ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ເຊື່ອມ​ຕໍ່​ການ​ໂອ້​ລົມ​ສົນ​ທະ​ນາ, ກາ​ນ​ຮ່ວມ​ມື​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ກູ​ບາ

06:10 | 24/09/2021

ຍ​ສ​ໝ - ຫວຽດ​ນາມ ຢັ້ງ​ຢືນ​ຄືນ​ໃໝ່​ການ​ສະ​ໜັບ​ສະ​ໜູນ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ ເພື່ອ​ແນ​ໃສ່​ເຊື່ອມ​ຕໍ່​ການ​ໂອ້​ລົມ​ສົນ​ທະ​ນາ ແລະ ເປີດກວ້າງ​ການ​ຮ່ວມ​ມື​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ກູ​ບາ ໃນ​ບັນ​ດາ​ບັນ​ຫາ​ທີ່ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ບົນ​ພື້ນ​ຖານ​ຄວາມ​ສະ​ເໝີ​ພາບ, ເຄົາ​ລົບ​ອະ​ທິ​ປະ​ໄຕ, ເອ​ກະ​ລາດ ແລະ ລະ​ບົບ​ການ​ເມືອງຂອງ​ແຕ່​ລະ​ປະ​ເທດ.

ສື່ມວນ​ຊົນ​ກູ​ບາລົງ​ຂ່າວ​ເປັນ​ຈຳ​ນວ​ນຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມຕີຂອງ ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ສື່ມວນ​ຊົນ​ກູ​ບາລົງ​ຂ່າວ​ເປັນ​ຈຳ​ນວ​ນຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມຕີຂອງ ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ
ທ່ານ​ປະ​ທານປະ​ເທດ​ຫວຽດ​ນາມ ຫງວຽ​ນ​ຊວັນ​ຟຸກ: ປະ​ຊາ​ຊົນ ຫວຽດ​ນາມ​ ຍາ​ມ​ໃດ​ກໍ່​ຮຽງບ່າ​ຮຽງ​ໄລ່​ກັບ​ປ​ະ​ຊາ​ຊົນ ກູ​ບາ ອ້າຍ​ນ້ອງ ທ່ານ​ປະ​ທານປະ​ເທດ​ຫວຽດ​ນາມ ຫງວຽ​ນ​ຊວັນ​ຟຸກ: ປະ​ຊາ​ຊົນ ຫວຽດ​ນາມ​ ຍາ​ມ​ໃດ​ກໍ່​ຮຽງບ່າ​ຮຽງ​ໄລ່​ກັບ​ປ​ະ​ຊາ​ຊົນ ກູ​ບາ ອ້າຍ​ນ້ອງ
ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ເຊື່ອມ​ຕໍ່​ການ​ໂອ້​ລົມ​ສົນ​ທະ​ນາ, ກາ​ນ​ຮ່ວມ​ມື​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ກູ​ບາ
ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ພົ​ບ​ປະ​ກັ​ບທ່ານ​ພົນ​ເອກ Raul Castro, ອະ​ດີດ​ເລ​ຂາ​ຜູ້​ທີ​ໜຶ່ງ​ພັກ​ກອມ​ມູ​ນິດ ກູ​ບາ (ພ​າບ: TTXVN)

ນີ້​ແມ່ນ​ເນື້ອ​ໃນ​ນອນ​ໃນ​ຖະ​ແຫຼງ​ການ​ຮ່ວມ​ມື ຫວຽດ​ນາມ - ກູ​ບາ ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ ກູ​ບາ ຢ່າງ​ເປັນ​ທາງ​ການ ຂອງ ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ໃນ​ລະ​ຫວ່າງວັນ​ທີ 18 – 20 ກັນ​ຍາ.

