ມີອີກຢ່າງໜຶ່ງທີ່ຂ້າພະເຈົ້າຢາກເວົ້າເພີ່ມ ນັ້ນແມ່ນຂ້າພະເຈົ້າເຫັນດີຢ່າງສູງກັບເລຂາທິການໃຫຍ່, ນອກຈາກການຍູ້ແຮງການຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ແລ້ວ, ທ່ານຍັງໄດ້ເພີ່ມເຕີມເນື້ອໃນ “ຕ້ານການຟຸມເຟືອຍ”. ທ່ານ ​ເລ​ຂາ​ທິ​ການ​ໃຫຍ່​ໄດ້ເນັ້ນ​ໜັກ​ວ່າ ບາງຄັ້ງການຟຸມເຟືອຍ​ຍັງສ້າງຄວາມ​ເສຍ​ຫາຍ​ຫຼາຍ​ກວ່າ​ການ​ສໍ້​ລາດ​ບັງ​ຫຼວງ. ດັ່ງນັ້ນ, ພວກເຮົາຕ້ອງໄດ້ແກ້ໄຂບັນຫາທີ່ເປັນໄພນີ້ຢ່າງເດັດຂາດເພື່ອບໍ່ໃຫ້ມີຜົນກະທົບຫຍໍ້ທໍ້ຕໍ່ຂະບວນການພັດທະນາ.

ໃນຕົວຈິງ, ພວກເຮົາຕ້ອງເຂົ້າໃຈວ່າ ການຟຸມເຟືອຍຢູ່ທີ່ນີ້ບໍ່ພຽງແຕ່ເປັນການຟຸມເຟືອຍກໍາລັງແຮງງານ ວັດຖຸອຸປະກອນເທົ່ານັ້ນ ແຕ່ຍັງເປັນການຟຸມເຟືອຍສະຫມອງ, ພູມປັນຍາອີກດ້ວຍ. ຍ້ອນແນວນັ້ນ, ຈິ່ງຕ້ອງມີການຈັດວາງ ແລະ ນຳໃຊ້ຢ່າງເໝາະສົມເພື່ອໝູນໃຊ້ສະຕິປັນຍາຂອງຜູ້ເກັ່ງກ້າໃຫ້ຫຼາຍທີ່ສຸດ. ເມື່ອ​ມີ​ກົນ​ໄກ​ທີ່​ເໝາະ​ສົມ​ເພື່ອ​ໃຫ້​ທຸກ​ຄົນ​ປະກອບສ່ວນ​ສ້າງສາ​ປະ​ເທດຊາດແລ້ວ, ຂ້າພະ​ເຈົ້າ​ຄິດ​ວ່າ ຈະປະຕິບັດບັນດາເປົ້າໝາຍທີ່ຕັ້ງໄວ້ໃຫ້ປະກົດຜົນເປັນຈິງໄດ້.

- ທ່ານຄາດວ່າຈະມີຄວາມຫຍຸ້ງຍາກອັນໃດທີ່ພວກເຮົາຈະປະເຊີນໃນເວລາທີ່ຈະມາເຖິງນີ້?

- ກ່ອນອື່ນໝົດ, ເມື່ອພວກເຮົາກໍານົດບາດກ້າວເຂົ້າສູ່ສັງກາດໃໝ່, ເຊິ່ງໜຶ່ງໃນສິ່ງທ້າທາຍອັນໃຫຍ່ຫຼວງຕ່າງໆນັ້ນກໍ່ຄືຈິນຕະນາການ ແລະ ວິທີການປະຕິບັດແບບເກົ່າໆທີ່ຍັງຄົງມີຢູ່ໃນຖັນແຖວພະນັກງານ. ດັ່ງນັ້ນ, ຈຸດຕົ້ນຕໍແມ່ນຄວາມຊັກຊ້າ, ການຮັກສາເດີມຕ້ອງໄດ້ແກ້ໄຂຢ່າງໄວວາ.

