ອີຕາລີພ້ອມແລ້ວທີ່ຈະໜູນຊ່ວຍ, ຮ່ວມມືກັບຫວຽດນາມ ໃນການປິ່ນປົວພະຍາດໂຄວິດ-19

06:30 | 16/09/2021

ຍ​ສ​ໝ - ທ່ານ Mario Balzanelli, ຫົວໜ້າລະບົບສຸກເສີນແຫ່ງຊາດອີຕາລີ 118 ໃຫ້ຮູ້ວ່າ: ພ້ອມແລ້ວທີ່ຈະແບ່ງປັນບົດຮຽນໃນການປິ່ນປົວພະຍາດໂຄວິດ-19 ແລະ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບຫວຽດນາມ ກ່ຽວກັບການຄົ້ນຄວ້າ, ບຳລຸງສ້າງການກະກຽມໃຫ້ແກ່ບັນດາກໍລະນີຮີບດ່ວນກ່ຽວກັບໂລກລະບາດ.

ຫວຽດນາມ ຮັບວັກຊິນກັນພະຍາດໂຄວິດ-19 ຈໍານວນ 1,5 ລ້ານໂດສ ຂອງຝະລັ່ງ ແລະອີຕາລີ ຫວຽດນາມ ຮັບວັກຊິນກັນພະຍາດໂຄວິດ-19 ຈໍານວນ 1,5 ລ້ານໂດສ ຂອງຝະລັ່ງ ແລະອີຕາລີ
ສື່ມວນຊົນອີຕາລີ ໄດ້ຕີລາຄາສູງຕໍ່ການນຳຊຸດໃໝ່ຂອງຫວຽດນາມ ສື່ມວນຊົນອີຕາລີ ໄດ້ຕີລາຄາສູງຕໍ່ການນຳຊຸດໃໝ່ຂອງຫວຽດນາມ
ອີຕາລີພ້ອມແລ້ວທີ່ຈະໜູນຊ່ວຍ, ຮ່ວມມືກັບຫວຽດນາມ ໃນການປິ່ນປົວພະຍາດໂຄວິດ-19
ປິ່ນ​ປົວ​ໃຫ້​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 (ພາບ: TTXVN)

ທີ່ການແລກປ່ຽນກັບ ທ່ານນາງເອກອັກຄະລັດຖະທູດຫວຽດນາມ ປະຈຳອີຕາລີ ຫງວຽນທິບິກເຮ້ວ, ທ່ານ Mario Balzanelli ໃຫ້ຮູ້ວ່າ ລະບົບ 118 ປາດຖະໜາຢາກລົງນາມບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານວິທະຍາສາດລະຫວ່າງ 2 ປະເທດໃນຂົງເຂດສາທາລະນະສຸກໂດຍໄວ. ຂົງເຂດຮ່ວມມືຈຸດສຸມແມ່ນແນໃສ່ການເບິ່ງແຍງດູແລສຸຂະພາບຮີບດ່ວນ, ບຳລຸງສ້າງ, ພັດທະນາບັນດາທັກສະ, ເຕັກນິກ, ກະກຽມການແນະນຳໃຫ້ບັນດາກໍລະນີຮີບດ່ວນກ່ຽວກັບໂລກລະບາດ…

ຕາມທ່ານນາງ ຫງວຽນທິບິກເຮ້ວ ແລ້ວ: ລັດຖະບານ ແລະ ປະຊາຊົນຫວຽດນາມ ໄດ້ ແລະ ພວມມານະພະຍາຍາມເພື່ອຮັກສາການຄວບຄຸມໂລກລະບາດບໍ່ປະໃຫ້ແຜ່ລະບາດອອກທົ່ວປະເທດ. ​ເຖິງວ່າ ແຫຼ່ງວັກ​ຊິນ, ຢຸກ​ຢາ, ພາ​ຫະ​ນະ, ວັດ​ຖຸ​ອຸ​ປະ​ກອນ​ໃນ​ການ​ປິ່ນ​ປົວ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ຍັງ​ຄົງ​ຂາດ​ເຂີນ. ສະນັ້ນ, ຫວຽດນາມ ຕ້ອງການຄວາມຊ່ວຍເຫຼືອ ແລະ ແບ່ງປັນບົດຮຽນໃນການຮັບມືກັບໂລກລະບາດຂອງເພື່ອນມິດສາກົນເວົ້າລວມ ແລະ ອີຕາລີ ເວົ້າສະເພາະ.

ຕາມແຜນການ, ໃນໄລຍະຈະມາເຖິງ, ຄະນະທ່ານໝໍ 118 ຂອງອີຕາລີ ຈະມານະຄອນ ໂຮ່ຈີມິນ ເພື່ອເຂົ້າຮ່ວມການໃຫ້ຄຳປຶກສາ, ໜູນຊ່ວຍ ແລະ ຖ່າຍຖອດຂັ້ນຕອນກວດວິໄຈຫາເຊື້ອ, ປິ່ນປົວ, ເບິ່ງແຍງດູແລກຜູ້ຕິດເຊື້ອພະຍາດໂຄວິດ-19.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.