ການພົບ​ປະ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 30 ປີ​ແຫ່ງວັນ​ເອ​ກະ​ລາດ ປະ​ເທດ ສ.ອາ​ກເມ​ນີ

12:00 | 24/09/2021

ຍ​ສ​ໝ - ວັນ​ທີ 20 ກັນ​ຍາ ຢູ່​ຮ່າ​ໂນ້ຍ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອາກເມ​ນີ ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ທາງ​ໄກ ກັບ ​ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ອາກ​ເມ​ນີ ປະ​ຈຳ ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 30 ປີ​ແຫ່ງວັນ​ເອ​ກະ​ລາດ​ປະ​ເທດ ສ.ອາກ​ເມ​ນີ (21 ກັນ​ຍາ 1991 – 21 ກັນ​ຍາ 2021).

ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ສ.ເກົາຫຼີ ປຸກ​ລະ​ດົມ​ໂຄງ​ການມອບ​ຄວາມ​ຮັກ​ແພງ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ສ.ເກົາຫຼີ ປຸກ​ລະ​ດົມ​ໂຄງ​ການມອບ​ຄວາມ​ຮັກ​ແພງ
ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ສູນ​ກາງ​ຊາວ​ໜຸ່ມ ສ​ສ. ຫ​ວຽດ​ນາມ​ສືບ​ຕໍ່​ໜູນ​ຊ່ວຍ​ລາວ ໃນ​ການ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ສູນ​ກາງ​ຊາວ​ໜຸ່ມ ສ​ສ. ຫ​ວຽດ​ນາມ​ສືບ​ຕໍ່​ໜູນ​ຊ່ວຍ​ລາວ ໃນ​ການ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19
ການພົບ​ປະ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 30 ປີ​ແຫ່ງວັນ​ເອ​ກະ​ລາດ ປະ​ເທດ ສ.ອາ​ກເມ​ນີ

ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ຫວູ​ຮົ່ງ​ນາມ ແລະ ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ, ການ​ຄ້າ ແລະ ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ໜ້ອຍ Namibia (ພາບ: Baoquocte)

ກ່າວ​ຄຳ​ເຫັນ​ທີ່​ເຫດ​ການ, ທ່ານ​ຮອງ​ປະ​ທານ​ ທັງ​ເປັນ​ເລ​ຂາ​ທິ​ການ​ ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອາກ​ເມ​ນີ ມາຍກວາງ​ວິງ ໃຫ້​ຮູ້​ວ່າ: ໃນ 3 ທົດ​ສະ​ວັດ​ທີ່​ຜ່ານ​ມາ, ອາກ​ເມ​ນີ ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ອັນ​ໃຫຍ່ຫຼວງໃນ​ການ​ສ້າງ​ສາ​ປະ​ເທດ​ຊາດ, ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ. ຫວຽດ​ນາມ ແລະ ອາກ​ເມ​ນີ ພວມ​ສ້າ​ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ແບບ​ສະ​ເໝີ​ພາບ ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ມີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ ແລະ ພົບ​ປະ​ຂັ້ນ​ສູງ ໄດ້​ຮັບ​ການ​ປະ​ຕິ​ບັດ. ພິ​ເສດ​ໃນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການຂອງ​ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Nikol Pashinyan ແລະ ພັນ​ລະ​ຍາ​ໃນ​ເດືອນ ກໍ​ລະ​ກົດ ປີ 2019 ໄດ້​ເປີດໄລ​ຍະ​ການ​ຮ່ວມ​ມື​ໃໝ່​ທີ່​ມີ​ຄວາມ​ຫວັງຫຼາຍ​ຢ່າງ​ໃຫ້​ແກ່​ສອງ​ປະ​ເທດ​ໃນຫຼາຍ​ຂົງ​ເຂດ​ຄື ເສດ​ຖະ​ກິດ, ການ​ຄ້າ, ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ, ວັດ​ທະ​ນະ​ທຳ ແລະ ການ​ທູດ ປະ​ຊາ​ຊົນ.