ຂ້າພະເຈົ້າສາມາດຍົກຕົວຢ່າງການຮັບຮູ້ກົດບັນຢັດທີ່ບໍ່ເຫມາະສົມຈະຂັດຂວາງການພັດທະນາຂອງວິສາຫະກິດ, ປະຊາຊົນ ແລະ ທຸກຂົງເຂດຂອງການດໍາລົງຊີວິດ. ບັນດາປະ​ເທດ​ທີ່​ພັດ​ທະ​ນາ​ໄດ້​ມີເວລາ​ເປັນຮ້ອຍ​ປີ​ເພື່ອ​ສ້າງ​ພື້ນ​ຖານ​ດ້ານ​ກົດ​ຫມາຍ​ທີ່ເຂັ້ມແຂງ ​ແລະ ​ພວກ​ເຂົາ​​ຍັງກໍາລັງ​ສືບ​ຕໍ່​ພັດ​ທະ​ນາເພີ່ມເຕີມ​. ​ຫວຽດ​ນາມ​ໃນ​ປັດ​ຈຸ​ບັນ ກົງຈັກ​​ຍັງ​ບໍ່ທັນຮັດກຸມ, ທັບຊ້ອນກັນບໍ່ເປັນລະບຽບ ແລະ ທຸກ​ໆວຽກງານ​ຍັງ​ກໍາລັງຢູ່​ໃນລະຫວ່າງ​ຂັ້ນ​ຕອນປະຕິບັດໃຫ້ສໍາເລັດ, ເພີ່ມ​ເຕີມ ແລະ ​ສ້າງ​ໃຫມ່.

ຍ້ອນແນວນັ້ນ, ຖ້າຍັງສືບຕໍ່ເຮັດແບບເກົ່າໆກັບແນວຄິດເກົ່າໆ ແມ່ນຈະປະສົບຜົນສໍາເລັດໄດ້ຍາກຫຼາຍ.

ທີສອງ, ຄົນ​ທີ່ຈະ​ສ້າງສັງກາດ​ໃໝ່​ຕ້ອງ​ແມ່ນບຸກຄົນທີ່ໄດ້ຮັບ​ການບຳລຸງສ້າງຢ່າງມີແບບມີແຜນ. ພວກ​ເຮົາ​ບໍ່​ສາ​ມາດ​ນໍາ​ໃຊ້ລັດທິປະສົບການໄດ້ຕະຫຼອດໄປ ​ແຕ່​ຕ້ອງ​ໄດ້​ນໍາ​ທຸກ​ການ​ຕັດ​ສິນ​ໃຈມາພິຈາລະນາຕາມຫຼັກຂອງ​ວິ​ທະ​ຍາ​ສາດ​. ການບັງຄັບແນວຄິດຈະເຮັດໃຫ້ພວກເຮົາບໍ່ສາມາດຍາດແຍ່ງແຫຼ່ງກໍາລັງແຫ່ງຊາດໄດ້, ພິເສດແມ່ນແຫຼ່ງພູມປັນຍາ ແລະ ສະຕິປັນຍາຂອງຊາດ. ຫຼັກການ​ນຳພາ​ຂອງ​ພັກ ​ແລະ ລັດ ​ຍັງ​ຄົງ​​ແມ່ນຮັກສາຄວາມໝັ້ນຄົງ, ​ແຕ່ຕ້ອງການກົນໄກເພື່ອເສີມຂະຫຍາຍ​ບົດບາດ, ທີ່​ຕັ້ງ ​ແລະ ການ​ປະກອບສ່ວນ​ຂອງ​ຖັນແຖວປັນຍາ​ຊົນ​ຫວຽດນາມ ທັງ​ຢູ່ພາຍ​ໃນ ​ແລະ ຕ່າງປະ​ເທດ.

