5 ໜ້າ​ທີ່​ຈຸດສຸມສະມາຄົມ​ມິດຕະພາບຫວຽດນາມ - ອາ​ເມ​ລິ​ກາ ​ແຂວງ ດົ່ງ​ນາຍ ຕ້ອງ​ປະຕິບັດ

22:41 | 30/04/2024

ຍສໝ - ວັນ​ທີ 26 ​ເມສາ​, ຢູ່​ນະຄອນ​ ບຽນ​ຮວ່າ, ແຂວງ​ ດົ່ງ​ນາຍ ໄດ້ດຳເນີນກອງ​ປະຊຸມ​ໃຫຍ່​ຜູ້ແທນສະມາຄົມ​ມິດຕະພາບ​ຫວຽດນາມ - ອາ​ເມ​ລິ​ກາ​ ແຂວງ ດົ່ງ​ນາຍ ​ຄັ້ງ​ທີ II, ອາຍຸການ 2024-2029.

ນຳ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ຝຣັ່ງ ແຂວງ ດົ່ງ​ນາຍ ​ໃຫ້​ມີ​ປະສິດທິ​ຜົນ ແລະ ມີຄຸນ​ນະພາ​ບກ່ວາ​ອີກ ນຳ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ຝຣັ່ງ ແຂວງ ດົ່ງ​ນາຍ ​ໃຫ້​ມີ​ປະສິດທິ​ຜົນ ແລະ ມີຄຸນ​ນະພາ​ບກ່ວາ​ອີກ
​ເຊື່ອມ​ຕໍ່​ຊາວ​ຕ່າງປະ​ເທດ​ທີ່​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ດົ່ງ​ນາຍ ​ເຊື່ອມ​ຕໍ່​ຊາວ​ຕ່າງປະ​ເທດ​ທີ່​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ດົ່ງ​ນາຍ

​ໃນລາຍການ, ຜູ້​ແທນເປັນທາງການ 146 ທ່ານຕາງໜ້າ​ໃຫ້​ສະມາຊິກ​ສະມາຄົມ​ມິດຕະພາບຫວຽດນາມ - ອາ​ເມ​ລິ​ກາ 300 ຄົນຂອງ​ແຂວງ ​ໄດ້​ສຸມ​ໃສ່​ຕີ​ລາຄາ​ບັນດາ​ໝາກຜົນ​ໃນ​ອາຍຸການທີ່​ຜ່ານ​ມາ; ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃຫ້​ແກ່​​ທິດ​ທາງ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ໃນ 5 ປີ​ຕໍ່ໜ້າ. ກອງ​ປະ​ຊຸມໃຫຍ່ ກໍ​ໄດ້​ປະຕິບັດການປະຊຸມແລກປ່ຽນເລືອກ​ຕັ້ງ​ຄະ​ນະ​ບໍ​ລິ​ຫານ​ງານໂດຍມີ 16 ທ່ານ ແລະ ໄດ້​ເລືອກ​ຕັ້ງ​ຫົວໜ້າຄະ​ນະ​ຈັດຕັ້ງພັກ​ແຂວງ ສະຫາຍ ດາວວັນເຟືອກ ເປັນ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ​ຫວຽດ​ນາມ - ອາ​ເມ​ລິ​ກາ ແຂວງ ດົ່ງ​ນາຍ ອາຍຸການ 2024-2029.

5 ໜ້າ​ທີ່​ຈຸດສຸມສະມາຄົມ​ມິດຕະພາບ ​ຫວຽດນາມ - ອາ​ເມ​ລິ​ກາ ​ແຂວງ ດົ່ງ​ນາຍ ຕ້ອງ​ປະຕິບັດ
ຍ້ອງຍໍຊົມ​ເຊີຍ​ບັນດາ​ບຸກຄົນ, ກົມກອງລວມໝູ່ ດົ່ງ​ນາຍ ທີ່​ມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ວຽກ​ງານ​ຂອງ​ສະມາຄົມ​ໃນ​ໄລຍະ​ຜ່ານ​ມາ.

​ເນື່ອງ​ໃນ​ໂອກາດ​ນີ້, 19 ບຸກຄົນ, ກົມກອງລວມໝູ່ທີ່​ມີການປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່​ວຽກ​ງານ​ສະມາຄົມ​ໃນໄລຍະ​ຜ່ານ​ມາ ກໍ​ໄດ້​ຮັບ​ໃບ​ຍ້ອງຍໍ​ຈາກ​ສູນ​ກາງ​ສະມາຄົມຫວຽດນາມ - ອາ​ເມ​ລິ​ກາ, ຄະນະ​ກຳມະການ​ປະຊາຊົນ​ແຂວງ ດົ່ງ​ນາຍ.

