ຍສໝ - ວັນທີ 20 ກັນຍາ ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ອາກເມນີ ໄດ້ຈັດຕັ້ງການພົບປະທາງໄກ ກັບ ທ່ານເອກອັກຄະລັດຖະທູດ ອາກເມນີ ປະຈຳ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນເອກະລາດປະເທດ ສ.ອາກເມນີ (21 ກັນຍາ 1991 – 21 ກັນຍາ 2021).
ຍສໝ - ຄະນະປະຕິບັດງານຂອງຄະນະຈັດຕັ້ງການອຸປະຖຳສະໜັບສະໜູນປະຊາຊົນທີ່ຖືກຜົນເສຍຫາຍຍ້ອນໄພນ້ຳຖ້ວມຢູ່ເຂດຕາເວັນຕົກສ່ຽງໃຕ້ປະເທດ ເຢຍລະມັນ ຂຶ້ນກັບ ສູນການຄ້າ ດົ່ງຊວັນ ໄດ້ໄປຍັງນະຄອນ Mainz - ເມືອງຫຼວງຂອງ ລັດ Rheinland Pfalz ໂດຍແມ່ນລັດທີ່ຖືກຜົນເສຍຫາຍຢ່າງໜັກໜ່ວງທີ່ສຸດໃນເຫດໄພນ້ຳຖ້ວມໃນໄລຍະຜ່ານມາ ເພື່ອມອບຂອງຂວັນເປັນຈຳນວນ 40.452,40 Euro.
ຍສໝ - ສອງຝ່າຍເຫັນດີເປັນເອກະສັນຍູ້ແຮງບັນດາການເຄື່ອນໄຫວຖະແຫຼງຂ່າວການພົວພັນຕ່າງປະເທດເພື່ອເພີ່ມທະວີຄວາມເຂົ້າອົກເຂົ້າໃຈລະຫວ່າງປະຊາຊົນສອງປະເທດ, ນຳຮູບພາບຂອງຫວຽດນາມຫຍັບເຂົ້າໃກ້ກັບປະຊາຊົນນອກແວ ແລະນຳຮູບພາບຂອງນອກແວມາສູ່ປະຊາຊົນຫວຽດນາມ...
ຍສໝ - ສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ນະຄອນຮ່າໂນ້ຍ ໄດ້ຈັດຕັ້ງການມອບທຶນການສຶກສາ 10 ທຶນໃຫ້ແກ່ນັກສຶກສາກຳປູເຈຍທີ່ພວມຮ່ຳຮຽນຢູ່ໂຮງຮຽນ ມິດຕະພາບ 80 (ເທດສະບານ ເຊີນໄຕ, ຮ່າໂນ້ຍ), ແຕ່ລະທຶນມີມູນຄ່າ 1 ລ້ານດົ່ງ.
ຍສໝ - ຫວຽດນາມ ຢັ້ງຢືນຄືນໃໝ່ການສະໜັບສະໜູນບັນດາຄວາມມານະພະຍາຍາມ ເພື່ອແນໃສ່ເຊື່ອມຕໍ່ການໂອ້ລົມສົນທະນາ ແລະ ເປີດກວ້າງການຮ່ວມມືລະຫວ່າງ ອາເມລິກາ ແລະ ກູບາ ໃນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ບົນພື້ນຖານຄວາມສະເໝີພາບ, ເຄົາລົບອະທິປະໄຕ, ເອກະລາດ ແລະ ລະບົບການເມືອງຂອງແຕ່ລະປະເທດ.
ຍສໝ - ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດອາເມເນຍ ປະຈຳ ຫວຽດນາມ Vahram Kazhoyan ໃຫ້ຮູ້ວ່າ ເພື່ອເພີ່ມທະວີການພົວພັນລະຫວ່າງປະຊາຊົນຂອງສອງປະເທດ ຕ້ອງການຊຸກຍູ້ ແລະພັດທະນາບັນດາການພົວພັນທີ່ກ່ຽວຂ້ອງໂດຍກົງກັບຊີວິດຂອງຄົນເຊັ່ນ: ການທ່ອງທ່ຽວ, ວັດທະນະທຳ, ການສຶກສາ...
ຍສໝ - ສັນຍາການຄ້າເສລີ EU - ຫວຽດນາມ (EVFTA) ໄດ້ ແລະ ພວມສືບຕໍ່ສ້າງກາລະໂອກາດໃໝ່ຫຼາຍຢ່າງໃຫ້ແກ່ບັນດາການແລກປ່ຽນການຄ້າ ລະຫວ່າງ ຫວຽດນາມ ແລະ ຝລັ່ງ, ເຊິ່ງດຶງດູດຄວາມສົນໃຈຂອງວິສາຫະກິດຝລັ່ງຫຼາຍແຫ່ງເຂົ້າມາຫວຽດນາມ.
