![]() | ຝຶກຊ້ອມກອບກູ້ໄພພິບັດ ກອງທັບ 3 ປະເທດ ຫວຽດນາມ-ລາວ-ກໍາປູເຈຍ |
![]() | ເຂດສາມລ່ຽມພັດທະນາກໍາປູເຈຍ-ລາວ-ຫວຽດນາມ ຊຸກຍູ້ການຮ່ວມມືລະຫວ່າງ 3 ປະເທດ |
ສາມແຍກແຫຼມອິນດູຈີນ, ເຊິ່ງເປັນບ່ອນສາມພື້ນຖານວັດທະນະທຳ ແລະ ປະຫວັດສາດເຕົ້າໂຮມກັນ, ບໍ່ພຽງແຕ່ແມ່ນຈຸດເຊື່ອມຕໍ່ທາງພູມສາດເທົ່ານັ້ນ, ຫາກຍັງແມ່ນສະຖານທີ່ເຊື່ອມຕໍ່ມິດຕະພາບລະຫວ່າງ 3 ປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ ອີກດ້ວຍ.
ທີ່ຢູ່ເທິງພູສູງ 1.086 ແມັດ ເໜືອລະດັບນ້ຳທະເລ, ສະຖານທີ່ສຳຄັນແຫ່ງນີ້ ໄດ້ກໍ່ສ້າງໂດຍອຳນາດການປົກຄອງແຂວງ ກອນຕູມ ໃນປີ 2007 ແລະ ສຳເລັດໃນປີ 2009, ມີຮູບຊົງທີ່ເອກອ້າງດ້ວຍຮູບຈວຍສາມຫຼ່ຽມທີ່ເຮັດດ້ວຍຫີນອ່ອນທີ່ສະຫວ່າງງາມດີ. ຢູ່ສາມດ້ານແມ່ນເຄື່ອງໝາຍຊາດຂອງຫວຽດນາມ, ລາວ, ກຳປູເຈຍ, ໄດ້ສະແດງຄວາມພາກພູມໃຈຂອງຊາດ ແລະ ຄວາມມຸ່ງມາດປາຖະໜາສັນຕິພາບ.
ຈາກສະຖານທີ່ແຫ່ງນີ້, ທ່ານສາມາດເບິ່ງອານາເຂດທັງຫມົດຂອງສາມປະເທດ, ຮູ້ສຶກໄດ້ເຖິງຄວາມເປັນເອກະລັກຂອງປະໂຫຍກທີ່ວ່າ "ໄກ່ໂຕດຽວຂັນ, ສາມປະເທດໄດ້ຍິນ". ນີ້ບໍ່ພຽງແຕ່ແມ່ນສະຖານທີ່ທ່ອງທ່ຽວເທົ່ານັ້ນ, ຫາກຍັງແມ່ນສະຖານທີ່ຈັດພິທີເຄົາລົບທຸງທີ່ເຄັ່ງຂຶມ, ໂດຍສະເພາະແມ່ນໃນບັນດາວັນບຸນໃຫຍ່.
![]() |
ສະຫາຍ ຟານຫວູລິງ, ຫົວໜ້າຄະນະຄວບຄຸມບໍລິຫານດ່ານຊາຍແດນສາກົນ ເບີອີ່, ທະຫານປ້ອງກັນຊາຍແດນ ໄດ້ປະຕິບັດພິທີເຄົາລົບທຸງ ແລະ ແຈ້ງໃຫ້ຊາບກ່ຽວກັບປະຫວັດຄວາມເປັນມາຂອງການສ້າງຫຼັກໝາຍຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ. |
ຫຼັກໝາຍແມ່ນຕັ້ງຢູ່ດ່ານຊາຍແດນສາກົນ ເບີອີ່, ເຊື່ອມຕໍ່ແຂວງ ກອນຕູມ (ຫວຽດນາມ) ກັບແຂວງ ອັດຕະປື (ລາວ) ແລະ ແຂວງ ຣາຕານາກິຣິ (ກຳປູເຈຍ). ພາຍຫຼັງການມອບຮັບ, ກໍາລັງປ້ອງກັນຊາຍແດນຂອງ 3 ປະເທດໄດ້ສົມທົບກັນຢ່າງແໜ້ນແຟ້ນ, ຈັດຕັ້ງການລາດຕະເວນສອງຝ່າຍຢ່າງເປັນປົກກະຕິ ເພື່ອປົກປັກຮັກສາສະພາບເດີມເສັ້ນຊາຍແດນ, ຫຼັກໝາຍຊາຍແດນ.
