ມຸ່ງໄປສູ່ການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະນອກແວ

09:25 | 24/09/2021

ຍສໝ - ສອງຝ່າຍເຫັນດີເປັນເອກະສັນຍູ້ແຮງບັນດາການເຄື່ອນໄຫວຖະແຫຼງຂ່າວການພົວພັນຕ່າງປະເທດເພື່ອເພີ່ມທະວີຄວາມເຂົ້າອົກເຂົ້າໃຈລະຫວ່າງປະຊາຊົນສອງປະເທດ, ນຳຮູບພາບຂອງຫວຽດນາມຫຍັບເຂົ້າໃກ້ກັບປະຊາຊົນນອກແວ ແລະນຳຮູບພາບຂອງນອກແວມາສູ່ປະຊາຊົນຫວຽດນາມ...

ພິ​ທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ຮຸງກາຣີ ພິ​ທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ຮຸງກາຣີ
ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ຮຸງກາຣີ ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ຮຸງກາຣີ
ມຸ່ງໄປສູ່ການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະນອກແວ
ທ່ານເອກອັກຄະລັດຖະທູດນອກແວ ປະຈຳ ຫວຽດນາມ Grete Lochen. ພາບ: ຕວນຫວຽດ

ສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ແລະສະຖານທູດນອກແວ ປະຈຳ ຫວຽດນາມ ຫາກໍ່ປຶກສາຫາລືກ່ຽວກັບວຽກງານກະກຽມເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະນອກແວ (25/11/1971 - 25/11/2021).

ທີ່ການເຮັດວຽກກັບຜູ້ຕາງໜ້າ VUFO, ທ່ານເອກອັກຄະລັດຖະທູດນອກແວ ປະຈຳ ຫວຽດນາມ Grete Lochen ໄດ້ຕີລາຄາສູງການພົວພັນມິດຕະພາບລະຫວ່າງສອງປະເທດ. ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ຈະສືບຕໍ່ສົມທົບກັບ VUFO ເພື່ອສ້າງບັນດາແຜນການເຄື່ອນໄຫວເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະນອກແວ.

ສອງຝ່າຍເຫັນດີເປັນເອກະສັນຍູ້ແຮງບັນດາການເຄື່ອນໄຫວຖະແຫຼງຂ່າວການພົວພັນຕ່າງປະເທດເພື່ອເພີ່ມທະວີຄວາມເຂົ້າອົກເຂົ້າໃຈລະຫວ່າງປະຊາຊົນສອງປະເທດ, ນຳຮູບພາບຂອງຫວຽດນາມຫຍັບເຂົ້າໃກ້ກັບປະຊາຊົນນອກແວ ແລະນຳຮູບພາບຂອງນອກແວມາສູ່ປະຊາຊົນຫວຽດນາມ; ປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງສອງປະເທດໃຫ້ນັບມື້ນັບເຂົ້າສູ່ລວງເລິກ.

ນອກແວ ແມ່ນໜຶ່ງໃນບັນດາປະເທດເອີລົບເໜືອທຳອິດ ທີ່ສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ. ສອງປະເທດ ໄດ້ຈັດສໍາເລັດຜົນການຢ້ຽມຢາມຂັ້ນສູງຫຼາຍຄັ້ງ,ຈັດຕັ້ງປະຕິບັດການຮ່ວມມືໃນຫຼາຍດ້ານເຊັ່ນ: ເສດຖະກິດທາງທະເລ, ວັດທະນະທຳ, ການສຶກສາ ແລະການທ່ອງທ່ຽວ...

ຫວຽດນາມ - ນອກແວ ແມ່ນບັນດາປະເທດທີ່ມີເສັ້ນທາງແຄມຝັ່ງທະເລຍາວ, ສະນັ້ນ ຈິ່ງມີທ່າແຮງໃນການຮ່ວມມືດ້ານລ້ຽງປູກສິນໃນນ້ຳ, ການເດີນທະເລ, ນ້ຳມັນອາຍແກັດ, ພະລັງງານສະອາດ, ປັບປຸງສິ່ງແວດລ້ອມ. ປະຈຸບັນ, ມີຜູ້ອອກແຮງງານຫວຽດນາມນັບພັນຄົນເຮັດວຽກຢູ່ນອກແວ. ນອກແວມີ 41 ໂຄງການລົງທຶນຢູ່ຫວຽດນາມ, ດ້ວຍຍອດຈຳນວນທຶນຈົດທະບຽນ 166 ລ້ານ ໂດລາສະຫະລັດ, ຢືນອັນດັບທີ 41 ໃນຈຳນວນ 130 ປະເທດ ແລະເຂດແຄ້ວນທີ່ລົງທຶນຢູ່ຫວຽດນາມ.

ນອກແວຍັງເປັນໜຶ່ງໃນບັນດານັກອຸປະຖໍາລາຍໃຫຍ່ທີ່ສຸດໃຫ້ແກ່ຫວຽດນາມໃນໂຄງການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວຂອງສະຫະປະຊາຊາດ, ໂດຍຜ່ານການຫຼຸດຜ່ອນການຕັດໄມ້ທຳລາຍປ່າ ແລະປ່າຊຸດໂຊມ (UN-REDD).

ໄຊພອນ