EVFTA ຊຸກ​ຍູ້​ບັນ​ດາ​ວິ​ສາ​ຫະ​ກິດ​ຝ​ລັ່ງ ເອົາ​ໃຈ​ໃສ່​ເຖິງ ຫວຽດ​ນາມ

06:30 | 20/09/2021

ຍ​ສ​ໝ - ສັນ​ຍາ​ການ​ຄ້າ​ເສ​ລີ EU - ຫວຽດ​ນາມ (EVFTA) ໄດ້ ແລະ ພວມ​ສືບ​ຕໍ່​ສ້າງ​ກາ​ລະ​ໂອ​ກາດ​ໃໝ່ຫຼາຍ​ຢ່າງ​ໃຫ້​ແກ່​ບັນ​ດາ​ການ​ແລກ​ປ່ຽນ​ການ​ຄ້າ ລະ​ຫວ່າງ ຫວຽດ​ນາມ ແລະ ຝ​ລັ່ງ, ເຊິ່ງ​ດຶງ​ດູດ​ຄວາມ​ສົ​ນ​ໃຈ​ຂອງວິ​ສາ​ຫະ​ກິດ​ຝ​ລັ່ງຫຼາຍ​ແຫ່ງ​ເຂົ້າມາ​ຫວຽດ​ນາມ.

ຫວຽດ​ນາມ ສື​ບ​ຕໍ່​ສ້າງ​ສະ​ພາບ​ແວດ​ລ້ອມ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ມີ​ສະ​ຖຽນ​ລະ​ພາບ, ປອດ​ໄພໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ ຫວຽດ​ນາມ ສື​ບ​ຕໍ່​ສ້າງ​ສະ​ພາບ​ແວດ​ລ້ອມ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ມີ​ສະ​ຖຽນ​ລະ​ພາບ, ປອດ​ໄພໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ
ອີຢູປະຈຸບັນກາຍເປັນຕະຫລາດສົ່ງອອກສິນໃນນ້ຳໃຫຍ່ອັນດັບ 4 ຂອງຫວຽດນາມ ອີຢູປະຈຸບັນກາຍເປັນຕະຫລາດສົ່ງອອກສິນໃນນ້ຳໃຫຍ່ອັນດັບ 4 ຂອງຫວຽດນາມ
EVFTA ຊຸກ​ຍູ້​ບັນ​ດາ​ວິ​ສາ​ຫະ​ກິດ​ຝ​ລັ່ງ ເອົາ​ໃຈ​ໃສ່​ເຖິງ ຫວຽດ​ນາມ
ບັນ​ດາ​ການ​ນຳ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ (ພາບ: VOV)

ຫວ່າງແລ້ວນີ້, ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ແຂວງ Saône & Loire ຂອງ​ຝ​ລັ່ງ ​ຈັດ​ຕັ້ງ​ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ​ແລກ​ປ່ຽນ​ກ່ຽວ​ກັບ​ສັນ​ຍາ EVFTA ດ້​ວຍ​ເປົ້າ​ໝາຍ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດຝ​ລັ່ງ​ ຊອກ​ຫາ​ບັນ​ດາ​ກະ​ລະ​ໂອ​ກາດ​ມາ​ລົງ​ທຶນ​ຢູ່ ຫວຽດ​ນາມ.

ມີ​ວິ​ສາ​ຫະ​ກິດ​ກ່​ວາ 50 ແຫ່ງ​ຂອງ ແຂວງ Saône & Loire ແລະ ບັນ​ດາ​ທ້ອງຖິ່ນໃກ້​ຄຽງມາ​ເຂົ້າ​ຮ່ວມ, ໃນ​ນັ້ນ​ມີ​ບາງ​ບໍ​ລິ​ສັດ​ໃຫຍ່​ໃນ​ຂົງ​ເຂດ​ການ​ຢາ, ກະ​ສິ​ກຳ, ປ່າ​ໄມ້ ແລະ ປະ​ດິດ​ແຕ່ງ​ກົນ​ຈັກ.