ພ້ອມກັນນັ້ນ, ກໍ່ຕໍ່ສູ້ຕ້ານອາດຊະຍາກຳທຸກປະເພດຢ່າງມີປະສິດທິຜົນ, ກໍ່ສ້າງເຂດຊາຍແດນສັນຕິພາບ, ການຮ່ວມມື ແລະ ພັດທະນາ.
![]() |
ຕົ້ນໄມ້ມິດຕະພາບໄດ້ປູກຢູ່ສາມແຍກຊາຍແດນ. |
![]() |
ໃນບັນດາວັນບຸນ, ບັນດາຄະນະນັກທ່ອງທ່ຽວທີ່ມາຢ້ຽມຢາມສາມແຍກຊາຍແດນໄດ້ຮ້ອງເພງຊາດ, ໄດ້ຟັງເລື່ອງລາວກ່ຽວກັບປະຫວັດສາດແຫ່ງການສ້າງຕັ້ງ, ເລື່ອງລາວການທູດ ແລະ ນ້ຳໃຈມິດຕະພາບລະຫວ່າງ 3 ປະເທດອິນດູຈີນ. |
ໂດຍເຫັນໄດ້ເຖິງຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງຂອງເຂດ, ຄະນະກຳມະການປະຊາຊົນແຂວງ ກອນຕູມ ໄດ້ຮັບຮອງເອົາໂຄງການພັດທະນາການທ່ອງທ່ຽວຢູ່ຫຼັກໝາຍຊາຍແດນ 3 ປະເທດ. ນີ້ບໍ່ພຽງແຕ່ແມ່ນໂອກາດເພື່ອຊຸກຍູ້ເສດຖະກິດທ້ອງຖິ່ນເທົ່ານັ້ນ, ຫາກຍັງແມ່ນວິທີຊຸກຍູ້ຮູບພາບເຂດ ໄຕຫງວ່ຽນ ເຖິງເພື່ອນມິດສາກົນ.
![]() |
ຫຼັກໝາຍຊາຍແດນໄດ້ກາຍເປັນສະຖານທີ່ທ່ອງທ່ຽວ ແລະ ເຊັກອິນຂອງຫຼາຍຄົນເມື່ອມາແຂວງ ກອນຕູມ. |
ປະຈຸບັນ, ຫຼັກໝາຍຊາຍແດນໄດ້ກາຍເປັນສະຖານທີ່ເຊັກອິນທີ່ນິຍົມຂອງນັກທ່ອງທ່ຽວ. ແຕ່ວ່າ, ພື້ນຖານໂຄງລ່າງການທ່ອງທ່ຽວຍັງມີຂໍ້ຈຳກັດຫຼາຍຢ່າງເຊັ່ນ: ຂາດຫ້ອງນ້ຳ ແລະ ພາຫະນະຄົມມະນາຄົມທີ່ສະດວກ.
ຜູ້ຕາງໜ້າພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ແຂວງ ກອນຕູມ ໃຫ້ຮູ້ວ່າ: “ຫຼັກໝາຍຊາຍແດນສາກົນ 3 ຊາຍແດນ ແມ່ນຈຸດໝາຍປາຍທາງພິເສດ ແຕ່ຕ້ອງການການລົງທຶນຕື່ມອີກ ເພື່ອສ້າງເງື່ອນໄຂອັນສະດວກໃຫ້ແກ່ນັກທ່ອງທ່ຽວ”. ຄະນະກຳມະການປະຊາຊົນແຂວງ ກອນຕູມ ພວມປັບປຸງພື້ນຖານໂຄງລ່າງຢ່າງຕັ້ງຫນ້າ, ນັບແຕ່ຖະໜົນຫົນທາງຮອດການບໍລິການໜູນຊ່ວຍທ່ອງທ່ຽວ.
![]() |
ຄະນະ Famtrip ຂອງຄະນະກຳມະການປະຊາຊົນແຂວງ ກອນຕູມ ໄດ້ດຳເນີນການສຳຫຼວດບັນດາເສັ້ນທາງທ່ອງທ່ຽວ, ໃນນັ້ນມີ ຫຼັກໝາຍສາມແຍກຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ. |
ຫຼັກໝາຍສາມແຍກອິນດູຈີນ ບໍ່ພຽງແຕ່ແມ່ນຈຸດເລີ່ມຕົ້ນ ແລະ ຈຸດສິ້ນສຸດຂອງເສັ້ນຊາຍແດນ ຫວຽດນາມ - ກຳປູເຈຍ ແລະ ຫວຽດນາມ - ລາວ ເທົ່ານັ້ນ, ຫາກຍັງແມ່ນຫຼັກຖານສະແດງໃຫ້ເຫັນຄວາມສາມັກຄີ, ຄວາມເຂົ້າໃຈ ແລະ ການຮ່ວມມືລະຫວ່າງ 3 ປະເທດອິນດູຈີນ. ສະຖານທີ່ແຫ່ງນີ້ແມ່ນຈຸດຈາລຶກເຈດຈຳນົງ ແລະ ຄວາມມຸ່ງມາດປາດຖະໜາລວມຂອງລັດຖະບານ ແລະ ປະຊາຊົນ 3 ປະເທດໃນການກໍ່ສ້າງຊາຍແດນສັນຕິພາບ ແລະ ມິດຕະພາບ.