ປະ​ຈຸ​ບັນ, ມີ​ນັກ​ສຶກ​ສາ​ຫວຽດ​ນາມ ເກັ່ງຫຼາຍຄົນ​ທີ່ກໍາລັງຮຽນ ແລະ ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ. ນີ້ແມ່ນແຫຼ່ງກໍາລັງທີ່ມີຄຸນນະພາບສູງທີ່ພວກເຮົາຕ້ອງໄດ້ຂຸດຄົ້ນຢ່າງມີປະສິດທິພາບ. ບັນຫານີ້ມີສອງວິທີເຂົ້າເຖິງຫຼັກຄື: ໜຶ່ງແມ່ນ, ພວກຮົາສ້າງກົນໄກ ແລະ ນະໂຍບາຍທີ່ເໝາະສົມເພື່ອຮຽກຮ້ອງໃຫ້ພວກເຂົາກັບຄືນປະເທດເພື່ອອຸທິດສ່ວນ. ຕົວຢ່າງຄື ປີ 1946, ເມື່ອລຸງໂຮ່ ໄປຝຣັ່ງ, ລຸງໂຮ່ ໄດ້ພົບປະກັບນັກວິທະຍາສາດຫຼາຍທ່ານເຊັ່ນ: ເຈີ່ນ ດ້າຍເຫງຍ, ເຈີ່ນດຶກຖາວ, ຟ້າມງອັກແທັກ ພ້ອມກັບບັນດາຜູ້ມີຊົງຄຸນວຸດທິຜູ້ມີຄວາມເກັ່ງກ້າສາມາດອື່ນໆ ແລະ ຊັກຊວນໃຫ້ພວກເຂົາກັບຄືນມາຮັບໃຊ້ປະເທດຊາດ.

ຍິ່ງໄປກວ່ານັ້ນ, ກະທັ້ງເມື່ອພວກ​ເຂົາ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ​ກໍໍ່ຕາມແຕ່​ພວກ​ເຮົາ​ຍັງ​ສາ​ມາດ​ເຊື່ອມ​ຕໍ່​ຜ່ານ​ບັນ​ດາ​ສະ​ຖານ​ທູດ​ຫວຽດ​ນາມ ແລະ ອົງ​ການຈັດຕັ້ງ​ສະມາຄົມຄົນຫວຽດ​ຢູ່​ທີ່​ນັ້ນ. ການປະກອບສ່ວນທີ່ບໍ່ຈໍາເປັນຕ້ອງເປັນການຕອບແທນແຕ່ສາມາດເປັນຮູບແບບແນວຄວາມຄິດໄດ້, ແມ່ນຫົວຄິດປະດິດສ້າງ... ໃນຄວາມຄິດຂອງຂ້າພະເຈົ້າແລ້ວ, ສິ່ງທີ່ສໍາຄັນແມ່ນພວກເຂົາຮູ້ສຶກໄດ້ຮັບການເຄົາລົບ ແລະ ຄວາມຄິດເຫັນຂອງພວກເຂົາໄດ້ຮັບການບັນທຶກ ແລະ ນໍາໃຊ້.

- ສັງກາດໃໝ່ຂອງທົ່ວພັກ ທົ່ວປວງຊົນໃນປັດຈຸບັນນີ້, ທ່ານຄາດຫວັງຫຍັງກ່ຽວກັບອະນາຄົດຂອງປະເທດຊາດ?

- ຖ້າ​ຫາກ​ພວກ​ເຮົາ​ປະຕິບັດຖືກຕ້ອງ​ຕາມ​ສິ່ງ​ທີ່​ ທ່ານ​ເລຂາທິການ​ໃຫຍ່ ໂຕເລິມ ໄດ້ເຕື້ອງເຖິງ ​ແລະ ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ທີ່​ຈະ​ມາ​ເຖິງ​ຢ່າງ​ມີ​ປະສິດທິ​ຜົນ, ດ້ວຍທັດສະນະຄະຕິທີ່ພ້ອມພຽງກັນ, ກໍານົດທິດຕະຫຼອດເຖິງວິໄສທັດ, ຂ້າພະເຈົ້າ​ເຊື່ອ​ໝັ້ນ​ວ່າ ປະ​ເທດຊາດ​ຈະ​ມີບາດກ້າວຫັນປ່ຽນຢ່າງເຂັ້ມແຂງ​ໃນ​ສັງກາດ​ໃໝ່.