ທ່ານ ມາຍກວາງວິງ ເນັ້ນ​ໜັກ​ວ່າ “ພວກ​ຂ້າ​ພະ​ເຈົ້າ​ດີ​ໃຈ​ຕໍ່​ບັນ​ດາ​ຜົນ​ສຳ​ເລັດ​ຂອງ​ປະ​ຊາ​ຊົນ ອາກ​ເມ​ນີ ທີ່​ບັນ​ລຸ​ໄດ້ ແລະ ຍິ່ງ​ດີ​ໃຈ​ກ່​ວາ​ອີກ ເມື່ອ​ເຫັນ​ປະ​ຈັກ​ຕາ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາຫຼາຍ​ພໍ​ສົມ​ຄວນ​ໃນ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ໃນຫຼາຍ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ແລະ ອາກ​ເມ​ນີ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ການ​ພົວ​ພັນແລກ​ປ່ຽນ​ປະ​ຊາ​ຊົນ.”

ໃນ​ຊຸມ​ປີ​ຜ່ານ​ມາ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອາກ​ເມ​ນີ ໄດ້​ຕັ້ງ​ໜ້າ​ສົມ​ທົບ​ກັບ​ສະ​ຖານ​ທູດ ອາກ​ເມ​ນີ ປະ​ຈຳ ຫວຽດ​ນາມ ຜັນ​ຂະ​ຫຍາຍຫຼາຍ​ການ​ເຄື່ອນ​ໄຫວ​ການ​ທູດ​ປະ​ຊາ​ຊົນ​ທີ່​ມີ​ຄວາມ​ໝາຍ ຢ່າງ​ແທດ​ຈິງ ປະ​ກອບ​ສ່ວນ​ບໍ່​ແມ່ນ​ໜ້ອຍ​ເຂົ້າ​ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ ແລະ ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ ສະ​ມາ​ຄົມ ແລະ ສະ​ຖານ​ທູດ ອາກ​ເມ​ນີ ປະ​ຈຳ ຫວຽດ​ນາມ, ແມ່ນ​ຂົວ​ເຊື່ອມ​ຕໍ່​ພັດ​ທະ​ນາ​ການ​ຮ່ວມ​ມື​ລະ​ຫວ່າງ ບັນ​ດາ​ວິ​ສາ​ຫະ​ກິດ, ອົງ​ການ​ຈັດ​ຕັ້ງ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ ຜ່ານ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ແລກ​ປ່ຽນ​ມິດ​ຕະ​ພາບ, ເຊື່ອມ​ຕໍ່​ບັນ​ດາ​ອົງ​ການ​ຈັດ​ຕັ້ງ, ວິ​ສາ​ຫະ​ກິດ.

ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງມິດ​ຕະ​ພາບ ຫວຽດ​ນາມ ແລະ ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອາກ​ເມ​ນີ ຍາມ​ໃດ​ກໍ່​ຖື​ການ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອາກ​ເມ​ນີ ເປັນ​ສຳ​ຄັນ, ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໃນ​ການ​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ເຄື່ອນ​ໄຫວ​ຢ່າງ​ບໍ່​ຢຸດ​ຢັ້ງ ເພື່ອ​ເພີ່ມ​ທະ​ວີ​ປະ​ສິດ​ທິ​ຜົນ​ຂອງວຽກ​ງານ​ການ​ທູດ​ປະ​ຊາ​ຊົນ, ພ້ອມ​ແລ້ວ​ທີ່​ຈະ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ​ໃນ​ບັນ​ດາເຫດ​ການ​ລວມ​ຂອງ​ທັງ​ສອງ​ປະ​ເທດ ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ປະ​ຊາ​ຊົນ​ສອ​ງ​ປະ​ເທດ...

ເນື່ອ​ງ​ໃນ​ໂອ​ກາດນີ້, ທ່ານ ມາຍກວາງວິງ ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Vahram Kazhoyan ແລະ ສະ​ຖານ​ທູດ ອາກ​ເມ​ນີ ປະ​ຈຳ ຫວຽດ​ນາມ ທີ່​ຍາມ​ໃດ​ກໍ່​ຮ່ວມ​ເດີນ​ທາງ ແລະ ໜູ​ນ​ຊ່ວຍ​ຢ່າງຕັ້ງ​ໜ້າ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂອງ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງມິດ​ຕະ​ພາບ ຫວຽດ​ນາມ ແລະ ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ ອາກ​ເມ​ນີ. ສອງ​ຝ່າຍ​ຈະ​ສືບ​ຕໍ່​ສົມ​ທົບ​ກັນ​ ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ນ້ຳ​ໃຈ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ໃຫ້ຫຼາຍ​ກ່​ວາ​ອີກ.

