ບຸ​ລະ​ມະ​ສິດຫຼັກ​ແຫຼ່ງ​ຂອງ​ການ​ຮ່ວມ​ມື​ແມ່​ນ້ຳ​ຂອງ - ສ.ເກົາຫຼີ ໃນ​ໄລ​ຍະ​ຈະ​ມາ​ເຖິງ ​ແມ່ນ​ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຜ່ານ​ຜ່າ​ໄລ​ຍະ​ທີ່ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ປັດ​ຈຸ​ບັນ

11:30 | 12/09/2021

ຍ​ສ​ໝ - ວັນ​ທີ 8 ກັນ​ຍາ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸຍ​ແທັງ​ເຊີນ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຮ່ວມ​ມື​ແມ່​ນ້ຳ​ຂອງ - ສ.ເກົາຫຼີ​ ຄັ້ງ​ທີ 11 ຕາມ​ຮູບ​ແບບ​ທາງ​ໄກ. ກອງ​ປະ​ຊຸມ​ໂດຍ ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ - ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ກຳ​ປູ​ເຈຍ Prak Sokhonn ແລະ ທ່ານລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສ.ເກົາຫຼີ Eui-yong ​ເປັນ​ປະ​ທານຮ່ວມ. ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ແລະ ຜູ້​ຕາງ​ໜ້າ​ບັນ​ດາ​ປະ​ເທດ​ຄື: ລາວ, ມຽນ​ມາ, ໄທ ແລະ ຫວຽດ​ນາມ.

ກອງປະຊຸມລັດຖະມົນຕີການພົວພັນຄູ່ຮ່ວມມືແມ່ນ້ຳຂອງ-ອາເມລິກາ ຄັ້ງທີ 2 ກອງປະຊຸມລັດຖະມົນຕີການພົວພັນຄູ່ຮ່ວມມືແມ່ນ້ຳຂອງ-ອາເມລິກາ ຄັ້ງທີ 2
ການທູດປະຊາຊົນຈະແມ່ນກົນໄກສຳຄັນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈໃນການຮ່ວມມືພັດທະນາອະນຸພາກພື້ນແມ່ນ້ຳຂອງ ການທູດປະຊາຊົນຈະແມ່ນກົນໄກສຳຄັນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈໃນການຮ່ວມມືພັດທະນາອະນຸພາກພື້ນແມ່ນ້ຳຂອງ
ບຸ​ລະ​ມະ​ສິດຫຼັກ​ແຫຼ່ງ​ຂອງ​ການ​ຮ່ວມ​ມື​ແມ່​ນ້ຳ​ຂອງ - ສ.ເກົາຫຼີ ໃນ​ໄລ​ຍະ​ຈະ​ມາ​ເຖິງ ​ແມ່ນ​ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຜ່ານ​ຜ່າ​ໄລ​ຍະ​ທີ່ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ປັດ​ຈຸ​ບັນ
ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບຸຍ​ແທັງ​ເຊີນ (ພາບ: TTXVN)

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບຸຍ​ແທັງ​ເຊີນ​ ໄດ້​ຍົກ​ອອກ​ບັນ​ດາ​ກຳ​ນົດ​ທິດ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ, ໃນ​ນັ້ນ​ໄດ້​ເນັ້ນ​ໜັກ​ເຖິງ​ບຸ​ລິ​ມະ​ສິດ​ຫຼັກ​ຂອງ​ການ​ຮ່ວມ​ມື​ແມ່​ນຳ​ຂ້ອງ - ສ.ເກົາຫຼີ ໃນ​ໄລ​ຍະ​ຈະ​ມາ​ເຖິງ​ແມ່ນ​ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຜ່ານ​ຜ່າ​ໄລ​ຍະທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຄື​ໃນ​ປັດ​ຈຸ​ບັນ​. ເນື້ອ​ໃນ​ຕົ້ນ​ຕໍ​ລວມ​ມີ:

ການ​ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ຜ່ານ​ການ​ຮັບ​ປະ​ກັນ​ເລື່ອງ​ບັນ​ດາ​ປະ​ເທດ​ໄດ້​ສຳ​ຜັດ​ກັບ​ວັກ​ຊິນ​ຢ່າງ​ທັນ​ການ, ຄົບ​ຖ້ວນ ແລະ ມີ​ຄວາມ​ສະ​ເໝີ​ພາບ.

ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ ແລະ ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ແມ່​ນ້ຳ​ຂອງ​ໃນ​ການ​ຜະ​ລິດ​ວັກ​ຊິນ​ພາຍ​ໃນ​ປະ​ເທດ.