ທ່ານ ບູຍເຖຢ່າງ, ຮອງ​ປະທານ​​ສູນ​ກາງ​ສະມາຄົມຫວຽດນາມ - ອາ​ເມ​ລິ​ກາ ໄດ້ຕີ​ລາຄາ​ສູງ​ບັນດາ​ການ​ເຄື່ອນ​ໄຫວພົບປະ​ແລກປ່ຽນ​ປະຊາຊົນ ​ເຊິ່ງສະມາຄົມ​ມິດຕະພາບຫວຽດນາມ - ອາ​ເມ​ລິ​ກາ ​ແຂວງ ດົ່ງ​ນາຍ ​ໄດ້​ປະຕິບັດ. ນອກ​ນີ້, ທ່ານ ບູຍເຖຢ່າງ ຍັງ​ໄດ້​ສະ​ເໜີ 3 ​ເນື້ອ​ໃນ​ການ​ທູດ​ປະຊາຊົນຈຸດສຸມທີ່​ສະມາຄົມ​ມິດຕະພາບ​ຫວຽດນາມ - ອາ​ເມ​ລິ​ກາ ​ແຂວງ ດົ່ງ​ນາຍ ຕ້ອງ​ມຸ່ງ​ໄປ​ເຖິງ, ລວມມີ: ການ​ເພີ່ມ​ທະວີ​ການ​ພົບປະແລກປ່ຽນ​ປະຊາຊົນ​ຫວຽດນາມ - ອາ​ເມ​ລິ​ກາ ​ໃນ​ຂົງ​ເຂດວັດທະນະທໍາ, ວິທະຍາສາດເຕັກໂນໂລຢີ, ການສຶກສາ; ເພີ່ມ​ທະວີ​ການ​ພົວພັນ​ກັບ​ບັນດາອົງການຈັດຕັ້ງລັດຖະບານ​ ແລະ ບໍ່ຂຶ້ນກັບລັດຖະບານຂອງ ​ອາ​ເມ​ລິ​ກາ​; ​ເພີ່ມ​ທະວີ​ການ​ລະດົມ​ແຫຼ່ງຊັບພະຍາກອນທີ່ບໍ່ຂຶ້ນກັບລັດຖະບານ​ຕ່າງປະ​ເທດ ເພື່ອປະຕິບັດ​ວຽກ​ງານຮັບປະກັນຊີວິດສັງຄົມ

ຕາມທ່ານ ຜູ້ຮັກສາການປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ຫວໍເຕີ໋ນດຶກ ແລ້ວ, ບັນ​ດາ​ວິ​ສາ​ຫະ​ກິດ ​ອາ​ເມ​ລິ​ກາ ມີ 33 ໂຄງ​ການ ດ້ວຍ​ຍອດ​ເງິນ​ລົງ​ທຶນ​ເກືອບ 330 ລ້ານ USD ຢູ່ ດົ່ງ​ນາຍ. ນອກ​ນີ້, ແຂວງ ​ດົ່ງ​ນາຍ ​ແລະ ບັນດາທ້ອງ​ຖິ່ນ​ຂອງ ​ອາ​ເມ​ລິ​ກາ ​ຍັງໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ, ສັນຍາ​ຮ່ວມ​ມື​ສາກົນ​ຢູ່​ຂັ້ນ​ແຂວງ. ສະເພາະວິສາຫະກິດຂອງແຂວງ ກໍມີຄູ່ຮ່ວມງານທີ່ດີ, ກະຕືລືລົ້ນ ແລະ ມີປະສົບການຢູ່ ອາ​ເມ​ລິ​ກາ. ​

ທ່ານ ຫວໍເຕີ໋ນດຶກ ຮຽກຮ້ອງ​ສະມາຄົມ​ມິດຕະພາບ​ຫວຽດນາມ - ອາ​ເມ​ລິ​ກາ ​ແຂວງ ດົ່ງ​ນາຍ ຕ້ອງປະຕິບັດ 5 ໜ້າ​ທີ່ຈຸດສຸນໃນ​ໄລຍະ​ຈະ​ມາ​ເຖິງ, ລວມມີ: ປະຕິບັດ​ບັນດາ​ນະ​ໂຍບາຍ, ກຳນົດທິດ​ທາງ​ການປະຕິບັດງານການທູດ​ປະຊາຊົນ​ຂອງ​ພັກ, ລັດ, ສູນ​ກາງ​ ຫວຽດ​ນາມ - ອາ​ເມ​ລິ​ກາ ແລະ ແຂວງ ດົ່ງ​ນາຍ ຢ່າງໃຫ້ຊິດຕິດແທດ; ສ້າງຕັ້ງ ແລະ ພັດທະນາສາຍພົວພັນກັບອົງການປະຊາຊົນ, ວິສາຫະກິດ, ຄູ່ຮ່ວມງານຂອງ ອາເມລິກາ; ເປີດກ້ວາງການເຄື່ອນໄຫວ ແລະ ພັດທະນາອົງການຈັດຕັ້ງຂອງສະມາຄົມ; ຍູ້ແຮງການປະຕິບັດງານເຜີຍ​ແຜ່, ​ໂຄສະນາ​ພາບພົດ​​ຂອງ​ແຂວງ ດົ່ງ​ນາຍ ​ເຖິງ​ເພື່ອນ​ມິດ, ປະຊາຊົນ ອາ​ເມ​ລິ​ກາ; ບັນດາພະແນກ, ຄະນະ, ຂະແໜງການ, ທ້ອງ​ຖິ່ນຂຶ້ນກັບແຂວງ ສົມທົບ​ກັນ​, ​ໜູນ​ຊ່ວຍ ​ແລະ ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ​ ເພື່ອສະມາຄົມ​ມິດຕະພາບຫວຽດນາມ - ອາ​ເມ​ລິ​ກາ ​ແຂວງ ດົ່ງ​ນາຍ ປະຕິບັດ​ໜ້າ​ທີ່​ໄດ້ເປັນ​ຢ່າງ​ດີ.

ມິງດຶກ

ເຫດການ
302 Found

Found

The document has moved here.