ການເດີນທາງໄປຢ້ຽມຢາມໄດ້ຢືນຢັນກ່ຽວກັບຄວາມປາດຖະໜາ ກໍ່ຄືຄວາມຕັດສິນໃຈຂອງພັກ ແລະ ລັດ ຫວຽດນາມ ແມ່ນສືບຕໍ່ເພີ່ມທະວີສາຍພົວພັນສາມັກຄີແບບອ້າຍນ້ອງ, ການຮ່ວມມືຮອບດ້ານ ແລະ ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນລະຫວ່າງພັກ, ລັດ ແລະ ປະຊາຊົນ 2 ປະເທດຢ່າງບໍ່ຢຸດຢັ້ງ.
ຍສໝ - ໃນວັນທີ 15 ກັນຍາ, ສະຖານທູດຫວຽດນາມ ປະຈໍາສິງກະໂປ ໄດ້ຮັບເຄື່ອງໜູນຊ່ວຍຫວຽດນາມ ຊຸດທໍາອິດ ໂດຍກອງທຶນ Temasek ເພື່ອຕ້ານການລະບາດຂອງພະຍາດ COVID-19 ແລະ ສົ່ງເມືອຫວຽດນາມ ດ້ວຍຖ້ຽວບິນໜູນຊ່ວຍພົນລະເມືອງ ຂອງສາຍການບິນແຫ່ງຊາດ Vietnam Airlines ໃນວັນທີ 17 ກັນຍານີ້.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ໄທ (1976-2021), ຕອນເຊົ້າວັນທີ 15 ກັນຍາ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນໂຮ່ຈີມິນ ໄດ້ມອບຫຼຽນກາ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງບັນດາປະເທດ” ໃຫ້ທ່ານສະຖານກົງສູນໃຫຍ່ໄທ ປະຈຳນະຄອນໂຮ່ຈີມິນ Apirat Sugondhabhirom, ໃນຮູບແບບອອນໄລ.
ຍສໝ - ທັງສອງຝ່າຍ ໄດ້ປຶກສາຫາລືຖອດຖອນບົດຮຽນ ເພື່ອຄວບຄຸມການລະບາດຂອງພະຍາດໂດຍໄວ, ມຸ່ງໄປເຖິງການຟື້ນຟູເສດຖະກິດ ແລະ ເຮັດໃຫ້ປະເທດເຂົ້າສູ່ “ໄລຍະປົກກະຕິໃໝ່”.
ຍສໝ - ທ່ານ ດັ້ງຮ່ວາງຢາງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ແລກປ່ຽນກັບສື່ມວນຊົນຄືດັ່ງກ່ວ ເມື່ອເວົ້າເຖິງເປົ້າໝາຍຂອງການຢ້ຽມຢາມ ສ.ກູບາ ຢ່າງເປັນທາງການ, ເຂົ້າຮ່ວມການປຶກສາຫາລືລວມຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 76 ແລະ ປະຕິບັດບາງການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ ໃນລະຫວ່າງວັນທີ 18 – 24 ກັນຍາ ຂອງທ່ານປະທານສະພາແຫ່ງຊາດ ຫງວຽນຊວັນຟຸກ.
ຍສໝ - ວັນທີ 14 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ ໄດ້ມີການເຈລະຈາທາງໂທລະສັບກັບທ່ານເລຂາຄະນະພັກເຂດປົກຄອງຕົນເອງ ກວາງຊີ, ປະເທດຈີນ ລູຊິນຊາງ. ສອງຝ່າຍໄດ້ເປັນເອກະພາບຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ...
ຍສໝ - ຫ່າງແລ້ວນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ Kishi Nobuo ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.
ຍສໝ - ຫວ່າງແລ້ວນິ້, ທີ່ສໍານັກງານໃຫຍ່ຂອງສະຖານທູດຫວຽດນາມ ປະຈຳປາຣີ, ທ່ານເອກອັກຄະລັດຖະທູດຫວຽດນາມ ດີງຕ່ວານຖັ້ງ ໄດ້ເປັນປະທານພິທີມອບຫຼຽນໄຊມິດຕະພາບ ໃຫ້ແກ່ທ່ານ Jean-Charles Negre, ອະດີດຜູ້ປະສານງານຄະນະປະຈໍາພັກກອມມູນິດຝຣັ່ງ (PCF).
