ຫວຽດ​ນາມ​ເຂົ້າ​ຮ່ວມ​ພິ​ທີ​ສາ​ມັກ​ຄີ​ຂອງ​ພັກ​ແຮ​ງ​ງານ​ແບນ​ຊິກ

06:19 | 14/09/2021

ຍ​ສ​ໝ - ພາຍຫຼັງ​ການ​ຢຸດ​ຕິຊົ່ວຄາວ​ມາ​ເປັນ​ເວ​ລາ 1 ປີ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19, ພິ​ທີ​ສາ​ມັກ​ຄີ Manifesta ຄັ້ງ​ທີ 11, ເຫດ​ການ​ປະ​ຈຳ​ປີ​ຂອງ​ພັກ​ແຮງ​ງານ ແບນ​ຊິກ (PTB) ໄດ້​ຈັດ​ຂຶ້ນໃນ​ລະ​ຫວ່າງວັນ​ທີ 11 – 12 ກັນ​ຍາ​ຢູ່ ​ນະ​ຄອນ Ostende, ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ​ແບນ​ຊິກ. ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ແບນ​ຊິກ​ ໄດ້​ເຂົ້າ​ຮ່ວມ Manifesta ປີນີ້ ດ້ວຍ​ຮ້ານ​ວາງ​ສະ​ແດງ​ໂຄ​ສະ​ນາ​ອາ​ຫານ​ການ​ກິນ, ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ…

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວ້ ສິ້ນ​ສຸດ​ການ​ໄປ​ປະ​ຕິ​ບັດ​ງານ​ຢູ່​ເອີ​ຣົບ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ WCSP5 ຢ່າງ​ຈົບ​ງາມ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວ້ ສິ້ນ​ສຸດ​ການ​ໄປ​ປະ​ຕິ​ບັດ​ງານ​ຢູ່​ເອີ​ຣົບ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ WCSP5 ຢ່າງ​ຈົບ​ງາມ
ບຸ​ລະ​ມະ​ສິດຫຼັກ​ແຫຼ່ງ​ຂອງ​ການ​ຮ່ວມ​ມື​ແມ່​ນ້ຳ​ຂອງ - ສ.ເກົາຫຼີ ໃນ​ໄລ​ຍະ​ຈະ​ມາ​ເຖິງ ​ແມ່ນ​ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຜ່ານ​ຜ່າ​ໄລ​ຍະ​ທີ່ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ປັດ​ຈຸ​ບັນ ບຸ​ລະ​ມະ​ສິດຫຼັກ​ແຫຼ່ງ​ຂອງ​ການ​ຮ່ວມ​ມື​ແມ່​ນ້ຳ​ຂອງ - ສ.ເກົາຫຼີ ໃນ​ໄລ​ຍະ​ຈະ​ມາ​ເຖິງ ​ແມ່ນ​ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຜ່ານ​ຜ່າ​ໄລ​ຍະ​ທີ່ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ປັດ​ຈຸ​ບັນ
ຫວຽດ​ນາມ​ເຂົ້າ​ຮ່ວມ​ພິ​ທີ​ສາ​ມັກ​ຄີ​ຂອງ​ພັກ​ແຮ​ງ​ງານ​ແບນ​ຊິກ
ຮ້ານ​ວາງ​ສະ​ແດງ​ສິນ​ຄ້າ​ຂອງ ຫວຽດ​ນາມ (ພາບ: baotintuc.vn)

ຮ້າ​ນ​ວາງ​ສະ​ແດງ​ຂອງ ຫວຽດ​ນາມ ຍາມ​ໃດ​ກໍ່​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ແຂກ​ທ່ອງ​ທ່ຽວ. ມີ​ແຂກ​ມາຢ້ຽມ​ຊົມ​ເປັນ​ຈຳ​ນວນຫຼາຍ​ເພື່ອ​ຊິມ​ເຍື່ອງ​ອາ​ຫານ​ຢໍ່​ຈືນຂອງ ຫວຽດ​ນາມ. ບັນ​ດາ​ວາ​ລະ​ສານ​ຄື ໜັງ​ສື​ພິມ​ພາບ​ຖ່າຍ​ຫວຽດ​ນາມ (ພາກ​ພາ​ສາ​ອັງ​ກິດ), Le Courrier du Vietnam ພາກ​ພາ​ສາ​ຝ​ລັ່ງ ແລະ ບັນ​ດາ​ວາ​ລະ​ສານ​ຕ່າງໆ​ ກໍ່ໄດ້ແນະ​ນຳ​ກ່ຽວ​ກັບ​ການ​ທ່ອງ​ທ່ຽວ​ຫວຽດ​ນາມ… ອັນໄດ້​ປະ​ກອບ​ສ່ວນ​ເຮັດ​ໃຫ້​ຮ້ານ​ວາງ​ສະ​ແດງ​ຂອງ​ສະ​ຖານ​ທູດ​ທີ່​ມີ​ຄວາມ​ອຸ​ດົມ​ສົບ​ບູນຕື່ມອີກ.

