ມະຫາວິທະຍາໄລ ເຊິອຸນໃຕ້ ໜູນຊ່ວຍຫວຽດນາມ 1,250,000 ວອນ ແລະ ສິ່ງທີ່ຈຳເປັນທາງການແພດ

16:48 | 14/09/2021

ຍສໝ - ສະມາຄົມນັກສຶກສາຫວຽດນາມ ແລະ ຄະນະການສຶກສາສາກົນ, ມະຫາວິທະຍາໄລ ເຊອູນ ພາກໃຕ້ (ສ.ເກົາຫຼີ) ໄດ້ມີການເຮັດວຽກກັບຜູ້ຕາງໜ້າຂອງສະມາຄົມຊາວຫວຽດນາມ ຢູ່ສ.ເກົາຫຼີ ແລະ ມອບເງິນ, ສິ່ງທີ່ຈຳເປັນທາງການແພດໃຫ້ແກ່ໂຄງການ “ມອບຄວາມຮັກ” ໂດຍ ສະມາຄົມຊາວຫວຽດນາມ ຢູ່ສ.ເກົາຫຼີ ປຸກລະດົມ ເພື່ອແນໃສ່ໜູນຊ່ວຍຫວຽດນາມ ໃນການຕໍ່ສູ້ກັບການແຜ່ລະບາດຂອງພະຍາດ COVID-19.

ມອບຂອງຂວັນກວ່າ 400 ພູດໃຫ້ແກ່ນັກສຶກສາສາກົນທີ່ພວມສຶກສາຮໍ່າຮຽນຢູ່  ມະຫາວິທະຍາໄລ 10 ແຫ່ງຢູ່ຮ່າໂນ້ຍ ມອບຂອງຂວັນກວ່າ 400 ພູດໃຫ້ແກ່ນັກສຶກສາສາກົນທີ່ພວມສຶກສາຮໍ່າຮຽນຢູ່ ມະຫາວິທະຍາໄລ 10 ແຫ່ງຢູ່ຮ່າໂນ້ຍ
ໄດ້ຮັບວັກຊີນກັນ COVID-19 250.800 ໂດສຈາກສາທາລະນະລັດເຊັກ ໄດ້ຮັບວັກຊີນກັນ COVID-19 250.800 ໂດສຈາກສາທາລະນະລັດເຊັກ

ຈໍານວນເງິນ 1,250,000 ວອນໄດ້ຖືກໂອນເຂົ້າບັນຊີຂອງໂຄງການ ໂດຍມະຫາວິທະຍາໄລ ເຊິອຸນໃຕ້. ສິ່ງທີ່ຈຳເປັນລວມມີ: ໜ້າກາກ KF 94 ຈຳນວນ 1,000 ແຜ່ນ ແລະ ເຄື່ອງກວດ COVID-19 ​​ຈຳນວນ 80 ຊຸດ ໄດ້ຖືກສົ່ງໄປຍັງສະຖານທີ່ຮັບຂອງສະມາຄົມຊາວຫວຽດນາມ ຢູ່ສ.ເກົາຫຼີ ເພື່ອສິ້ນສຸດການບໍລິຈາກ ແລະ ຈະຖືກສົ່ງມາຫວຽດນາມ.

ທີ່ກອງປະຊຸມ, ທ່ານ ຫງວຽນວັນເຈົາ - ຫົວໜ້າຄະນະກວດກາຂອງສະມາຄົມຊາວຫວຽດນາມ ຢູ່ສ. ເກົາຫຼີ, ຜູ້ຕາງໜ້າສະມາຄົມ ໄດ້ແບ່ງປັນກ່ຽວກັບສະພາບການແຜ່ລະບາດ ແລະ ຄວາມຫຍຸ້ງຍາກຂອງຫວຽດນາມ ທີ່ປະສົບກັບການລະບາດຂອງພະຍາດ COVID -19 ຮອບທີ 4. ທ່ານ ຫງວຽນວັນເຈົາ ຕີລາຄາສູງຈິດໃຈຂອງວົງຄະນະຍາດ, ມຸ່ງໄປເຖິງບ້ານເກີດເມືອງນອນຂອງນັກສຶກສາຢູ່ໂຮງຮຽນ; ໃນເວລາດຽວກັນ, ກໍ່ສະແດງຄວາມຂອບໃຈມາຍັງມະຫາວິທະຍາໄລ ເຊິອຸນໃຕ້. ສະມາຄົມຊາວຫວຽດນາມຢູ່ສ.ເກົາຫຼີ ຫວັງວ່າໃນອະນາຄົດອັນໃກ້ນີ້, ມະຫາວິທະຍາໄລ ເຊິອຸນໃຕ້ ຈະເອົາໃຈໃສ່ເຖິງນັກສຶກສາຫວຽດນາ ມທີ່ກໍາລັງສຶກສາ ແລະ ເຮັດວຽກຢູ່ມະຫາວິທະຍາໄລຫຼາຍກວ່າອີກ.