ໂດຍແບ່ງ​ປັນທີ່​ພິ​ທີ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ.ອາກ​ເມ​ນີ ປະ​ຈຳ ຫວຽດ​ນາມ Vahram Kazhoyan ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ສະ​ມາ​ຄົມ​ມິດ​ຕ​ະ​ພາບ ຫວຽດ​ນາມ - ອາກ​ເມ​ນີ ທີ່​ໄດ້​ຈັດ​ຕັ້ງ​ການ​ພົບປະ​ທີ່​ມີ​ຄວາມ​ໝາຍ​ເນື່ອ​ງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 30 ປີ​ແຫ່ງວັນ​ເອ​ກະ​ລາດ ປະ​ເທດ ​ສ.ອາກ​ເມ​ນີ.

ຫວນ​ຄືນ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ລະ​ຫວ່າງ​ສອງ​ປະ​ເທດ ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງສະ​ຖານ​ທູດ ອາກ​ເມ​ນີ ປະ​ຈຳ ຫວຽດ​ນາມ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Vahram Kazhoyan ເນັ້ນ​ໜັກ​ວ່າ ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອາກ​ເມ​ນີ ນັບ​ມື້​ນັບ​ໄດ້​ຮັບການພັດ​ທະ​ນາ​ຢ່າງ​ດີ​ງາມ​ໃນຫຼາຍ​ຂົງ​ເຂດ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Vahram Kazhoyan ເຊື່ອ​ໝັ້ນ​ວ່າ ສອງ​ປະ​ເທດ​ຈະສາມາດຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ໄດ້ໂດຍ​ໄວ, ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ຈະ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ໂດຍ​ໄວ. ຈາກ​ນັ້ນ ກໍ່ຊ່ວຍ​ໃຫ້​ປະ​ຊາ​ຊົນ​ສອງ​ປະ​ເທດ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ​ກ່​ວາ​ອີກ, ປະ​ກອ​ບ​ສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ​ການ​ຄ້າ ແລະ ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ການ​ສຶກ​ສາ ແລະ ການ​ທ່ອງ​ທ່ຽວ.

ປີ 2022 ແມ່ນ​ຈຸດ​ເວ​ລາ ຫວຽດ​ນາມ ແລະ ອາກ​ເມ​ນີ ຈະ​ສ​ະ​ເຫຼີມ​ສະຫຼອງ 30 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົ​ວພັນ​ທາງ​ການ​ທູດ (14 ກໍ​ລະ​ກົດ 1992 – 14 ກໍ​ລະ​ກົດ 2022), ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Vahram Kazhoyan ເຊື່ອ​ໝັ້ນ​ວ່າ ຈະ​ມີ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງຫຼາຍ​ຢ່າງ​ເພື່ອ​ແນ​ໃສ່​ສ້າງ​ຂີດ​ໝາຍ​ໄລ​ຍະ​ທີ່​ມີຄວາມ​ສຳ​ຄັນ​ທີ່​ສຸດ​ໃນ​ປະ​ຫວັດ​ສາດການ​ພົວ​ພັນ​ທາ​ງ​ການ​ທູດ ລ​ະ​ຫວ່າງ​ສອງ​ປະ​ເທດ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Vahram Kazhoyan ເນັ້ນ​ໜັກ​ວ່າ: ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ນ້ຳ​ໃຈ​ມິດ​ຕະ​ພາບ ແລະ ການ​ພົວ​ພັນ​ລະ​ຫວ່າງ ອາກ​ເມ​ນີ ແລະ ຫວຽດ​ນາມ ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ໃນຫຼາຍ​ຂົງ​ເຂດ, ເພື່ອ​ຜົນ​ປະ​ໂຫຍດ​ຂອງ ອາກ​ເມ​ນີ ແລະ ຫວ​ຽດ​ນາມ ກໍ່​ຄື​ປະ​ຊາ​ຊົນ​ສອງ​ປະ​ເທດ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.