- ຂອບໃຈທ່ານຫຼາຍໆ!

PGS. TS. Nguyễn Hồng Sơn, Phó Trưởng ban Kinh tế Trung ương:  ທ່ານ ຮສ.ປອ. ທ່ານ ຫງວຽນ​ຮົ່ງເຊີນ ຮອງ​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ເສດ​ຖະ​ກິດ​ສູນ​ກາງ:

ທ່ານ ຮສຈ.ປອ. ຫງວຽນ​ຮົ່ງເຊີນ ຮອງ​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ເສດ​ຖະ​ກິດ​ສູນ​ກາງ:

ບືນຕົວກາຍຕົນເອງ

ສະພາບ​ແວດລ້ອມການ​ພັດທະນາ​ໃໝ່ດ້ວຍຄວາມສະດວກ ​ແລະ ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ​ຄວາມ​ປາດ​ຖະໜາ​ອັນແຮງກ້າໃນ​ການ​ພັດທະນາ​ປະ​ເທດ​ແມ່ນ​ໃຫຍ່​ຫຼວງ. ສະນັ້ນ, ເພື່ອບັນລຸບັນດາເປົ້າໝາຍທີ່ວາງໄວ້ຈໍາເປັນຕ້ອງພະຍາຍາມບຸກບືນ “ແບບພິເສດ” ແລະ “ບືນຕົວກາຍຕົນເອງ”.

ຕ້ອງ​ກຳນົດ​ຢ່າງ​ຈະ​ແຈ້ງ ​ແລະ ​ເປັນ​ເອກະ​ພາບ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ບົດບາດ, ທີ່​ຕັ້ງ ​ແລະ ລະດັບຄວາມ​ສຳຄັນ​ຂອງ​ການ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້ບັນດາ​ແຫຼ່ງກຳລັງ​ເສດຖະກິດ​ຢ່າງ​ມີ​ປະສິດທິ​ຜົນ; ໃຫ້ຖືວ່າ ນີ້ແມ່ນຄວາມຮັບຜິດຊອບຂອງທັງລະບົບການເມືອງ. ບົນ​ພື້ນຖານ​ນັ້ນ, ກໍ່ເຊື່ອມຊຶມ ​ແລະ ຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ, ບົດສະຫຼຸບຂອງພັກກ່ຽວກັບການຄຸ້ມຄອງໃຫ້ເປັນຢ່າງດີ ແລະ ນໍາໃຊ້ບັນດາແຫຼ່ງກໍາລັງຢ່າງມີ​ປະສິດທິ​ຜົນ. ການຄຸ້ມຄອງ ແລະ ນໍາໃຊ້ບັນດາແຫຼ່ງກໍາລັງຂອງພື້ນຖານເສດຖະກິດຢ່າງມີ​ປະສິດທິ​ຜົນ ​ຈະ​ຊ່ວຍ​ຍົກ​ສູງ​ປະສິດທິພາບ​ແຮງ​ງານ, ປະຕິບັດຢ່າງປະຢັດ, ຕ້ານການຟຸມເຟືອຍ, ຜ່ານນັ້ນ ກໍ່ຊ່ວຍ​ໃຫ້​ຂະ​ບວນການ​ຫັນ​ເປັນ​ອຸດສາຫະກຳ, ຫັນເປັນທັນສະໄໝຕິດພັນກັບການປ່ຽນແປງໃໝ່​ຮູບ​ແບບ​ການເຕີບໂຕປະສົບຜົນສຳເລັດ, ປັບ​ໂຄງ​ປະກອບ​ເສດຖະກິດຄືນ​ໃໝ່; ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ປັບຕວໃຫ້ແທດເໝາະກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ​, ຍົກ​ສູງ​ປະ​ສິດ​ທິ​ຜົນ​ວຽກ​ງານ​ການ​ຕ່າງ​ປະ​ເທດ; ຊ່ວຍຫຼີກລ້ຽງຄວາມສ່ຽງຫຼ້າຫຼັງ ແລະ ຕົກເຂົ້າກັບດັກລາຍຮັບປານກາງ; ສ້າງກໍາລັງໜູນນໍາ​ປະ​ເທດ​ເຮົາ​ກ້າວ​ເຂົ້າ​ສູ່​ສັງກາດ​​ພັດ​ທະ​ນາໃໝ່, ກາຍ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ​ທີ່​ທັນ​ສະ​ໄໝ, ມີ​ລາຍ​ຮັບ​ສູງ​ຕາມ​ທິດ​ສັງຄົມ​ນິຍົມ.

