ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ ຫາຍເຢືອງ ຈັດຕັ້ງການໂອ້ລົມສົນທະນາກ່ຽວກັບນະໂຍບາຍການຕ່າງປະເທດ

11:49 | 27/04/2024

ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ ຫາຍເຢືອງ ຈັດຕັ້ງການໂອ້ລົມສົນທະນາກ່ຽວກັບນະໂຍບາຍການຕ່າງປະເທດ

ສະຫະພັນບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ​ແລະ ICAP ສືບ​ຕໍ່​ຮ່ວມ​ມື​ຊຸກຍູ້ການພົບປະແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​- ກູ​ບາ ສະຫະພັນບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ​ແລະ ICAP ສືບ​ຕໍ່​ຮ່ວມ​ມື​ຊຸກຍູ້ການພົບປະແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​- ກູ​ບາ
ລາວ - ສະຫະພັນລັດເຊຍ ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືສອງຝ່າຍກ່ຽວກັບດ້ານການຄ້າ ແລະ ການລົງທຶນ ລາວ - ສະຫະພັນລັດເຊຍ ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືສອງຝ່າຍກ່ຽວກັບດ້ານການຄ້າ ແລະ ການລົງທຶນ

ຕອນເຊົ້າວັນທີ 23 ເມສາ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ ຫາຍເຢືອງ ໄດ້ຈັດຕັ້ງການໂອ້ລົມສົນທະນາ “ສະພາບການຢູ່ຕາເວັນອອກກາງ ແລະ ນະໂຍບາຍການຕ່າງປະເທດຂອງພັກ ແລະ ລັດຂອງພວກເຮົາຕໍ່ພາກພື້ນ”.

ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ ຫາຍເຢືອງ  ຈັດຕັ້ງການໂອ້ລົມສົນທະນາກ່ຽວກັບນະໂຍບາຍການຕ່າງປະເທດ

ທ່ານເອກອັກຄະລັດຖະທູດ ຫງວຽນກວາງຄາຍ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການທີ່ສັບສົນຢູ່ພາກຕາເວັນອອກກາງ. ພາບ: thoidai.com.vn

ທີ່ການໂອ້ລົມສົນທະນາ, ທ່ານເອກອັກຄະລັດຖະທູດ ຫງວຽນກວາງຄາຍ ອະດີດຫົວໜ້າກົມອາຊີຕາເວັນຕົກ - ອາຟະລິກາ, ກະຊວງການຕ່າງປະເທດ, ອະດີດເອກອັກຄະລັດຖະທູດຫວຽດນາມ ປະຈຳລາດຊະອານາຈັກ ອາຣັບ ເອມີເຣດ UAE, ອີຣັກ ແລະ ບາງປະເທດຕາເວັນອອກກາງ ໃຫ້ຂໍ້ມູນກ່ຽວກັບສະຖານະການທີ່ສັບສົນຢູ່ພາກພື້ນຕາເວັນອອກກາງ. ໃນນັ້ນ, ພົ້ນເດັ່ນແມ່ນບັນຫາການປະທະກັນລະຫວ່າງ ປາແລັດສະຕີນ - ອິດສະຣາແອນ ຍັງບໍ່ທັນໄດ້ຮັບການແກ້ໄຂຢ່າງສິ້ນເຊີງເປັນເວລາ 75 ປີແລ້ວ; ສົງຄາມທີ່ເຄັ່ງຕຶງຢູ່ເຂດ ກາຊາ (Gaza) ລະຫວ່າງຂະບວນການຕໍ່ຕ້ານອິດສະລາມ Hamas ແລະ ອິດສະຣາແອນ, ຄວາມຂັດແຍ່ງລະຫວ່າງອີຣານ - ອິດສະຣາແອນ ແລະ ຄວາມຂັດແຍ່ງພາຍໃນຂອງແຕ່ລະປະເທດ.

ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ ຫາຍເຢືອງ  ຈັດຕັ້ງການໂອ້ລົມສົນທະນາກ່ຽວກັບນະໂຍບາຍການຕ່າງປະເທດ

ບັນດາຜູ້ແທນເຂົ້າຮ່ວມການໂອ້ລົມສົນທະນາ. ພາບ: thoidai.com.vn

ທ່ານເອກອັກຄະລັດຖະທູດກໍ່ໄດ້ແຈ້ງໃຫ້ຊາບກ່ຽວກັບທັດສະນະ ແລະ ນະໂຍບາຍຂອງພັກ ແລະ ລັດ ຫວຽດນາມ ໃນບັນຫາພົວພັນການຕ່າງປະເທດ. ການໂອ້ລົມສົນທະນາໄດ້ຊ່ວຍໃຫ້ພະນັກງານ, ສະມາຊິກຂອງສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ ຫາຍເຢືອງ ກໍາແໜ້ນແນວທາງການຕ່າງປະເທດຂອງພັກ ແລະ ລັດ ຫຼາຍກວ່າອີກ ແລະ ໝູນໃຊ້ຢ່າງຕັ້ງໜ້າ, ມີຫົວຄິດປະດິດສ້າງໃນວຽກງານການທູດປະຊາຊົນ, ປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ຕາມທີ່ໄດ້ຮັບມອບຫມາຍໃຫ້ເປັນຢ່າງດີ.

ບູນມີ

ເຫດການ
302 Found

Found

The document has moved here.