ຢູ່ບໍ່ໄກຈາກຫຼັກໝາຍຊາຍແດນແມ່ນດ່ານຊາຍແດນສາກົນ ເບີອີ່, ເປັນຈຸດຄົບທາງຄົມມະນາຄົມສຸດທ້າຍຢູ່ເສັ້ນທາງຫຼວງແຫ່ງຊາດ 40 ຂອງ ຫວຽດນາມ ທີ່ຕິດກັບທາງຫຼວງແຫ່ງຊາດ 11 ຂອງ ລາວ. ດ່ານຊາຍແດນ ເບີອີ່ ແມ່ນຂົວເຊື່ອມຕໍ່ການຄ້າຂາຍທີ່ສຳຄັນພິເສດລະຫວ່າງແຂວງ ອັດຕະປື ຂອງ ລາວ ແລະ ຫວຽດນາມ.
![]() |
ຄຽງຄູ່ກັບສາມແຍກອິນດູຈີນ, ສະຖານທີ່ນີ້ມີບົດບາດສຳຄັນໃນການພົບປະແລກປ່ຽນ ແລະ ພັດທະນາເສດຖະກິດໃນພາກພື້ນ. ຈາກຝ່າຍ ຫວຽດນາມ, ດ່ານຊາຍແດນແຫ່ງນີ້ຕັ້ງຢູ່ເມືອງ ງອກໂຮຍ (ແຂວງ ກອນຕູມ). ຈາກຝ່າຍ ກໍາປູເຈຍ, ສະຖານທີ່ນີ້ແມ່ນຂຶ້ນກັບແຂວງ ຣາຕານາກິຣີ ແລະ ຂຶ້ນກັບບໍລິເວນຂອງ ອັດຕະປື ຖ້ານັບຈາກຝ່າຍ ລາວ. |
![]() | ຊາວ ຫວຽດນາມ ສາມາດຊໍາລະ QRCode ຂ້າມຊາຍແດນກັບ 3 ປະເທດ ຍສໝ - ຫວຽດນາມ ໄດ້ສຳເລັດການເຊື່ອມຕໍ່ລະບົບຊຳລະເງິນຂ້າມຊາຍແດນຜ່ານ QR Code ກັບໄທ ແລະ ກຳປູເຈຍ (ກຳລັງຜັນຂະຫຍາຍຕໍ່ກັບ ລາວ), ໃຫ້ປະຊາຊົນຢູ່ແຕ່ລະປະເທດສາມາດສະແກນ QR Code ເພື່ອຊຳລະສິນຄ້າ ແລະ ການບໍລິການຢ່າງປອດໄພ, ສະດວກໃນບັນດາປະເທດດັ່ງກ່າວ ດ້ວຍແອັບທະນາຄານຂອງ ຫວຽດນາມ ໃນໂທລະສັບ ແລະ ກົງກັນຂ້າມ. |
![]() | ນະຄອນໂຮ່ຈິມິນ ລາວ-ໄທ ຄະນະພົວພັນຕ່າງປະເທດ: ເອກອັກຄະລັດຖະທູດວັດທະນະທຳ ເຊື່ອມຕໍ່ມິດຕະພາບລະຫວ່າງປະຊາຊົນ 3 ປະເທດ. ຍສໝ - ໂດຍແມ່ນອົງການສັງຄົມທີ່ເຕົ້າໂຮມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ລາວ ແລະ ໄທ ກັບຄືນປະເທດ ປະກອບສ່ວນກໍ່ສ້າງບ້ານເກີດເມືອງນອນ, ຄະນະພົວພັນຕ່າງປະເທດ ລາວ - ໄທ ຢູ່ນະຄອນ ໂຮ່ຈີມິນ ຍາມໃດກໍ່ປະຕິບັດບົດບາດເປັນຂົວຕໍ່ເຊື່ອມໂຍງ ແລະ ພັດທະນາ. ມິດຕະພາບລະຫວ່າງສາມປະເທດຫວຽດນາມ - ລາວ - ໄທ, ປະກອບສ່ວນຊຸກຍູ້ການພົວພັນແລກປ່ຽນປະຊາຊົນລະຫວ່າງ 3 ... |
ມິງດຶກ (ແປຕາມ baomoi.com)