TS. Phạm Tất Thắng, Ủy viên Trung ương Đảng, Phó Trưởng ban Thường trực, Chủ tịch Hội đồng khoa học Ban Dân vận Trung ương:  ທ່ານ ປອ. ຟ້າມເຕິດ​ຖັງ ກຳມະການ​ສູນ​ກາງ​ພັກ, ຮອງ​ຫົວໜ້າ​ຄະນະ​ປະຈຳ, ປະທານ​ສະພາ​ວິທະຍາສາດ ຄະນະກໍາມະການຂົນຂວາຍ​ປະຊາຊົນສູນ​ກາງ:

ທ່ານ ປອ. ຟ້າມເຕິດ​ຖັງ ກຳມະການ​ສູນ​ກາງ​ພັກ, ຮອງ​ຫົວໜ້າ​ຄະນະ​ປະຈຳ, ປະທານ​ສະພາ​ວິທະຍາສາດ ຄະນະຂົນຂວາຍ​ປະຊາຊົນສູນ​ກາງ:

ຫັນບັນດາແຫຼ່ງກໍາລັງເປັນຫຼາຍຮູບຫຼາຍແບບ

ສືບຕໍ່ປັບປຸງນະໂຍບາຍປະກັນສັງຄົມໃຫ້ສອດຄ່ອງກັບຂະບວນການພັດທະນາເສດຖະກິດ-ສັງຄົມ; ​ປັບປຸງໃຫ້​ສົມບູນ, ເພີ່ມ​​ກົນ​ໄກ, ນະ​ໂຍບາຍ​ສະ​ເພາະ, ​ຮັບປະກັນ​ບັນດາກຸ່ມທີ່ອ່ອນແອເຂົ້າໃກ້ການບໍລິການ​ພື້ນຖານ​ສັງຄົມ​ຢ່າງ​ຄົບ​ຖ້ວນ. ເພີ່ມເຕີມ, ເຮັດສຳເລັດກົນໄກ, ນະ​ໂຍບາຍ, ການວາງແຜນຜັງ, ການ​ລົງທຶນ​​ຍົກ​ລະດັບ​ລະບົບ​ປະກັນ​ສັງຄົມ​ຮັບປະກັນ​ຄວາມ​ຫຼາກ​ຫຼາຍ, ຮອບດ້ານ, ​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ຄວາມ​ສາມາດ​ໃນການລະດົມ, ດຸ່ນດ່ຽງກໍາລັງແຮງຂອງ​ລັດ. ຫັນບັນດາແຫຼ່ງກໍາລັງເປັນຫຼາຍຮູບຫຼາຍແບບ, ຍູ້ແຮງການຫັນໃຫ້ມີລັກສະນະເປັນສັງຄົມ, ປະຕິບັດຢ່າງເປີດເຜີຍ, ​ໂປ່​ງ​ໃສ​ໃນ​ການ​ຂຸດ​ຄົ້ນ, ຄຸ້ມ​ຄອງ, ນຳ​ໃຊ້​ແຫຼ່ງກຳລັງ​ປະຕິບັດ​ນະ​ໂຍບາຍ​ສັງຄົມ, ພັດທະນາ​ລະບົບ​ປະກັນຊີວິດ​ສັງຄົມ. ສ້າງສາ, ເພີ່ມພູນຄູນສ້າງແນວຄິດ​ການ​ເມືອງ, ກຳລັງຄວາມ​ສາມາດໃນການ​ປະຕິບັດ​ສິດທິ​ມະນຸດ, ປະຕິບັດຕາມລະບອບ​ປະຊາທິປະ​ໄຕ​ສັງຄົມ​ນິຍົມຢ່າງບໍ່ຢຸດຢັ້ງ. ສ້າງ​ກົນ​ໄກ, ນະ​ໂຍບາຍ​ເພື່ອໃຫ້​ບັນດາ​ວິ​ສາ​ຫະກິດ ​ແລະ ປະຊາຊົນຍົກສູງກໍາລັງບົ່ມຊ້ອນທາງດ້ານວັດຖຸ, ການ​ເງິນ, ປັບ​ຕົວ​ເຂົ້າ​ກັບ​ກົນ​ໄກ​ຕະຫຼາດ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ​ລວມທັງນະ​ໂຍບາຍ “ເປີດໃຈໃຫ້ກໍາລັງແຮງປະຊາຊົນ”, ບໍາລຸງກໍາລັງແຮງຂອງປະຊາຊົນ “ບໍ່​ປະ​ໃຫ້​ໃຜ​ຢູ່​ເບື້ອງ​ຫຼັງ”, ຍົກສູງ​ຄຸນ​ນະພາ​ບແຫຼ່ງກໍາລັງຂອງ​ມະນຸດ.