ຢູ່​ກູ​ບາ, ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ໄດ້​ມີ​ການ​ໂອ້​ລົມ​ສົນ​ທະ​ນາ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງຂອງ ກູບາ ຄື ​ທ່ານ​ເລ​ຂາ​ຜູ້​ທີ​ໜຶ່​ງ​ພັກ​ກອມ​ມູ​ນິດ ກູ​ບາ, ປ​ະ​ທານ​ປະ​ເທດ ກູ​ບາ Miguel Diaz-Canel, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ອຳ​ນາດ​ການ​ປົກ​ຄອງ ປະ​ຊາ​ຊົນ Esteban Lazo Hernández, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Manuel Marrero Cruz, ພົບ​ປະ​ກັບ​ທ່ານ​ພົນ​ເອກ Raul Castro, ອະ​ດີດ​ເລ​ຂາ​ຜູ້​ທີ​ໜຶ່ງ​ພັກ​ກອມ​ມູ​ນິດ ກູ​ບາ ແລະ ນ້ອງ​ຊາຍ​ຂອງ​ອະ​ດີດ​ປະ​ມຸກ​ລັດ Fidel Castro…

ຫວຽດ​ນາມ ແລະ ກູ​ບາ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ເປີດກວ້າງ, ຮັດ​ແໜ້ນ ແລະ ເຮັດ​ໃຫ້​ການ​ພົ​ວ​ພັນຖານອ້າຍ​ນ້ອງຢ່າງ​ເລິກ​ເຊິ່ງ, ສາ​ມັກ​ຄີ ແລະ ການ​ຮ່ວມ​ມື​​ຮອບ​ດ້ານ​ເພື່ອ​ແນ​ໃສ່​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ ເຂົ້າ​ໃນ​ວິ​ວັດ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ, ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ພັດ​ທະ​ນາ​ຢູ່​ສອງ​ພາກ​ພື້ນ ແລະ ໃນ​ໂລກ.

ສອງ​ຝ່າຍ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ບັນ​ດາ​ລຸ້ນ​ຄົນ​ໃນ​ອະ​ນາ​ຄົດ​ຂອງ ກູ​ບາ ແລະ ຫວຽດ​ນາມ ຈະ​ຈົງ​ຮັກ​ພັກ​ດີ ດ້ວຍ​ມໍ​ລະ​ດົກ​ທີ່​ຍືນ​ຍົງ​ຄົງ​ຕົວ​ລະ​ຫວ່າງປະ​ຊາ​ຊົນ​ສອງ​ປະ​ເທດ, ຍາມ​ໃດ​ກໍ່​ສາ​ມັກ​ຄີ ແລະ ຈະ​ສືບ​ຕໍ່​ຮຽງ​ບ່າ​ຮຽງ​ໄລ່ໃນ​ພາ​ລະ​ກິດການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ສັງ​ຄົມນິ​ຍົມຂອງ​ແຕ່​ລະ​ປະ​ເທດ, ເພື່ອ​ໂລກ​ທີ່​ມີ​ຄວາມ​ສະ​ເໝີ​ພາບ​ກ່​ວາ ແລະ ຍືນ​ຍົງ​.

ທ່ານ​ປະ​ທານ​ປະ​ເທດ ຫງວຽ​ນ​ຊວັນ​ຟຸກ ສະ​ແດງ​ຄວາມ​ຍິນ​ດີ​ຕໍ່​ພັກ​ກອມ​ມູ​ນິດ, ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ກູ​ບາ ຕໍ່​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ VIII ທີ່​ໄດ້​ດຳ​ເນີນ​ໃນ​ລະ​ຫວ່າງວັ​ນ​ທີ 16 – 19 ເມ​ສາ ປີ 2021. ການ​ນຳ ຫວຽດ​ນາມ ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ແນວຄິດ, ທິດ​ສະ​ດີ ແລະ ແນວ​ທາງ​ທີ່​ໄດ້​ຮັບ​ຮ​ອງ​ຢູ່ກອງ​ປະ​ຊຸມນີ້, ກູ​ບາ ຈະ​ສືບ​ຕໍ່​ຮັກ​ສາ, ບໍ່​ປະ​ລະ​ບັນ​ດາ​ໂຄງ​ການ​ພັດ​ທະ​ນາ​ໃນ​ວິ​ວັດ​ການ​ສ້າງ​ສາ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ, ເອ​ກະ​ລາດ, ສັງ​ຄົມ​ນິ​ຍົມ, ປະ​ຊາ​ທິ​ປະ​ໄຕ, ວັດທະນາຖາວອນ ແລະ ສະ​ຖຽນ​ລະ​ພາບ.