ກ​ານ​ຮ່ວມ​ມື​ກ່ຽວ​ກັບ​ການ​ຫັນ​ເປັນ​ດີ​ຈີ​ຕອນ ແລະ ​ສ້າງ​ເສດ​ຖະ​ກິດ​ດີ​ຈີ​ຕອນ, ພິ​ເສດ​ແມ່ນ​ການ​ຈັດ​ຕັ້ງ “ເວ​ທີ​ປາ​ໄສ​ດີ​ຈີ​ຕອນ ແລະ ຂຽວ ແມ່​ນຳ​ຂອງ - ສ.ເກົາຫຼີ”, ສ້າງ​ປະ​ຕູ​ຖານ​ຂໍ້​ມູນ SMEs ​ແມ່​ນ້ຳ​ຂອງ - ສ.ເກົາຫຼີ ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດ ແມ່​ນ້ຳ​ຂອງ ແລະ ສ.ເກົາຫຼີ ເຊື່ອມ​ຕໍ່, ສຳ​ຜັດ​ຂໍ້​ມູນ​ຂ່າວ, ຍົກ​ສູງ​ທັກ​ສະ​ດີ​ຈີ​ຕອນ.

ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ເພີ່ມ​ທະ​ວີ​ການ​ຮ່ວ​ມ​ມື​ໃນ​ການ​ຄວບ​ຄຸມ, ນຳ​ໃຊ້​ແຫຼ່ງ​ແມ່​ນ້ຳ​ຂອງແບບ​ຍື​ນ​ຍົງ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການ​ສຶກ​ສາ, ບຳ​ລຸງ​ສ້າງ ແລະ ພັດ​ທະ​ນາ​ແຫຼ່ງຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຄຸນ​ນະ​ພາບ​ສູງ.

ທີ່ກອງ​ປະ​ຊຸມ, ບັນ​ດາ​ລັດ​ຖະ​ມົນ​ຕີ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ບັ​ນ​ດາ​ຜົນ​ງານ​ການ​ຮ່ວມ​ມື​ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ພິ​ເສດ​ແມ່ນ​ໃນ 7 ຂົງ​ເຂດ​ບຸ​ລິມ​ະ​ມິດ, ເຊິ່ງ​ພົ້ນ​ເດັ່ນ​ແມ່ນ​ບັນ​ດາ​ໂຄງ​ການ​ສ້າງ​ນະ​ຄອນ​ອັດ​ສະ​ລິ​ຍະ, ກະ​ສິ​ກຳ​ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ການ​ສຶກ​ສາ ແລະ ບຳ​ລ​ງ​ສ້າງ​ເຕັກ​ນິກ, ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ສູນ​ການ​ຄົ້ນ​ຄ້​ວາ​ລວມ ກ່ຽວ​ກັບ​ແຫຼ່ງ​ນ້ຳ.

ບັນ​ດາ​ລັດ​ຖະ​ມົນ​ຕີ​ໄດ້​ຕີ​ລາ​ຄາ​ສູງ​ການ​ໜູນ​ຊ່ວຍ​ຂອງ ສ.ເກົາຫຼີ​ ທີ່​ສະ​ຫງວນ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ແມ່​ນ້ຳ​ຂອງ​ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ຟື້ນ​ຟູ​ເສດ​ຖະ​ກິດ ແລະ ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ຍື​ນ​ຍົງ.

ສ.ເກົາຫຼີ​ ໃຫ້​ຄຳໝັ້​ນ​ສັນ​ຍາ​ຈະ​ສະ​ຫງວນ​ເງິນ​ເປັນ​ຈຳ​ນວນ 4 ລ້ານ USD ໃຫ້​ແກ່ກອງ​ທຶນ​ຮ່ວມ​ມື​ແມ່​ນ້ຳ​ຂອງ - ສ.ເກົາຫຼີ (MKCF) ໃນ​ປີ 2021 ແລະ ປະ​ກອບ​ສ່ວນ​ທີ່​ມີ​ມູນ​ຄ່າ 200 ລ້ານ USD ໃຫ້​ແກ່​ກົນ​ໄກ COVAX ຮອດ​ປີ 2022.

ສິ້ນ​ສຸດກອງ​ປະ​ຊຸມ, ບັນ​ດາ​ລັດ​ຖະ​ມົນ​ຕີ​ໄດ້​ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ເປັນ​ປະ​ທານຮ່ວມ ແລະ ເຫັນ​ດີ​ເປັນ​ເອ​ກະ​ພາບ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຈັດ​ຕັ້ງ​ສຳ​ເລັດ​ກອງ​ປະ​ຊຸມ​ຂັ້ນ​ສູງ​ແມ່​ນ້ຳ​ຂອງ - ສ.ເກົາຫຼີ ​ຄັ້ງ​ທີ 3 ໃນ​ເດືອນ​ຕຸ​ລາ ປີ 2021.

​ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.