ທ່ານ Michel Suchaud ປະ​ທານ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ (CCI) ຂອງ​ແຂວງ Saône & Loire ​ຖື​ວ່າ ຫວຽດ​ນາມ ແລະ ແຂວງ Saône & Loire ແບ່ງ​ປັນ​ບັນ​ດາ​ທ່າ​ໄດ້​ປຽບ​ທີ່​ຄ້າຍ​ຄື​ກັນ​ກ່ຽວ​ກັບ​ພູ​ມີ​ປະ​ເທດ. ທັງ​ສອ​ງ​ລ້ວ​ນ​ແຕ່​ແມ່ນ​ສີ່​ແຍກ​ຂອງ​ການ​ພົວ​ພັນ​ການ​ຄ້າ​ຍຸດ​ທະ​ສາດ​ສຳ​ຄັນ​ຂອງ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ເອີ​ລົບ.

ດ້ວຍ​ພົ​ນ​ລະ​ເມືອງ​ເກືອບ 100 ລ້ານ​ຄົນ ແລະ ຊົນ​ຊັ້​ນ​ທີ່​ມີ​ລາຍ​ຮັບ​ປານ​ກາງກວມ​ເອົາ​ເຖິງ 50% ພົນ​ລະ​ເມືອງ ຫວຽດ​ນາມ ໃນ​ປີ 2035, ຄວາມ​ຕ້ອງ​ການ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ, ພະ​ລັງ​ງານ​ກໍ່​ຄື​ການ​ບໍ​ລິ​ໂພກ​ຂອງ ຫວຽດ​ນາມ ແມ່ນ​ໃຫຍ່ຫຼວງ​ທີ່​ສຸດ, ຫັນ​ຫວຽດ​ນາມ​ກາຍ​ເປັນ​ດິນ​ແດນແຫ່ງ​ກາ​ລະ​ໂອ​ກາດ, ຄູ່​ຮ່ວມ​ມື​ທີ່​ຂາດ​ບໍ່​ໄດ້​ສຳ​ລັບ​ບັນ​ດາ​ວິ​ສາ​ຫະ​ກິດ​ຝ​ລັ່ງ.

“ບາດ​ກ້າວ​ທຳ​ອິດທີ່​ຕ້ອງ​ປະ​ຕິ​ບັດ​ແມ່ນ​ແນະ​ນຳ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ໃນ​ແຂວງ Saône & Loire ກ່ຽວ​ກັບ​ສັນ​ຍາ EVFTA, ກໍ່​ຄື​ບັນ​ດາ​ການ​ບໍ​ລິ​ການ​ໜູນ​ຊ່ວຍ​ເຊິ່ງ​ພວກ​ຂ້າ​ພະ​ເຈົ້າ​ພວມ​ຜັນ​ຂະ​ຫຍາຍ​ພາຍຫຼັງ​ສັນ​ຍາ​ສະ​ບັບ​ນີ້​ມີ​ຜົນ​ສັກ​ສິດ. ພ​ວກ​ຂ້າ​ພະ​ເຈົ້າ​ກໍ່​ໄດ້​ກຳ​ນົດ​ບາງ​ຂົງ​ເຂດ​ສົ່ງ​ອອກ​ບຸ​ລິ​ມະ​ສິດ​ຂອງຝ​ລັ່ງ​ ມາຍັງ​ຫວຽດ​ນາມ, ຄື​ບັ​ນ​ດາ​ຜະ​ລິດ​ຕະ​ພັນ​ບໍລິ​ໂພກ​ຂັ້ນ​ສູງ, ເຫຼົ້າ​ວາຍ, ສະ​ໜອງ​ວັດ​ຖຸ​ອຸ​ປະ​ກອນ​ໃນ​ບັນ​ດາ​ບ້ວງ​ຮັບ​ເໝົາ​ດ້ານ​ຄົມ​ມະ​ນາ​ຄົມ​ ແລະ​ ຂົນ​ສົ່ງ ຫຼື ອຸ​ປະ​ກອນ​ກາ​ນ​ແພດ. ນີ້​ລ້ວນ​ແຕ່​ແມ່ນ​ບັນ​ດາ​ຂະ​ແໜງ​ເຊິ່ງ​ບັນ​ດາ​ວິ​ສາ​ຫະ​ກິດ​ໃນ​ແຂວງ Saône & Loire ພວກ​ຂ້າ​ພະ​ເຈົ້າ​ສາ​ມາດ​ຕອບ​ສະ​ໜອງ​ໄດ້. ພວກ​ຂ້າ​ພະ​ເຈົ້າ​ກໍ່​ເຫັນ​ໄດ້​ວ່າ ມີ​ການ​ປັບ​ປຸງ​ທີ່​ສະ​ດວກຫຼາຍ​ຢ່າງ​ຍ້ອນ​ມີ EVFTA ແລະ ກ່ຽວ​ກັບ​ຂະ​ແໜງ​ຮັບ​ປະ​ກັນ​ດ້ານ​ການ​ເງິນ ແລະ ນິ​ຕິ​ກຳ, ບັນ​ດາ​ນັກ​ລົງ​ທຶນ​ພວກ​ຂ້າ​ພະ​ເຈົ້າ​ບໍ່​ມີ​ຄວາມ​ວິ​ຕົກ​ກັງ​ວົນ​ໃດ​ເມື່ອ​ມາ​ລົງ​ທຶນ​ຢູ່ ຫວຽດ​ນາມ” ທ່ານ Michel Suchaud ຊີ້​ແຈ້ງ.