ຫວຽດ​ນາມ ໄດ້​ຕີ​ລາ​ຄ​າ​ສູງ ຄວາມເ​ຊື່ອຖື ແລະ ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຢັ້ງ​ຢືນ​ຂອງ ກູ​ບາ ກ່ຽວ​ກັບ​ນ້ຳ​ໃຈ​ສາ​ມັກ​ຄີ​ສາ​ກົນ ທີ່​ກ້າ​ຫານ ແລະ ໃສ​ແຈ້ງໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19, ເຊິ່ງ​ໄດ້​​ສະ​ແດງອອກ​ຜ່ານ​ການ​ຈັດ​ສົ່ງ​ຄະ​ນະ​ແພດ​ໝໍ 57 ຄະ​ນະ ໄປ​ຍັງ 40 ປະ​ເທດ ແລະ ເຂດ​ແຄ້ວນ.

ຫວຽດ​ນາມ ຢັ້ງ​ຢືນ​ວ່າ ເຖິງວ່າ ຖືກ​ປິດ​ລ້ອມ, ຂວ້ຳ​ບາດ ແລະ ດ້ວຍ​ເງື່ອນ​ໄຂ​ຂອງ​ປະ​ເທດ​ພວມ​ພັດ​ທະ​ນາ, ແຕ່​ກູ​ບາ ໄດ້​ກ​າຍ​ເປັນ​ປະ​ເທດ​ທຳ​ອິດ ຢູ່ ອາ​ເມ​ລິ​ກາ​ລາ​ຕິນ ແລະ ກາ​ຣີ​ເບ ພັດ​ທະ​ນາ​ສຳ​ເລັດ​ວັກ​ຊິນ​ກັນ​ໂຄວິດ - 19 3 ຊະ​ນິດ​ທີ່​ມີ​ປະ​ສິ​ດ​ທິ​ຜົນ​ສູງ​.

ຫວຽດ​ນາມ ຢັ້ງ​ຢືນ​ຄືນ​ຫຼັກ​ການ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍການ​ສະ​ໜັບ​ສະ​ໜູນ​ພາ​ລະ​ກິດ​ອັນ​ຊອບ​ທຳ​ຂອງ​ປະ​ຊາ​ຊົນ​ກູ​ບາ ແລະ ການ​ຕໍ່​ສູ້​ເພື່ອ​ຢຸດ​ຕິບັນ​ດາ​ຄຳ​ສັ່ງ​ປິດ​ລ້ອມ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ເງິນ​ແບບ​ພຽງ​ລຳ​ພັງຝ່າຍດຽວ ແລະ ບໍ່ມີ​ເຫດ​ຜົນ​ຕ້ານ​ກູ​ບາ​ຢ່າງ​ທັນທີ ແລະ ບໍ່​ມີ​ເງື່ອນ​ໄຂໃດໆ.

ຫວຽດ​ນາມ ຄັດ​ຕ້ານ​ການ​ເພີ່ມ​ທະ​ວີ​ບັນ​ດາ​ມາດ​ຕະ​ການ​ປັດ​ໄໝລົງໂທດ​ແບບ​ພຽງ​ລຳ​ພັງ​ຝ່າຍ​ດຽວ ແລະ ເນັ້ນ​ໜັກ​ເຖິງ​ບັນ​ດາ​ມາດ​ຕະ​ການນີ້ ເຮັດ​ໃຫ້ຄວາມ​ຫຍຸ້ງ​ຍາ​ກ​ກ່ຽວ​ກັບ​ເສດ​ຖະ​ກິດ ສັງ​ຄົມຂອງ​ປະ​ຊາ​ຊົນ​ກູ​ບາ​ຮ້າຍ​ແຮງ​ກ່​ວາ ໃນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ປັດ​ຈຸ​ບັນ.