PGS. TS. Vũ Văn Phúc, Phó Chủ tịch Hội đồng Khoa học các cơ quan Đảng Trung ương, nguyên Tổng biên tập Tạp chí Cộng sản:  ທ່ານ ຮສ.ປອ. ຫວູ້ວັນ​ຟຸກ ຮອງ​ປະທານ​ສະພາ​ວິທະຍາສາດ​ບັນດາ​ອົງການ​ສູນ​ກາງ​ພັກ, ອະດີດ​ບັນນາທິການ​ໃຫຍ່​ວາລະສານ​ກອມ​ມູນິດ​:

ທ່ານ ຮສ.ປອ. ຫວູ້ວັນ​ຟຸກ ຮອງ​ປະທານ​ສະພາ​ວິທະຍາສາດ​ບັນດາ​ອົງການພັກ​ສູນ​ກາງ​, ອະດີດ​ບັນນາທິການ​ໃຫຍ່​ວາລະສານ​ກອມ​ມູນິດ​:

ກຸນແຈແມ່ນການຫັນເປັນດິຈິຕອນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕເລິມ ຢືນ​ຢັນ​ວ່າ ການ​ຫັນ​ເປັນ​ດິ​ຈິ​ຕອນ​ຕ້ອງ​ແມ່ນໜຶ່ງໃນ​ການ​ປະ​ຕິ​ວັດ​ນຳ​ປະ​ເທດ​ຊາດ​ເຂົ້າ​ສູ່​ສັງກາດໃໝ່ - ສັງກາດບືນຕົວ​ຂຶ້ນ​ຂອງຊາດ​ຫວຽດ​ນາມ ຢ່າງ​ແທ້​ຈິງ​. ປະ​ເທດ​ເຮົາ​ພວມ​ປະ​ເຊີນ​ໜ້າ​ກັບ​ກາ​ລະ​ໂອ​ກາດ​ໃໝ່, ທັງ​ເປັນ​ໂອ​ກາດພ້ອມທັງເປັນສິ່ງ​ທ້າ​ທາຍ​ໃນ​ເສັ້ນ​ທາງ​ພັດ​ທະ​ນາ. ພາຍໃຕ້ການນຳພາຂອງພັກ, ດ້ວຍຄວາມເຫັນດີເຫັນພ້ອມ, ຮ່ວມກໍາລັງແຮງທົ່ວພັກ, ທົ່ວປວງຊົນ ແລະ ທັງລະບົບການເມືອງ, ແນ່ນອນວ່າ ພວກເຮົາຈະປະຕິບັດການປະຕິວັດຫັນເປັນດີຈີຕອນຢ່າງສຳເລັດ, ສ້າງບາດກ້າວບຸກທະລຸໃນການພັດທະນາກຳລັງການຜະລິດ ແລະ ພົວພັນການຜະລິດຢ່າງສົມບູນ, ນຳ​ພາປະ​ເທດ​ຂອງພວກເຮົາ ​ແລະ​ ປະ​ຊາ​ຊົນບືນຕົວຂຶ້ນຢ່າງກະໂດດຂັ້ນເຂົ້າໃນສັງກາດ​ໃໝ່, ສັງກາດຂອງການຈະເລີນກ້າວ​ໜ້າ, ຮຸ່ງເຮືອງ ແລະ ທັນ​ສະ​ໄໝ.