ຍສໝ - ທ່ານ Mario Balzanelli, ຫົວໜ້າລະບົບສຸກເສີນແຫ່ງຊາດອີຕາລີ 118 ໃຫ້ຮູ້ວ່າ: ພ້ອມແລ້ວທີ່ຈະແບ່ງປັນບົດຮຽນໃນການປິ່ນປົວພະຍາດໂຄວິດ-19 ແລະ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບຫວຽດນາມ ກ່ຽວກັບການຄົ້ນຄວ້າ, ບຳລຸງສ້າງການກະກຽມໃຫ້ແກ່ບັນດາກໍລະນີຮີບດ່ວນກ່ຽວກັບໂລກລະບາດ.
ໃນຂອບເຂດກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນຄັ້ງທີ 53, ວັນທີ 14 ກັນຍາ ໄດ້ດຳເນີນບັນດາກອງປະຊຸມປຶກສາຫາລືຂັ້ນລັດຖະມົນຕີເສດຖະກິດ ລະຫວ່າງ ອາຊຽນແລະບັນດາປະເທດຄູ່ຮ່ວມມື: ອາເມລິກາ, ຮົ່ງກົງ (ຈີນ), ອິນເດຍ, ສະຫະພາບເອີລົບ ແລະ ລັດເຊຍ.
ຍສໝ - ສະມາຄົມນັກສຶກສາຫວຽດນາມ ແລະ ຄະນະການສຶກສາສາກົນ, ມະຫາວິທະຍາໄລ ເຊອູນ ພາກໃຕ້ (ສ.ເກົາຫຼີ) ໄດ້ມີການເຮັດວຽກກັບຜູ້ຕາງໜ້າຂອງສະມາຄົມຊາວຫວຽດນາມ ຢູ່ສ.ເກົາຫຼີ ແລະ ມອບເງິນ, ສິ່ງທີ່ຈຳເປັນທາງການແພດໃຫ້ແກ່ໂຄງການ “ມອບຄວາມຮັກ” ໂດຍ ສະມາຄົມຊາວຫວຽດນາມ ຢູ່ສ.ເກົາຫຼີ ປຸກລະດົມ ເພື່ອແນໃສ່ໜູນຊ່ວຍຫວຽດນາມ ໃນການຕໍ່ສູ້ກັບການແຜ່ລະບາດຂອງພະຍາດ COVID-19.
ຍສໝ - ວັນທີ 9 ກັນຍາ, ກົມປຸງແຕ່ງ ແລະ ພັດທະນາການຕະຫຼາດຜະລິດຕະພັນກະເສດ (ກະຊວງກະສິກຳ ແລະ ພັດທະນາຊົນນະບົດ) ໃຫ້ຮູ້ວ່າ ເມືອງຮ່າເຄົາ (ແຂວງຢຸນໜານ, ຈີນ) ໄດ້ໃຫ້ຜ່ານດ່ານ, ນຳເຂົ້າໝາກມັງກອນ ແລະ ໝາກກ້ວຍ ຈາກຫວຽດນາມ…
ຍສໝ - ຕອນບ່າຍວັນທີ 9 ກັນຍາ, ທ່ານ ຫງວຽນແທັງລອງ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ມີການໂອ້ລົມເຈລະຈາທາງໄກ ກັບທ່ານລັດຖະມົນຕີ Ma Xiaowei ຫົວໜ້າຄະນະກຳມະການສາທາລະນະສຸກແຫ່ງຊາດ ຈີນ ກ່ຽວກັບບາງບັນຫາທີ່ກ່ຽວຂ້ອງເຖິງວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ຍສໝ - ຫວຽດນາມ ຈະສ້າງທຸກເງື່ອນໄຂທີ່ດີທີ່ສຸດໃຫ້ແກ່ວິສາຫະກິດ ຈີນ ແລະ ອາຊຽນ ມາລົງທຶນຢູ່ ຫວຽດນາມ ໃນບັນດາຂົງເຂດ...