ມະຫາວິທະຍາໄລ ເຊິອຸນໃຕ້ ໜູນຊ່ວຍຫວຽດນາມ 1,250,000 ວອນ ແລະ ສິ່ງທີ່ຈຳເປັນທາງການແພດ

ມະຫາວິທະຍາໄລ ເຊິອຸນໃຕ້ ໜູນຊ່ວຍຫວຽດນາມ 1,250,000 ວອນ ແລະ ສິ່ງທີ່ຈຳເປັນທາງການແພດ.

ທ່ານ Choi In-wook, ປະທານສະຖາບັນການສຶກສາສາກົນ (ຜູ້ຕາງໜ້າມະຫາວິທະຍາໄລ ເຊິອຸນໃຕ້) ກ່າວວ່າ ໂຮງຮຽນມີຄວາມດີໃຈຫຼາຍທີ່ໄດ້ປະກອບສ່ວນເຂົ້າ ໃນໂຄງການທີ່ສະມາຄົມຈັດຕັ້ງຂຶ້ນ. ນີ້ແມ່ນນ້ຳໃຈຂອງໂຮງຮຽນຢາກສົ່ງເຖິງປະຊາຊົນຫວຽດນາມ ດ້ວຍຄວາມຫວັງວ່າ ຫວຽດນາມຈະຜ່ານຜ່າການລະບາດຂອງພະຍາດໂດຍໄວ ແລະ ຮັດແໜ້ນຄວາມມິດຕະພາບໃຫ້ຫຼາຍກວ່າອີກ. ໂຮງຮຽນຍາມໃດກໍ່ຕີລາຄາສູງຕໍ່ສິ່ງທີ່ສະມາຄົມນັກສຶກສາຫວຽດນາມ ໄດ້ ອລະ ພວມເຮັດຢູ່ໂຮງຮຽນເວົ້າສະເພາະ ແລະ ສະມາຄົມຊາວຫວຽດນາມຢູ່ສ. ເກົາຫຼີ ເວົ້າລວມ. ໂຮງຮຽນຫວັງວ່າ ໃນອະນາຄົດ ຈະສາມາດຊ່ວຍເຫຼືອ ແລະ ສະໜັບສະໜູນປະຊາຄົມຊາວຫວຽດນາມຢູ່ສ.ເກົາຫຼີ ໃຫ້ຫຼາຍກ່ວາອີກ.

ໂດຍໄດ້ຮູ້ວ່າ ສະມາຄົມຊາວຫວຽດນາມຢູ່ສ.ເກົາຫຼີ ໄດ້ເປີດໂຄງການ “ມອບຄວາມຮັກ” ເພື່ອລະດົມທຶນສະໜັບສະໜູນແນວໜ້າໃນການຕໍ່ສູ້ກັບການລະບາດຂອງພະຍາດ ແລະພີ່ນ້ອງຮ່ວມຊາດທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບ້ານເກີດເມືອງນອນໃນໄລຍະການແຜ່ລະບາດຂອງພະຍາດ COVID-19 ຮອບທີສີ່. ເວລາທີ່ຮັບບໍລິຈາກແມ່ນເລີ່ມແຕ່ວັນທີ 23 ສິງຫາຫາ 12 ກັນຍາ 2021. ຜູ້ເຂົ້າຮ່ວມສາມາດບໍລິຈາກເປັນເງິນສົດ ຫຼື ຜະລິດຕະພັນ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.