Một hình ảnh tái hiện đoàn quân tiến về Hà Nội nhân kỷ niệm 70 năm ngày Giải phóng Thủ đô. (Ảnh: Đoàn Tùng)  a2 ຮູບ​ພາບສະທ້ອນໃຫ້ເຫັນ​ກອງ​ທັບທະຫານ​ເດີນ​ທາງ​ໄປ​ຮ່າ​ໂນ້ຍ ເພື່ອ​ສະ​ເຫຼີມ​ສະ​ຫຼອງ 70 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ນະ​ຄອນຫຼວງ. (ພາບ: ດ່ວານຕຸ່ງ)

ຮູບ​ພາບສະທ້ອນໃຫ້ເຫັນ​ກອງ​ທັບທະຫານ​ເດີນ​ທາງ​ໄປ​ຮ່າ​ໂນ້ຍ ເພື່ອ​ສະ​ເຫຼີມ​ສະ​ຫຼອງ 70 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ນະ​ຄອນຫຼວງ. (ພາບ: ດວ່ານຕຸ່ງ)

Cảng biển Hải Phòng. (Ảnh minh họa)   ທ່າເຮືອ ຫ່າຍຟ່ອງ. (ຮູບພາບປະກອບ)

ທ່າກຳປັ່ນ ຫ່າຍຟ່ອງ. (ຮູບພາບປະກອບ)

“ສື່ມວນຊົນແຂວງສະຫວັນນະເຂດກັບສິ່ງທ້າທາຍ ໃນຍຸກໃໝ່” ໃນກອງປະຊຸມສຳມະນາ ໃນວັນສື່ມວນຊົນແຫ່ງຊາດ “ສື່ມວນຊົນແຂວງສະຫວັນນະເຂດກັບສິ່ງທ້າທາຍ ໃນຍຸກໃໝ່” ໃນກອງປະຊຸມສຳມະນາ ໃນວັນສື່ມວນຊົນແຫ່ງຊາດ

ກອງປະຊຸມສຳມະນາໃນ ຫົວຂໍ້ “ສື່ມວນຊົນແຂວງສະ ຫວັນນະເຂດ ກັບສິ່ງທ້າທາຍ ໃນຍຸກໃໝ່”ເຊິ່ງໄດ້ຈັດຂຶ້ນໃນ ໂອກາດວັນສ້າງຕັ້ງສື່ມວນ ຊົນແຫ່ງຊາດ ແລະການພິມຈຳ ໜ່າຍ ຄົບຮອບ 69 ປີ(13/8 /950-13/6/2019) ທີ່ຫ້ອງ ປະຊຸມພະແນກຖວທ ແຂວງ, ພາຍໃຕ້ການເຂົ້າຮ່ວມເປັນ ປະທານຂອງທ່ານ ຄຳພູນ ຕຸໄພທູນ ຮອງເຈົ້າ ແຂວງ ສະຫວັນນະເຂດ, ທ່ານ ...

ທອງມີ ສີຫາວົງ

ເບິ່ງເພີ່ມເຕີມໃນ: ຊີວິດການເປັນຢູ່

ເບິ່ງເພີ່ມເຕີມ
ເຫດການ