ຈີນ​ນຳ​ເຂົ້າໝາກ​ມັງ​ກອນ ແລະ ໝາກ​ກ້ວຍ​ຫວຽດ​ນາມ ຄືນ​ໃໝ່

16:25 | 14/09/2021

ຍ​ສ​ໝ - ວັນ​ທີ 9 ກັນ​ຍາ, ກົມ​ປຸງ​ແຕ່ງ ແລະ ພັດ​ທະ​ນາ​ການ​ຕະຫຼາດ​ຜະ​ລິດ​ຕ​ະ​ພັນ​ກະ​ເສດ (ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ) ໃຫ້​ຮູ້​ວ່າ​ ເມືອງ​ຮ່າ​ເຄົາ (ແຂວງ​ຢຸນ​ໜານ, ຈີນ) ໄດ້​ໃຫ້​ຜ່ານ​ດ່ານ, ນຳ​ເຂົ້າໝາກ​ມັງ​ກອນ ແລະ ໝາກ​ກ້ວຍ ຈາກ​ຫວຽດ​ນາມ…

ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວ້ ຢ້ຽມ​ຢາມ​ສະ​ຖານ​ທູດ ແລະ ພົບ​ປະ​ກັບ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ ຢູ່ ແຟງ​ລັງ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວ້ ຢ້ຽມ​ຢາມ​ສະ​ຖານ​ທູດ ແລະ ພົບ​ປະ​ກັບ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ ຢູ່ ແຟງ​ລັງ
ນັກ​ທຸ​ລະ​ກິດ​ໂຮນ​ລັງ ​ແນະ​ນຳ​ພາບ​ແຕ້ມ​ຂອງ​ບັນ​ດາ​ນັກຈິດຕະກອນຫວຽດ​ນາມ ນັກ​ທຸ​ລະ​ກິດ​ໂຮນ​ລັງ ​ແນະ​ນຳ​ພາບ​ແຕ້ມ​ຂອງ​ບັນ​ດາ​ນັກຈິດຕະກອນຫວຽດ​ນາມ
ຈີນ​ນຳ​ເຂົ້າໝາກ​ມັງ​ກອນ ແລະ ໝາກ​ກ້ວຍ​ຫວຽດ​ນາມ ຄືນ​ໃໝ່
ພາບ​ປະ​ກອບ: tienphong.vn

ໝາກ​ກ້ວຍ​ໄດ້​ຜ່ານ​ດ່າ​ນ​ຊາຍ​ແດນ ກິມ​ແທັງ (ລາວ​ກາຍ) - ຮ່າ​ເຄົາ (ຢຸນ​ໜານ) ຢ່າງ​ເປັນ​ທາງ​ການ. ສຳ​ລັບ​ໝາກ​ມັງ​ກອນ, ເມືອງ​ຮ່າ​ເຄົາ​ໄດ້​ປະ​ກາດໃຫ້​ສາມາດຜ່ານ​ແດນ​ຄືນ​, ແຕ່​ທັງ​ສອ​ງ​ຝ່າຍ ພວມ​ສືບ​ຕໍ່​ເຈ​ລະ​ຈາ ແລະ ​ເປັນ​ເອ​ກະ​ພາບ​ບັນ​ດາ​ມາດ​ຕະ​ການ​ຄວບ​ຄຸມ​ໂລກ​ລະ​ບາດ ເພື່ອ​ຜ່ານ​ດ່ານ​ຢ່າງ​ເປັນ​ທາງ​ການ. ດັ່ງ​ນັ້ນ, ໝາກມັງ​ກອນ ຈະ​ຜ່ານ​ດ່ານ​ເປັນ​ປົກ​ກະ​ຕິ​ໃນ​ຈຸ​ດ​ເວ​ລານີ້.

ກົມ​ປຸງ​ແຕ່ງ ແລະ ພັດ​ທະ​ນາ​ການ​ຕະຫຼາດ​ຜະ​ລິດ​ຕະ​ພັນ​ກະ​ເສດ​ໄດ້​ສົ່ງ​ແຈ້ງການ​ໄປ​ຍັງ​ບັນ​ດາ​ທ້ອງ​ຖິ່ນ ເພື່ອ​ຂໍ້​ມູນ​ຖືກສົ່ງ​ໄປ​ຍັງ​ບັນ​ດາ​ຮາກ​ຖານ​ຜະ​ລິດ, ສົ່ງ​ອອກໝາກ​ມັງ​ກອນ ໄປ​ຍັງ​ຕະຫຼາດ​ຈີນ, ເພື່ອ​ແນ​ໃສ່ຫຼີກ​ລ້ຽງ​ສະ​ພາບ​ການ​ຂົນ​ສົ່ງ​ສິນ​ຄ້າ ໄປ​ຍັງ​ດ່ານ​ຊາຍ​ແດນ​ແຕ່​ບໍ່ສາມາດ​ສົ່ງສິນຄ້າ​ອອກ​ໄດ້.

ແຈ້ງການນີ້​ຈະ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດ​ຈັດສົ່ງ​ສິນ​ຄ​້າຫຼີກ​ລ້ຽງ​ການ​ອັ່ງອໍ​ຢູ່​ດ່ານ​ຊາຍ​ແດນ ແລະ ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ວິ​ສາ​ຫະ​ກິດ.

ແຕ່​ລະ​ປີ ຫວຽດ​ນາມ ສົ່ງ​ໝາກມັງກອນອອກ​ໄປ​ຍັງຈີນ​ ​ປະ​ມານ 600.000 ໂຕນ. ສຳ​ລັບ​ສິນ​ຄ້າ​ປະ​ເພດ​ໝາກ​ກ້ວຍ, ແຕ່​ນີ້​ຮອດ​ທ້າຍ​ປີ​ຄ​າດ​ວ່າ​ຈະ​ມີ​ກວ່າ 560 ໂຕນ, ສຸມ​ໃສ່​ຢູ່​ບັນ​ດາ​ເມືອງ​ດົ່ງ​ນາຍ, ໄຕ​ນິງ, ຊອກ​ຈັງ, ກ່າ​ເມົາ, ຈ່າ​ວິງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.