ຫວຽດ​ນາມ ແລະ ຈີນ​ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

07:09 | 14/09/2021

ຍ​ສ​ໝ - ຕອນ​ບ່າຍ​ວັນ​ທີ 9 ກັນ​ຍາ, ທ່ານ ຫງວຽນ​ແທັງ​ລອງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ໄດ້​ມີ​ການ​ໂອ້​ລົມ​ເຈລະຈາ​ທາງ​ໄກ ກັບ​ທ່ານ​ລັດ​ຖະ​ມົນ​ຕີ​ Ma Xiaowei ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການສາທາລະນະສຸກ​ແຫ່ງ​ຊາດ​ ຈີນ ກ່ຽວ​ກັບ​ບາງ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ເຖິງວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19.

ການ​ແຂ່ງ​ຂັນ eSports ລັດ​ເຊຍ - ຫວຽດ​ນາມ 2021 ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປັບ​ປຸງ​ການ​ຮ່ວມ​ມື​ມະ​ນຸດ​ສະ​ທຳ​ລະ​ຫວ່າງ ສອງ​ປະ​ເທດ ການ​ແຂ່ງ​ຂັນ eSports ລັດ​ເຊຍ - ຫວຽດ​ນາມ 2021 ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປັບ​ປຸງ​ການ​ຮ່ວມ​ມື​ມະ​ນຸດ​ສະ​ທຳ​ລະ​ຫວ່າງ ສອງ​ປະ​ເທດ
ຮັບ​ຮູ້​ບົດ​ບາດ​ຂອງ​ບັນ​ດາ​ການ​ນຳ​ໜຸ່ມ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສິງ​ກະ​ໂປ ຮັບ​ຮູ້​ບົດ​ບາດ​ຂອງ​ບັນ​ດາ​ການ​ນຳ​ໜຸ່ມ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສິງ​ກະ​ໂປ
ຫວຽດ​ນາມ ແລະ ຈີນ​ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ທ່ານ ຫງວຽນ​ແທັງ​ລອງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ (ພາບ: TTXVN)

ທີ່​ການ​ເຮັດ​ວຽກ, ທ່ານ ຫງວຽນ​ແທັງ​ລອງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ຈີນ ທີ່ໄດ້​ມີ​ບັນ​ດາ​ການ​ສະ​ໜັບ​ສະ​ໜູນ​ອັນ​ລ້ຳ​ຄ່າ​ຕໍ່​ລັດ​ຖະ​ບານ, ປະ​ຊາ​ຊົນ ຫວຽດ​ນາມ ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19.

ທ່ານ​ລັດ​ຖະ​ມົນ​ຕີ​ Ma Xiaowei ຖື​ວ່າ ນັບ​ແຕ່​ເວ​ລາ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19, ສອງ​ຝ່າຍ​ໄດ້​ມີ​ບັນ​ດາ​ການ​ແລກ​ປ່ຽນ, ແບ່ງ​ປັນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ເຖິງ​ໂລກ​ລະ​ບາດ​ໂຄວິດ - 19. ໃນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ພວມ​ມີ​ບັນ​ດາ​ການ​ຜັນ​ແປ​ຢ່າງ​ສັບ​ສົນ, ການ​ແລກ​ປ່ຽນ, ການ​ໂອ້​ລົມ​ເຈລະຈາ​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ມື້ນີ້​ມີ​ຄວາມ​ໝາຍ​ທີ່​ສຸດ, ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຜັນ​ຂະ​ຫຍາຍວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ມີ​ປະ​ສິ​ດ​ທິ​ຜົນ.

ສອງ​ຝ່າຍ​ໄດ້​ແລກ​ປ່ຽນ, ແບ່ງ​ປັນ​ກ່ຽວ​ກັບ​ບັນ​ດາ​ຍຸດ​ທະ​ສາດ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ລະ​ຫວ່າງ ຫວຽດ​ນາມ ແລະ ຈີນ, ບັນ​ດາ​ມາດ​ຕະ​ການ​ດ້ານ​ວິ​ຊາ​ການ, ເຕັກ​ນິກ ແລະ ບັນ​ຫາ​ວິ​ໄຈ​ເພື່ອ​ຄວບ​ຄຸມ​ໃນ​ວົງ​ກ້​ວາງ.

ຝ່າຍ​ຈີນ ໄດ້​ແບ່ງ​ປັນ​ບັນ​ດາ​ບົດ​ຮຽນ​ປະ​ສົບ​ການ​ອັນ​ລ້ຳ​ຄ່າ ກ່ຽວ​ກັບ​ຮູບ​ແບບການ​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ການ​ວິ​ໄຈ​ຫາ​ເຊື້ອ​ໃນ​ວົງ​ກ້​ວາງ, ຮັບ​ປະ​ກັນ​ຄຸນ​ນະ​ພາບ​ໃນ​ການ​ວິ​ໄຈ​ຫາ​ເຊື້ອ. ຈີນ​ກໍ່​ດຳ​ເນີນ​ການ​ຕິດ​ຕາມກວດ​ກາ​ທີ່​ເປັນ​ເຈົ້າ​ການ​ໃນ​ບັນ​ດາ​ເຂດ​ທີ່​ມີ​ຄວາມ​ສ່ຽງ​ຕິດ​ເຊື້ອ​ສູງ​ຄື​ບັນ​ດາຮາກຖານ​ສາ​ທາ​ລະ​ນະ​ສຸກ, ເຂດ​ເຂົ້າ​​ອອກເມືອງ ແລະ ເອົາ​ຕົວ​ຢ່າງ​ຫາ​ເຊື້ອ​ໃຫ້​ແກ່​ຜູ້​ທີ່​ເຮັດ​ວຽກ​ຢູ່​ເຂດ​ດັ່ງ​ກ່າວ.

ສອງ​ຝ່າຍ​ໄດ້​ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ ໃນ​ການ​ຈັດ​ແບ່ງ, ຈັດ​ຕັ້ງ​ການ​ປິ່​ນ​ປົວ​ໃຫ້​ແກ່​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19. ທັງ​ຈີນ ແລະ ຫວຽດ​ນາມ ລ້ວນ​ແຕ່​ສຸມ​ໃສ່​ປິ່ນ​ປົວ​ໃຫ້​ແກ່​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ທີ່ມີ​ອາ​ການ​ໜັກ, ຈັດ​ສົ່ງ​ນັກ​ຊ່ຽວ​ຊານ​ໄປ​ຍັງ​ບັນ​ດາ​ເຂດ​ທີ່​ມີ​ຜູ້​ຕິດ​ເຊື້ອ​ມີ​ອາ​ການ​ໜັກ​ເພື່ອ​ສຸມ​ໃສ່​ແຫຼ່ງ​ກຳ​ລັງ​ປິ່ນ​ປົວ.

ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກ​ະ​ພາບ​ສ້າງ​ຕັ້ງ​ບັນ​ດາ​ຊ່ອງ​ທາງ​ແລກ​ປ່ຽນ, ຮ່ຳ​ຮຽນເອົາ​ບົດ​ຮຽນ​ປະ​ສົບ​ການ​ເຊິ່ງ​ກັນ​ແລະ​ກັນ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ເພື່ອ​ເພີ່ມ​ທະ​ວີ​ກາ​ນ​ຮ່ວມ​ມື​ຢ່າງ​ມີ​ປະ​ສິ​ດ​ທິ​ຜົນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.