ທີ່​ເວ​ທີ​ປາ​ໄສ, ບັນ​ດາ​ຜູ້​ຕາງ​ໜ້າ​ລົງ​ທຶນ ແລະ ການ​ຄ້າ​ຂອງວິ​ສາ​ຫະ​ກິດ ຫວຽດ​ນາມ ປະ​ຈຳ ຝ​ລັ່ງ, ຜູ້​ຕາງ​ໜ໊າ​ຫ້ອງວ່າ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຝ​ລັ່ງ​ປະ​ຈຳ ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ນັກ​ຊ່ຽວ​ຊານ​ຮ່ວມ​ມື​ສາ​ກົນ ແລະ ພາ​ສີ​ອາ​ກອນ​ຂອງ​ຝ​ລັ່ງ ​ໄດ້​ສະ​ໜອງ​ບັນດາ​ຂໍ້​ມູນຫຼ້າ​ສຸດ​ກ່ຽວ​ກັບ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ຂອງ ຫວຽດ​ນາມ, ບັນ​ດາ​ການ​ປັບ​ປຸງ​ໃນ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ຢູ່ ຫວຽດ​ນາມ, ກໍ່​ຄື​ບັນ​ດາ​ຂົງ​ເຂດ​ບຸ​ລິ​ມະ​ສິດ​ໃນ​ຍຸດ​ທະ​ສາດ​ລົງ​ທຶນ ແລະ ການ​ຄ້າ ຂອງ​ຫວຽດ​ນາມ.

ພາຍຫຼັງ​ສັນ​ຍາ EVFTA ມີ​ຜົນ​ສັກ​ສິດ​ມາ​ເປັນ​ເວ​ລາ 1 ປີ, ການ​ແລກ​ປ່ຽນ​ການ​ຄ້າ ລະ​ຫວ່າງ ຫວຽດ​ນາມ ແລະ ເອີ​ລົບ​ເວົ້​າ​ລວມ, ປະ​ເທດ​ຝ​ລັ່ງ​ເວົ້າ​ສະ​ເພາະ​ໄດ້​ມີ​ຫານ​ຫັນ​ປ່ຽ​ນຫຼາຍ​ຢ່າງ, ດ້ວຍ​ການ​ເກີດ​ມີບັນ​ດາ​ຜະ​ລິດ​ຕະ​ພັນ​ສິນ​ຄ້າ ຂອງ ຫວຽດນາມ ນັບ​ມື້​ນັບ​ຫຼາຍ​ຂຶ້ນ​.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.