ຍສໝ - ພາຍຫຼັງການຢຸດຕິຊົ່ວຄາວມາເປັນເວລາ 1 ປີຍ້ອນໂລກລະບາດໂຄວິດ - 19, ພິທີສາມັກຄີ Manifesta ຄັ້ງທີ 11, ເຫດການປະຈຳປີຂອງພັກແຮງງານ ແບນຊິກ (PTB) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 11 – 12 ກັນຍາຢູ່ ນະຄອນ Ostende, ທາງພາກຕາເວັນຕົກຂອງປະເທດແບນຊິກ. ສະຖານທູດ ຫວຽດນາມ ປະຈຳ ແບນຊິກ ໄດ້ເຂົ້າຮ່ວມ Manifesta ປີນີ້ ດ້ວຍຮ້ານວາງສະແດງໂຄສະນາອາຫານການກິນ, ວັດທະນະທຳ, ການທ່ອງທ່ຽວ…
ຍສໝ - ຈີນຈະໜູນຊ່ວຍວັກຊິນຕື່ມອີກ 3 ລ້ານໂດສໃຫ້ແກ່ ຫວຽດນາມ ໃນປີນີ້, ອັນໄດ້ຍົກຍອດຈຳນວນວັກຊິນທີ່ໄດ້ຮັບການໜູນຊ່ວຍຈາກຈີນຂຶ້ນເຖິງ 5,7 ລ້ານໂດສ.
ຕອນທຽງວັນທີ 12 ກັນຍາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ແລະ ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ ໄດ້ມາຮອດສະໜາມບິນສາກົນ ໂນ້ຍບາຍ, ຮ່າໂນ້ຍ, ສິ້ນສຸດການເຂົ້າຮ່ວມກອງປະຊຸມບັນດາປະທານສະພາແຫ່ງຊາດ ໂລກ ຄັ້ງທີ 5 (WCSP5) ຢູ່ ໂອຕາລິດ, ຢ້ຽມຢາມ ແລະ ເຮັດວຽກກັບລັດຖະສະພາເອີຣົບ (EP), ລາຊະອານາຈັກ ແບນຊິກ ແລະ ຢ້ຽມຢາມ ສາທາລະນະລັດ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 4 – 11 ກັນຍາ ຢ່າງຈົບງາມ.
ຕອນບ່າຍວັນທີ 11 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ໃຫ້ການຕ້ອນຮັບທ່ານນາງ Anna Kaisa Ikonen, ເຈົ້າຄອງນະຄອນ Tempere, ນະຄອນໃຫຍ່ອັນດັບທີ 2 ຂອງ ແຟງລັງ ພ້ອມດ້ວຍບັນດາວິສາຫະກິດໃນນະຄອນ.
ຍສໝ - ມີຫຼາຍວິສາຫະກິດຂອງໂອຕຣິດ ໄດ້ເປັນເຈົ້າການຈົດທະບຽນເພື່ອເຂົ້າຮ່ວມເວທີວິສາຫະກິດ ຫວຽດນາມ - ໂອຕຣິດ ທີ່ໄດ້ຈັດຂຶ້ນທີ່ວຽນນາ ໃນວັນທີ 6 ກັນຍາ.
ຍສໝ - ວັນທີ 9 ກັນຍາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດການຮ່ວມມືເຂດອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ (GMS) ຄັ້ງທີ 7 ຕາມຮູບແບບທາງໄກ…
ຍສໝ - ວັນທີ 8 ກັນຍາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຮ່ວມມືແມ່ນ້ຳຂອງ - ສ.ເກົາຫຼີ ຄັ້ງທີ 11 ຕາມຮູບແບບທາງໄກ. ກອງປະຊຸມໂດຍ ທ່ານຮອງນາຍົກລັດຖະມົນຕີ - ລັດຖະມົນຕີກະຊວງການຕ່າງປະເທດ ກຳປູເຈຍ Prak Sokhonn ແລະ ທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ Eui-yong ເປັນປະທານຮ່ວມ. ໂດຍມີການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດ ແລະ ຜູ້ຕາງໜ້າບັນດາປະເທດຄື: ລາວ, ມຽນມາ, ໄທ ແລະ ຫວຽດນາມ.
ຍສໝ - ວັນທີ 6 ກັນຍາ, ກອງທຶນ Tamasek (ສິງກະໂປ) ໄດ້ມອບເຄື່ອງຊ່ວຍຫາຍໃຈ 16 ເຄື່ອງ ແລະ ອຸປະກອນການແພດນັບແສນຢ່າງ ໃຫ້ຫວຽດນາມເພື່ອຊ່ວຍຫວຽດນາມຮັບມືກັບໂລກລະບາດ COVID-19.
ຍສໝ - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ໄດ້ສົ່ງຈົດໝາຍລະດົມກຳລັງໃຈ, ຮັບຮູ້ການປະກອບສ່ວນຂອງບັນດາການນຳໜຸ່ມສອງປະເທດ ໃນການຊຸກຍູ້ການພົວພັນສອງຝ່າຍ ໃນໂອກາດເຫດການໂອ້ລົມສົນທະນາການນຳໜຸ່ມອົດສະຕາລີ - ຫວຽດນາມ (AVYLD) ຄັ້ງທີ 3...