ທ່ານ Herman Dereymaeker ສະ​ມາ​ຊິກ​ພັກ PTB ໄດ​້​ສະ​ແດງ​ຄວາມ​ຕື້ນ​ຕັນ​ໃຈ​ເມື່ອ​ໄດ້​ພົບ​ປະ ແລະ ໂອ້​ລົມ​ກັບ ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຜູ້​ມີ​ອຳ​ນາດ​ເຕັມ ຫວຽດ​ນາມ ປະ​ຈຳ ລາ​ຊະ​ອາ​ນາ​ຈັກ ແບນ​ຊິກ ຫງວຽນ​ວັນ​ຖ໋າວ, ພ້ອມ​ກັບ​ເພື່ອນ​ມິດ​ຫວຽດ​ນາມ ​ຢູ່​ງານ​ບຸນ. ທ່ານ​ໃຫ້​ຮູ້​ວ່າ​ ກ່ອນ​ນີ້ 50 ປີ​, ເມື່ອ​ຍັງ​ແມ່ນ​ນັກ​ສຶກ​ສາມະ​ຫາ​ວິ​ທະ​ຍາ​ໄລ, ທ່ານ ແລະ ບັນ​ດາ​ເພື່ອນ​ມິດ​ຂອງ​ຕົນ​ໄດ້​ຈັດ​ຕັ້ງຫຼາຍ​ການ​ເຄື່ອ​ນ​ໄຫວ​ລົງ​ຖະ​ໜົນ ແຫ່​ຂະ​ບວນ​ປະ​ທ້ວງ​ສະ​ໜັບ​ສະ​ໜູນ ຫວຽດ​ນາມ ໃນ​ບັ້ນ​ສົງ​ຄາມ​ຕ້ານ​ພວກ​ຈັດ​ກະ​ພັກ ອາ​ເມ​ລິ​ກາ. ທ່ານ​ກໍ່​ສະ​ແດງ​ຄວາມ​ເຄົາ​ລົ​ບ​ຕໍ່​ຄວາມ​ອົງ​ອາດ​ກະ​ຫານ​ຂອງ ຊາວ​ຫວຽດ​ນາມ. ໃນ​ບັນ​ດາ​ໂອ​ກາດ​ມາ​ຫວຽດ​ນາມ​ທ່ອງ​ທ່ຽວ, ທ່ານ Herman Dereymaeker ນັບ​ມື້​ນັບ​ມີ​ຄວາມ​ຮັກ​ແພງ​ຕໍ່​ປະ​ເທ​ດ​ຊາດ ແລະ ຊາວ​ຫວຽດ​ນາມ.

ທ່ານ​ນາງ Noa Ponan Cueva, ສະ​ມາ​ຊິກ​ພັກ​ຝ່າຍ​ຊ້າຍ ແອັດ​ສະ​ປາຍ Izquierda Unida ກໍ່ສະ​ແດງ​ຄວາມ​​ດີໃຈ​ເມື່ອ​ພົບ​ປະ​ກັບ​ບັນ​ດາ​ນັກ​ກອມ​ມູ​ນິດ ຢູ່​ງານ​ບຸນ, ໃນ​ນັ້ນ​ມີ​ບັນ​ດາ​ເພື່ອນ​ມິດ​ຫວຽດ​ນາມ. ທ່າ​ນ​ນາງ​ຍັງ​ສະ​ແດງ​ຄວາມ​ນິ​ຍົມ​ຊົມ​ຊອບ​ເຍື່ອງ​ອາ​ຫານ​ຢໍ່​ຈືນ​ຂອງ ຫວຽດ​ນາມ ເຊິ່ງ​ທ່າ​ນ​ນາງກໍ່​ໄດ້​ມີ​​ໂອ​ກາດ​ຊີມ​ຢູ່ ນະ​ຄອນຫຼວງ Brussels ຫຼາຍຄັ້ງ.

ທີ່​ງານ​ບຸນ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ວັນ​ຖ໋າວ ​ໄດ້​ພົບ​ປະ, ແລກ​ປ່ຽນ ກັບ​ຄະ​ນະ​ການ​ນຳ​ຂອງ​ພັກ PTB ແນະ​ນຳ​ກ່ຽວ​ກັບ​ບັນ​ດາ​ຜົນ​ງານ​ເສດ​ຖະ​ກິດ, ສັງ​ຄົມເຊິ່ງ ຫວຽດ​ນາມ ບັນ​ລຸ​ໄດ້​ໃນ​ໄລ​ຍະ​ຜ່ານ​ມາ, ກ່ຽວ​ກັບ​ໝາກ​ຜົນ​ອັນ​ດີ​ງາມ​ຂອງ​ການ​ຢ້ຽມ​ຢາມ​ສະ​ຫະ​ພາບ​ເອີ​ລົບ ແລະ ລາ​ຊະ​ອາ​ນາ​ຈັກ ແບນ​ຊິກ ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່​ງ​ເຫ້ວ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ EU ເວົ້າ​ລວມ ແລະ ແບນ​ຊິກ ​ເວົ້າ​ສະ​ເພາະ.

Manifesta ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ເຕົ້າ​ໂຮມ​ຊາວ​ຕ່າງ​ປະ​ເທດ​ຢູ່ກາງແຈ້ງ​ທຳ​ອິດ​ທີ່ໄດ້​ຈັດ​ຕັ້ງ​ໃນ​ໄລ​ຍະ​ທີ 4 ຂຶ້ນ​ກັບ​ແຜ​ນ​ການ​ລະ​ດູ​ຮ້ອນ​ຂອງ​ລັດ​ຖະ​ບານ​ແບນ​ຊິກ ເພື່ອ​ແນ​ໃສ່​ຄ່ອຍໆ​ຍົກ​ເລີກ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ທີ່​ໄດ້​ຮັບ​ການ​ນຳ​ໃຊ້​ແຕ່​ວັນ​ທີ 1 ກັນ​ຍາ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.