ນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອຫວຽດນາມດ້ວຍຢາວັກຊີນປ້ອງກັນພະຍາດໂຄວິດ -19 ຫຼາຍກວ່າ 3 ລ້ານໂດສ

06:30 | 17/09/2021

ຍສໝ - ຫ່າງແລ້ວນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ Kishi Nobuo ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ຍີ່ປຸ່ນ ໜຸນຊ່ວຍ ວັກຊີນ COVID-19 ໃຫ້ແກ່ຫວຽດນາມ ເພີ່ມອີກ ຍີ່ປຸ່ນ ໜຸນຊ່ວຍ ວັກຊີນ COVID-19 ໃຫ້ແກ່ຫວຽດນາມ ເພີ່ມອີກ
ພັກກອມມູນິດຍີ່ປຸ່ນຕີລາຄາສູງຄວາມເປັນຈິດໜຶ່ງໃຈດຽວຂອງຫວຽດນາມໃນການຕ້ານກັບໂລກລະບາດ ພັກກອມມູນິດຍີ່ປຸ່ນຕີລາຄາສູງຄວາມເປັນຈິດໜຶ່ງໃຈດຽວຂອງຫວຽດນາມໃນການຕ້ານກັບໂລກລະບາດ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ສະແດງຄວາມຊົມເຊີຍ ທ່ານ Kishi Nobuo ທີ່ເລືອກຫວຽດນາມເປັນປະເທດທໍາອິດທີ່ໄປຢ້ຽມຢາມໃນຖານະຕຳແໜ່ງເປັນລັດຖະມົນຕີກະຊວງປ້ອງກັນປະເທດ, ເຊື່ອວ່າ ຜົນຂອງການຢ້ຽມຢາມຄັ້ງນີ້ຈະປະສົບຜົນສໍາເລັດຢ່າງຈົບງາມ.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນວ່າ: ພັກ, ລັດ, ລັດຖະບານ ແລະປະຊາຊົນຫວຽດນາມ ຖືຍີ່ປຸ່ນແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນທີ່ສຸດ ແລະມີຄວາມໄວ້ເນື້ອເຊື່ອໃຈສູງ ໃນນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ ແລະຫັນເປັນຫຼາຍຝ່າຍ, ກວ້າງຂວາງ ແລະ ມີປະສິດທິພາບ, ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ.

ທ່ານນາຍົກລັດຖະມົນຕີ ໄດ້ແບ່ງປັນກັບຄວາມຫຍຸ້ງຍາກຂອງຍີ່ປຸ່ນ ຍ້ອນການແຜ່ລະບາດພະຍາດ COVID-19, ຕີລາຄາສູງການຊ່ວຍເຫຼືອຢ່າງທັນການ ແລະ ມີປະສິດທິຜົນຂອງຍີ່ປຸ່ນໃຫ້ແກ່ບັນດາປະເທດທີ່ຖືກຜົນກະທົບຈາກການລະບາດ, ໃນນັ້ນມີປະເທດຫວຽດນາມ.

ນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອຫວຽດນາມດ້ວຍຢາວັກຊີນປ້ອງກັນພະຍາດໂຄວິດ -19 ຫຼາຍກວ່າ 3 ລ້ານໂດສ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ Kishi Nobuo.

ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຍີ່ປຸ່ນ ທີ່ໄດ້ສະໜັບສະໜູນຫວຽດນາມ ດ້ວຍຢາວັກຊີນຕ້ານໂຄວິດ -19 ຫຼາຍກ່ວາ 3 ລ້ານໂດສ ແລະ ການຊ່ວຍເຫຼືອລ້າໄດ້ 200 ລ້ານເຢນ ເພື່ອເກັບຮັກສາວັກຊີນ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ຍີ່ປຸ່ນສືບຕໍ່ສະໜັບສະໜູນວັກຊີນ, ຊ່ວຍຫວຽດນາມເຂົ້າເຖິງແຫຼ່ງວັກຊີນດ້ວຍຫຼາຍຮູບແບບ, ພິເສດແມ່ນໃນເດືອນກັນຍາ ແລະ ຕຸລາ 2021 ແລະ ຮ່ວມມືຖ່າຍທອດເຕັກໂນໂລຢີ, ການຜະລິດວັກຊີນ ແລະ ຢາປິ່ນປົວ.

ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງ ແລະກ່າວວ່າ ຈະສືບຕໍ່ສ້າງເງື່ອນໄຂໃຫ້ການພົວພັນດ້ານປ້ອງກັນຊາດສອງຝ່າຍ ສືບຕໍ່ພັດທະນາຢ່າງມີປະສິດທິພາບ ແລະ ແທ້ຈິງ; ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງກວ້າງຂວາງ ລະຫວ່າງສອງປະເທດໃຫ້ພັດທະນາເຂັ້ມແຂງ ແລະ ມີປະສິດທິຜົນກວ່າເກົ່າ, ສືບຕໍ່ລົງເລິກ ແລະ ມີປະສິດທິຜົນ, ປະກອບສ່ວນຮັບປະກັນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ໃນພາກພື້ນໃນໂລກ.

ທ່ານລັດຖະມົນຕີ Kishi Nobuo ຢືນຢັນວ່າ ຍີ່ປຸ່ນຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ກັບຫວຽດນາມ, ບັນດາປະເທດ ແລະ ອົງການຈັດຕັ້ງສາກົນ ເພື່ອຮັບມືກັບໂລກລະບາດຢ່າງມີປະສິດທິຜົນ. ທ່ານລັດຖະມົນຕີ Kishi Nobuo ໃຫ້ຮູ້ວ່າ ຈະປຶກສາຫາລືກັບບັນດາອົງການທີ່ກ່ຽວຂ້ອງຂອງຍີ່ປຸ່ນ ເພື່ອສືບຕໍ່ໜູນຊ່ວຍ ແລະ ອຸປະຖຳວັກຊີນໃຫ້ຫວຽດນາມ ໃນໄລຍະຈະມາເຖິງ.

ທ່ານລັດຖະມົນຕີ Kishi Nobuo ຢືນຢັນວ່າ ຝ່າຍຍີ່ປຸ່ນຈະສືບຕໍ່ຮ່ວມມືກັບຫວຽດນາມ ໃນບັນດາຂົງເຂດບຸລິມະສິດ ຄື: ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຮັກສາສັນຕິພາບຂອງສະຫະປະຊາຊາດ, ພ້ອມທັງມອບໂອນອຸປະກອນ, ເຕັກໂນໂລຢີປ້ອງກັນຊາດ ແລະ ຄົ້ນຫາກູ້ໄພ.

ກ່ຽວກັບບັນຫາການເດີນທະເລ, ໃນນັ້ນມີທະເລຕາເວັນອອກ ແລະ ທະເລຈີນຕາເວັນອອກ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນທັດສະນະຂອງຫວຽດນາມແມ່ນຢູ່ໃນທ່າຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີ, ການເດີນທະເລ ແລະ ການເດີນອາກາດ, ພ້ອມທັງປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງບັນດາປະເທດຢູ່ທະເລ. ທຸກໆການຂັດແຍ້ງ ແລະ ຄວາມບໍ່ລົງລອຍກັນ ຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ, ຜ່ານຂະບວນການທູດ ແລະ ອີງໃສ່ກົດໝາຍສາກົນ, ພິເສດແມ່ນສົນທິສັນຍາສາກົນກ່ຽວກັບກົດໝາຍທະເລປີ 1982.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.