ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວ້ ສິ້ນ​ສຸດ​ການ​ໄປ​ປະ​ຕິ​ບັດ​ງານ​ຢູ່​ເອີ​ຣົບ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ WCSP5 ຢ່າງ​ຈົບ​ງາມ

15:30 | 13/09/2021

ຕອນທຽງວັນທີ 12 ກັນຍາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ແລະ ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ ໄດ້ມາຮອດສະໜາມບິນສາກົນ ໂນ້ຍບາຍ, ຮ່າໂນ້ຍ, ສິ້ນສຸດການເຂົ້າຮ່ວມກອງປະຊຸມບັນດາປະທານສະພາແຫ່ງຊາດ ໂລກ ຄັ້ງທີ 5 (WCSP5) ຢູ່ ໂອຕາລິດ, ຢ້ຽມຢາມ ແລະ ເຮັດວຽກກັບລັດຖະສະພາເອີຣົບ (EP), ລາຊະອານາຈັກ ແບນຊິກ ແລະ ຢ້ຽມຢາມ ສາທາລະນະລັດ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 4 – 11 ກັນຍາ ຢ່າງຈົບງາມ.

ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວ້ ຢ້ຽມ​ຢາມ​ສະ​ຖານ​ທູດ ແລະ ພົບ​ປະ​ກັບ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ ຢູ່ ແຟງ​ລັງ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວ້ ຢ້ຽມ​ຢາມ​ສະ​ຖານ​ທູດ ແລະ ພົບ​ປະ​ກັບ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ ຢູ່ ແຟງ​ລັງ
ຫວຽດ​ນາມ ສືບ​ຕໍ່​ປະ​ກອບ​ສ່ວນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ ແລະ ວິ​ໄສ​ທັດ​ລວມ GMS ຫວຽດ​ນາມ ສືບ​ຕໍ່​ປະ​ກອບ​ສ່ວນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ ແລະ ວິ​ໄສ​ທັດ​ລວມ GMS
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວ້ ສິ້ນ​ສຸດ​ການ​ໄປ​ປະ​ຕິ​ບັດ​ງານ​ຢູ່​ເອີ​ຣົບ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ WCSP5 ຢ່າງ​ຈົບ​ງາມ
ການສົນທະນາ ລະຫວ່າງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ກັບທ່ານປະທານລັດຖະສະພາເອີຣົົບ David Sassoli (ພາບ: TTXVN)

ໃນການໄປປະຕິບັດງານຄັ້ງນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ພ້ອມດ້ວຍຄະນະມີການເຄື່ອນໄຫວທັງໝົດກວ່າ 70 ກິດຈະກຳຢ່າງລຽນຕິດ. ການຢ້ຽມຢາມ ໄດ້ຢັ້ງຢືນແຜນນະໂຍບາຍ, ນະໂຍບາຍການຕ່າງປະເທດຂອງພັກ ແລະ ລັດ ຫວຽດນາມ, ສະແດງຄວາມເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ; ຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມ. ໜຶ່ງໃນບັນດາຈຸດພົ້ນເດັ່ນຂອງການໄປປະຕິບັດງານຄັ້ງນີ້ ແມ່ນບັນດາໝາກຜົນລະອຽດຂອງການທູດວັກຊິນ ແລະ ການຮ່ວມມືໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ການເຂົ້າຮ່ວມຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໃນກອງປະຊຸມ WCSP5 ຢູ່ ໂອຕາລິດ ກໍຢັ້ງຢືນໃຫ້ເຫັນຄວາມເປັນເຈົ້າການ, ຄວາມຮັບຜິດຊອບຂອງສະພາແຫ່ງຊາດ ຫວຽດນາມ ໃນບັນດາການເຄື່ອນໄຫວການຕ່າງປະເທດລັດຖະສະພາຫຼາຍຝ່າຍ.

ບັນດາການເຄື່ອນໄຫວຢູ່ລັດຖະສະພາເອີຣົບ, ສະພາເອີລົບ ແລະ ແບນຂິກ, ການຢ້ຽມຢາມ ແຟງລັງ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ປະກອບສ່ວນເຮັດໃຫ້ໄມຕີຈິດມິດຕະພາບເລິກເຊິ່ງຂຶ້ນຕື່ມ ແລະ ຊ່ວຍຊຸກຍຸ້ການຮ່ວມມືລະຫວ່າງ ຫວຽດນາມ ກັບບັນດາປະເທດໃນຂົງເຂດການເມືອງ, ເສດຖະກິດ - ການຄ້າ - ການລົງທຶນ, ວິທະຍາສາດເຕັກໂນໂລຢີ, ການປ່ຽນແປງໃໝ່ປະດິດຄິດສ້າງ, ການສຶກສາ, ແລກປ່ຽນວັດທະນະທຳ ແລະ ການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

ເມື່ອກັບມາຮອດສະໜາມບິນສາກົນ ໂນ້ຍບາຍ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ເປັນສັກຂີພິຍານພິທີ ມອບ - ຮັບເຄື່ອງຊ່ວຍເຫຼືອຈາກບັນດາອົງການ, ສ່ວນບຸກຄົນ ໃຫ້ແກ່ກະຊວງສາທາລະນະສຸກ ແລະ ແນວໂຮມປະເທດຊາດ ຫວຽດນາມ.

​vovworld.vn

ເຫດການ
302 Found

Found

The document has moved here.