ອຸປະຖຳສະ​ໜັບ​ສະ​ໜູນ​ໃຫ້​ແກ່​ປະ​ຊາ​ຊົນທີ່ຖືກ​ໄພ​ນ້ຳ​ຖ້ວມ ຢູ່​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້ ປະ​ເທດ ເຢຍ​ລະ​ມັນ

11:30 | 24/09/2021

ຍ​ສ​ໝ - ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ຄະ​ນະ​ຈັດ​ຕັ້ງ​ການ​ອຸ​ປະ​ຖຳສະ​ໜັບ​ສະ​ໜູນ​ປະ​ຊາ​ຊົນທີ່​ຖືກ​ຜົນເສຍຫາຍຍ້ອນ​ໄພນ້ຳ​ຖ້ວມ​ຢູ່​ເຂດຕາ​ເວັນ​ຕົກສ່ຽງ​ໃຕ້​ປະ​ເທດ ເຢຍ​ລະ​ມັນ ຂຶ້ນ​ກັບ ສູນ​ການ​ຄ້າ ດົ່ງ​ຊວັນ ໄດ້​ໄປ​ຍັງ​ນະ​ຄອນ Mainz - ເມືອງຫຼວງ​ຂອງ ລັດ Rheinland Pfalz ໂດຍ​ແມ່ນ​ລັດ​ທີ່​ຖື​ກ​ຜົນ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດໃນ​ເຫດ​ໄພ​ນ້ຳ​ຖ້ວມໃນ​ໄລ​ຍະ​ຜ່ານ​ມາ​ ເພື່ອມ​ອ​ບ​ຂອງ​ຂວັນ​ເປັນ​ຈຳ​ນວນ 40.452,40 Euro.

ໜັງ​ສື​ພິມ ເຢຍ​ລະ​ມັນ ​ລົງ​ບົດ​ຂຽນ​ກ່ຽວ​ກັບ​ຄວາມ​ມາ​ນະ​ພະ​ຍາ​ຍາມ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ ຫວຽດ​ນາມ ໜັງ​ສື​ພິມ ເຢຍ​ລະ​ມັນ ​ລົງ​ບົດ​ຂຽນ​ກ່ຽວ​ກັບ​ຄວາມ​ມາ​ນະ​ພະ​ຍາ​ຍາມ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ ຫວຽດ​ນາມ
ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ເຢຍ​ລະ​ມັນ ເລິກ​ເຊິ່ງ​ຂຶ້ນ​ຕື່ມ ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ເຢຍ​ລະ​ມັນ ເລິກ​ເຊິ່ງ​ຂຶ້ນ​ຕື່ມ
ອຸປະຖຳສະ​ໜັບ​ສະ​ໜູນ​ໃຫ້​ແກ່​ປະ​ຊາ​ຊົນທີ່ຖືກ​ໄພ​ນ້ຳ​ຖ້ວມ ຢູ່​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້ ປະ​ເທດ ເຢຍ​ລະ​ມັນ
ສູນ​ການ​ຄ້າ ດົ່ງ​ຊວັນ ມ​ອ​ບ​ຂອງ​ຂວັນ​ເປັນ​ຈຳ​ນວນ 40.452,40 Euro ໃຫ້​ແກ່ ນະ​ຄອນ Mainz - ເມືອງຫຼວງ​ຂອງ ລັດ Rheinland Pfalz

ນີ້​ແມ່ນ​ຈຳ​ນວນ​ເງິນ​ພາຍຫຼັງ​ການ​ຂົນ​ຂວາຍ​ອຸ​ປະ​ຖຳ​ຈາກ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ພວມ​ດຳ​ເນີນ​ທຸ​ລະ​ກິດ, ຄ້າ​ຂ່າຍ​ຢູ່ ສູນ​ການ​ຄ້າ ດົ່ງ​ຊວັນ ມາ​ເປັນ​ເວ​ລາ 2 ເດືອນ (ໃນ​ນັ້ນ​ຍັງ​ມີ​ຊາວ​ຕ່າງ​ປະ​ເທດ), ຂອງ​ບາງ​ອົງ​ການ, ສະ​ຫະ​ພັນ, ສະ​ມາ​ຄົມ ຂອງ​ພໍ່​ແມ່​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ທີ່ພວມ​ດຳ​ລົງ​ຊີ​ວິດ​ຢູ່ ແບກ​ລິນ ແລະ ເຂດ​ຕ່າງໆ​ຢູ່ປະ​ເທດ ເຢຍ​ລະ​ມັນ.

ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນ​ຮັບ​, ທ່ານ Randolf Stich ສະ​ແດງ​ຄ​ວາມ​ຕື້ນ​ຕັນ​ໃຈ ຍ້ອນ​ໄດ້​ຮັບ​ຈຳ​ນວນ​ເງິນ​ຂອງ​ພໍ່​ແມ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ. ນີ້​ແມ່ນ​ສາຍ​ໃຈ​ແຫ່ງການແບ່ງ​ປັນ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ອັນ​ລ້ຳ​ຄ່າ, ແມ່ນ​ຂອງ​ຂວັນ​ອັນ​ແທດ​ຈິງຕໍ່​ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນທີ່​ຫາ​ກໍ່​ຖືກ​ເສຍ​ຫາຍ​ຍ້ອນ​ນ້ຳ​ຖ້ວມ. ທ່ານ​ກໍ່​ສະ​ແດງ​ຄວາມ​ຕື້ນ​ຕັນ​ໃຈ ຍ້ອນ​ຄະ​ນະ​ປະ​ຕິ​ບັດ​ງານໄດ້​ຜ່ານ​ຜ່າ​ເສັ້​ນ​ທາງ​ທີ່​ຍາວ​ກ່​ວາ 600 ກິ​ໂລ​ແມັດ ມາ​ເຂດ​ຖືກໄພ​ນ້ຳ​ຖ້ວມ ເພື່ອມອບ​ຈຳ​ນວນ​ເງິນ​ແຫ່ງ​ຄວາມ​ເມດ​ຕາ​ຂອງພໍ່​ແມ່​ປະ​ຊາ​ຊົນ​ຄົມ​ຊາວ​ຫວຽດ​ນາມ. “ພ້ອມ​ກັບ​ບັນ​ດາ​ການ​ສະ​ໜັບ​ສະ​ໜູນ​ຂ​ອງປະ​ຊາ​ຊົນທົ່ວ​ປະ​ເທດ ​ເຢຍ​ລະ​ມັນ ແລ້ວ, ຈຳ​ນວນ​ເງິນນີ້ ຈະ​ຊ່ວຍ​ພວກ​ຂ້າ​ພະ​ເຈົ້າໄດ້ຫຼາຍ​ທີ່​ສຸດ, ພິ​ເສດ ແມ່ນ​ການ​ລະ​ດົມ​ກຳ​ລັງ​ໃຈ ເພື່ອ​ໃຫ້​ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ຢູ່​ແຫ່ງນີ້ ແກ້​ໄຂ​ຜົນ​ຮ້າຍທີ່​ຕາມ​ມາ​ຈາກ​ໄພນ້ຳ​ຖ້ວມ​, ນຳ​ຊີ​ວິດ​ການ​ເປັນ​ຢູ່​ກັບ​ຄືນ​ສະ​ພາບ​ການ​ປົກ​ກະ​ຕິ​ໂດຍ​ໄວ”, ທ່ານ Randolf Stich ໃຫ້​ຮູ້.

ໂດຍ​ຕາງ​ໜ້າ​ຄະ​ນະ​ປະ​ຕິ​ບັດ​ງານ ທ່ານ ປ.ອ ຫງວຽນ​ວຽດ​ດຶກ, ປະ​ທານ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ Berlin-Brandenburg ແລະ ທ່ານ​ດົ່ງ​ແທງ​ບິ່ງ, ສູນ​ການ​ຄ້າ ດົ່ງ​ຊວັນ ກໍ່​ສະ​ແດງ​ຄວາມ​ເສຍ​ໃຈ​ຕໍ່​ບັນ​ດາ​ຜົນ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ ນັບ​ທັງ​ມະ​ນຸດ ແລະ ວັດຖຸເຄື່ອງຂອງທີ່ໄພ​ນ້ຳ​ຖ້ວມໄດ້​ກໍ່​ຂຶ້ນ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ທ້ອງ​ຖິ່ນ. ພ້ອມ​ທັງ​ຕາງ​ໜ້າ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ປະ​ເທດ ເຢຍ​ລະ​ມັນ ແລະ ຊາ​ວ​ເຢຍ​ລະ​ມັນ ທີ່ຍາມ​ໃດ​ກໍ່​ສະ​ໜັບ​ສະ​ໜູນ ຫວຽດ​ນາມ ແລະ ອຸ້ມ​ຊູຊ່ວຍ​ເຫຼືອ​ ພໍ່​ແມ່​ປະ​ຊາ​ຊົນ ຫວຽດ​ນາມ ຄື​ພໍ່​ແມ່​ປະ​ຊາ​ຊົນ​ຂອງ​ປະ​ເທດ​ຕົນ.

ບຸນ​ຄົງ

ທ່ານອາດຈະມັກ

302 Found

Found

The document has moved here.