ສອງ​ປະ​ເທດ​ຄັດ​ຄ້ານ​ເລື່ອງ​ບັນ​ດາ​ປະ​ເທດ​ຍົກອອກບັນ​ດາ​ບັນ​ຊີ​ລາຍ​ຊື່​ຕີ​ລາ​ຄາ​ແບບ​ພຽງ​ລຳ​ພັງ​ຝ່າຍ​ດຽວ​ຕໍ່​ບັນ​ດາ​ປະ​ເທດ​ຕ່າງໆ.

ຫວຽດ​ນາມ ຢັ້ງ​ຢືນ​ຄືນ​ໃໝ່​ການ​ສະ​ໜັບ​ສະ​ໜູນ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ ເພື່ອ​ແນ​ໃສ່​ເຊື່ອມ​ຕໍ່​ການໂອ້ລົມ​ເຈ​ລະ​ຈາ ແລະ ເປີດ​ກ້​ວາງ​ການ​ຮ່ວມ​ມື​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ກູ​ບາ ໃນ​ບັນ​ດາ​ບັ​ນ​ຫາ ທີ່​ຕ່າ​ງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ບົນ​ພື້ນ​ຖານ​ສະ​ເໝີ​ພາບ, ເຄົາ​ລົບ​ອະ​ທິ​ປະ​ໄຕ, ເອ​ກະ​ລາດ ແລະ ລະ​ບົບ​ການ​ເມືອງ​ຂອງ​ແຕ່​ລະ​ປະ​ເທດ​.

ສອງ​ຝ່າຍ​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຢູ່​ບັນ​ດາ​ອົງ​ການ​ສາ​ກົນ ແລະ ເວ​ທີ​ປາ​ໄສຫຼາຍ​ຝ່າຍ ເຊິ່ງສອງ​ຝ່າຍ​ລ້ວນ​ແຕ່​ແມ່ນ​ສະ​ມາ​ຊິກ, ພິ​ເສດ​ແມ່ນ ສະ​ຫະ​ປະ​ຊາ​ຊາດ...

ໃນ​ວັນ​ທີ 20 ກັນ​ຍາ, ຕາມ​ເວ​ລາທ້ອງ​ຖິ່ນ, ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ໄດ້​ພົບ​ປະ​ກັບຜູ້ນຳການປະຕິວັດ ກູບາ ທີ່ຍິ່ງໃຫຍ່, ​ພົນ​ເອກ Raul Castro Ruz. ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ໄດ້​ສົ່ງ​ຄຳ​ຢື້​ຢາມຖາມຂ່າວ​ຢ່າງ​ສະ​ໜິດ​ສະໜົມ ແລະ ຄຳ​ອວຍ​ພອນ​ສຸ​ຂະ​ພາບຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ, ການ​ນຳ​ພັກ, ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ ໄປ​ຍັງ​ທ່ານ​ພົນ​ເອກ Raul Castro Ruz.

ທ່ານ​ພົນ​ເອກ Raul Castro Ruz ໄດ້​ສະ​ແດງ​ຄວາມ​ດີ​ໃຈ​ທີ່ໄດ້​ພົບ​ປະ​ກັບ​ ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ແລະ ສະ​ແດງ​ຄວາມ​ຍິນ​ດີ​ຕໍ່​ຜົນ​ສຳ​ເລັດ​ຂອງ​ການ​ຢ້ຽມ​ຢາມ​ກູ​ບາ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ. ທ່ານ​ພົນ​ເອກ ໃຫ້​ຮູ້​ວ່າ ຍາມ​ໃດ​ກໍ່​ຕິດ​ຕ​າມ ແລະ ດີ​ໃຈ​ຕໍ່​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ຂອງ ຫວຽດ​ນາມ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.